(ພາບປະກອບ)
(vovworld)- ວັນທີ 3/9, ສະຖາບັນວິທະຍາສາດສັງຄົມຫວຽດນາມ, ມະຫາວິທະຍາໄລ Senshu, ກອງທຶນພົບປະແລກປ່ຽນສາກົນຍີ່ປຸ່ນ ສົມທົບກັນຈັດກອງປະຊຸມສຳມະນາສາກົນ “ການພົວພັນຫວຽດນາມ-ຍີ່ປຸ່ນ: ຫວນຄືນໄລຍະ 40 ປີ ແລະ ກຳນົດທິດໃນອະນາຄົດ“ ໂດຍມີການເຂົ້າຮ່ວມຂອງສະຖານທູດຍີ່ປຸ່ນ ປະຈຳຫວຽດນາມ, ສາດສະດາຈານ, ດຣ ທີ່ມາຈາກມະຫາວິທະຍາໄລ Senshu, Ibaraki ຂອງຍີ່ປຸ່ນ 20 ທ່ານ ພ້ອມດ້ວຍບັນດານັກຮຽນຮູ້ຂອງສະຖາບັນຄົ້ນຄ້ວາ, ມະຫາວິທະຍາໄລຈຳນວນໜຶ່ງຂອງຫວຽດນາມ. ທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ Tanizaki Yasuaki ເນັ້ນໜັກວ່າ: ໃນໄລຍະຈະມາເຖິງ, ສອງປະເທດຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມສະຫງົບປອດໄພໃນພາກພື້ນ, ພິເສດແມ່ນຕ້ອງຍົກສູງສະຕິຄວາມຮັບຮູ້ໃຫ້ລຸນໜຸ່ມ, ຊຸກຍູ້ການພົບປະແລກປ່ຽນລະຫວ່າງລຸ່ນໜຸ່ມສອງປະເທດກ່ວາອີກ.