WBເອົາໃຈໃສ່ເຖິງບັນດາໂຄງການຊີວິດການເປັນຢູ່ຂອງປະຊາຊົນຢູ່ດ້ຽນບຽນ
ສ່ວນໜຶ່ງຂອງແຂວງ ດ້ຽນບຽນ
(ພາບປະກອບ)
(vovworld) – ວັນທີ 22/3, ທີ່ການເຮັດວຽກລະຫວ່າງການນຳແຂວງ ດ້ຽນບຽນ ກັບລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ຫງວຽນມິງກວາງ, ທະນາຄານໂລກ WB ປະຈຳ ຫວຽດນາມ, ການນຳແຂວງ ດ້ຽນບຽນ ໄດ້ເນັ້ນໜັກວ່າ: ວຽກງານຄຸ້ມຄອງລັດ ກ່ຽວກັບຊັບພະຍາກອນ ແລະ ສິ່ງແວດລ້ອມໃນບໍລິເວນແຂວງ ໄດ້ຮັບຄວາມເອົາໃຈໃສ່, ຊີ້ນຳຢ່າງຕັ້ງໜ້າຈາກການນຳແຂວງ ດ້ຽນບຽນ ຜ່ານການຈັດຕັ້ງລາຍການເຄື່ອນໄຫວປະຕິບັດ, ລະອຽດໃນຂົງເຂດຕ່າງໆຄື: ທີ່ດິນ, ວັດແທກແຜນທີ່, ຊັບພະຍາກອນນ້ຳ... ການນຳແຂວງ ດ້ຽນບຽນ ກໍ່ຢືນຢັນວ່າ: ໃນໄລຍະຜ່ານມາ, ໂດຍໄດ້ຮັບຄວາມເອົາໃຈໃສ່ຢ່າງຕັ້ງໜ້າຈາກບັນດາແຫຼ່ງລົງທຶນ, ແຫຼ່ງທຶນກູ້ຢືມຂອງ WB, ແຂວງ ດ້ຽນບຽນໄດ້ຜັນຂະຫຍາຍການປະຕິບັດບັນດາໂຄງການປັງປຸງ, ຍົກລະດັບລະບົບພື້ນຖານໂຄງລ່າງຄົມມະນາຄົມ, ຕາລ່າງໄຟຟ້າເຂດຊົນນະບົດໃນບໍລິເວນແຂວງ, ລະອຽດຄື: ໂຄງການພະລັງງານຊົນນະບົດ, ໂຄງການກໍ່ສ້າງທາງຄົມມະນາຄົມຊົນນະບົດ, ໂຄງການຫລຸດຜ່ອນຄວາມທຸກຍາກ, ໂຄງການຍົກລະດັບນະຄອນ ດ້ຽນບຽນຝູ ຂຶ້ນກັບ “ໂຄງການຕົວເມືອງເຂດພູດອຍທາງພາກເໜືອ”... ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງ Victoria Kwakwa, ຜູ້ອຳນວຍການທະນາຄານໂລກປະຈຳ ຫວຽດນາມ ໃຫ້ຮູ້ວ່າ: WB ຈະເອົາໃຈໃສ່ເຖິງບັນດາຂໍ້ສະເໜີຂອງແຂວງ ດ້ຽນບຽນ, ພິຈາລະນາເພື່ອເພີ່ມເຕີມແຫຼ່ງເງິນລົງທຶນໃຫ້ບັນດາໂຄງການພວມຜັນຂະຫຍາຍ, ສືບຕໍ່ເອົາໃຈໃສ່ເຖິງເລື່ອງຍົກສູງນະໂຍບາຍຫລຸດຜ່ອນຄວາມທຸກຍາກ, ໂຄງການພະລັງງານເຂດຊົນນະບົດ, ບັນຫາສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດໃນບໍລິເວນແຂວງ.