Enerexpo Vietnam 2012 ຈະດຳເນີນຢູ່ ຮ່າໂນ້ຍ
ພາບປະກອບ
|
( vovworld ) – ງານວາງສະແດງສາກົນຄັ້ງທີ 2 ກ່ຽວກັບບັນດາມາດຕະການນຳໃຊ້ພະລັງງານຄືນໃໝ່ ແລະ ແຈກຢາຍ (Enerexpo Vietnam 2012) ໂດຍກົມຂໍ້ມູນຂ່າວສານວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ສົມທົບກັບອົງການ IMAG ຂຶ້ນກັບກຸ່ມບໍລິສັດ Messe Munchen ປະເທດເຢຍລະມັນ ຈັດຕັ້ງຂຶ້ນ ຈະດຳເນີນແຕ່ວັນທີ 21-23/3/2012 ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ການປະຊຸມຂ່າວເມື່ອຕອນເຊົ້າວັນທີ 19/3 ຢູ່ຮ່າໂນ້ຍ, ທ່ານ Nikolaus Wollmann ຮອງຜູ້ອຳນວຍການຄຸ້ມຄອງ IMAG ໃຫ້ຮູ້ວ່າ: “ປະຈຸບັນ, ມີປະມານ 30 ບໍລິສັດທີ່ມາຈາກ 11 ປະເທດຈະເຂົ້າຮ່ວມການວາງສະແດງບັນດາເຕັກໂນໂລຊີ ຜະລິດຕະພັນຂອງປະເທດຕົນ ທີ່ງານວາງສະແດງຄັ້ງນີ້ ໃນເນື້ອທີ່ວາງສະແດງ 1500 ມ2. ທີ່ງານວາງສະແດງ, ພວກເຮົາຈະເຫັນບັນດາບໍລິສັດທີ່ມີຊື່ສຽງອັນດັບຕົ້ນໃນຂົງເຂດນຳໃຊ້ພະລັງງານຄືນໃໝ່ຄື: ບໍລິສັດ Anvantis, ບໍລິສັດ Centrothern, ບໍລິສັດ Schott solar ແລະ ບໍລິສັດຈຳນວນໜື່ງໄດ້ຮັບການໜູນຊ່ວຍຈາກລັດຖະບານ ເຢຍລະມັນ ເພື່ອມາຫວຽດນາມ ແນະນຳ ແລະ ວາງສະແດງບັນດາເຕັກໂນໂລຊີຫລ້າສຸດຂອງເຂົາເຈົ້າ“.