ທຸງອຸຍ ສະຖານທີ່ທ່ອງທ່ຽວຫາກໍ່ພົ້ນເດັ່ນຢູ່ແຂວງ ນິງບິ່ງ.
The Hung -  
(VOVWORLD) -ໃນທ່າມກາງເຂດພູຜາປ່າໄມ້ທີ່ສະຫຼັບສັບຊ້ອນຢູ່ດິນແດນເມືອງຫຼວງເກົ່າ ນິງບິ່ງ, ມີສະຖານທີ່ແຫ່ງໜຶ່ງພວມດຶງດູດຄວາມສົນໃຈຂອງແຂກທ່ອງທ່ຽວ ນັ້ນແມ່ນ ທຸງອຸຍ ມີຄວາມງາມທຳມະຊາດ ພ້ອມກັບລວງເລິກປະຫວັດສາດ ແລະ ຈິດວິນຍາ
ທຸງອຸຍ ປຽບເໝືອນຮູບພາບທີ່ງົດງາມ. ໜອງນ້ຳນອນຢູ່ຕີນພູ ດ້ວຍນ້ຳຂຽວໃສເຢັນ |
ໃນຊຸມວັນທຳອິດຂອງປີໃໝ່ ເມື່ອແຂວງ ນິງບິ່ງ ກ້າວເຂົ້າສູ່ລະດູການທ່ອງທ່ຽວ, ຂະບວນຄົນອວ່າຍໜ້າຊອກຫາສະຖານທີ່ທ່ອງທ່ຽວທີ່ລື້ງເຄີຍຄື ຈ່າງອານ, ຕາມກົກ - ບິກດົ້ງ ຫຼື ວັດບ໊າຍດິ໊ງ. ແຕ່ຫ່າງຈາກວັດບ໊າຍດິ໊ງ ປະມານສອງສາມກິໂລແມັດ ກໍ່ມີຮ່ອມພູທີ່ສະຫງົບງຽບ ພວມຄ່ອຍໆຫາຍເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ ນັ້ນແມ່ນ ທຸງອຸຍ ເຊິ່ງແມ່ນຮ່ອມພູຖືກອ້ອມຮອບໄປດ້ວຍພູຫີນປູນ ແລະ ໜອງນ້ຳຂຽວໃສເຢັນ ແລະ ບັນດາກິດຈະກຳຈິດວິນຍານທີ່ເກົ່າແກ່.
ຫຼຽວເບິ່ງຈາກບ່ອນສູງ, ທຸງອຸຍ ປຽບເໝືອນຮູບພາບທີ່ງົດງາມ. ໜອງນ້ຳນອນຢູ່ຕີນພູ ດ້ວຍນ້ຳຂຽວໃສເຢັນ ທາງຍ່າງຖືກປູດ້ວຍກະໂຣຫີນ, ຫຼັງຄາເຮືອນຮ້ານທີ່ລຽບງ່າຍ ແລະ ບັນດາກິດຈະກຳຄື ຫໍກິ໊ງທຽນ, ກິ໊ງເດັ້ຍ, ກິ໊ງເຍິນ ອັນໄດ້ສ້າງເປັນກຸ່ມສະຖາປັດຕະຍະກຳທີ່ກົມກຽວ. ທັດຊະນີຍະພາບນີ້ ເຮັດໃຫ້ຜູ້ຄົນທັງຫຼາຍຮູ້ສຶກເປັນສະຖານທີ່ສັກສິດ ແລະ ໃກ້ຊິດສະໜິດສະໜົມ. ຄວາມສັກສິດ ໄດ້ກຳເນີດມາຈາກລວງເລິກຂອງປະຫວັດສາດ ແລະ ປັດໄຈການເຫຼື້ອມໃສ, ສ່ວນຄວາມໃກ້ຊິດສະໜິດສະໜົມແມ່ນກຳເນີດມາຈາກຄວາມຮົກເຮື້ອ ແລະ ຄວາມສະຫງົບສຸກຂອງທິວທັດທຳມະຊາດ. ນາງ ຫວູຮ່ຽນ ຜູ້ນຳທ່ຽວຢູ່ເຂດວັດບ໊າຍດິ໊ງ ແຂວງ ນິງບິ່ງ ເປີດເຜີຍວ່າ:
“ຫໍບູຊາ ກິ໊ງທຽນຖືກບູລະນະປະຕິສັງຂອນ ເພື່ອຕັກເຕືອນພວກເຮົາຄຳນຶງເຖິງຊຸມວັນເດືອນປີ ທີ່ສະຫງ່າອົງອາດຂອງຊາດ ຫວຽດນາມ. ໃນພິທີກຳກໍ່ມີສາມພິທີ ນັ້ນແມ່ນພິທີບູຊາແດນສະຫວັນເຈົ້ົ້າຟ້າ, ເທວະດາຟ້າແຖນ ແລະ ເຈົ້າຖິ່ນເຈົ້າຖານ”.
ບໍ່ພຽງແຕ່ດຶງດູດໃຈ ດ້ວຍທັດຊະນີຍະພາບເທົ່ານັ້ນ, ທຸງອຸຍ ຍັງເປັນສະຖານທີ່ຄົ້ນຫາວັດທະນະທຳທ້ອງຖິ່ນ. ແຂກທ່ອງທ່ຽວສາມາດຮັບຊົມລາຍການສະແດງຄ້ອງ, ເຂົ້າຮ່ວມການຫຼີ້ນເກມພື້ນເມືອງຄື ເຕັ້ນສາບ, ໂຍນໝາກຄອນ ຫຼື ຊອກຮູ້ຊີວິດການເປັນຢູ່ຂອງຊາວເຜົ່າເມື່ອງຢູ່ທີ່ນີ້. ນາງ ໂຕຮົ່ງຍຸງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ເປີດເຜີຍວ່າ:
“ຄວາມດຶງດູດໃຈທີ່ສຸດສຳລັບຂ້າພະເຈົ້າກໍ່ແມ່ນທິວທັດທຳມະຊາດຢູ່ແຫ່ງນີ້ ແລະ ຂ້າພະເຈົ້າໄດ້ເຂົ້າຮ່ວມການເຄື່ອນໄຫວວັດທະນະທຳຂອງຊາເຜົ່າເມື່ອງ. ນີ້ແມ່ນການຄົ້ນຫາທີ່ເປັນເອກະລັກ”. ຕາມບັນດານັກຊ່ຽວຊານທ່ອງທ່ຽວແລ້ວ ການປາກົດມີບັນດາສະຖານທີ່ທ່ອງທ່ຽວໃໝ່ຄື ຮ່ອມພູ ທຸງອຸຍ ໄດ້ຊ່ວຍໃຫ້ຜະລິດຕະພັນທ່ອງທ່ຽວຂອງແຂວງ ນິງບິ່ງ ເພີ່ມຄວາມຫຼາກຫຼາຍສີສັນ. ທ່ານ ຫວູເຖບິ່ງ ປະທານສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:
“ດ້ວຍບັນດາຄຸນຄ່າລົງທຶນໃນປັດຈຸບັນ ແລະ ດ້ວຍບັນດາຊັບພະຍາກອນທີ່ມີຢູ່ແລ້ວ, ແນ່ນອນວ່າຮ່ອມພູ ທຸງອຸຍ ຈະເປັນສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນຂອງຂະແໜງທ່ອງທ່ຽວ ຫວຽດນາມ ໃນປີ 2026”.
ໃນສະພາບການທີ່ຂະແໜງທ່ອງທ່ຽວ ພວມມຸ່ງໄປສູ່ການຄົ້ນຫາຢ່າງເລິກເຊິ່ງ ແລະ ຍືນຍົງ, ບັນດາສະຖາທີ່ທ່ອງທ່ຽວຄື ທຸງອຸຍ ນັບມື້ໄດ້ຮັບຄວາມສົນໃຈ. ບໍ່ພຽງແຕ່ແມ່ນສະຖານທີ່ຢ້ຽມຊົມທັດສະນະສຶກສາເທົ່ານັ້ນ ນີ້ຍັງແມ່ນເຂດເພື່ອໃຫ້ແຂກທ່ອງທ່ຽວຊອກຫາຄວາມດຸ່ນດ່ຽງເຊື່ອມຕໍ່ກັບທຳມະຊາດ ແລະເຂົ້າໃຈກ່ຽວກັບປະຫວັດດິນແດນເມືອງຫຼວງເກົ່າກວ່າເກົ່າ. ແລະ ກໍ່ຍ້ອນການສົມທົບລະຫວ່າງຄວາມສັກສິດ ແລະ ເກົ່າແກ່ ແລະ ທຳມະຊາດເຫຼົ່ານີ້ ໄດ້ເຮັດໃຫ້ ທຸງອຸຍ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວໃໝ່ ເຕັມໄປດ້ວຍແງ່ຫວັງໃນແຜນທີ່ທ່ອງທ່ຽວ ນິງບິ່ງ ເວົ້າສະເພາະ ແລະ ຂອງ ຫວຽດນາມ ເວົ້າລວມ.
The Hung