ຈຸດໝາຍສ້າງຕັ້ງປະຊາຄົມລວມ ອາຊຽນ (2015) ໃກໆມາຮອດແລ້ວ. ໜຶ່ງໃນບັນດາບັນຫາທີ່ບັນດາການນຳ ອາຊຽນ ພວມເອົາໃຈໃສ່ນັ້ນແມ່ນສາມາດຈະຫັນມາດຕະຖານສະຫຼອງໃບຢັ້ງຢືນ, ປັບປຸງຍົກລະດັບສີມື, ຄວາມຮູ້ຂອງໄວໜຸ່ມ ອາຊຽນ ໃນວິວັດການເຊື່ອມໂຍງເຂົ້າກັບພາກພື້ນເປັນຄົບຊຸດ. ດັ່ງນັ້ນໃນຊຸມປີຜ່ານມາ, ບັນດາປະເທດ ອາຊຽນ ຍາມໃດກໍ່ຕັ້ງໜ້າຊຸກຍູ້ການພົວພັນຮ່ວມມືໃນຂົງເຂດສຶກສາ, ບຳລຸງສ້າງທຸກຂັ້ນ, ພ້ອມທັງຊຸກຍູ້ບັນດາອົງການ, ໂຮງຮຽນຢູ່ແຕ່ລະປະເທດຊອກຫາຄູ່ຮ່ວມມືຂອງຕົນຢູ່ບັນດາປະເທດອື່ນໃນພາກພື້ນ. ສິ່ງດັ່ງກ່າວປະກອບສ່ວນຊ່ວຍບັນດາເພື່ອນໜຸ່ມໃນພາກພື້ນຫຍັບມໍ່ໃກ້ກັນກ່ວາ, ມຸ່ງໄປເຖິງປະຊາຊົນເອກະພາບ ດ້ວຍລະດັບທີ່ຄ້າຍຄືກັນໃນທ້າຍປີນີ້. ເຊີນທ່ານເບິ່ງຄືນບາງຮູບພາບກ່ຽວກັບການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນຄື: ອິນໂດເນເຊຍ, ລາວ, ໄທ ແລະ ກຳປູເຈຍ.
ອິນໂດເນເຊຍ - ຫວຽດນາມ
![ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_06_25/indonesia 1a_copy.jpg)
ວັນທີ 11/6/2015, ໄດ້ດຳເນີນພິທີລົງນາມຂໍ້ຕົກລົງຮ່ວມມືໃນນັ້ນມີພິທີເຊັນບົດ ບັນທຶກຊ່ວຍຈຳຮ່ວມມືລະຫວ່າງສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ກັບ ວິທະຍາໄລຟ້ອນ ຫວຽດນາມ ແລະ ບົດບັນທຶກຊ່ວຍຈຳລະຫວ່າງມະຫາວິທະຍາໄລ Tadulako ແລະ ມາຫະວິທະຍາໄລ ຮ່າໂນ້ຍ.
|
![ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 3](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_06_25/indonesia 2_copy.jpg)
ໃນປີ 2015 ມີນັກສຶກສາຕ່າງປະເທດ 17 ຄົນເຂົ້າຮຽນຢູ່ ມະຫາວິທະຍາໄລ Tadulako, ໃນນັ້ນມີນັກສຶກສາ ຫວຽດນາມ 4 ຄົນ. ບັນດານັກສຶກສາໄດ້ມີໜ້າຢູ່ໂຮງຮຽນແຕ່ວັນທີ 17/5/2015 ເພື່ອເຂົ້າຮ່ວມຊຸດຮຽນພາສາ ອິນໂດເນເຊຍ ໃນເວລາ 3 ເດືອນກ່ອນທີ່ເຂົ້າຮ່ວມບັນດາຊຸດຮຽນທາງການໃນຕົ້ນເດືອນ 9 ຈະມາເຖິງ. |
![ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 4](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_06_25/indonesia 3_copy.jpg)
ບັນດາຄູສອນ ຟ້ອນ Jaipongan ມາຈາກ ອິນໂດເນເຊຍ ໄດ້ແນະນຳບັນດາວາດຟ້ອນທີ່ເປັນມູນເຊື້ອຂອງ ອິນໂດເນເຊຍ ໃຫ້ແກ່ນັກສຶກສາ ວິທະຍາໄລ ຟ້ອນ ຮ່າໂນ້ຍ ໃນວັນທີ 2/12/2014. |
ໄທ - ຫວຽດນາມ
![ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 5](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_06_25/thai lan1.jpg)
ການເສັງບັນລະຍາຍດ້ວຍພາສາ ໄທ ຄັ້ງທີ 4 ປີ 2015 ດ້ວຍຫົວຂໍ້ “ຂ້າພະເຈົ້າຢາກເວົ້າກັບຄົນໄທວ່າ…” ດຳເນີນໃນວັນທີ 14/5/2015.
|
![ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 6](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_06_25/thai lan 2.jpeg)
ການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ນັກສຶກສາ ຫວຽດນາມ ຢູ່ ໄທ: ຄວາມສະດວກ ແລະ ຄວາມຫຍຸ້ງຍາກຕໍ່ໜ້າການສ້າງຕັ້ງປະຊາຄົມ ອາຊຽນ 2015” ດຳເນີນໄປໃນວັນທີ 9/1/2015 ຢູ່ນະຄອນຫຼວງ ບາງກອກ.
|
![ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 7](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_06_25/thai lan 3.jpg)
ລາຍການ “ພົວພັນແລກປ່ຽນຊາວໜຸ່ມ ຫວຽດນາມ - ໄທ” ຄັ້ງທີ 6 ດຳເນີນແຕ່ວັນທີ 18 – 27/8/2014 ຢູ່ຮ່າໂນ້ຍ. ນັກສຶກສາ 24 ຄົນໄດ້ຮັບການເລືອກເຟັ້ນຈາກບັນດາມະຫາວິທະຍາໄລ ຫວຽດນາມ ແລະ ໄທ ມີໂອກາດພົບປະແລກປ່ຽນ, ຊອກຮູ້ວັດທະນະທຳ, ພາສາຂອງປະເທດເພື່ອນມິດ.
|
ລາວ - ຫວຽດນາມ
![ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 8](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_06_25/lao 1.jpg)
ພິທີຕັດແຖບຜ້າ ແລະ ມອບສົ່ງໂຮງຮຽນການເມືອງ - ການປົກຄອງແຂວງ ຫົວພັນ, ເຊິ່ງແມ່ນຂອງຂວັນຂອງອຳນາດການປົກຄອງ ແລະ ປະຊາຊົນແຂວງ ແທງຮ໋ວາ ສະຫງວນໃຫ້ແຂວງ ຫົວພັນ ດຳເນີນໄປໃນວັນທີ 6/6/2015. |
![ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 9](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_06_25/lao 2.jpg)
ພິທີມອບສົ່ງສູນສອນພາສາ ຫວຽດນາມ, ເຊິ່ງແມ່ນຂອງຂວັນຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ສະຫງວນໃຫ້ແກ່ປະຊາຊົນແຂວງ ຫົວພັນ ຖືກຈັດຕັ້ງໃນວັນທີ 4/6/2015. |
![ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 10](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_06_25/lao 3.jpg)
ຮອງສາດສະດາຈານ, ດຣ ກອງສີ ແສງມາລີ - ລັດຖະມົນຕີຊ່ວຍວ່າການກະຊວງສຶກສາ ແລະ ກິລາ ລາວ ແລະ ທ່ານສາດສະດາຈານ, ດຣ ວິທະຍາສາດ ບຸ່ຍວັນກາ - ລັດຖະມົນຕີຊ່ວຍວ່າການກະຊວງສຶກສາ - ບຳລຸງສ້າງ ຫວຽດນາມ ດຳເນີນກອງປະຊຸມສະຫລຸບແຜນຮ່າງຮ່ວມມືດ້ານການສຶກສາ ຫວຽດນາມ - ລາວ ໄລຍະ 2011 – 2015 ດຳນີນໄປຢູ່ວຽງຈັນ ໃນວັນທີ 20/5/2015.
|
ກຳປູເຈຍ - ຫວຽດນາມ
![ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 11](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_06_25/campuchia 1.jpg)
ວັນທີ 12/6/2015, ທ່ານ Chan Chea ໄດ້ມອບຫຼຽນໄຊຂັ້ນນາຍພົນໃຫ້ທ່ານພົນໂທ ຫງວຽນຮູຍຮ້ຽວ ຢູ່ມະຫາວິທະຍາໄລ ທ໋າຍງວຽນ |
![ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 12](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_06_25/campuchia 2.jpg)
ທ່ານຮອງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ ຫງວຽນທິຮົ່ງ ຕ້ອນຮັບທ່ານລັດຖະມົນຕີວ່າການກະຊວງວັດທະນະທຳ ແລະ ສິລະປະ ກຳປູເຈຍ Phoeurng Sackona. |
![ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ ລະຫວ່າງ ຫວຽດນາມ ແລະ ບາງປະເທດໃນພາກພື້ນ - ảnh 13](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_06_25/campuchia 3.jpg)
ການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຂະແໜງທ່ອງ ທ່ຽວ ກຳປູເຈຍ. ທ່ານລັດຖະມົນຕີຊ່ວຍວ່າການກະຊວງທ່ອງທ່ຽວ ກຳປູເຈຍ Prak Chandara ແລະ ທ່ານຫົວໜ້າສະຖານກົງສູນ ກຳປູເຈຍ ປະຈຳ ຫວຽດນາມ SimSokhom (ຝ່າຍຂວາ) ໄດ້ຮັບຂອງຂວັນສະເຫຼີມສະຫຼອງຂອງວິທະຍາໄລ ວັດທະນະທຳສິລະປະ ແລະ ທ່ອງທ່ຽວໄຊງ່ອນ ໃນວັນທີ 21/2/2015. |