ໝາກຜົນໃນເບື້ອງຕົ້ນ ຂອງການເລືອກຕັ້ງ ປະທານາທິບດີ ລັດເຊຍ
ນັກຂ່າວ VOV ປະຈຳ ລັດເຊຍ -  
ປ່ອນບັດເລືອກຕັ້ງຢູ່ລັດເຊຍ
(ພາບ:voafanti.com)
( vovworld ) – ຕອນຄ່ຳວັນທີ 4/3, ຕາມເວລາ ມົດສະກູ, ເມື່ອການປ່ອນບັດຢູ່ແຂວງ Kaliningrat ທາງທິດຕາເວັນຕົກຂອງສະຫະພັນລັດເຊຍ ສຳເລັດ, ທ່ານ Churop ປະທານຄະນະກຳມະການເລືອກຕັ້ງສູນກາງ ລັດເຊຍ ໄດ້ປະກາດສີ້ນສຸດການເລືອກຕັ້ງປະທານາທິບໍດີໃນທົ່ວປະເທດ ລັດເຊຍ ພ້ອມທັງເປີດສາກການກວດບັດ. ໝາກຜົນໃນເບື້ອງຕົ້ນພາຍຫຼັງກວດ 14,5% ຈຳນວນບັດເລືອກຕັ້ງໃຫ້ເຫັນວ່າ: ທ່ານນາຍົກລັດຖະມົນຕີ V.Putin ຍາດໄດ້ກ່ວາ 61% ຈຳນວນບັດສະໜັບສະໜູນ. ຄະນະກຳມະການເລືອກຕັ້ງສູນກາງ ລັດເຊຍ ກຳນົດວ່າຈະປະກາດໝາກຜົນຂອງການເລືອກຕັ້ງຢ່າງເປັນທາງການໃນ ວັນທີ 17/3 ແລະ ຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງຈະຮັບດຳລົງຕຳແໜ່ງປະທານາທິບໍດີໃນວັນທີ 7/5 ທີ່ຈະມາເຖິງ.
ມີປະຊາຊົນປະມານ 100.000 ຄົນທີ່ສະໜັບສະໜູນທ່ານ V.Putin ໄດ້ເຕົ້າໂຮມກັນຢູ່ສະໜາມຫຼວງ Manhet ຈັດງານໂຮມຊຸມນຸມ ຊົມເຊີຍໄຊຊະນະຂອງທ່ານ V.Putin. ປະທານາທິບໍດີລັດເຊຍ D.Metvedev ແລະ ທ່ານນາຍົກລັດຖະມົນຕີ V.Putin ກໍ່ມີໜ້າຢູ່ງານມິດຕິງ. ກ່າວຄຳເຫັນນະທີ່ນີ້, ທ່ານທັງສອງລ້ວນແຕ່ໄດ້ຂອບອົກຂອບໃຈການສະໜັບສະໜູນທີ່ມີຕໍ່ທ່ານ ພ້ອມທັງຢືນຢັນວ່າຈະພ້ອມກັນມານະພະຍາຍາມເພື່ອປະເທດລັດເຊຍ ໝັ້ນຄົງເຂັ້ມແຂງ ແລະ ວັດທະນະຖາວອນ. ທ່ານນາຍົກລັດຖະມົນຕີ V.Putin ເວົ້າວ່າ:
“ພວກເຮົາໄດ້ຮັບໄຊຊະນະໃນການຊ່ວງເສັງຄັ້ງນີ້ຢ່າງໂປ່ງໃສ ແລະ ສັດສື່. ນີ້ບໍ່ພຽງແຕ່ແມ່ນການເລືອກຕັ້ງປະທານາທິບໍດີລັດເຊຍ ເທົ່ານັ້ນ, ຫາກຍັງແມ່ນການທົດສອບອັນສຳຄັນສຳລັບພວກເຮົາທຸກໆຄົນ ແລະ ທັງຊາດເຮົາອີກດ້ວຍ. ນີ້ແມ່ນການທົດສອບອັນສຸກງອມທາງການເມືອງ, ຄວາມເປັນເຈົ້າຕົນເອງ, ກ່ຽວກັບຄວາມເປັນເອກະລາດ. ພວກເຮົາສາມາດສະກັດກັ້ນບັນດາກົນອຸບາຍຈາກພາຍນອກ ເພື່ອແນ່ໃສ່ທຳລາຍປະເທດລັດເຊຍ. ພວກເຮົາໄດ້ຮັບໄຊຊະນະ ແມ່ນຍ້ອນມີການສະໜັບສະໜູນຢ່າງກວ້າງຂວາງຈາກຜູ້ມີສິດເລືອກຕັ້ງ ແລະ ໄດ້ຮັບໄຊຊະນະຢ່າງໂປ່ງໃສ. ພວກເຮົາຈະເຮັດວຽກຈົນສຸດຄວາມສາມາດຂອງຕົນ ດ້ວຍຄວາມສັດສື່ບໍລິສຸດ. ພວກເຮົາຮຽກຮ້ອງໃຫ້ທຸກໆຄົນ ຈົ່ງສາມັກຄີກັນ ເພື່ອຜົນປະໂຫຍດຂອງປະເທດຊາດ. ຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າ ພວກເຮົາຈະໄດ້ຮັບໄຊຊະນະ“.
ນັກຂ່າວ VOV ປະຈຳ ລັດເຊຍ