ຄົ້ນຫາປ່າຄາມ ຈ່າຊື ໃນແຂວງ ອານຢາງ.

(VOVWORLD) -ໃນລະບົບເຂດປ່າພິເສດສະເພາະຂອງ ຫວຽດນາມ, ປ່າຄາມ ຈ່າຊື ຂຶ້ນກັບຕາແສງ ອານກື ແຂງ ອານຢາງ ຫ່າງຈາກຊາຍແດນ ຫວຽດນາມ - ກຳປູເຈຍ ປະມານ 10 ກິໂລແມັດ ໄປທາງທິດຕາເວັນຕົກ. ນີ້ແມ່ນໜຶ່ງໃນບັນດາປ່າຄາມຊາຍເລນໃຫຍ່ກວ່າໝູ່ ແລະ ງາມທີ່ສຸດຢູ່ ຫວຽດນາມ ເຊິ່ງພົ້ນເດັ່ນຂຶ້ນແມ່ນລະບົບນິເວດທີ່ອຸດົມສົມບູນຫຼາຍຮູບຫຼາຍສີ ແມ່ນສະຖານທີ່ທ່ອງທ່ຽວທຳມະຊາດເປັນເອກະລັກ ຢູ່ເຂດທາງທິດຕາເວັນຕົກພາກໃຕ້. 
ຄົ້ນຫາປ່າຄາມ ຈ່າຊື ໃນແຂວງ ອານຢາງ. - ảnh 1ແຈໜຶ່ງໃນປ່າຄາມ ຈ່າຊື

     ປ່າຄາມ ຈ່າຊື ໄດ້ຮັບການຮັບຮອງແມ່ນເຂດປ້ອງກັນທັດຊະນີຍະພາບປີ 2005. ເຂດປ່ານີ້ມີບົດບາດສຳຄັນ ໄດ້ຮັບການອະນຸລັກ ແລະ ພັດທະນາການທ່ອງທ່ຽວຊີວະພາບ ດ້ວຍເຂດແກນກາງ 845 ເຮັກຕາ ແລະ ເຂດເຊື່ອມຕໍ່ຫຼາຍກ່າວ1.100 ເຮັກຕາ. ປ່າຄາມ ຈ່າຊື ແມ່ນບ່ອນດຳລົງຊີວິດຂອງສັດ ພຶກສາຊາດນັບຮ້ອຍປະເພດໃນນັ້ນມີສັດສອງປະເພດຖືກຈົດຊື່ໃນປຶ້ມແດງຂອງ ຫວຽດນາມ ນັ້ນແມ່ນ ນົກຍາງອິນເດຍ ແລ ນົກຍາງຄໍງູ

     ປ່າຄາມ ຈ່າຊື ໄດ້ສ້າງສອງສິຖີຕິ ຫວຽດນາມ ໃນເດືອນ ມັງກອນ ປີ 2020 ນັ້ນແມ່ນປ່າຄາມງາມ ແລະ ລືຊື່ທີ່ສຸດຢູ່ ຫວຽດນາມ ເພື່ອການທ່ອງທ່ຽວກ້າວເຂົ້າສູ່ລະດູນ້ຳຖ້ວມ ແລະ ຂົວໄມ້ໄຜ່ໃນປ່າຄາມຍາວທີ່ສຸດຢູ່ ຫວຽດນາມ ປະມານ ກວ່າ 10 ກິໂລແມັດ. ນາງ ຈຸກລີ ຜູ້ນຳ ທ່ຽວເຂດທ່ອງທ່ຽວປ່າຄາມ ຈ່າຊື ໃຫ້ຮູ້ວ່າ:

 “ປ່າຄາມ ຈ່າຊື ໄດ້ສ້າງສອງສະຖີຕິ ຫວຽດນາມ. ປ່າຄາມ ຈ່າຊື ມີນົກ 70 ຊະນິດ ຕົ້ນຕໍແມ່ນນົກຍາງຊະນິດຕ່າງ. ມີສອງການບໍລິການພາຍເຮືອ ແລະ ຂີ່ເຮືອຈັກ. ເດີນທາງໃນຕອນເຊົ້າເວລາແຕ່ 7 ໂມງ ຫາ 9 ໂມງ ກໍ່ພົບນົກ ແລະ ນົກຍາງຫຼາຍໂຕ ຍ້ອນວ່ານີ້ແມ່ນເວລາທີ່ນົກໄປຫາກິນ. ສ່ວນຕອນແລງແຕ່ 16 ໂມງ ຫາ 17 ໂມງ ກໍ່ມີນົກຫຼາຍໂຕບິນກັບເມືອຮັງ”.

ເດີນຜ່ານປະຕູໂຂງເຂົ້າໄປປ່າຄາມ ຈ່າຊື ແມ່ນຂົວ ຈ່າຊື, ຢູ່ອ້ອມແອ້ມແມ່ນບັນດາສວນດອກໄມ້ຕົ້ນໄມ້ປະດັບທີ່ເປັນເອກະລັກສວຍງາມ. ຂົວໄມ້ໄຜ່ຂ້າມປ່າຄາມ ຈ່າຊື ຍາວກວ່າ 10 ກິໂລແມັດ ຖືກເປີດໃຊ້ການເມື່ອປີ 2020. ຢູ່ລຽບຕາມຂົວໄມ້ໄຜ່ ກໍ່ຕັ້ງຫຼາຍຕູບເພື່ອພັກຜ່ອນ. ຂົວໄມ້ໄຜ່ຈະພາແຂກທ່ອງທ່ຽວໄປສູ່ທ່າເຮືອຈັກ ແລະ ຢູ່ທີ່ນີ້ແຂກທ່ອງທ່ຽວສາມາດເລືອກເອົາການບໍລິການ ພາຍເຮືອ ຫຼື ຂີ່ເຮືອຈັກເພື່ອຢ້ຽມຊົມປ່າຄາມ  

     ຂີ້ເຮືອຜ່ານລຳຄອງຮ່ອງນ້ຳ, ເຮືອຈະພາແຂກທ່ອງທ່ຽວເຂົ້າເລິກໃນປ່າຄາມ. ນາງ ເລທິນ່າງ ຜູ້ພາຍເຮືອພາແຂກທ່ອງທ່ຽວໄປຢ້ຽມຊົມຢູ່ປ່າຄາມ ຈ່າຊື່ ໃຫ້ຮູ້ວ່າ:

“ເຮືອກໍ່ແລ່ນຮອບໜຶ່ງ, ຖ້າຫາກພາຍເຮືອກໍ່ຕ້ອງບັນທຸກແຂກທ່ອງທ່ຽວໄດ້ 4 ຄົນ. ມື້ໜຶ່ງກໍ່ມີແຂກຫຼາຍຄົນມາລໍຖ້າແຕ່ 6 ຫາ 7 ຖ້ຽວຕໍ່ວັນ. ສຳລັບວັນເສົາ ແລະ ວັນທິດ ກໍ່ມີແຂກມາຫຼວງຫຼາຍ. ແຂກທ່ອງທ່ຽວຕ່າງປະເທດກໍ່ມີແຂກ ຝຣັ່ງ, ອາເມລິກາ, ອັງກິດ ພ້ອມທັງມີແຂກຢູ່ພາຍໃນປະເທດອີກດ້ວຍ”.

     ຢູ່ໃກ້ທ່າເຮືອ, ແຂກທ່ອງທ່ຽວຈະພົບເຫັນເຮືອນລ້ຽງນົກກາງແກຫຼາຍຫຼັງ. ຢູ່ແຫ່ງນີ້ມີແຂກທ່ອງທ່ຽວຫຼາຍຄົນມາຖ່າຍຮູບທີ່ລະນຶກ. ມີບ່າວສາວຫຼາຍຄູ່ໄດ້ເລືອກເອົາສະຖານທີ່ແຫ່ງນີ້ ເພື່ອຖ່າຍຮູບງານດອງ. ພິເສດແຂກທ່ອງທ່ຽວສາມາດຂຶ້ນຫໍສັງເກດເພື່ອຮັບຊົມທັດຊະນີຍະພາບປ່າຄາມ ແລະ ທົ່ວທັງໝູ່ບ້ານຊາວເຜົ່າ ຂະແມ ດຳລົງຊີວິດຢູ່ໃກ້ປ່າ. ທ້າວ ແອນຣີໂກ ເອດີແກນ ແຂກທ່ອງທ່ຽວ ອີຕາລີ ເປີດເຜີຍວ່າ:

“ມານີ້, ຂ້າພະເຈົ້າຮູ້ສຶກເປັນໜ້າຈັບໃຈອີຫຼີ. ຂ້າພະເຈົ້າໄດ້ມາຢ້ຽມຊົມຖ້ຳປູ່ຫຼວງ, ອ່າວຮະລອງ ແຕ່ຂ້າພະເຈົ້າເຫັນວ່າ ຢູ່ແຫ່ງນີ້ງົດງາມທີ່ສຸດ. ວິທີອະນຸລັກທຳມະຊາດຢູ່ແຫ່ງນີ້ດີທີ່ສຸດ. ຢູ່ແຫ່ງນີ້ມີນົກຫຼາຍຊະນິດກໍ່ຄືລະບົບນິເວດປ່າດົງດິບທີ່ກວ້າງໃຫຍ່. ຖ້າຫາກມີໂອກາດມາ ຫວຽດນາມ ອີກ, ຂ້າພະເຈົ້າຈະແວ່ຢາມປ່າຄາມ ຈ່າຊື ຢ່າງແນ່ນອນ”.

     ປ່າຄາມ ຈ່າຊື ແມ່ນສະຖານທີ່ທ່ອງທ່ຽວດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ ເມື່ອມີໂອກາດມາຢາມແຂວງ ອານຢາງ. ຢູ່ແຫ່ງນີ້ກໍ່ກາຍເປັນສະຖານທີ່ທີ່ດີສຳລັບນັກຄົ້ນຄວ້າວິທະຍາສາດ ແລະ ບັນດາຜູ້ນິຍົມຄົ້ນຫາທຳມະຊາດຮົກເຮືອ.

ຕອບກັບ

ຂ່າວ/ບົດ​ອື່ນ