(VOVWORLD) -ໂຮງຮຽນໃນໝູ່ບ້ານ ເວີນ ແມ່ນຫນຶ່ງໃນບັນດາຮາກຖານການສຶກສາເຂດຫ່າງໄກສອກຫລີກ ຂຶ້ນກັບໂຮງຮຽນປະຖົມ ເທດສະບານ ອີອາ ລີ ເມືອງ ຈືປັກ ແຂວງ ຢາລາຍ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກ, ຂາດແຄນດ້ານວັດຖຸອຸປະກອນກໍຕາມ ແຕ່ບັນດາຄູອາຈານຢູ່ໂຮງຮຽນແຫ່ງນີ້ ກໍໄດ້ມານະພະຍາຍາມສິດສອນ, ເອົາໃຈໃສ່ເບິ່ງແຍງດູແລໃຫ້ແກ່ນັກຮຽນຊົນເຜົ່າສ່ວນຫນ້ອຍ ຢາຣາຍ ຢ່າງລອບຄອບຖິ່ຖ້ວນ.
ບັນດາຫ້ອງຮຽນຢູ່ໃນໂຮງຮຽນໝູ່ບ້ານ ເວີນ. (ພາບ:VOV5/Ngọc Anh) |
ໂຮງຮຽນປະຖົມເທດສະບານ ອີອາ ລີ ໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 1996. ປະຈຸບັນ ໂຮງຮຽນມີພະນັກງານ, ຄູອາຈານ, ລັດຖະກອນ 40 ຄົນ ແລະ ນັກຮຽນ 660 ຄົນ. ໂຮງຮຽນຢູ່ໝູ່ບ້ານ ເວີນ ມີນັກຮຽນ 144 ຄົນໄດ້ແບ່ງປັນ 5 ຫ້ອງຮຽນ ແຕ່ຊັ້ນ ປໍ 1 ຫາຊັ້ນ ປໍ 5. ພວກນ້ອງນັກຮຽນລ້ວນແຕ່ແມ່ນຊາວຊົນເຜົ່າສ່ວນຫນ້ອຍ ຢາຣາຍ. ຄູ ໂດ໊ແມ້ງຢູງ ອຳນວຍການໂຮງຮຽນປະຖົມ ເທດສະບານ ອີອາ ລີ ໃຫ້ຮູ້ວ່າ:
“ຢູ່ໃນໂຮງຮຽນ ມີພວກນ້ອງຫລາຍຄົນແມ່ນຢູ່ໃນຄອບຄົວທຸກຍາກ,ໃກ້ຂັ້ນທຸກຍາກ. ພວກນ້ອງລ້ວນແຕ່ໄດ້ຮັບການຫນູນຊ່ວຍຄ່າຮຽນໃນທຸກເດືອນ ຈາກລັດ. ນອກນັ້ນ ບັນດານັກຮຽນຊາວຊົນເຜົ່າສ່ວນຫນ້ອຍ ຍັງໄດ້ຮັບບັດປະກັນສຸຂະພາບໂດຍບໍ່ເສຍຄ່າ. ທາງໂຮງຮຽນກໍ່ຈັດຕັ້ງການຂົນຂວາຍບໍລິຈາກປື້ມ, ເຄື່ອງນຸ່ງ, ເກີບ... ເປັນປະຈຳ ເພື່ອຫນູນຊ່ວຍພວກນ້ອງນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ. ໂຮງຮຽນກໍໄດ້ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນການສິດສອນ”.
ຍ້ອນຈຸດພິເສດສະເພາະຂອງນັກຮຽນໃນໂຮງຮຽນໝູ່ບ້ານ ເວິນ ສ່ວນຫລາຍແມ່ນຊາວເຜົ່າ ຢາຣາຍ, ຫລາຍຄົນເວົ້າພາສາຫວຽດ ຍັງບໍ່ທັນໄດ້ດີ ສະນັ້ນ ໂຮງຮຽນປະຖົມເທດສະບານ ອີອາ ລີ ໄດ້ຈັດສົ່ງຄູອາຈານຈຳນວນຫນຶ່ງເຊິ່ງແມ່ນຊາວເຜົ່າ ຢາຣາຍ ມາສິດສອນຢູ່ ໂຮງຮຽນ ພ້ອມທັງໝູນວຽນຖັນແຖວຄູອາຈານມາບັນດາໂຮງຮຽນທີ່ຂຶ້ນກັບໂຮງຮຽນປະຖົມເທດສະບານ ອີອາ ລີ. ເມື່ອສິດສອນໃຫ້ນັກຮຽນ ບັນດາຄູອາຈານຊາວເຜົ່າ ຢາຣາຍ ທັງເວົ້າພາສາຫວຽດ ທັງເວົ້າພາສາຊົນເຜົ່າ ຢາຣາຍ ເພື່ອໃຫ້ພວກນ້ອງເຂົ້າໃຈງ່າຍ ຮັບເອົາຄວາມຮູ້ໄວ. ຄູ ເຣີ ເຈີມ ຫວື ອາຈານສອນຢູ່ໂຮງຮຽນໝູ່ບ້ານ ເວີນ ໃຫ້ຮູ້ວ່າ:
“ໂຮງຮຽນ ມີ 5 ຫ້ອງຮຽນ, ໃນນັ້ນ 4 ຫ້ອງແມ່ນຄູອາຈານຊາວເຜົ່າ ຢາຣາຍ ສິດສອນໂດຍກົງ. ບັນດາອາຈານແມ່ນຮຽນຕາມຫລັກສູດການສຶກສາສາມັນຂອງກະຊວງສຶກສາ ແລະ ບຳລຸງສ້າງ. ພວກນ້ອງນັກຮຽນກໍໄດ້ຮຽນຮູ້ລົງຕົວຈິງສຶກສາຮີດຄອງປະເພນີ, ວັດທະນະທຳຊົນເຜົ່າ”.
ຊົ່ວໂມງຮຽນຂອງພວກນ້ອງນັກຮຽນຢູ່ໂຮງຮຽນໝູ່ບ້ານ ເວິນ. (ພາບ:VOV5/Ngọc Anh) |
ໂດຍແມ່ນຄູສອນຢູ່ໂຮງຮຽນໝູ່ບ້ານ ເວີນ ມາເປັນເວລາຫລາຍປີ, ຄູ ເຣີຈອມ ອຽນ ແບ່ງປັນວ່າ:
“ເມື່ອສິດສອນ ຂ້າພະເຈົ້າທັງເວົ້າພາສາຫວຽດ ທັງເວົ້າພາສາຊົນເຜົ່າ ຢາຣາຍ ເພື່ອໃຫ້ພວກນ້ອງນັກຮຽນເຂົ້າໃຈງ່າຍກວ່າ. ນັກຮຽນຜູ້ໃດຍັງຮຽນອ່ອນ ພວກຂ້າພະເຈົ້າກໍຕິດຕາມ ແລະ ສິດສອນເພີ່ມ. ຫ້ອງຮຽນຂ້າພະເຈົ້າຮັບຜິດຊອບ ມີນັກຮຽນ 28 ຄົນ ແມ່ນຊາວເຜົ່າ ຢາຣາຍ”.
ນ້ອງ ເຣີເຈິມແທວງ ນັກຮຽນຫ້ອງ ປໍ 5A4 ໂຮງຮຽນໝູ່ບ້ານ ເວີນ ແບ່ງປັນວ່າ:
“ຢູ່ໂຮງຮຽນ ພວກນ້ອງໄດ້ຮຽນຫລາຍວິຊາ ແລະ ນ້ອງມັກຮຽນທີ່ສຸດແມ່ນວິຊາຄະນິດສາດ. ນ້ອງກໍມັນຮຽນວິຊາພາສາອັງກິດ ແລະ ຄອມພິວເຕີ. ນ້ອງປາດຖະຫນາວ່າ ຈະຮຽນເກັ່ງ ເພື່ອໃຫ້ກາຍເປັນຜູ້ທີ່ມີປະໂຫຍດຕໍ່ສັງຄົມ, ສາມາດຊ່ວຍຕົນເອງ. ຫວັງວ່າ ໃນອະນາຄົດຈະມີວຽກເຮັດງານທຳທີ່ດີ ເພື່ອຊ່ວຍສິ່ງທີ່ດີໃຫ້ບ້ານເກີດເມືອງນອນຂອງຕົນ”.
ນອກຈາກຮັບປະກັນເງື່ອນໄຂສິດສອນ, ຮ່ຳຮຽນໃຫ້ແກ່ຄູອາຈານ ແລະ ນັກຮຽນ, ໂຮງຮຽນໝູ່ບ້ານ ເວີນ ຍັງເອົາໃຈໃສ່ເຖິງການເຄື່ອນໄຫວນອກຫລັກສູດ. ໃນໂອກາດບຸນເຕັດ, ນັກຮຽນໄດ້ເບິ່ງລາຍການສະແດງສິລະປະຕີຄ້ອງ, ຟ້ອນຊວາງ, ເຕັ້ນສາບ...
ໂຮງຮຽນປະຖົມເທດສະບານ ອີອາ ລີ ໄດ້ມີຫລາຍປີບັນລຸນາມມະຍົດໝູ່ຄະນະອອກແຮງງານດີເດັ່ນຂັ້ນແຂວງ. ໂຮງຮຽນ ກໍ່ມີຄູອາຈານຈຳນວນຫນຶ່ງບັນລຸນາມມະຍົດອາຈານສອນເກັ່ງຂັ້ນເມືອງ, ຂັ້ນແຂວງ. ປີ 2022- 2023 ນັກຮຽນຢູ່ໂຮງຮຽນແຫ່ງນີ້ ຄວ້າໄດ້ 6 ລາງວັນວິຊາຄອມພິວເຕີ ຂັ້ນແຂວງ ລວມມີ ລາງວັນ 2 ແມ່ນ 3 ລາງວັນ, ລາງວັນ ທີ 3 ແມ່ນ 2 ລາງວັນ ແລະ ລາງວັນຊົມເຊີຍ 1 ລາງວັນ. ໂຮງຮຽນປະຖົມເທດສະບານ ອີອາ ລີ ບັນລຸໄດ້ຜົນງານນີ້ ກໍແມ່ນຍ້ອນມີຄວາມມານະພະຍາຍາມ, ບືນຕົວຂຶ້ນຂອງຄູອາຈານ, ນັກຮຽນໃນໂຮງຮຽນ, ໃນນັ້ນ ມີການປະກອບສ່ວນຂອງນັກຮຽນ ຄູອາຈານ ໂຮງຮຽນ ໝູ່ບ້ານ ເວີນ.