IS ຫຼອກຈັບຕົວເດັກນ້ອຍຫຼາຍຄົນ
(ພາບ: IBTimes)
|
(vovworld) – ຕາມນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ຕາເວັນອອກກາງ, ວັນທີ 11/4, ບັນດາມືປືນຂອງອົງການ “ລັດອິດສະລາມ” (IS) ອ້າງຊື່ເອງ ໄດ້ຫລອກຈັບຕົວນັກຮຽນ 120 ຄົນຢູ່ບັນດາເມືອງທາງພາກໃຕ້ ແລະ ພາກຕາເວັນຕົກນະຄອນ Mosul ຂອງ ອີຣັກ, ເມື່ອບັນດາທະຫານກະບົດສືບຕໍ່ການກະທຳມ້າງທຳລາຍຢູ່ບັນດາເຂດພາຍໃຕ້ການຄວບຄຸມຂອງພວກມັນຄວບຄຸມ. ປະຈຸບັນ, ບໍ່ທັນຮູ້ບ່ອນກັກຂັງ ກໍ່ຄືຊາຕາກຳຂອງບັນດານັກຮຽນຜູ້ຖືກຫລອກຈັບຕົວເທື່ອ. ໃນຂະນະນັ້ນ, ເຈົ້າໜ້າທີ່ພັກປະຊາທິປະໄຕຊາວ Kurk (KDP) ເວົ້າວ່າ: ບັນດາທະຫານກະບົດ IS ໄດ້ເຂັ່ນຂ້າສະມາຊິກຂອງພັກນີ້ຢູ່ Mosul 21 ຄົນ. ບັນດາມືປືນ IS ໄດ້ກໍ່ຫຼາຍໂທດກຳເພື່ອແນໃສ່ຊາວອິດສະລາມ ນິກາຍ ຊີອະ, ຊັນນີ, ຊາວ Kurk ແລະ ບັນດາຜູ້ເຊື່ອຖືສາສະໜາຂ່າວປະເສີດ.