ທ່ານ Denis Zvizdic ນາຍົກລັດຖະມົນຕີ Bosnia-Herzegovina
ພາບ:baomoi.com
|
(vovworld) – ຫວຽດນາມ ຖືເປັນສຳຄັນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ Bosnia ແລະ Herzegovina. ເຖິງວ່າປະຈຸບັນການແລກປ່ຽນເສດຖະກິດ, ການຄ້າລະຫວ່າງ 2 ປະເທດຍັງຈຳກັດຢູ່, ແຕ່ວ່າມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ນັ້ນແມ່ນຄວາມເຫັນຂອງທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ Bosnia ແລະ Herzegovina ຫງວຽນແທງຕ໋ວນ ເມື່ອຍື່ນສານຕາຕັ້ງເຖິງທ່ານ Mladen Ivanic, ປະທານສະພາປະທານາທິບໍດີ Bosnia ແລະ Herzegovina, ຫວ່າງແລ້ວນີ້. ສ່ວນທ່ານ Mladen Ivanic ຖືວ່າ: ປະຈຸບັນ Bosnia ແລະ Herzegovina ພວມຍູ້ແຮງວິວັດທະນາການເຊື່ອມໂຍງ, ສະນັ້ນບັນດາຜົນງານແຫ່ງການພັດທະນາຂອງ ຫວຽດນາມ 40 ປີພາຍຫຼັງສົງຄາມ ແມ່ນບົດຮຽນອັນລ້ຳຄ່າໃຫ້ Bosnia ແລະ Herzegovina