ບ້ານ ຮວາຕ໊ຽນ - ສະຖານທີ່ທ່ອງທ່ຽວຊຸມຊົນທີ່ດູດດື່ມຢູ່ເຂດທາງທິດຕາເວັນຕົກ ແຂວງ ເງະອານ.

(VOVWORLD) -ບ້ານ ຮວາຕ໊ຽນ ທີ່ຕາແສງ ເຈົາຕ໊ຽນ ແຂວງ ເງະອານ ແມ່ນສະຖານທີ່ທ່ອງທ່ຽວຊຸມຊົນທີ່ເປັນເອກະລັກ ແລະ ດູດດື່ມ ສຳລັບແຂກທ່ອງທ່ຽວເມື່ອມາຢາມເຂດນິເວດທຳມະຊາດໂລກ ເຕິຍເງະອານ. ຢູ່ແຫ່ງນີ້ພໍ່ແມ່ພີ່ນ້ອງເຜົ່າຜູ້ໄທຍັງຄົງຮັກສາວິຖີຊີວີດຕິດພັນກັບເນື້ອທີ່ໂຮ່ນາ, ຕ່ຳແຜ່ນແພພື້ນເມືອງ, ປູກມອນລ້ຽງມ້ອ
ບ້ານ ຮວາຕ໊ຽນ - ສະຖານທີ່ທ່ອງທ່ຽວຊຸມຊົນທີ່ດູດດື່ມຢູ່ເຂດທາງທິດຕາເວັນຕົກ ແຂວງ ເງະອານ. - ảnh 1ໂຮມສະເຕ ຢູ່ບ້ານຮວາຕ໊ຽນຄ

    ຈາກໃຈກາງແຂວງ ເງະອານ ໄປຕາມເສັ້ນທາງຫຼວງ ກໍ່ຈະຮອດເຂດທາງທິດຕາເວັນຕົກແຂວງ ເງະອານ ຜ່ານບັນດາໂນນພູຂຽວອຸ່ມທຸ່ມ, ຜ່ານທົ່ງນາ ຕາຈູມ, ແຂກທ່ອງທ່ຽວກໍ່ຈະຮອດບ້ານ ຮວາຕ໊ຽນ ເຊິ່ງໄດ້ຮັບຖືວ່າ ແມ່ນຫົວໃຈຂອງເມືອງ ຈ່ຽງງາມ, ຢູ່ແຫ່ງນີ້ເກືອບ 100% ຄອບຄົວແມ່ນຊາວເຜົ່າຜູ້ໄທ ເຂົາເຈົ້າຮັກສາວິຖີຊີວິດມາດົນນານຕິດພັນກັບທົ່ງໄຮ່ທົ່ງນາແຄມແມ່ນ້ຳ ຫຽວ ບັນດາເຮືອນຮ້ານບູຮານ, ສຽງຕ່ຳແຜ່ນແພດັງຂຶ້ນຈາກກີ່ຕ່ຳຫູກ. ມາຢາມບ້ານ ຮວາຕ໊ຽນ ແຂກທ່ອງທ່ຽວຈະໄດ້ຮັບການຕ້ອນຮັບຢູ່ປະຕູໂຂງໂຮມສະເຕ ແລະ ໄດ້ເຂົ້າຮ່ວມພິທີບາສີສູ່ຂວັນ

      ປະເພນີນີ້ກໍ່ແມ່ນຄວາມງາມທາງດ້ານວັດທະນະທຳມາແຕ່ດົນນານ ດ້ວຍຄວາມຫວັງພາວະນາໃຫ້ມີຄວາມຢູ່ເຢັນເປັນສຸກຂອງຊາວເຜົ່າຜູ້ໄທ ແລະ ມີຄວາມໝາຍແຕກຕ່າງກັນກ່ຽວກັບຈິດວິນຍານ. ສຳລັບເສັ້ນດ້າຍກໍ່ມີສາມສີ ຖືກມັດແຂນໃນພິທີບາສີສູ່ຂັວນ. ນາງ ເລຫຽວ ຢູ່ຕາແສງ ຫິງຮຶງ ເປີດເຜີຍວ່າ:

“ບັນດາຈຸດວັດທະນະທຳຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທຢູ່ແຫ່ງນີ້ ກໍ່ມີຈຸເພິເສດສະເພາະ. ເມື່ອແຂກທ່ອງທ່ຽວມາຊອກຮູ້ຄົ້ນຫາຈະເຫັນໄດ້ເຖິງຄວາມເປັນເອກະລັກສະເພາະໃນການເຄື່ອນໄຫວວັດທະນະທຳແຕ່ລະຢ່າງ ກໍ່ຄືບັນດາຮີດຄອງປະເພນີ”.

    ມາຢາມບ້ານ ຮວາຕ໊ຽນ ສິ່ງທີ່ດູດດື່ມສຳລັບແຂກທ່ອງທ່ຽວແມ່ນຊອກຮູ້ກ່ຽວກັບການເຄື່ອນໄຫວຜະລິດແຜ່ນແພພື້ນເມືອງຂອງປະຊາຊົນບັນດາເຜົ່າ. ອາຊີບທັກແສ່ວ ແລະ ຕ່ຳແຜ່ນຢູ່ແຫ່ງນີ້ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາອູ່ຂອງແຜ່ນແພພື້ນເມືອງທີ່ມີຊື່ສຽງຂອງຊາວເຜົ່າຜູ້ໄທ. ແຜ່ນແພໄດ້ຮັບການຜະລິດຈາກວັດຖຸດິບທຳມະຊາດ ແລະ ຜ່ານສີມືອັນຄ່ອງແຄ້ວຂອງນາຍຊ່າງ ອັນໄດ້ສ້າງເປັນບັນດາຜະລິດຕະພັນແຜ່ນແພທີ່ເປັນເອກະລັກ ດ້ວຍລວດລາຍຫຼາຍຮູບຫຼາຍສີ ພ້ອມກັບການປະດິດຄິດສ້າງທີ່ເປັນເອກະລັກ. ຢູ່ແຫ່ງນີ້ແຂກທ່ອງທ່ຽວຈະໄດ້ເຂົ້າຮ່ວມບັນດາຂັ້ນຕອນຈາກການເກັບກູ້ຝ້າຍ ຕ່ຳຫູກທໍໄໝ ແລະ ຍ້ອມສີພ້ອມກັບຊາວທ້ອງຖິ່ນ. ນາງ ແທັງຖຸ໋ຍ ຢູ່ຕາແສງ ເຈື່ອງວິງ ແຂວງ ເງະອານ ເປີດເຜີຍວ່າ:

    “ການຄົ້ນຫານີ້ຂ້າພະເຈົ້າຮູ້ສຶກເປັນໜ້າຈັບໃຈ. ທີໜຶ່ງ ແມ່ນຂ້າພະເຈົ້າກໍ່ຢາກຄົ້ນຫາວ່າ ຢູ່ແຫ່ງນີ້ປະຊາຊົນສ້າງຜະລິດຕະພັນຄືແນວໃດ. ຂ້າພະເຈົ້າກໍ່ຢາກເຫັນຊາວເຜົ່າຜູ້ໄທຕ່ຳແຜ່ນແພ ຜ່ານຂັ້ນຕອນໃດແດ່, ຈາກນັ້ນກໍ່ຢາກລົງມືເຮັດຕົວຈິງ”.

     ເມື່ອຄ່ຳລົງມາ, ແຂກທ່ອງທ່ຽວຢູ່ ຮວາຕ໊ຽນ ຈະໄດ້ ຊີມບັນດາເຍື່ອງອາຫານຂອງຊາວເຜົ່າຜູ້ໄທ ຈາກປິ້ງປາ, ຂົ້ວໜໍ່ໄມ້, ເຂົ້າໜຽວ, ປິ້ງໄກ່… ໃນທ່າມກາງແສງສະຫວ່າງຈາກກອງໄຟ, ສຽງກອງສຽງຄ້ອງດັງກ້ອງກັງວານຂຶ້ນ ເຊິ່ງເປັນການຕໍ່ວົງແຂນໃນວາດຟ້ອນແຊ ແລະ ຟ້ອນສາບ. ນາງ ຫງວຽນທິແອວັງ ຢູ່ ຢ໊ຽນເຈົາ ແຂວງ ເງະອານ ເວົ້າ ວ່າ:

“ບັນຍາກາດແມ່ນມ່ວນຊື່ນທີ່ສຸດ ມີສີສັນສະເພາະຂອງຊາວເຜົ່າຜູ້ໄທ. ຂ້າພະເຈົ້າຫວັງວ່າການເຄື່ອນໄຫວເຫຼົ່ານີ້ຈະສາມາດຮັກສາຈຸດວັດທະນະທຳເຊິ່ງຍາກທີ່ຈະຫາໄດ້ຢູ່ແຫ່ງອື່ນ. ການຄົ້ນຫາໃນມື້ນີ້ກໍ່ເຮັດໃຫ້ຂ້າພະເຈົ້າພາກພູມໃຈທີ່ສຸດ“.

ປັດຈຸບັນ ຮວາຕ໊ຽນ ຍັງມີເຮືອນຮ້ານ 300 ກວ່າຫຼັງ ແລະ ປັດຈຸບັນມີ 10 ຄອບຄົວເຮັດທ່ອງທ່ຽວ. ທັງໝົດເຫຼົ່ານີ້ ໄດ້ສ້າງສີສັນວິນຍານຂອງຊາວເຜົ່າຜູ້ໄທບູຮານ. ນາງ ເຊິ່ມທ໋າວຈາງ ຜູ້ຄຸ້ມຄອງໂຮມສະເຕ ບິກຈາງ ໃຫ້ຮູ້ວ່າ:

 “ຮວາຕ໊ຽນ ແມ່ນອູ່ວັດທະນະທຳເຜົ່າຜູ້ໄທ, ສາມາດຮັກສາຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ອາຊີບຕ່ຳແຜ່ນແພພື້ນເມືອງ. ດ້ວຍຈຸດວັດທະນະທຳນີ້ແຂກທ່ອງທ່ຽວຈະມາຄົ້ນຫາຢ່າງຫຼວງຫຼາຍ. ຄອບຄົວໄດ້ເລືອກເອົາການທ່ອງທ່ຽວຊຸມຊົນ ເພື່ອຮັກສາ ແລະ ພັດທະນາຕື່ມອີກ”.

ເມື່ອລະດູໃບໄດ້ຫລົ່ນວຽນມາ ທົ່ງນາ ຕາຈູມ ກໍ່ປົກຄຸມໄປດ້ວຍສີເຫຼືອງຂອງເຂົ້າສຸກ ແລະ ເມື່ອຮອດລະດູໜາວເມກຂາວໄດ້ປົກຄຸມໄປທົ່ວ, ຮວາຕ໊ຽນ ປຽບເໜືອນຮູບພາບທີ່ສວຍງາມໃນທ່າມກາງພູຜາປ່າໄມ້. ທັງໝົດເຫຼົ່ານີ້ຄຶດັ່ງພວມເຊື້ອເຊີນແຂກທ່ອງທ່ຽວຈາກສາລະທິດມາຢາມ ຮວາຕ໊ຽນ ເພື່ອຄົ້ນຫາດິນແດນ ຊາວທ້ອງຖິ່ນ ແລະ ອາຫານການກິນຢູ່ແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ