(vovworld) - ບັນດາບຸກຄົນຖືກສົງໄສວ່າແມ່ນພວກກໍການຮ້າຍ Al Qaeda ໄດ້ສັງຫານພົນທະຫານ Yemen 5 ຄົນ ໃນວັນທີ 11 ສິງຫາ ໃນການບຸກໂຈມຕີແນໃສ່ກຳລັງປ້ອງກັນໂຮງງານສົ່ງອອກນ້ຳມັນອາຍແກດແຫ່ງໜຶ່ງຂອງປະເທດນີ້. ບັນດາມືປືນໄດ້ບຸກເຂົ້າດ່ານກວດກາຂອງໂຮງງານ Balhaf ຢູ່ແຂວງທາງພາກໃຕ້ Shabwa, ສັງຫານພາລະກອນປ້ອງກັນ 1 ຄົນ ແລະ ຫຼັງຈາກນັ້ນໄດ້ແຊກຊຶມເຂົ້າບ່ອນທີ່ພົນທະຫານພວມພັກຜ່ອນ ແລະ ສັງຫານເຂົາເຈົ້າ. ໃນອາທິດກ່ອນ, ໂຄສົກຂອງລັດຖະບານ Yemen ໃຫ້ຮູ້ວ່າ ຮາກຖານອາຍແກດ Balhaf ມີມູນຄ່າ 4,5 ຕຶ້ USD, ແມ່ນໜຶ່ງໃນຈຳນວນຮາກຖານພະລັງງານ 2 ແຫ່ງເຊິ່ງນອນໃນແຜນການບຸກໂຈມຕີຂອງພວກກໍການຮ້າຍ Al Qaeda. ກ່ອນໜ້ານັ້ນ, ວັນທີ 8 ສິງຫາ, ລັດຖະບານ Yemen ຖະແຫຼງວ່າ ໄດ້ສະກັດກັ້ນກົນອຸບາຍຂອງ Al Qaeda ບຸກໂຈມຕີແນໃສ່ຮາກຖານນ້ຳມັນຂອງ ການາດາ ຢູ່ຝັ່ງທະເລ ອາຣັບ ເພື່ອຈັບຕົວພະລະກອນທັງໝົດ, ໃນນັ້ນມີພົນລະເມືອງບັນດາປະເທດຝ່າຍຕາເວັນຕົກຫຼາຍຄົນ ເປັນຕົວປະກັນ.