Viettel ແນະ​ນຳ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ​ຂອງ ຫວຽດ​ນາມ ໃນ​ງານ​ວາງ​ສະ​ແດງ ໂທ​ລະ​ສັບ​ມື​ຖື​ໃຫຍ່​ສຸດ​ໃນ​ໂລກ

(VOVWORLD) - Viettel ໄດ້ແນະນຳລະບົບນິເວດລວມມີ 24 ຜະລິດຕະພັນ ແລະ ການບໍລິການ ໂດຍຖັນແຖວນັກວິສະວະກອນ ຫວຽດນາມ ຄົ້ນຄວ້າ, ພັດທະນາ ແລະ ເປັນເຈົ້າຂອງທັງໝົດ.

Viettel ແນະ​ນຳ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ​ຂອງ ຫວຽດ​ນາມ ໃນ​ງານ​ວາງ​ສະ​ແດງ ໂທ​ລະ​ສັບ​ມື​ຖື​ໃຫຍ່​ສຸດ​ໃນ​ໂລກ - ảnh 1ຮ້ານວາງສະແດງຂອງ Viettel (ພາບ: Viettel)

ໃນງານວາງສະແດງໂທລະສັບມືຖືໂລກ (Mobile World Congress - MWC) 2026  ພວມດຳເນີນຢູ່ Barcelona, ແອັດສະປາຍ (2 – 5 ມີນາ), ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມກອງທັບ Viettel ແມ່ນຫົວໜ່ວຍໜຶ່ງດຽວຂອງ ຫວຽດນາມ ທີ່ມີງານຮ້ານວາງສະແດງເຕັກໂນໂລຢີ. ດ້ວຍຫົວຂໍ້ “The IQ Era - ສັງກາດພຸມປັນຍາ”, MWC Barcelona 2026 ເຕົ້າໂຮມບັນດາກຸ່ມບໍລິສັດເຕັກໂນໂລຢີແຖວໜ້າທີ່ມາຈາກກວ່າ 200 ປະເທດ ແລະ ເຂດແຄວ້ນ. ໃນເຫດການປີນີ້, Viettel ໄດ້ແນະນຳລະບົບນິເວດລວມມີ 24 ຜະລິດຕະພັນ ແລະ ການບໍລິການ ໂດຍຖັນແຖວນັກວິສະວະກອນ ຫວຽດນາມ ຄົ້ນຄວ້າ, ພັດທະນາ ແລະ ເປັນເຈົ້າຂອງທັງໝົດ.

Viettel ແນະ​ນຳ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ​ຂອງ ຫວຽດ​ນາມ ໃນ​ງານ​ວາງ​ສະ​ແດງ ໂທ​ລະ​ສັບ​ມື​ຖື​ໃຫຍ່​ສຸດ​ໃນ​ໂລກ - ảnh 2ບັນດາຜະລິດຕະພັນຂອງ Viettel ໄດ້ແນະນຳໃນງານວາງສະແດງ (ພາບ: Viettel)

        ຢູ່ນອກງານວາງສະແດງ, Viettel ຄາດຄະເນຈະລົງນາມໃນບັນດາຂໍ້ຕົກລົງຮ່ວມມືສຳຄັນກັບບັນດາກຸ່ມບໍລິສັດເຕັກໂນໂລຢີທົ່ວໂລກ, ເຊັ່ນ: Qualcomm, Cisco, Nokia, ເປີດກວ້າງການຮ່ວມມືໃນຂົງເຂດ 5G Advanced, 6G, AI ແລະ ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ.

ຕອບກັບ

ຂ່າວ/ບົດ​ອື່ນ