(VOVWORLD) -ການລົງທຶນນັບມື້ນັບເພີ່ມຂຶ້ນ, ໄພເງິນເຟີ້ໄດ້ຮັບການຄວບຄຸມ ແລະ ບັນດາເງື່ອນໄຂດ້ານການເງິນ, ເງິນຕາເໝາະສົມ ເຊິ່ງຄາດຄະເນຈະຊຸກຍູ້ການບໍລິໂພກພາຍໃນປະເທດ, ຍູ້ແຮງການຟື້ນຟູເສດຖະກິດຂອງປີ 2022
ທ່ານ Andrew Jeffries ຜູ້ອຳນວຍການແຫ່ງຊາດ ADB ປະຈຳ ຫວຽດນາມ ຕີລາຄາສູງເສດຖະກິດ ຫວຽດນາມ (ພາບ: VGP) |
ວັນທີ 21 ກັນຍາ, ທະນາຄາດພັດທະນາອາຊີ (ADB) ໄດ້ປະກາດບົດລາຍງານອັບເດດສະພາບການພັດທະນາເສດຖະກິດ ຫວຽດນາມ, ໃນນັ້ນ, ADB ໄດ້ຮັກສາການຕີລາຄາແງ່ຫວັງເສດຖະກິດ ຫວຽດນາມ, ດ້ວຍການເຕີບໂຕລວມຍອດຜະລິດຕະພັນພາຍໃນປະເທດ (GDP) ເພີ່ມຂຶ້ນ 6,5% ໃນປີ 2022 ແລະ 6,7%ໃນປີ 2023. ລະດັບເງິນເຟີ້ແມ່ນ 3,8% ແລະ 4%. ທ່ານ Andrew Jeffries ຜູ້ອຳນວຍການແຫ່ງຊາດ ADB ປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:
ພື້ນຖານເສດຖະກິດ ຫວຽດນາມ ໄດ້ຟື້ນຟູໄວກ່ວາການຄາດຄະເນ ໃນ 6 ເດືອນຕົ້ນປີ 2022 ແລະ ຈະສືບຕໍ່ມີການເຕີບໂຕໃນສະພາບການໂລກ ມີສິ່ງທ້າທາຍຫຼາຍຢ່າງ. ເສດຖະກິດຟື້ນຟູມີສະຖຽນລະພາບ ຍ້ອນບັນດາຄວາມດູນດ່ຽງເສດຖະກິດແຮງ, ເຊິ່ງໄດ້ຮັບການໜູນຊ່ວຍຈາກການຟື້ນຟູໄວກ່ວາການຄາດຄະເນຂອງຂະແໜງຜະລິດປຸງແຕ່ງ, ປະດິດສ້າງ ແລະ ການບໍລິການ.
ຢາກເຮັດໃຫ້ແຈ້ງບັນດາປັດໄຈຊ່ວຍຟື້ນຟູພື້ນຖານເສດຖະກິດຫວຽດນາມ ໂດຍໄວໃນປີ 2022, ຕາມທ່ານ Andrew Jeffries ແລ້ວ, ການລົງທຶນນັບມື້ນັບເພີ່ມຂຶ້ນ, ໄພເງິນເຟີ້ໄດ້ຮັບການຄວບຄຸມ ແລະ ບັນດາເງື່ອນໄຂດ້ານການເງິນ, ເງິນຕາເໝາະສົມ ເຊິ່ງຄາດຄະເນຈະຊຸກຍູ້ການບໍລິໂພກພາຍໃນປະເທດ, ຍູ້ແຮງການຟື້ນຟູເສດຖະກິດຂອງປີ 2022. ໄປຄຽງຄູ່ກັບແງ່ຫວັງທີ່ຕັ້ງໜ້າ ແລະ ເສດຖະກິດ ຫວຽດນາມ ພວມມີການເຄື່ອນໄຫວເປັນຢ່າງດີບໍສົມຄວນ ໃນສະພາບການເສດຖະກິດທົ່ວໂລກຂາດສະຖຽນລະພາບຫຼາຍຢ່າງ, ທ່ານ Andrew Jeffries ຕັກເຕືອນວ່າ, ບົດລາຍງານຂອງ ADB ເນັ້ນໜັກເຖິງບັນດາຄວາມສ່ຽງດ້ວຍແງ່ຫວັງເສດຖະກິດ ຫວຽດນາມ ຍັງຢູ່ໃນລະດັບສູງ.