(VOVWORLD) -ຖ້າຫາກຍັງບໍ່ທັນມີເງື່ອນໄຂຢ່າງພຽງພໍ ເພື່ອພິຊິດຈອມພູສູງສຸດ ຫວຽດນາມ ຟານຊີປັງ ແຕ່ຍັງຄົງຢາກຄົ້ນຫາສາຍພູ ຮວ່າງລຽນເຊີນນັ້ນ, ຕາວານກໍ່ແມ່ນການເລືອກເຟັ້ນທີ່ເໝາະສົມທີ່ສຸດ. ເສັ້ນທາງຜ່ານບັນດາສະຖານທີ່ຮົກເຮື້ອ, ຢ້ຽມຊົມທິວທັດທຳມະຊາດທີ່ງົດງາມແລະ ໄດ້ເຊື່ອມຕົວເຂົ້າກັບການດຳລົງຊີວິດຂອງພໍ່ແມ່ພີ່ນ້ອງບັນດາເຜົ່າ ຈະແມ່ນການຄົ້ນຫາທີ່ເປັນໜ້າຈັບໃຈສຳລັບແຂກທ່ອງທ່ຽວທັງຫຼາຍ
ເສັ້ນທາງຕອນຂ້າມປ່າໄມ້ໄຜ່ ຢ່າງຕາຈາຍ |
ເສັ້ນທາງຄົ້ນຫາໄປຕາມເນີນພູ ຮວ່າງລຽນເຊີນ ເຊິ່ງໄດ້ໂອບອ້ອມໝູ່ບ້ານຢູ່ຕີນພູດ້ວຍຄວາມຍາວ 12 ກິໂລແມັດ ຜ່ານບັນດາໝູ່ບ້ານນອນໃນເຂດຮ່ອມພູເມື່ອງຮວາ, ແຂກທ່ອງທ່ຽວສາມາດຍ່າງຕາມທາງພູໃນເວລາປະມານ 3 ຫາ 5 ຊົ່ວໂມງ. ຕາແສງ ຕາວານ ຫ່າງຈາກໃຈກາງ ຊາປາ ແຂວງ ລ່າວກາຍ ປະມານ 12 ກິໂລແມັດ. ນີ້ແມ່ນແຫ່ງດຳລົງຊີວິດຂອງຊາວເຜົ່າມົ້ງ, ເຜົ່າໄຢ໊ ແລະ ເຜົ່າຢ້າວແດງ. ໃນນັ້ນ ຕາວານ ແມ່ນໝູ່ບ້ານໄດ້ຮັບການເລືອກເຟັ້ນຈາກໜັງສືພິມຂອງ ຮົ່ງກົງ ແມ່ນໜຶ່ງໃນບັນດາ 6 ໝູ່ບ້ານ ງົດງາມທີ່ສຸດໃນອາຊີ ໃນເດືອນ ກໍລະກົດ ປີ 2025. ນາງ ເອເລນາ ແຂກທ່ອງທ່ຽວມາຈາກ ອີຕາລີ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າ ຫາກໍ່ມານີ້ໃນຕອນເຊົ້າ ແລະ ພວກຂ້າພະຈະເຈົ້າເດີນທາງອອກຈາກນີ້ໃນຕອນເຊົ້າມື້ອື່ນ. ພຽງແຕ່ຢູ່ ຊາປາ ມື້ໜຶ່ງເທົ່ານັ້ນ. ການເດີນທາງທ່ອງທ່ຽວນີ້ ກໍ່ເຫັນວ່າເສັ້ນທາງເປັນໜ້າຈັບໃຈທີ່ສຸດ”.
ຈ່າວໄມລາຍ ແມ່ນຊາວເຜົ່າຢ້າວແດງ, 3 ປີມານີ້ ລາຍ ໄດ້ເຮັດວຽກງານພາແຂກທ່ອງທ່ຽວໄປຄົ້ນຫາຢູ່ອ້ອມແອ້ມ ຕາວານ. ລາຍ ໃຫ້ຮູ້ວ່າ:
“ຖ້າຫາກແຂກທ່ອງທ່ຽວມານີ້ຢາກຄົ້ນຫາເຮົາກໍ່ພາແຂກທ່ອງທ່ຽວຂຶ້ນພູ. ໄປເດັດເອົາຕົ້ນຢາສະໝູນໄພ. ທັງນີ້ກໍ່ຊ່ວຍໃຫ້ແຂກທ່ອງທ່ຽວສາມາດເຂົ້າໃຈ ກ່ຽວກັບຊາວທ້ອງຖິ່ນດຳລົງຊີວິດຄືແນວໃດ”.
ເສັ້ນທາງແຄມພູຄົ້ນຫາ ຕາວານ ຈະສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວທັງຫຼາຍ ພິເສດເມື່ອຮອດລະດູເຂົ້າສຸກເຫຼືອງ, ແຂກທ່ອງທ່ຽວຈະໄດ້ຢ້ຽມຊົມທິວທັດທຳມະຊາດທີ່ງົດງາມຂອງເນື້ອທີ່ນາຂັ້ນໄດ. ມາຊີມ ແຂກທ່ອງທ່ຽວມາຈາກ ຝຣັ່ງ ໃຫ້ຮູ້ວ່າ:
“ການເດີນທາງຄົ້ນຫາເປັນໜ້າຈັບໃຈອີຫຼີ, ແຕ່ກໍ່ຕ້ອງການມີສຸຂະພາບແຂງແຮງຈຶ່ງສາມາດໄປໄດ້. ບໍ່ຄວນເອົາເຄື່ອງໂດຍສານທີ່ໜັກເກີນໄປໄປນຳ. ພາຍຫຼັງທີ່ໄດ້ພະຍາຍາມ, ຂ້າພະເຈົ້າສາມາດເຫັນທັດຊະນີຍະພາບທີ່ງົດງາມທີ່ສຸດ. ຊາວເອີລົບພວກຂ້າພະເຈົ້າກໍ່ຊົມຊອບເນື້ອທີ່ນາຂັ້ນໄດທີ່ສຸດ.“
ສະຖານທີ່ດູດດື່ມໃນເສັ້ນທາງກໍ່ແມ່ນຕອນຂ້າມປ່າໄມ້ໄຜ່ ຢ່າງຕາຈາຍ. ເລົາຣາ ແຂກທ່ອງທ່ຽວເອີລົບ ໃຫ້ຮູ້ວ່າ:
“ນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ສວຍງາມທີ່ສຸດ. ທຳມະຊາດສະຫງົບງຽບ ແລະ ຂ້າພະເຈົ້າຊົມຊອບແຫ່ງນີ້ທີ່ສຸດ. ນີ້ເປັນເທື່ອທຳອິດທີ່ຂ້າພະເຈົ້າໄດ້ມາທ່ຽວຢູ່ດິນແດນແຫ່ງນີ້ຂອງ ຫວຽດນາມ ແລະ ກໍ່ເປັນເທື່ອທຳອິດທີ່ຂ້າພະເຈົ້າມາ ຫວຽດນາມ ເຊິ່ງແມ່ນປະເທດງົດງາມທີ່ສຸດ.“
ເມື່ອລົງຮອດຕີນພູ, ແຂກທ່ອງທ່ຽວຈະຍ່າງຜ່ານບັນດາໝູ່ບ້ານ ເຊິ່ງຈະໄດ້ເຫັນກອງໄຟພວມລຸກໄໝ້ຢູ່ເດີ່ນເຮືອນ. ແມ່ຍິງພວມນັ່ງຫຍິບປັກທັກແສ່ວ ຕັດເຄື່ອງນຸ່ງ ຫຼື ແຕ້ມດ້ວຍຂີ້ເຜິ້ງ ພ້ອມທັງແນະນຳໃຫ້ແຂກທ່ອງທ່ຽວຮູ້ຈັກກ່ຽວກັບປະເພນີຂອງບັນດາເຜົ່າ. ອ້າຍ ເທົ່າອາຂ໋າຍ ຊາວເຜົ່າມົ້ງເປີດເຜີຍວ່າ:
“ທຳອິດຕ້ອງຮຽນພາສາຕ່າງປະເທດ ແລ້ວກໍ່ຜ່ານຊຸດອົບຮົມເພື່ອເຮັດບັດຜູ້ນຳທ່ຽວ. ເວົ້າລວມແລ້ວຂ້າພະເຈົ້າກໍ່ຊົມຊອບອາຊີບນີ້ທີ່ສຸດ. ແຂກຢາກໄປທ່ຽວຢູ່ບ່ອນໄກ, ເຮົາກໍ່ສາມາດພາແຂກທ່ອງທ່ຽວໄປຄົ້ນຫາ”.
ມີແຂກທ່ອງທ່ຽວບໍ່ເທົ່າໃດຄົນ ມັກເລືອກເອົາໄປລຽບຕາມຫ້ວຍ ເມື່ອງຮວາ ໃນເສັ້ນທາງຄົ້ນຫາ. ເພາະວ່ານີ້ແມ່ນຕອນທີ່ໄປຍາກພໍ່ສົມຄວນ ແລະ ຕ້ອງການມີປະສົບການ ກໍ່ຄືໄລຍະເວລາຄົ້ນຫາ. ເມື່ອມີເວລາພັກຜ່ອນແຂກທ່ອງທ່ຽວຈະໄດ້ຢ້ຽມຊົມເນື້ອທີ່ນາຂັ້ນໄດຢູ່ສອງຟາກຫ້ວຍ, ມຸ່ງສາຍຕາໄປໄກກໍ່ເຫັນໝູ່ບ້ານອີງຫຼັງໃສ່ສາຍພູ ຮວ່າງລຽນເຊີນ ທີ່ຖືກປົກຄຸມດ້ວຍເມກເຝື້ອ, ແຕ່ລະຄົນຈະຮູ້ສຶກເຖິງຄວາມງາມທີ່ຮົກເຮື້ອສະຫງົບງຽບຂອງ ຕາວານ.