ວັດຖຸພັນອັນລຳ້ຄ່າແຫ່ງຊາດ, ຄວາມເອກອ້າງທະນົງໃຈຂອງຊາດ
Lan Anh -  
(vovworld) - ເປັນຄັ້ງທຳອິດ “ວັດຖຸພັນອັນລຳ້ຄ່າແຫ່ງຊາດຫວຽດນາມ“ 18 ຢ່າງ ໄດ້ນຳມາວາງສະແດງຢູ່ຫໍພິພິດທະພັນປະຫວັດສາດແຫ່ງຊາດ, ເຮືອນເລກ 1 ຖະໜົນ ຈ່າງຕ່ຽນ, ຮ່າໂນ້ຍ. ງານວາງສະແດງດຳເນີນແຕ່ວັນທີ 10/1 ເຖິງໝົດເດືອນ 5/2017.
ວັດຖຸພັນອັນລຳ້ຄ່າແຫ່ງຊາດຫວຽດນາມ 18 ຢ່າງແມ່ນບັນດາມໍລະດົກວັດທະນະທຳເຊິ່ງຫໍພິພິທະພັນປະຫວັດສາດແຫ່ງຊາດພວມຮັກສາໄວ້ ພ້ອມກັບເອກະສານ, ວັດຖຸພັນທີ່ມີຄ່າອື່ນອີກເກືອບ 2 ແສນຢ່າງ. ວັດຖຸພັນອັນລຳ້ຄ່າແຫ່ງຊາດຫວຽດນາມ18 ຢ່າງ, ແມ່ນບັນດາວັດຖຸພັນທີ່ຫາຍາກ ແລະ ເປັນເອກະລັກສະເພາະໃນຈຳນວນວັດຖຸພັນເຫຼົ່ານັ້ນ. ງານວາງສະແດງຄັ້ງນີ້ແມ່ນໂອກາດເພື່ອໃຫ້ຜູ້ຊົມມີວິໄສທັດສັງລວມກ່ຽວກັບບັນດາວັດຖຸພັນອັນລ້ຳຄ່າແຫ່ງຊາດ ກໍ່ຄືຄົ້ນຫາບັນດາເລື່ອງລາວປະຫວັດສາດ, ວັດທະນະທຳທີ່ຊ້ອນແຝງໃນວັດຖຸພັນແຕ່ລະຢ່າງ
![ວັດຖຸພັນອັນລຳ້ຄ່າແຫ່ງຊາດ, ຄວາມເອກອ້າງທະນົງໃຈຂອງຊາດ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2017_01_12/b1.jpg)
ປ້າຍໂຄສະນາແນະນຳງານວາງສະແດງຢູ່ປະຕູໃຫຍ່ຫໍພິພິທະພັນປະຫວັດສາດແຫ່ງຊາດ.
|
![ວັດຖຸພັນອັນລຳ້ຄ່າແຫ່ງຊາດ, ຄວາມເອກອ້າງທະນົງໃຈຂອງຊາດ - ảnh 2](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2017_01_12/b2.jpg)
ລະຄັງວັດ ເວິນບານ, ແມ່ນໜຶ່ງໃນບັນດາລະຄັງທອງບູຮານທີ່ມີຂະໜາດໃຫຍ່, ໄດ້ຮັບການປະດິດສ້າງຢ່າງລະອຽດລະອໍ ແລະ ສວຍງາມທີ່ສຸດຂອງອະລິຍະທຳ ດ້າຍຫວຽດ, ເປັນພະຍານຫຼັກຖານ ສ່ອງແສງໃຫ້ເຫັນການພັດທະນາຂອງສູນກາງພຸດທະສາສະໜາໃຫຍ່ໃນສະໄໝລາຊະວົງ ຫຼີ - ເຈິ່ນ. ນີ້ຍັງແມ່ນແຫຼ່ງເອກະສານອັນລຳ້ຄ່າເພື່ອຄົ້ນຄ້ວາສິລະປະ ແລະ ວັດທະນະທຳພຸດທະສາສະໜາຫວຽດນາມ.
|
![ວັດຖຸພັນອັນລຳ້ຄ່າແຫ່ງຊາດ, ຄວາມເອກອ້າງທະນົງໃຈຂອງຊາດ - ảnh 3](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2017_01_12/b3.jpg)
ມັງກອນສະໄໝລາຊະວົງ ເຈິ່ນ ຢູ່ເທິງຫູລະຄັງວັດ ເວິນບານ
|
![ວັດຖຸພັນອັນລຳ້ຄ່າແຫ່ງຊາດ, ຄວາມເອກອ້າງທະນົງໃຈຂອງຊາດ - ảnh 4](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2017_01_12/b4.jpg)
ໂຖດິນເຜົາເຄືອບມີລວດລາຍສີກະເບົາທີ່ໄດ້ຮັບການຄົ້ນພົບຢູ່ເຂດວິຫານ ເຈິ່ນ, ບ້ານ ໝາກ, ຕາແສງ ໂລກເວື້ອງ, ນະຄອນ ນາມດິ້ງ, ເມື່ອປີ 1972. ນີ້ແມ່ນສິລະປະທີ່ເປັນເອກະລັກສະເພາະ ແລະ ດີທີ່ສຸດໃນບັນດາເຄື່ອງເຄືອບດິນເຜົາທີ່ໄດ້ພົບເຫັນໃນສະໄໝລາຊະວົງ ເຈິ່ນ.
|
![ວັດຖຸພັນອັນລຳ້ຄ່າແຫ່ງຊາດ, ຄວາມເອກອ້າງທະນົງໃຈຂອງຊາດ - ảnh 5](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2017_01_12/b5.jpg)
ປື້ມບັນທຶກປະຈຳວັນໃນຄຸກດ້ວຍພາສາຈີນຂອງປະທານ ໂຮ່ຈີມິນ, ໃນນັ້ນມີ 133 ບົດກະວີ, ໂດຍປະທານ ໂຮ່ຈີມິນຂຽນໃນໄລຍະຖືກອຳນາດການປົກຄອງ ຈ໋າງເຈຍສື໋ ຈັບ ແລະ ກັກຂັງຢູ່ ຈີນ ແຕ່ປີ 1942-1943.
|
![ວັດຖຸພັນອັນລຳ້ຄ່າແຫ່ງຊາດ, ຄວາມເອກອ້າງທະນົງໃຈຂອງຊາດ - ảnh 6](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2017_01_12/b6.jpg)
ໂຖດິນເຜົາເຄືອບສີຟ້າແຕ້ມຮູບນົກຫົງ. ນີ້ແມ່ນໜຶ່ງໃນບັນດາ ໂຖດິນເຜົາເຄືອບທີ່ຍັງຄົງຮັບສາຮູບເດີມໄວ້ໄດ້ຄືເກົ່າໃນຈຳນວນວັດຖຸພັນທີ່ຄົ້ນເຫັນໃນກຳ່ປັ່ນຖືກຈົມນ້ຳຢູ່ ກູ່ລາວຈ່າມ, ແຂວງ ກວາງນາມ ເມື່ອປີ 1999-2000.
|
![ວັດຖຸພັນອັນລຳ້ຄ່າແຫ່ງຊາດ, ຄວາມເອກອ້າງທະນົງໃຈຂອງຊາດ - ảnh 7](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2017_01_12/b7.jpg)
ກາຈຳ້ ເຊິ່ງເຈົ້າຊີວິດ ມິງເມ້ັງ ໃຫ້ຫຼໍ່ ເມື່ອປີ 1827. ນີ້ແມ່ນວັດຖຸພັນທີ່ເປັນສັນຍາລັກໃຫ້ສິດອຳນາດຂອງສະໄໝລາຊະວົງ ຫງວຽນ.
|
![ວັດຖຸພັນອັນລຳ້ຄ່າແຫ່ງຊາດ, ຄວາມເອກອ້າງທະນົງໃຈຂອງຊາດ - ảnh 8](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2017_01_12/b8.jpg)
ໂຖດ່າວທິ້ງດ້ວຍທອງ, ທີ່ຂຶ້ນກັບວັດທະນະທຳ ດົງເຊີນ, ແມ່ນໂຖທີ່ມີຂະໜາດໃຫຍ່ສຸດ, ມີລວດລາຍປະດັບຢ່າງອຸດົມສົມບຸນ, ຄັກແນ່, ລະອຽດລະອໍ, ສວຍງາມ ແລະ ເປັນເອກະລັກສະເພາະ. ດ້ວຍເສັ້ນຜ່າກາງປາກ: 61cm; ເສັ້ນຜ່າກາງກົ້ນ: 60 cm; ສູງ 90 cm, ເຊິ່ງໄດ້ຄົ້ນພົບຢູ່ຕາແສງ ດ່າວທິ້ງ, ເຈິ໋ນອຽນ, ອຽນບ໋າຍ.
|
![ວັດຖຸພັນອັນລຳ້ຄ່າແຫ່ງຊາດ, ຄວາມເອກອ້າງທະນົງໃຈຂອງຊາດ - ảnh 9](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2017_01_12/b9.jpg)
ບັນດານັກທ່ອງທ່ຽວຕ່າງປະເທດພວມຊົມໂຖດ່າວທິ້ງດ້ວຍທອງ.
|
![ວັດຖຸພັນອັນລຳ້ຄ່າແຫ່ງຊາດ, ຄວາມເອກອ້າງທະນົງໃຈຂອງຊາດ - ảnh 10](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2017_01_12/b10.jpg)
ລວດລາຍທີ່ປະດັບໃນໜ້າກອງທອງ ຮ່ວາງຮ້າ, ເຊິ່ງແມ່ນໜຶ່ງໃນບັນດາຜະລິດຕະພັນທີ່ລືຊື່, ຂຶ້ນກັບວັດທະນະທຳ ດົງເຊີນ, ເຊິ່ງໄດ້ຮັບການຄົ້ນພົບຢູ່ບ້ານ ຮ່ວາງຮ້າ, ເມືອງ ຟູ໋ຊວຽນ, ຮ່າໂນ້ຍ, ເມື່ອວັນທີ 13/7/1937.
|
Lan Anh