ຮັກສາວາດຟ້ອນພື້ນເມືອງເຕິຍງວຽນສຳລັບບັນດາເຜົ່າຢູ່ເຂດເຕິຍງວຽນ,
!ຮທ ?ຮຳ -  
(VOVWORLD) -ຟ້ອນພື້ນເມືອງບໍ່ພຽງແຕ່ແມ່ນການເຄື່ອນໄຫວສິລະປະເທົ່ານັ້ນ ຫາກຍັງແມ່ນການສ່ອງແສງຊີວິດຊຸມຊົນ, ມີລັກສະນະສັກສິດ. ແຕ່ລະຈັງຫວະ ຫຼື ການປິ່ນໂຕ ກໍ່ລ້ວນແຕ່ການຊ້ອນແຝງຈຸດວັດທະນະທຳຂອງບັນດາເຜົ່າ ແລະ ຂອງໝູ່ບ້ານ. ຢູ່ແຂວງ ດັກລັກ ພ້ອມກັບຄວາມມານະພະຍາຍາມຂອງຂະແໜງວັດທະນະທຳ, ປະຊາຊົນເປັນຕົ້ນແມ່ນໄວໜຸ່ມພວມຄ່ອຍໆຮຽນວາດຟ້ອນຂອງເຜົ່າຕົນ ເພື່ອສືບຕໍ່ຮັກສາວາດຟ້ອນພື້ນເມືອງເຂດ ເຕິຍງວຽນ
ພວກນາງສາວເຜົ່າເອເດພວມແອບຟ້ອນ |
ຢູ່ໜ້າສາລາບ້ານທີ່ ຕາແສງ ແທັ່ງເຍິດ ແຂວງ ດັກລັກ ມີຊາວໜຸ່ມນັບ 10 ຄົນເຜົ່າເອເດ ພວມຝຶກແອບບົດຟ້ອນ ນົກກຣື໊. ສຳລັບພາສາເຜົ່າ ເອເດ ກຣື໊ ໝາຍເຖິງ ນົກອິນຊີ. ວາດຟ້ອນນີ້ເຄີຍຟ້ອນໃນບັນດາງານບຸນໃຫຍ່ ຫຼື ພິທີໄຫວບູຊາເທວະດາຟ້າແຖນ.
ແຕ່ລະຈັງວະມື, ແຕ່ລະບາດຕີນທີ່ອ່ອນຊ້ອຍ ໄດ້ສະແດງໃຫ້ເຫັນກຳລັງແຮງ ແລະ ຄວາມອ່ອນໂຍນ. ນາງ ເຮີວານາ ກະຕູນ ຢູ່ບ້ານ ກີ ຕາແສງ ແທັ່ງເຍິດ ໃຫ້ຮູ້ວ່າ:
“ໃນວາດໂອນ ນົກຫຣື໊ ຍາກທີ່ສຸດແມ່ນຈັງຫວະມື. ຖ້າຫາກເຮັດບໍ່ຖືກຈະເມື່ອຍໄວ. ເມື່ອຝຶກແອບພວກຂ້າພະເຈົ້າກໍ່ໄດ້ເລີ່ມແອບຈາກບາດຕີນ, ນັບຕາມຈັງຫວະ ຈຶ່ງຫັນໄປສູ່ຈັງຫວະມື. ແຕ່ລະຄົນກໍ່ຕ້ອງໃຊ້ມືສ້າງເປັນຮູບ ນົກຫຣື໊”.
ທ່ານ ປອ ເລືອງແທັງເຊີນ ອະດີດຜູ້ອຳນວຍການຫໍພິພິທະພັນ ດັກລັກ ໃຫ້ຮູ້ວ່າແຕ່ລະວາດຟ້ອນກໍ່ລ້ວນແຕ່ຊ້ອນແຝງຄວາມໝາຍເຄົາລົບນັບຖືເທວະດາແຖນ, ຮັບຕ້ອນລະດູການຜະລິດໄດ້ຮັບຜົນດີ ຫຼື ສະແດງຄວາມມ່ວນຊື່ນໃນມື້ສາມັກຄີ. ທ່ານ ເຊີນ ເວົ້າວ່າ:
“ບັນດາວາດຟ້ອນຂອງບັນດາເຜົ່າຢູ່ເຂດ ເຕິຍງວຽນ ເຄີຍວາດພາບເຖິງການເຄື່ອນໄຫວຜະລິດ ດຳເນີນຊີວິດປະຈຳວັນຂອງປະຊາຊົນ. ນອກຈາກນັ້ນກໍ່ຍັງມີຈັງຫວະຟ້ອນສະແດງໃຫ້ເຫັນຄວາມຮັກແພງອາລົມຈິດຕໍ່ບ້ານເກີດເມືອງນອນ, ຕໍ່ພູຜາປ່າໄມ້ ຕົ້ນໄມ້ໃບຫຍ້າ ຫ້ວຍນ້ຳລຳເຊ”.
ຕາມນັກສິລະປິນດີເດັ່ນ ຫວູເລິນ ຫົວໜ້າສະມາຄົມສິລະປະວັນນະຄະດີພື້ນເມືອງ ຫວຽດນາມ ຢູ່ ດັກລັກ ແລ້ວ, ຟ້ອນພື້ນເມືອງມີສາຍກ່ຽວພັນສະໜິດແໜ້ນກັບການເຫຼື້ອມໃສຈິດວິນຍານຂອງແຕ່ລະເຜົ່າ. ທ່ານ ໃຫ້ຮູ້ວ່າ:
“ຟ້ອນພື້ນເມືອງໄດ້ຮັບຖືວ່າ ແມ່ນພິທີກຳຂອງການເຄື່ອນໄຫວວັດທະນະທຳຊຸມຊົນ ຫຼື ແມ່ນພິທີກຳມີລັກສະນະສັກສິດ. ທີ່ຈິງແລ້ວ ນັ້ນແມ່ນບັນດາວາດຟ້ອນທີ່ເປັນເອກະລັກ. ແຕ່ລະວາດຟ້ອນພື້ນເມືອງກໍ່ລ້ວນແຕ່ມີຄວາມລະອຽດອ່ອນ ແລະ ນຳມາເຊິ່ງປະສິດທິຜົນສູງ”.
ເມື່ອບໍ່ດົນມານີ້ ສະມາຄົມສິລະປະວັນນະຄະດີແຂວງ ດັກລັກ ໄດ້ເປີດຊຸດຝຶກອົບຮົມຟ້ອນພື້ນເມືອງເຂດ ເຕິຍງວຽນ ຢູ່ບ້ານ ເຕິງຢູ໊ ຕາແສງ ອີອາກາ ແນໃສ່ປຸກລຸກຄວາມຮັກວັກທະນະທຳບັນດາເຜົ່າ ສົ່ງເສີມໄວໜຸ່ມອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ. ນາງ ເຮີຮ່ຽນມະໂລ ຢູ່ບ້ານ ເມີອົວ ຕາແສງ ອີອາກາ ຜູ້ເຂົ້າຮ່ວມຊຸດຝືກອົບຮົມເປີດເຜີຍວ່າ:
“ສຳລັບນ້ອງແລ້ວສອງສິ່ງທີ່ສຳຄັນທີ່ສຸດຂອງສີສັນວັດທະນະທຳບັນດາເຜົ່າ ແມ່ນທຳນອງເພງພື້ນເມືອງ ແລະ ວາດຟ້ອນພື້ນເມືອງ. ນ້ອງຈະເປັນຜູ້ມີຄວາມຮັບຜິດຊອບໃນການຮັກສາມູນເຊື້ອວັດທະນະທຳນີ້. ນ້ອງກໍ່ຢາກໃຫ້ທຸກໆຄົນ ແລະ ໄວໜຸ່ມມີຄວາມຮັບຜິດຊອບຮັກສາສີສັນວັດທະນະທຳບັນດາເຜົ່າ ເພື່ອບໍ່ໃຫ້ສູນຫາຍໄປ”.
ໃນທ່າມກາງການດຳລົງຊີວິດຍຸກທັນສະໄໝຂະນະທີ່ບັນດາຄຸນຄ່າພື້ນເມືອງພວມຄ່ອຍໆຖືກຫຼົງລືມ, ການຟື້ນຟູ ແລະ ແຜ່ກະຈາຍວາດຟ້ອນພື້ນເມືອງບໍ່ພຽງແຕ່ແມ່ນເພື່ອອະນຸລັກປະເພດສິລະປະເທົ່ານັ້ນ ຫາກຍັງເປັນການຮັກສາວາດຟ້ອນທຳນອງເພງພື້ນເມືອງເພື່ອດັງກ້ອງກັງວານຜ່ານຫຼາຍເຊັ່ນຄົນ.
!ຮທ ?ຮຳ