(VOVWORLD) - ໃນໄລຍະຜ່ານມາ, ມີຫຼາຍຄະນະແພດໝໍອາສາສະໝັກ ຫວຽດນາມ ໄດ້ຈັດການເຄື່ອນໄຫວກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນ ລາວ
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 412 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 24 ສະບັບຈາກທ່ານຜູ້ຟັງລາວ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ.
ເພື່ອນ ສຸລິວົງ ຢູ່ແຂວງ ຫຼວງພະບາງ ໄດ້ສົ່ງອີເມວ ມາຫາລາຍການໂດຍໃຫ້ຮູ້ວ່າ: ຂ້າພະເຈົ້າແມ່ນຜູ້ຟັງທີ່ໄດ້ຕິດພັນກັບລາຍການມາແຕ່ດົນນານ. ຜ່ານການອອກອາກາດບັນດາລາຍການກະຈາຍສຽງ, ຂ້າພະເຈົ້າບໍ່ພຽງແຕ່ມີຄວາມຮູ້ຢ່າງເລິກເຊິ່ງທາງດ້ານວັດທະນະທຳ, ປະຫວັດສາດ ແລະ ກຳລັງໜູນສັງຄົມຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ເປີດອອກວິໄສທັດສາກົນຂອງຕົນ. ລາຍການກະຈາຍສຽງມີຫຼາຍເນື້ອໃນອຸດົມສົມບູນ ແລະ ເປັນຫຼາຍຮູບຫຼາຍແບບ. ຈາກບັນດາບັນຫາສາຖະນະການການເມືອງ, ວັດທະນະທຳ ແລະ ສັງຄົມ ຫຼື ບັນດາການອອກຂ່າວກ່ຽວກັບການເຄື່ອນໄຫວສິລະປະ, ທັງໝົດເລົ່ານັ້ນລ້ວນແລ້ວແຕ່ໄດ້ຜະລິດອອກເປັນຢ່າງດີທີ່ສຸດ ແລະ ນຳມາເຊິ່ງຄວາມຮູ້, ແງ່ມູມສັງເກດໃໝ່ກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ.
ບັນດາທ່ານໝໍ, ພະຍາບານ ຫວຽດນາມ ກວດພະຍາດມະເຮັງຢູ່ລາວ
(ພາບເອກະສານ: ສະຖານທູດ ຫວຽດນາມ ປະຈຳ ລາວ)
|
ເພື່ອນ ແສງດາວົງ, ເພື່ອນ ສຸພະພອນ, ຢູ່ແຂວງ ອັດຕະປື, ໄດ້ສົ່ງຂໍ້ຄວາມມາຫາລາຍການ ແລະ ຜ່ານລາຍການຢາກສົ່ງຄຳຂອບໃຈເຖິງບັນດາທ່ານໝໍ, ພະຍາບານອາສາສະໝັກ ຫວຽດນາມ ເນື່ອງໃນໂອກາດວັນແພດໝໍ ຫວຽດນາມ ທີ 27 ກຸມພາ. ໃນນັ້ນ, ເພື່ອນ ແສງດາວົງ ໄດ້ແບ່ງປັນວ່າ: “ຂ້າພະເຈົ້າໄດ້ຮູ້ວ່າ ວັນແພດໝໍ ຫວຽດນາມ ແມ່ນວັນທີ 27 ກຸມພາ, ເລີ່ມແຕ່ພາຍຫຼັງປີ 1955, ໂດຍຕິດພັບກັບເຫດການ ປະທານ ໂຮ່ຈີມິນ ຂຽນຈົດໝາຍສົ່ງມາຍັງກອງປະຊຸມພະນັກງານການແພດ. ທາງກະຊວງສາທາລະນະສຸກ ຫວຽດນາມ ໄດ້ຕົກລົງເອົາວັນທີ 27 ກຸມພາ ແມ່ນວັນມູນເຊື້ອຂອງຂະແໜງ, ເພື່ອແນໃສ່ຍົກສູງໜ້າທີ່ຄວາມຮັບຜິດຊອບ ແລະ ຄວາມເກັ່ງກ້າ, ພູມປັນຍາຂອງພະນັກງານການແພດໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ບໍ່ພຽງແຕ່ປະຕິບັດໜ້າທີ່ເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ ຫວຽດນາມ ເທົ່ານັ້ນ, ໃນໄລຍະຜ່ານມາ, ມີຫຼາຍຄະນະແພດໝໍອາສາສະໝັກ ຫວຽດນາມ ໄດ້ຈັດການເຄື່ອນໄຫວກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນ ລາວ ຢູ່ຫຼາຍແຂວງເຂດຊາຍແດນຂອງ ລາວ ທີ່ຕິດກັບເຂດຊາຍແດນ ຫວຽດນາມ ອີກດ້ວຍ. ນີ້ແມ່ນການເຄື່ອນໄຫວເພື່ອປະກອບສ່ວນຍົກສູງສຸຂະພາບປະຊາຄົມ ແລະ ສ້າງຄວາມສະໜິດຕິດພັນ, ນ້ຳໃຈສາມັກຄີລະຫວ່າງປະຊາຊົນ ຫວຽດນາມ - ລາວ ໃຫ້ນັບມື້ນັບໝັ້ນຄົງໜັກແໜ້ນ”.
ເພື່ອນ ຄຳສີ ອິນທະວົງ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ໂທລະສັບມາຫາລາຍການ, ດ້ວຍເນື້ອໃນທີ່ວ່າ: ຫວ່າງມໍ່ໆມານີ້, ໃນເວັບໄຊພາກພາສາລາວ, VOV5 ໄດ້ໃຫ້ຂ່າວກ່ຽວກັບຂະບວນການແຂ່ງຂັນ “ທົ່ວປະເທດຮ່ວມແຮງຮ່ວມໃຈລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ” ແລະ “ລາຍການໜູນຊ່ວຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນຂອບເຂດທົ່ວປະເທດ”. ການເບິ່ງແຍງດູແລດ້ານເຮືອນຢູ່ໃຫ້ແກ່ປະຊາຊົນ, ໂດຍສະເພາະແມ່ນຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ຄອບຄົວທຸກຍາກ, ຄອບຄົວຖືກຜົນສະທ້ອນຈາກໄພທຳມະຊາດ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ ຫວຽດນາມ ແລະ ກຳນົດວ່າແມ່ນໜ້າທີ່ຈຸດສຸມຂອງການຮັບປະກັນຊີວິດສັງຄົມ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ. ຂ້າພະເຈົ້າເຫັນວ່າ, ນີ້ແມ່ນບັນດາລາຍການທີ່ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ. ຫວັງວ່າ, ຜ່ານລາຍການດັ່ງກ່າວ ຈະຊ່ວຍໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກຫຼາຍຄົນ ມີຊີວິດການເປັນຢູ່ທີ່ເປັນປົກກະຕິ, ພັດທະນາເສດຖະກິດ ຊ່ວຍໃຫ້ ຫວຽດນາມ ນັບມື້ນັບພັດທະນາກວ່າ.
ເພື່ອນ ວັນວິໄລ ວິໄລວົງ, ຢູ່ແຂວງ ຫົວພັນ ໄດ້ສົ່ງອີເມັວມາຫາລາຍການ, ຢາກ ຮູ້ຂ່າວກ່ຽວກັບງານແຂ່ງຂັນ Robotics ທີ່ຈັດຂຶ້ນຢູ່ ຫວຽດນາມ. ໃນນັ້ນ, ມີບັນດານັກຮຽນ ລາວ ກໍ່ໄດ້ເຂົ້າຮ່ວມລາຍການດັ່ງກ່າວ. ຂ້າພະເຈົ້າຢາກຮູ້ວ່າ, ເນື້ອໃນງານແຂ່ງຂັນຄັ້ງນີ້ແມ່ນຫຍັງ, ທິມໃດຍາດໄດ້ໄຊຊະນະໃນງານແຂ່ງຂັນຜ່ານມາ.
ເພື່ອນ ວັນວິໄລ ວິໄລວົງ ທີ່ຮັກແພງ, ງານແຂ່ງຂັນ Robotics ສາກົນ ທີ່ສະຫງວນໃຫ້ແກ່ນັກຮຽນແຕ່ຊັ້ນ ມໍ 2 - ມໍ 7 ມີຊື່ວ່າ FIRST Tech Challenge Vietnam 2024-2025 ຄັ້ງທີ 2 ຫາກໍ່ຈັດຂຶ້ນຢູ່ ມະຫາວິທະຍາໄລ FPT ສາຂາ ຮ່າໂນ້ຍ, ຫວຽດນາມ. ງານແຂ່ງຂັນໄດ້ເຕົ້າໂຮມນັກຮຽນ ຫວຽດນາມ 334 ນ້ອງ ແລະ ທິມສາກົນມາຈາກ ລາວ, ອິນໂດເນເຊຍ ພ້ອມກັນແຂ່ງຂັນເພື່ອຍາດໄດ້ສິດເຂົ້າຮ່ວມການແຂ່ງຂັນທົ່ວໂລກຢູ່ ອາເມລິກາ. ດ້ວຍຫົວຂໍ້ “Into the Deep", ຮອບຊີງຊະນະເລີດ FIRST Tech Challenge Vietnam 2024-2025 ຮຽກຮ້ອງໃຫ້ບັນດາທິມເຂົ້າຮ່ວມສ້າງໂປຼແກຼມ ແລະ ບັນຊາຫຸ່ນຍົນເພື່ອແກ້ໄຂບັນດາການທົດສອບການຄົ້ນຫາສິ່ງມີຊີວິດຢູ່ໃຕ້ທະເລ ໂດຍຜ່ານການເຄື່ອນຍ້າຍຢູ່ສະໜາມແຂ່ງຂັນ, ປະຕິບັດໜ້າທີ່ເພື່ອຍາດເອົາຄະແນນ. ສຸດທ້າຍ, ທິມ Rise And Shine ໂຮງຮຽນມັດທະຍົມຕອນປາຍ ຮາຍບ່າຈຶງ - ແທັກເທິດ ແລະ GreenAms Robotics Team ໂຮງຮຽນມັດທະຍົມຕອນປາຍສະເພາະວິຊາ ຮ່າໂນ້ຍ - Amsterdam ຄວ້າໄດ້ລາງວັນກາຍເປັນຜູ້ຕາງໜ້າ ຫວຽດນາມ ເຂົ້າຮ່ວມການແຂ່ງຂັນຢູ່ FIRST World Championship ທົ່ວໂລກ ທີ່ຈະຈັດຂຶ້ນຢູ່ ອາເມລິກາ ໃນເດືອນ ເມສາ 2025.
ຫ້ວຍນ້ຳຮ້ອນ ກິມໂບຍ
(ພາບ: ອິນເຕີເນັດ)
|
ເພື່ອນ ຄຳປະສົງ, ນັກເຝິກງານ ລາວ ພວມຮ່ຳຮຽນຢູ່ສະຖາບັນຊົນເຜົ່າ, ຮ່າໂນ້ຍ, ຢາກຊອກຮູ້ຂໍ້ມູນທີ່ວ່າ, ຢູ່ທາງພາກເໜືອ ຫວຽດນາມ ມີຫຼາຍຫ້ວຍນ້ຳຮ້ອນທຳມະຊາດບໍ່? ຂ້າພະເຈົ້າຢາກຮັບຟັງການແນະນຳສະຖານທີ່ມີຫ້ວຍນ້ຳຮ້ອນຈຳນວນໜຶ່ງ.
ເພື່ອນ ຄຳປະສົງ ທີ່ຮັກແພງ, ຢູ່ທາງພາກເໜືອ ຫວຽດນາມ ມີຫ້ວຍນ້ຳຮ້ອນຢູ່ຫຼາຍບ່ອນ. ຕໍ່ໄປນີ້, ທາງລາຍການຈະແນະນຳສະຖານທີ່ຈຳນວນໜຶ່ງຢູ່ໃກ້ກັບ ຮ່າໂນ້ຍ ໃຫ້ເພື່ອນເດີ.
1 ເຂດທ່ອງທ່ຽວ ຄວາງແຊັງ - ຊ້ວຍຕຽນ ຫ້ວຍນ້ຳຮ້ອນ ບາວີ່: ເຂດທ່ອງທ່ຽວ ຄວາງແຊັງ ຊ້ວຍຕຽນ ແມ່ນສະຖານທີ່ທີ່ມີຊື່ສຽງຢູ່ເຂດ ບາວີ່, ນະຄອນ ຮ່າໂນ້ຍ. ນີ້ແມ່ນເຂດອາບນ້ຳຮ້ອນທຳມະຊາດ ຄະນະຄຸ້ມຄອງໄດ້ປົວແປງນຳເຂົ້າເຄື່ອນໄຫວສົບທົບກັບການທ່ອງທ່ຽວ. ແຫ່ງນີ້ມີແຫຼ່ງນ້ຳຮ້ອນທີ່ໄຫຼອອກມາຈາກພູ.
2 ດອນ ງອັກແຊັງ Resort - ຝູທໍ້: ແມ່ນຫ້ວຍນ້ຳຮ້ອນທຳມະຊາດຢູ່ເທດສະບານ ແທັງຖຸຍ, ເມືອງ ແທັງຖຸຍ, ແຂວງ ຝູທໍ້. ແຫ່ງນີ້ມີຫ້ວຍນ້ຳຮ້ອນທຳມະຊາດ, ອຸນຫະພູມແຕ່ 44 – 55 ອົງສາ C.
3 ຫ້ວຍນ້ຳຮ້ອນ ກິມໂບຍ: ຫ້ວຍນ້ຳຮ້ອນ ກິມໂບຍ ແມ່ນຫ້ວຍນ້້ຳຮ້ອນທຳມະຊາດ, ຕັ້ງຢູ່ບ້ານ ເມີດາ, ຕາແສງ ຮະບີ່, ເມືອງ ກິມໂບຍ, ແຂວງ ຮວ່າບິ່ງ, ຫ່າງຈາກນະຄອນ ຮ່າໂນ້ຍ ປະມານ 66 ກມ. ລາຄາຊື້ປີ້ອາບນ້ຳຮ້ອນແມ່ນປະມານ 80.000 ດົ່ງ.