ໜັງສືພິມ ລັດເຊຍ ຕີລາຄາບົດບາດຂອງ ຫວຽດນາມ ໃນອາຊຽນ

(VOVWORLD) - ຖ້າຫາກວ່າ, ອາຊີຕາເວັນອອກສ່ຽງເໜືອ, ຄູ່ຮ່ວມມືຍຸດທະສາດຕົ້ນຕໍຂອງລັດເຊຍ ແມ່ນຈີນນັ້ນ, ຢູ່ ອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ຮັກສາທີ່ຕັ້ງນີ້. 

ສຳນັກຂ່າວສານ infox.ru ຂອງລັດເຊຍ ຫາກໍ່ມີບົດຂຽນ ກ່ຽວກັບການພົວພັນ ລັດເຊຍ - ຫວຽດນາມ, ໃນນັ້ນ, ຕີລາຄາສູງບົດບາດຂອງ ຫວຽດນາມ ໃນ ອາຊຽນ. ບົດຂຽນໃຫ້ຮູ້ວ່າ ລັດເຊຍ ເລີ່ມຕັ້ງໜ້າຊຸກຍູ້ນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ ໃນທ້າຍທົດສະວັດທຳອິດຂອງ ສະຕະວັດທີ 21. ຖ້າຫາກວ່າ, ອາຊີຕາເວັນອອກສ່ຽງເໜືອ, ຄູ່ຮ່ວມມືຍຸດທະສາດຕົ້ນຕໍຂອງລັດເຊຍ ແມ່ນຈີນນັ້ນ, ຢູ່ ອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ຮັກສາທີ່ຕັ້ງນີ້. ການພົວພັນແບບພິເສດລະຫວ່າງ ລັດເຊຍ ແລະ ຫວຽດນາມ ໄດ້ຮັບການສ້າງຕັ້ງເມື່ອປີ 2012, ເມື່ອ 2 ຝ່າຍໄດ້ຍົກລະດັບຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

        ໃນຂະນະນັ້ນ, ສູນຄົ້ນຄ້ວາ Pew ມີບົດຂຽນ ໃຫ້ຮູ້ວ່າ ບົດບາດຂອງ ຫວຽດນາມ ໃນກຸ່ມ ອາຊຽນ ນັບມື້ນັບເພີ່ມຂຶ້ນ. ຂົວເຊື່ອມຕໍ່ໃຫ້ແກ່ການຮ່ວມມື ເສດຖະກິດຂອງ ລັດເຊຍ ກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແມ່ນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ