(VOVWORLD) - ຄະນະຊາວໜຸ່ມນະຄອນ ດ່າໜັງ ພວມຜັນຂະຫຍາຍຮູບແບບຕະຫຼາດ 4.0 (ຕະຫຼາດຊຳລະໂດຍບໍ່ນຳໃຊ້ເງິນສົດ) ຊ່ວຍໃຫ້ປະຊາຊົນ, ບັນດາພໍ່ຄ້າຊາວຂາຍ, ຜູ້ບໍລິໂພກໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການດຳເນີນທຸລະກິດ, ການຊຳລະທີ່ສະດວກ. ຜ່ານນັ້ນ, ກໍກະຕຸ້ນການຊື້ຂາຍ, ປະກອບສ່ວນຊຸກຍູ້ວິວັດທະນາການຫັນເປັນດີຈີຕອນໃນບໍລິເວນນະຄອນ ດ່າໜັງ.
ການຊຳລະໂດຍບໍ່ນຳໃຊ້ເງິນສົດນັບມື້ນັບໄດ້ຮັບຄວາມນິຍົມ (ພາບ: VOV) |
ຕະຫຼາດ ຕຸຍລວານ ຢູ່ຕາແສງ ຮວ່າຟອງ, ເມືອງ ຮວ່າວາງ, ນະຄອນ ດ່າໜັງ ແມ່ນຕະຫຼາດທຳອິດທີ່ໄດ້ຮັບການຄັດເລືອກປະຕິບັດຮູບແບບ “ຕະຫຼາດຊຳລະໂດຍບໍ່ນຳໃຊ້ເງິນສົດ”. ສະມາຊິກຊາວໜຸ່ມ, ຊາວໜຸ່ມເມືອງ ຮວ່າວາງ ແລະ ຊາວໜຸ່ມບັນດາທະນາຄານນະຄອນ ດ່າໜັງ ໄດ້ສົມທົບກັນຈັດບັ້ນໂຄສະນາຂົນຂວາຍໃຫ້ບັນດາຄອບຄົວດຳເນີນທຸລະກິດເປີດບັນຊີ, ຕັ້ງແອັບສະແກຼນລະຫັດ QR ໃຫ້ແກ່ແມ່ຄ້າຊາວຂາຍ 250 ຄົນ. ປັດຈຸບັນ, ສະມາຊິກຊາວໜຸ່ມ, ຊາວໜຸ່ມໄດ້ແນະນຳການເປີດບັນຊີ ແລະ ຕັ້ງ internet banking ໃຫ້ແກ່ຄອບຄົວດຳເນີນທຸລະກິດສ່ວນໃຫຍ່ຢູ່ຕະຫຼາດແຫ່ງນີ້. ຜູ້ຊື້ເຄື່ອງພຽງແຕ່ເລືອກຜະລິດຕະພັນ, ຫຼັງຈາກນັ້ນ ກໍນຳໃຊ້ໂທລະສັບມືຖືສະແກນລະຫັດເພື່ອຊຳລະ ແທນໃຫ້ແບບວິທີນຳໃຊ້ເງິນສົດ. ປ້າ ເລທິຖຸຍລິງ, ແມ່ຄ້າຂາຍເຄື່ອງຍ່ອຍຢູ່ຕະຫຼາດ ຕຸຍລວານ, ໃຫ້ຮູ້ວ່າ:
“ໂດຍປະຕິບັດການຫັນເປັນດີຈີຕອນ, ການຄ້າຂາຍກໍມີຄວາມສະດວກຫຼາຍຂຶ້ນ. ປັດຈຸບັນ, ປະຊາຊົນກໍນິຍົມນຳໃຊ້ ແອັບ ເພື່ອຊຳລະ ສະນັ້ນການຄ້າຂາຍກໍສະດວກຫຼາຍ, ການຊຳລະດ້ວຍເງິນສົດກໍໜ້ອຍລົງ. ບັນດາຄອບຄົວຄ້າຂາຍໄດ້ຮັບການແນະນຳ ແລະ ການຊ່ວຍເຫຼືອຈາກສະມາຊິກຊາວໜຸ່ມ, ຊາວໜຸ່ມ. ການຂາຍເຄື່ອງອອນໄລກໍຊ່ວຍໃຫ້ພວກຂ້າພະເຈົ້າຂາຍສິນຄ້າໄດ້ຫຼາຍກວ່າ ແລະ ໝັ້ນໃຈແນະນຳຜະລິດຕະພັນສູ່ລູກຄ້າ”.
ການໝູນໃຊ້ຮູບແບບຊຳລະບໍ່ນຳໃຊ້ເງິນສົດໄດ້ອຳນວຍຄວາມສະດວກເພື່ອໃຫ້ຜູ້ບໍລິໂພກໄດ້ສຳຜັດ, ເຂົ້າເຖິງບັນດາແບບວິທີຊຳລະທີ່ທັນສະໄໝເທື່ອລະກ້າວ, ກະຕຸ້ນຄວາມຕ້ອງການຊື້ເຄື່ອງຂອງ. ນອກຈາກນັ້ນ, ສະມາຊິກຊາວໜຸ່ມຢູ່ທ້ອງຖິ່ນ ຍັງສ້າງຕັ້ງທິມງານອາສາສະໝັກລົງແນະນຳໃຫ້ປະຊາຊົນນຳໃຊ້ການບໍລິການສາທາລະນະແບບອອນໄລ. ທ່ານ ດິງງອກຫຽວ, ຮອງປະທານສະຫະພັນຊາວໜຸ່ມ ເມືອງ ຮວ່າວາງ, ນະຄອນ ດ່າໜັງ, ໃຫ້ຮູ້ວ່າ, ຊາວໜຸ່ມ ຍັງນຳໃຊ້ສື່ສັງຄົມອອນໄລເພື່ອໂຄສະນາ ແລະ ຈັດກິດຈະກຳຕ່າງໆຂອງຄະນະຊາວໜຸ່ມອີກດ້ວຍ.
“ໂດຍປະຕິບັດການຫັນເປັນດີຈີຕອນ, ສະມາຊິກຊາວໜຸ່ມໄດ້ໜູນຊ່ວຍປະຊາຊົນ ແລະ ແມ່ຄ້າຊາວຂາຍປະຕິບັດການຊຳລະໂດຍບໍ່ນຳໃຊ້ເງິນສົດ. ນອກຈາກນັ້ນແລ້ວ, ສະມາຊິກຊາວໜຸ່ມເມືອງ ຮວ່າວາງ ຍັງໜູນຊ່ວຍສະມາຊິກພັກຜູ້ມີອາຍຸສູງ ຕັ້ງ, ນຳໃຊ້ປຶ້ມຄູ່ມືເອເລັກໂຕນິກສະມາຊິກພັກ, ຫັນເປັນດີຈີຕອນໃນວຽກງານກໍ່ສ້າງພັກ. ໂດຍຜັນຂະຫຍາຍຮູບແບບຂົນຂວາຍປະຊາຊົນຢ່າງຄ່ອງແຄ້ວ, ທິມງານຊ່ວຍເຫຼືອພົນລະເມືອງແບບເຄື່ອນທີ່ ໄດ້ປະຕິບັດບັນດາການບໍລິການສາທາລະນະອອນໄລ, ລົງທະບຽນເລກລະຫັດປະຈຳຕົວ, ບັດປະຈຳຕົວພົນລະເມືອງ, ອັນໄດ້ຊ່ວຍໃຫ້ປະຊາຊົນເຂົ້າເຖິງການຫັນເປັນດີຈີຕອນໄດ້ເປັນຢ່າງດີ”.
ປັດຈຸບັນ, ຢູ່ນະຄອນ ດ່າໜັງ ມີເກືອບ 2.500 ທິມງານເຕັກໂນໂລຢີດີຈີຕອນຊຸມຊົນດ້ວຍສະມາຊິກອາສາສະໝັກເຂົ້າຮ່ວມ 15.000 ຄົນ, ໃນນັ້ນ ກຳລັງສະມາຊິກຊາວໜຸ່ມ, ຊາວໜຸ່ມສວມບົດບາດເປັນແກ່ນສານ. ທ່ານ ເລກົງຮຸ່ງ, ເລຂາຄະນະຊາວໜຸ່ມນະຄອນ ດ່າໜັງ, ໃຫ້ຮູ້ວ່າ:
“ເຂົ້າຮ່ວມແຜນຮ່າງພັດທະນາຖານຂໍ້ມູນກ່ຽວກັບຊຸມຊົນ, ເລກລະຫັດປະຈຳຕົວ ແລະ ການຢັ້ງຢືນທາງເອເລັກໂຕນິກຮັບໃຊ້ການຫັນເປັນດີຈີຕອນ ແລະ ວຽກງານຫັນເປັນດີຈີຕອນ, ຄະນະຊາວໜຸ່ມ ດ່າໜັງ ພວມຍູ້ແຮງຂະບວນການ “ສຶກສາດີຈີຕອນໃຫ້ປະຊາຊົນໝົດທຸກຄົນ”. ການເຄື່ອນໄຫວດັ່ງກ່າວໄດ້ຮັບການຜັນຂະຫຍາຍ ແລະ ປະຕິບັດຢ່າງລຸລ່ວງດ້ວຍຈິດໃຈຜູ້ເກັ່ງສອນໃຫ້ຜູ້ຮູ້ປານກາງ, ຜູ້ຮູ້ປານກາງສອນໃຫ້ຜູ້ທີ່ຍັງບໍ່ທັນຮູ້. ຈາກນັ້ນ, ບັນດາເພື່ອນໜຸ່ມ, ປະຊາຊົນກໍຍູ້ແຮງວຽກງານຫັນເປັນດີຈີຕອນ, ນະວັດຕະກຳໃນໄລຍະປັດຈຸບັນກວ່າອີກ”.
ບັນດາທິມງານເຕັກໂນໂລຢີດີຈີຕອນຂອງຊາວໜຸ່ມ ດ່າໜັງ ໄດ້ປະກອບສ່ວນຍູ້ແຮງການເຄື່ອນໄຫວຫັນເປັນດີຈີຕອນ ແລະ ການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ. ນະຄອນ ດ່າໜັງ ຈະສືບຕໍ່ຜັນຂະຫຍາຍທະວີຄູນຮູບແບບນີ້ ເພື່ອແນໃສ່ສົ່ງເສີມ, ອຳນວຍຄວາມສະດວກໃຫ້ແກ່ແມ່ຄ້າຊາວຂາຍ ແລະ ປະຊາຊົນໄດ້ທຳຄວາມລຶ້ງເຄີຍກັບບັນດາການເຄື່ອນໄຫວໃນສະພາບແວດລ້ອມດີຈີຕອນເທື່ອລະກ້າວ./.