5 ພັນຄົນເຂົ້າຮ່ວມການຍ່າງເພື່ອຜູ້ປະສົບເຄາະຮ້າຍຈາກທາດພິສີສົ້ມ ແລະ ຄົນພິການທີ່ທຸກຍາກ

(VOVWORLD) -ຕອນເຊົ້າວັນທີ 5 ສິງຫາ, ສະພາກາແດງນະຄອນໂຮ່ຈິມິນ ໄດ້ສົມທົບກັບສູນໂທລະພາບຫວຽດນາມຢູ່ນະຄອນໂຮ່ຈິມິນ ຈັດລາຍການຍ່າງເພື່ອຜູ້ປະສົບເຄາະຮ້າຍຈາກທາດພິສີສົ້ມ
5 ພັນຄົນເຂົ້າຮ່ວມການຍ່າງເພື່ອຜູ້ປະສົບເຄາະຮ້າຍຈາກທາດພິສີສົ້ມ ແລະ ຄົນພິການທີ່ທຸກຍາກ - ảnh 1ລາຍການຍ່າງເພື່ອຜູ້ປະສົບເຄາະຮ້າຍຈາກທາດພິສີສົ້ມ ແລະ ຄົນພິການທີ່ທຸກຍາກປີ 2017 

ເພື່ອແນໃສ່ຈຸດປະສົງຮຽກຮ້ອງວົງຄະນະຍາດຮ່ວມແຮງຮ່ວມໃຈເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິສີສົ້ມ ແລະ ຄົນພິການເນື່ອງໃນໂອກາດວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິສີສົ້ມ-ວັນທີ 10 ສິງຫາ, ຕອນເຊົ້າວັນທີ 5 ສິງຫາ, ສະພາກາແດງນະຄອນໂຮ່ຈິມິນ ໄດ້ສົມທົບກັບສູນໂທລະພາບຫວຽດນາມຢູ່ນະຄອນໂຮ່ຈິມິນ ຈັດລາຍການຍ່າງເພື່ອຜູ້ປະສົບເຄາະຮ້າຍຈາກທາດພິສີສົ້ມ ແລະ ຄົນພິການທີ່ທຸກຍາກປີ 2017. ປີນີ້, ລາຍການຍ່າງເພື່ອຜູ້ປະສົບເຄາະຮ້າຍຈາກທາດພິສີສົ້ມ ແລະ ຄົນພິການທີ່ທຸກຍາກ ໄດ້ດຶງດູດ 5 ພັນຄົນເຂົ້າຮ່ວມ. ລາຍການໄດ້ຮຽກຮ້ອງໃຫ້ທຸກໆຄົນຈົ່ງຮ່ວມແຮງຮ່ວມໃຈ, ເບິ່ງແຍງດູແລສຸຂະພາບ, ປົວແປງເງຶ່ອນໄຂແຫ່ງຊີວິດໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິສີສົ້ມ, ຄົນພິການທີ່ທຸກຍາກ.

 

ຕອບກັບ

ຂ່າວ/ບົດ​ອື່ນ