(vovworld) – ພາຍຫຼັງດຳເນີນກອງປະຊຸມຢູ່ນະຄອນຫຼວງ Ankara, ປະເທດຕວກກີ, ເປັນເວລາ 2 ວັນ, ວັນທີ 05/09, ບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນອັນດັບໜຶ່ງຂອງໂລກ (G20) ໄດ້ອອກຖະແຫຼງການຮ່ວມ, ໃນນັ້ນໃຫ້ຄຳໝັ້ນສັນຍາກະທຳຢ່າງເດັດຂາດ ເພື່ອຊຸກຍູ້ການເຕີບໂຕດ້ານເສດຖະກິດທົ່ວໂລກ ແລະ ມານະພະຍາຍາມສະກັດກັ້ນການກະທຳດ້ານເງິນຕາ ທີ່ກໍຜົນສະທ້ອນອັນຫຍໍ້ທ້ໍ ພາຍຫຼັງຈີນ ດັດປັບອັດຕາເງິນຢວນ ເມື່ອເດືອນ 08 ຜ່ານມາ. G 20 ຍົກອອກຄຳໝັ້ນສັນຍາບໍ່ຈັດວາງບັນດາມາດຕະການດັດປັບເງິນຕາ ທີ່ນຳມາເຊິ່ງທ່າແຮງບໍ່ຍຸຕິທຳໃຫ້ການເຄື່ອນໄຫວສົ່ງອອກພາຍໃນປະເທດ, ພ້ອມທັງເນັ້ນໜັກວ່າ ຈະມີການເຄື່ອນໄຫວຢ່າງຂ້ຽວຂາດເພື່ອຊຸກຍູ້ການຟື້ນຟູເສດຖະກິດ, ພອມທັງເຊື່ອໝັ້ນວ່າເສດຖະກິດທົ່ວໂລກຈະຍາດໄດ້ທ່າເຕີບໂຕຄືນໃໝ່.