20ປີແຫ່ງການລະດົມແລະນຳໃຊ້ແຫຼ່ງທຶນODAຢ່າງມີປະສິດທິຜົນຂອງຫວຽດນາມ
ກອງປະຊຸມສຳມະນາ 20 ປີແຫ່ງການລະດົມແລະນຳໃຊ້
ແຫຼ່ງທຶນ ODA ຢ່າງມີປະສິດທິຜົນຂອງຫວຽດນາມ
(ພາບ: antt.vn)
(vovworld) - ກອງປະຊຸມສຳມະນາດ້ວຍຫົວຂໍ້ “20 ປີແຫ່ງການລະດົມແລະນຳໃຊ້ແຫຼ່ງທຶນ ODA ຢ່າງມີປະສິດທິຜົນຂອງຫວຽດນາມ” ຖືກດຳເນີນໄປໃນຕອນເຊົ້າວັນທີ 07/08, ຢູ່ນະຄອນດ່ານັ້ງ, ເພື່ອສຸມໃສ່ໄຈ້ແຍກກ່ຽວກັບຜົນກະທົບຂອງແຫຼ່ງທຶນພັດທະນາຢ່າງເປັນທາງການ (ODA) ສຳລັບພາລະກິດພັດທະນາຂອງປະເທດຊາດ, ບັນດາສະພາບຕົວຈິງທີ່ຫຍຸ້ງຍາກ ແລະ ຂໍ້ຕິດຂັດໃນການລະດົມແລະ ນຳໃຊ້ແຫຼ່ງທຶນ ODA. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຢືນຢັນວ່າ, ຜ່ານແຫຼ່ງທຶນ ODA, ຫວຽດນາມໄດ້ສ້າງລະບົບນະໂຍບາຍໃຫ້ສົມບູນແບບ, ຍົກສູງກຳລັງຄວາມສາມາດດຳເນີນທຸລະກິດ, ເຊື່ອມໂຍງເຂົ້າກັບເສດຖະກິດໂລກ. ເພື່ອນຳໃຊ້ແຫຼ່ງທຶນດັ່ງກ່າວຢ່າງມີປະສິດທິຜົນກວ່າ ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ເນັ້ນໜັກວ່າ.
“ພວດຂ້າພະເຈົ້າຈະຊີ້ນຳບັນດາຫົວໜ່ວຍທີ່ມີໜ້າທີ່ ຕີລາຄາຢ່າງເຂັ້ມງວດ ເພື່ອສະກັດກັ້ນຄວາມອ່ອນດ້ອຍ ນັບທັງກົນໄກນະໂຍບາຍ, ມາດຕະການແກ້ໄຂໃນການຄຸ້ມຄອງທຶນ ODA, ເພີ່ມທະວີການສຳຫຼວດກວດກາ, ຮັບປະກັນໃຫ້ແຫຼ່ງທຶນ ODA ໄດ້ນຳໃຊ້ຖືກກັບເປົ້າໝາຍ, ບັນລຸປະສິດທິຜົນ, ຕ້ານການຮົ່ວໄຫຼຟູມເຟືອຍ. ຍາມໃດລັດຖະບານຫວຽດນາມ ກໍຖືເປັນສຳຄັນ ແລະ ໃຫ້ຄຳໝັ້ນສັນຍາຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອນຳໃຊ້ແຫຼ່ງທຶນ ODA ຢ່າງມີປະສິດທິຜົນທີ່ສຸດ”.