ການທ່ອງທ່ຽວດົນຕີ ຊຸກຍູ້ອຸດສາຫະກຳວັດທະນະທຳ ຮ່າໂນ້ຍ.

(VOVWORLD) -ຮ່າໂນ້ຍ ວາງເປົ້າໝາຍເຖິງປີ 2030, ອຸດສາຫະກຳວັດທະນະທຳກາຍເປັນຂະແໜງເສດຖະກິດປາຍແຫຼມໂດຍພື້ນຖານ,ສູ້ຊົນບັນລຸລາຍຮັບຈາກບັນດາຂະແໜງອຸດສາຫະກຳວັດທະນະທຳ ປະກອບສ່ວນປະມານ 8% GRDP ຂອງນະຄອນ. ປັດຈຸບັນທ່ອງທ່ຽວດົນຕີ ແມ່ນໜຶ່ງໃນບັນດາສ່ວນປະກອບຂອງອຸດສາຫະກຳວັດທະນະທຳ ພວມໄດ້ຮັບການນຳໃຊ້ຈາກນະຄອນຫຼວງ ເຊິ່ງໄດ້ເປີດໂອກາດໃຫຍ່ເພື່ອຊຸກຍູ້ອຸດສາຫະກຳວັດທະນະທຳຂອງ ຮ່າໂນ້ຍ
 
ການທ່ອງທ່ຽວດົນຕີ ຊຸກຍູ້ອຸດສາຫະກຳວັດທະນະທຳ ຮ່າໂນ້ຍ. - ảnh 1ລາຍການສະແດງດົນຕີ ໄດ້ດຶງດູດ ຜູ້ນິຍົມດົນຕີ ພິເສດແມ່ນໄວໜຸ່ມ

     ຕົ້ນເດືອນພະຈິກ ທີ່ຜ່ານມາ, ກອງດົນຕີ K-Pop ມີລາຍການສະແດງໃນສອງຄຳຄືນຢູ່ ຮ່າໂນ້ຍ ໃນເຫດການ G-Dragon 2025 World Tour. ແຕ່ລະຄ່ຳຄືນກໍ່ດຶງດູດຜູ້ຊົມປະມານ 50.000 ຄົນ ທັງຂອງຫວຽດນາມ ແລະ ຕ່າງປະເທດ. ມີຫຼາຍຄົນກໍ່ມີແຜນມາທ່ຽວ ຮ່າໂນ້ຍ ເພື່ອຊີມລົດຊາດເຍື່ອງອາຫານເຝີ, ເຂົ້າປຸ້ນຫອຍ, ເຂົ້າຈີ່, ເຂົ້າເໝົ້າ ຫຼື ດື່ມກາເຟ

      ໃນມໍ່ໆມານີ້ ບັນດາລາຍການສະແດງດົນຕີ ໄດ້ຖືກຈັດຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ ອັນໄດ້ສ້າງເປັນຂະບວນການຄອນເສີດຂອງຜູ້ນິຍົມ ພິເສດແມ່ນໄວໜຸ່ມ. ນີ້ແມ່ນໄດ້ຮັບຖືວ່າ ແມ່ນສັນຍານທີ່ດີສຳລັບຂະແໜງອຸດສາຫະກຳບັນເທີງ ເວົ້າສະເພາະ ແລະ ອຸດສາຫະກຳວັດທະນະທຳ ເວົ້າລວມ. ພ້ອມກັນນັ້ນ ກໍ່ຜ່ານບັນດາເຫດການດົນຕີນີ້ ກໍ່ປະກອບສ່ວນຍົກສູງພາບພົດສະຖານທີ່ທ່ອງທ່ຽວ ຮ່າໂນ້ຍ ທີ່ສະໜິດສະໜົມມີຄຸນນະພາບ ແລະ ທັນສະໄໝ. ທ່ານ ຟ້າມຢຸຍເຫງຍ ຜູ້ອຳນວຍການບໍ່ລິສັດທ່ອງທ່ຽວ ບານເຈິນຫວຽດ ໃຫ້ຮູ້ວ່າ:

“ພາບພົດນະຄອນຫຼວງ ຮ່າໂນ້ຍ ປອດໄພ, ສະໜິດສະໜົມ ແລະ ມີຊີວິດຊີວາ ຂະນະທີ່ດົນຕີໄດ້ແຜ່ກະຈາຍຢ່າງວ່ອງໄວ ເຫດການໜຶ່ງທີ່ປະສົບຜົນສະເລັດ ພາບພົດ ຮ່າໂນ້ບ ຈະແຜ່ກະຈາຍສສູ່ນັບພັນຄົນ, ບັນດາກລິບວິແດວ ດ້ວຍຜູ້ເຂົ້າຊົມນັບລ້ານເທື່ອຄົນ. ແລະ ນີ້ແມ່ນໂອກາດທີ່ດີ ເພື່ອໃຫ້ພວກເຮົາກຳນົດຮ່າໂນ້ຍ ແມ່ນສະຖານທີ່ອະລິຍະທຳ ແລະ ເຕັມໄປດ້ວຍພະລັງຊີວິດ”.

ປັດຈຸບັນໃນສະພາບການທີ່ຜູ້ຊົມ ພິເສດແມ່ນໄວໜຸ່ມ ໄດ້ເປັນເຈົ້າການເຄື່ອນຍ້າຍ ລະຫວ່າງແຂວງ ນະຄອນ ມາຊົມບັນດາເຫດການດົນຕີໂດຍກົງ ເຊິ່ງສະແດງໃຫ້ເຫັນການປ່ຽນແປງທີ່ສຳຄັນ ໃນການຮັບຊົມລາຍການສະແດງດົນຕີສິລະປະຂອງຜູ້ຊົມຍຸກທັນສະໄໝ. ທ່າອ່ຽງນີ້ກໍ່ຮຽກຮ້ອງໃຫ້ບັນດາຜູ້ຈັດຕັ້ງ ກໍ່ຕ້ອງຍົກລະດັບວິທີປະຕິບັດເພື່ອໃຫ້ບັນດາເຫດການດົນຕີສິລະປະໄດ້ຮັບການລົງທຶນເປັນມືອາຊີບ ເປັນແບບເປັນແຜນ ເຊິ່ງຈະປະກອບສ່ວນເຮັດໃຫ້ຊີວິດດົນຕີເພີ່ມຄວາມອຸດົມສົມບູນ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຮັບຊົມສິລະປະຂອງຜູ້ຊົມຫຼາຍຊັ້ນຄົນ. ນັກດົນຕີ ຫງວຽນຕ໊ຽນແມັ້ງ ຮອງປະທານສະມາຄົມດົນຕີຮ່າໂນ້ຍ ໃຫ້ຮູ້ວ່າ:

“ຮ່າໂນ້ຍ ມີທ່າໄດ້ປຽບຫຼາຍຢ່າງ ພິເສດແມ່ນພື້ນຖານວັດທະນະທຳ ແລະ ສີສັນເຂດຕົວເມືອງດ້ວຍວັດທະນະທຳພື້ນເມືອງ ສົມທົບກັບທັນສະໄໝ. ຂະນະທີ່ສາມປັດໄຈຄື ພື້ນຖານໂຄງລ່າງ, ນະໂຍບາຍ ແລະ ສີສັນພັດທະນາຢ່າງຄົບຊຸດ, ຮ່າໂນ້ຍ ສາມາດກາຍເປັນສະຖານທີ່ຈັດລາຍການຄອນເສີດ ແລະ ກາຍເປັນສະຖານທີ່ເພື່ອຈັດຕັ້ງເຫດການດົນຕີຂອງພາກພື້ນອາຊີ ເຊິ່ງບໍ່ພຽງແຕ່ດຶງດູດຜູ້ຊົມຊາວ ຫວຽດນາມ ເທົ່ານັ້ນ ຫາກຍັງດຶງດູດແຂກທ່ອງທ່ຽວສາກົນອີກດ້ວຍ”.

 ຕາມ ປອ. ເລກວາງດັງ ສະຖາບັນ ວັດທະນະທຳ ສິລະປະ ແລະ ທ່ອງທ່ຽວ ຫວຽດນາມ ແລ້ວ, ພ້ອມກັບງານສະແດງດົນຕີ, ບັນດາລາຍການຄອນເສີດຖືກຈັດຕັ້ງຢູ່ກາງແຈ້ງ ຮັບໃຊ້ໄວໜຸ່ມ ແລະ ບັນດາຜູ້ນິຍົມເຫດການທີ່ເຕົ້າໂຮມຫຼາຍຄົນນັ້ນ, ຮ່າໂນ້ຍ ຍັງຕ້ອງການລົງທຶນດ້ວຍ ບັນດາຮູບການດົນຕີ ຕາມທິດເປັນມືອາຊີບ, ລົງເລິກເພື່ອດຶງດູດແຂກທ່ອງທ່ຽວມີຄວາມເຂົ້າໃຈເລິກກ່ຽວກັບສິລະປະດົນຕີ. ນອກຈາກນັ້ນ ຮ່າໂນ້ຍ ຍັງຄິດໄລ່ຢ່າງລະອຽດກ່ຽວກັບບັນດາຮູບແບບການເຄື່ອນໄຫວທ່ອງທ່ຽວສົມທົບກັບບັນດາເຫດການດົນຕີ ແລະ ຍູ້ແຮງການໂຄສະນາດຶງດູດແຂກທ່ອງທ່ຽວມາຄົ້ນຫາຢູ່ທ້ອງຖິ່ນ ໃນເວລາກ່ອນ ແລະ ພາຍຫຼັງເຂົ້າຮ່ວມບັນດາເຫດການດົນຕີ. ປອ. ເລກວາງດັງ ເວົ້າວ່າ:

“ບັນດາເຫດການດົນຕີຂອງ ຮ່າໂນ້ຍ ຕິດພັນກັບການທ່ອງທ່ຽວ ດັ່ງນັ້ນກໍ່ຈັດຕັ້ງ ຕາມທິດສົມທົບກັບບັນດາເຫດການດົນຕີ ທີ່ມີຂອບຂະໜາດນ້ອຍກວ່າ, ສະແດງໃນເຂດສິລະປະອາຊີບຄື ໂຮງລະຄອນ. ຄວນສົມທົບກັບເຫດການວັດທະນະທຳ, ເຫດການທ່ອງທ່ຽວອື່ນໆຂອງນະຄອນຫຼວງ ເພື່ອຮັບປະກັນແຂກທ່ອງທ່ຽວສາມາດເຂົ້າຮ່ວມນຳ, ຈາກນັ້ນກໍ່ເພີ່ມວັນເວລາພັກເຊົາຂອງແຂກທ່ອງທ່ຽວ ກໍ່ຄືເພີ່ມລາຍຈ່າຍຢູ່ ຮ່າໂນ້ຍ”.

ທ່ອງທ່ຽວດົນຕີຂອງ ຮ່າໂນ້ຍ ມີເງື່ອນໄຂຄ ແລະ ຄວາມາມາດບົ່ມຊ້ອນຫຼາຍຢ່າງ ແມ່ນຂົງເຂດທີ່ສຳຄັນ ເພື່ອພັດທະນາອຸດສາຫະກຳວັດທະນະທຳຂອງນະຄອນຫຼວງ ປະກອບສ່ວນຍົກສູງກຳລັງແກ້ງແຍ້ງຂອງ ຮ່າໂນ້ຍ ໃນແຜນທີ່ທ່ອງທ່ຽວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ