NATOປຶກສາຫາລືກ່ຽວກັບສະພາບການເຄັ່ງຕຶງຢູ່ຕວກກີ
ບັນດາຜູ້ແທນເຂົ້າຮ່ວມການປຶກສາຫາລື
ພາບ:vietnamplus.vn
|
(vovworld)- ວັນທີ 28/7, ທ່ານ Jens Stoltenberg, ເລຂາທິການໃຫຍ່ ອົງການ NATO ໃຫ້ຮູ້ວ່າ: NATO ດຳເນີນການປຶກສາຫາລືກ່ຽວກັບສະພາບການເຄັ່ງຕຶງຢູ່ ຕວກກີ ພາຍຫລັງເຫດບຸກໂຈມຕີກໍ່ການຮ້າຍທີ່ເກີດຂຶ້ນຢູ່ປະເທດນີ້ໃນໄລຍະມໍ່ໆມານີ້. ສະພາ NATOໄດ້ຈັດການປະຊຸມຕາມຂໍ້ສະເຫນີຂອງ ຕວກກີ ເພື່ອດຳເນີນການປຶກສາຫາລືກ່ຽວກັບສະພາບການໃຊ້ຄວາມຮຸນແຮງທີ່ເພີິ່ມຂຶ້ນ ລະຫວ່າງ Ankara ກັບກຳລັງ ລັດອິດສະລາມ IS ແລະ ບັນດາມືປືນ ຂຶ້ນກັບພັກກຳມະກອນ ຊາວ ເຄຼິດສ. ແຈ້ງການຫລັງການປະຊຸມໃຫ້ຮູ້ວ່າ: ຕວກກີ ໄດ້ສະເຫນີຈັດຕັ້ງການປະຊຸມວິສາມັນດັ່ງກ່າວ ຍ້ອນສະພາບການເຄັ່ງຮ້ອນພາຍຫລັງເກີດບັນດາການບຸກໂຈມຕີນອງເລືອດພາຍໃນປະເທດໃນຊຸມມື້ມໍ່ໆມານີ້ ພ້ອມທັງປະກາດຕໍ່ພັນທະມິດກ່ຽວກັບບັນດາມາດຕະການ ຊື່ງ Ankara ພວມຜັນຂະຫຍາຍເພື່ອຕ້ານການກໍ່ການຮ້າຍ.