ໜູນຊ່ວຍປັບປຸງລັກສະນະມີປະສິດທິຜົນ,ກະຈ່າງແຈ້ງໃນການຄຸ້ມຄອງທີ່ດິນຢູ່ຫວຽດນາມ
(ພາບປະກອບຈາກອີນເຕີແນັດ)
(vovworld) - ວັນທີ 06/07, ທະນາຄານໂລກປະຈຳຫວຽດນາມ ຫາກໍອະນຸມັດຜ່ານໂຄງການປັບປຸງການຄຸ້ມຄອງ ແລະ ຖານຂໍ້ມູນກ່ຽວກັບທີ່ດິນຫວຽດນາມ ທີມີມູນຄ່າ 150 ລ້ານ USD ເພື່ອແນໃສ່ປະກອບສ່ວນປັບປຸງລັກສະນະມີປະສິດທິຜົນ, ກະຈ່າງແຈ້ງໃນການຄຸ້ມຄອງທີ່ດິນຢູ່ຫວຽດນາມ. ທ່ານ Achim Fock, ຜູ້ຮັກສາການຜູ້ອຳນວຍການທະນາຄານໂລກປະຈຳຫວຽດນາມ ໃຫ້ຮູ້ວ່າ, ໂຄງການຈະກໍ່ສ້າງລະບົບຂໍ້ມູນກ່ຽວກັບທີ່ດິນຫຼາຍເປົ້າໝາຍລະດັບຊາດ, ສ້າງຖານຂໍ້ມູນກ່ຽວກັບທີ່ດິ່ນແຫ່ງຊາດໃຫ້ທັງລັດຖະບານ ແລະ ມວນຊົນນຳໃຊ້. ໂຄງການໄດ້ຮັບການອອກແບບ ດ້ວຍຈຸດສຸມແມ່ນກໍ່ສ້າງລະບົບຂໍ້ມູນຢ່າງໝັ້ນຄົງ, ຊັດເຈັນ, ນຳໃຊ້ຢ່າງງ່າຍດາຍ, ຜ່ານນັ້ນຄ່ອຍໆສ້າງບັນດາລະບົບ ແລະ ຖານຂໍ້ມູນກ່ຽວກັບທີ່ດິນ. ໂຄງການກໍ່ໄດ້ໜູນຊ່ວຍໃຫ້ລັດຖະບານຫັນລະບຽບການບໍລິຫານໃຫ້ງ່າຍດາຍຢູ່ບັນດາຫ້ອງການຈົດທະບຽນທີ່ດິນ, ຜ່ານນັ້ນຍົກສູງຄຸນນະພາບການບໍລິການ, ເພີ່ມທະວີຄວາມຮັບຮູ້ຂອງມວນຊົນກ່ຽວກັບແຫຼ່ງຂໍ້ມູນ ແລະ ການບໍລິການທີ່ດິນ.