(VOVWORLD) - ເມືອງຊາຍແດນ ຊີນໂຮ່ ແຂວງ ລາຍເຈົາ ແມ່ນບ່ອນດຳລົງຊີວິດຂອງບັນດາຄອບຄົວຊາວຊົນເຜົ່າສ່ວນຫນ້ອຍ, ຊີວິດການເປັນຢູ່ຍັງປະສົບກັບຄວາມຫຍຸ້ງຍາກ. ໂດຍໄດ້ຮັບຄວາມເອົາໃຈໃສ່ຂອງພັກ, ລັດ, ຫລາຍຄອບຄົວຢູ່ທີີ່ນີ້ ມີເຮືອນຖາວອນແທນໃຫ້ເຮືອນເປ່ເພຊຸດໂຊມກ່ອນນີ້.
ອຳນາດການປົກຄອງທຸກຂັ້ນຢູ່ເມືອງຊີນໂຮ່ ແຂວງ ລາຍເຈົາ ພວມມານະພະຍາຍາມຕັດສິນໃຈປະຕິບັດສຳເລັດການລົບລ້າງເຮືອນຊົ່ວຄາວ, ເຮືອນເປ່ເພຊຸດໂຊມໃນປີ 2025. (ພາບ:Khắc Kiên/VOV) |
ຢູ່ໃນເຮືອນຫລັງໃຫມ່, ປ້າ ເຕີນອູໄໝ ອາຍຸ 60 ປີ, ຊາວເຜົ່າຢ້າວ ຢູ່ ບ້ານ ຟັງໂຊລິນ ຕາແສງ ຟັງໂຊລິນ ເມືອງ ຊີ່ນໂຮ່ ແຂວງ ລາຍເຈົາ ມີຄວາມປິຕິຊົມຊື່ນ ຍ້ອນກ່ອນນີ້ ຜົວເສຍຊີວິດ, ສອງແມ່ລູກດຳລົງຊີວິດໃນເຮືອນເປ່ເພ.
“ຄອບຄົວຂ້າພະເຈົ້າຢູ່ໃນເຮືອນເປ່ເພຊຸດໂຊມແຕ່ດົນນານແລ້ວ, ປະຈຸບັນ ໂດຍໄດ້ຮັບຄວາມເອົາໃຈໃສ່ ແລະ ມີເຮືອນຖາວອນຢູ່, ຊີວິດການເປັນຢູ່ກໍ່ເປັນປົກກະຕິ. ເສດຖະກິດຄອບຄົວຍັງປະສົບກັບຄວາມຫຍຸ້ງຍາກ ແຕ່ປະຈຸບັນ ຂ້າພະເຈົ້າປູກສາລີ ກໍ່ພໍຢູ່ພໍກິນແລ້ວ”.
ບ້ານ ຟັງໂຊລິນ ມີກວ່າ 100 ຄອບຄົວ. ມາຮອດປະຈຸບັນ ແມ່ນໄດ້ລົບລ້າງເຮືອນຊົ່ວຄາວ, ເຮືອນເປ່ເພຊຸດໂຊມເກືອບທັງໝົດແລ້ວ. ເພື່ອບັນລຸໄດ້ໝາກຜົນນີ້, ພະນັກງານໃນບ້ານ ໄດ້ໂຄສະນາໃຫ້ປະຊາຊົນກ່ຽວກັບລາຍການລົບລ້າງເຮືອນຢູ່ຊົ່ົວຄາວ, ເຮືອນເປ່ເພຊຸດໂຊມ. ທ່ານ ເຕີ້ນອາປາວ, ເລຂາພັກ, ນາຍບ້ານ ຟັງໂຊລິນ ໃຫ້ຮູ້ວ່າ:
“ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ, ພວກຂ້າພະເຈົ້າໄດ້ຜັນຂະຫຍາຍການປະຊຸມປະຊາຊົນບ້ານເພື່ອເອກະພາບໃນການເລືອກຄອບຄົວປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ພ້ອມກັນນັ້ນ ພວກຂ້າພະເຈົ້າກໍ່ລົງແຕ່ລະຄອບຄົວເພື່ອກວດກາສະພາບຕົວຈິງ, ຕີລາຄາ ແລະ ຊ່ວຍເຂົາເຈົ້າສ້ອມແປງເຮືອນຢູ່”.
ໃນຂະນະນັ້ນ ໃນທົ່ວຕາແສງ ຟັງໂຊລິນ, ການນຳຕາແສງກໍ່ໄດ້ຮຽກຮ້ອງ, ເຊື່ອມຕໍ່ກັບບັນດາອົງການຈັດຕັ້ງ, ສ່ວນບຸກຄົນຢູ່ພາຍໃນ ແລະ ນອກແຂວງ ລາຍເຈົາ ບໍລິຈາກເງິນສົດ, ວັດສະດຸກໍ່ສ້າງ ຊ່ວຍຄອບຄົວທຸກຍາກປຸກສ້າງເຮືອນຢູ່. ທ່ານ ແຈ໊ວອາຫງາຍ, ເລຂາພັກ ຕາແສງ ຟັງໂຊລິນ ເມືອງ ຊີນໂຮ່ ໃຫ້ຮູ້ວ່າ:
“ປີຜ່ານມາ ເມື່ອມີແຜນນະໂຍບາຍຂອງພັກ, ລັດ ກ່ຽວກັບການຫນູນຊ່ວຍລົບລ້າງເຮືອນເປ່ເພຊຸດໂຊມຢູ່ບໍລິເວນ, ຕາແສງໄດ້ສຸມໃສ່ຊີ້ນຳ, ຂົນຂວາຍບັນດາຄອບຄົວປຸກສ້າງເຮືອນຢູ່ຕາມແຜນການ. ບັນດາຄອບຄົວໄດ້ມີຊີວິດທີ່ເປັນປົກກະຕິ, ຕັ້ງຫນ້າອອກແຮງງານທຳການຜະລິດ, ປະຕິບັດເປົ້າໝາຍລົບລ້າງຄວາມອຶດຫິວທຸກຍາກເພື່ອພັດທະນາເສດຖະກິດ - ສັງຄົມ”.
ສ່ວນຢູ່ຕາແສງ ຮົ່ງທູ ເມືອງ ຊີນໂຮ່, ອ້າຍ ຢ່າງອາເສີ ຢູ່ ບ້ານ ນ່າເກ 1 ໂດຍເປັນຄັ້ງທຳອິດໄດ້ຢູ່ໃນເຮືອນຫລັງໃຫມ່ທີ່ໃຫຍ່ໂຕສວຍງາມພາຍຫລັງເກືອບ 10 ປີທີ່ສ້າງຄອບຄົວ. ເຮືອນຫລັງໃຫມ່ກວ້າງ 70 ຕາແມັດ ໄດ້ຮັບການກໍ່ສ້າງດ້ວຍແຫລ່ງເງິນຫນູນຊ່ວຍ 50 ລ້ານດົ່ງ (ປະມານ 2.100 USD) ຈາກໂຄງການລົບລ້າງເຮືອນເປ່ເພຊຸດໂຊມ ແລະ ເງິນຜົວເມຍອ້າຍກູ້ຢຶມຕື່ມນຳພີ່ນ້ອງ.
ປ້າ ເຕີນອູໄຫມ (ເບື້ອງຊ້າຍ) ຢູ່ ຕາແສງ ຟັງໂຊລິນ ປະຈຸບັນໄດ້ມີເຮືອນຢູ່ຖາວອນແລ້ວ. (ພາບ:Khắc Kiên/VOV) |
ຢູ່ຕາແສງ ຮົ່ງທູ ແມ່ນບ່ອນທີ່ມີຊາວຊົນເຜົ່າມົ້ງ 100% ດຳລົງຊີວິດ. ຢູ່ທີ່ນີ້ ອາກາດມີການປ່ຽນແປງຮ້າຍແຮງ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ. ທ່ານ ທ່າວອາເຊັງ ປະທານ ຄະນະກຳມະການປະຊາຊົນ ຕາແສງ ຮົ່ງທູ ເມືອງ ຊີນໂຮ່ ໃຫ້ຮູ້ວ່າ:
“ຢູ່ບໍລິເວນຕາແສງ ຮົ່ງທູ ສ່ວນຫລາຍແມ່ນເຮືອນຢູ່ຊົ່ວຄາວ. ເມື່ອລົງກວດກາຢູ່ບ້ານ ພວກຂ້າພະເຈົ້າໄດ້ສົມທົບກັບບັນດາອົງການ, ອົງການຈັດຕັ້ງມະຫາຊົນລົງແຕ່ລະຄອບຄົວເພື່ອສຳຫລວດຄືນ ຫລັງຈາກນັ້ນ ພວກຂ້າພະເຈົ້າຈະລວບລວມແລ້ວລາຍງານເຖິງເມືອງເພື່ອຈັດແບ່ງແຫລ່ງກຳລັງ ແນໃສ່ຊ່ວຍບັນດາຄອບຄົວເພື່ອໃຫ້ພໍ່ແມ່ພີ່ນ້ອງມີບ່ອນຢູ່ຖາວອນ”.
ຕາມການສະຖິຕິຈາກອຳນາດການປົກຄອງ ເມືອງ ຊີນໂຮ່, ປີ 2025 ທ້ອງຖິ່ນຍັງມີເກືອບ 1.800 ຄອບຄົວດຳລົງຊີວິດໃນເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ. ທ່ານ ບຸ່ຍວັນຕວນ, ຮອງເລຂາຜູ້ປະຈຳການ ການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມໃຫ້ແກ່ຄອບຄົວທຸກຍາກຢູ່ບໍລິເວນໃຫ້ຮູ້ວ່າ: ນອກຈາກເງິນຫນູນຊ່ວຍຈາກລັດຕາມການກຳນົດແລ້ວ, ເມືອງ ກໍ່ຫັກງົບປະມານທ້ອງຖິ່ນ ແລະ ຮຽກຮ້ອງການຊ່ວຍເຫລືອຈາກອົງການ, ສ່ວນບຸກຄົນເພື່ອຮ່່ວມແຮງຮ່ວມໃຈຊ່ວຍພໍ່ແມ່ປະຊາຊົນທຸກຍາກໄດ້ມີເຮືອນຢູ່.
ບັນດາຫລັງເຮືອນຖາວອນ, ແມ່ນຄວາມໄຝ່ຝັນຂອງຫລາຍຄອບຄົວທຸກຍາກ, ໃກ້ຂັ້ນທຸກຍາກພວມຄ່ອຍໆໄດ້ປຸກສ້າງຂຶ້ນ ເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ຄວາມມານະພະຍາຍາມບືນຕົວຂຶ້ນຂອງພໍ່ແມ່ປະຊາຊົນຢູ່ເຂດພູສູງ ລາຍເຈົາ. ບັນດາຫລັງເຮືອນນີ້ ພວມນຳມາເຊິ່ງຄວາມເຊື່ອໝັ້ນ, ຄວາມຫວັງ, ຊ່ວຍໃຫ້ເຂົາເຈົ້າບືນຕົວຂຶ້ນ, ມຸ່ງໄປເຖິງອະນາຄົດອັນສົດໃສ.