(vovworld) - ພາຍຫຼັງເຮັດວຽກມາເປັນເວລາ 2 ວັນ, ຕອນບ່າຍວັນທີ 24/07, ກອງປະຊຸມລັດຖະມົນຕີການເງິນແລະຜູ້ວ່າການທະນາຄານກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (G20) ໄດ້ອັດລົງ ຢູ່ ຊືຈວານ, ແຂວງ ເຈິງຕຸ, ປະເທດຈີນ, ດ້ວຍການອອກຖະແຫຼງການຮ່ວມ, ໃນນັ້ນໄດ້ຫວນຄືນຄຳໝັ້ນສັນຍານຳໃຊ້ເຄື່ອງມືນະໂຍບາຍທັງໝົດເພື່ອໜູນຊ່ວຍ ແລະ ຊຸກຍູ້ການເຕີບໂຕທົ່ວໂລກ. ໃນຖະແຫຼງການຮ່ວມ, ບັນດາປະເທດສະມາຊິກ G20, ໃນນັ້ນມີອາເມລິກາ, ຈີນ, ອັງກິດ ແລະ ເຢຍລະມັນ ໄດ້ຍອມຮັບ ວິວັດທະການຟື້ນຟູເສດຖະກິດທົ່ວໂລກຍັງຄົງສືບຕໍ່, ແຕ່ອ່ອນແອກວ່າຄວາມມຸ່ງຫວັງ. ຖະແຫຼງການໃຫ້ຂໍ້ສັງເກດວ່າ, ເລື່ອງອັງກິດ ອອກຈາກສະຫະພາບເອີລົບ (EU), ຫຼື ເອີ້ນວ່າ Brexit, ໄດ້ວາງອອກບັນດາໄພສຳລັບພື້ນຖານເສດຖະກິດໂລກ, ກ່ອນອື່ນໝົດແມ່ນສ້າງຄວາມຂາດສະຖຽນລະພາບໃຫ້ພື້ນຖານເສດຖະກິດ, ແຕ່ບັນດາປະເທດສະມາຊິກ G 20 ໄດ້ພ້ອມແລ້ວທີ່ຈະເປັນເຈົ້າການຮັບມືກັບບັນດາຜົນກະທົບດ້ານການເງິນ ແລະ ເສດຖະກິດໂດຍ Brexit ກໍຂຶ້ນ.