(VOVWORLD) -ອາຊີບເຮັດພາບພື້ນເມືອງ ດົງໂຮ່ ໃນແຂວງ ບັກນິງ ຫາກໍ່ໄດ້ຮັບການເຊີດຊູຈາກ Unesco ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ຄວນໄດ້ຮັບການຮັກສາດ່ວນ. ນີ້ແມ່ນຄວາມພາກພູມໃຈຂອງບັນດານັກສິລະປະການຜູ້ເຮັດພາບ ດົງໂຮ່ ຍ້ອນວ່າ ນອກຈາກການຢັ້ງຢືນຄຸນຄ່າທີ່ພົ້ນເດັ່ນທົ່ວໂລກກ່ຽວກັບສິລະປະ, ພູມປັນຍາພື້ນເມືອງ, ສີສັນວັດທະນະທຳ ແລະ ສານວັດທະນະທຳມະນຸດ, ການຮັບຮອງນີຍັງເປີດໂອກາດອັນລ້ຳຄ່າ ເພື່ອອະນຸລັກ ແລະ ຟື້ນຟູອາຊີບເຮັດພາບ ດົງໂຮ່
ພາບ ດົງໂຮ່ ເປັນພາບພື້ນເມືອງເອກະລັກໄດ້ມີມາແຕ່ສະໄໝລາດຊະວົງເລ |
ເມື່ອໄດ້ຮັບຂ່າວ ອາຊີບເຮັດພາບພື້ນເມືອງ ດົງໂຮ່ ໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຄວນໄດ້ຮັບການຮັກສາຢ່າງຮີບດ່ວນ, ນັກສິລະປະການດີເດັ່ນ ຫງວຽນດັງເຕິມ ມີຄວາມພູມໃຈທີ່ສຸດ ທ່ານກ່າວວ່າ:
“ນີ້ແມ່ນຄວາມພາກພູມໃຈ ແລະ ແມ່ນແຫຼ່ງລະດົມດຳລັງໃຈ ແລະ ກໍ່ແມ່ນຄວາມຮັບຜິດຊອບຢ່າງໜັກໜ່ວງຕໍ່ອາຊີບຫັດຖະກຳຂອງ ຫວຽດນາມ, ຂອງຄອບຄົວ. ຂ້າພະເຈົ້າຄິດວ່າ ຄວາມພາກພູມໃຈນີ້ ກໍ່ແມ່ນກຳລັງໜູນ ເພື່ອໃຫ້ພວກຂ້າພະເຈົ້າເສີມຂະຫຍາຍອາຊີບນີ້”.
ໂດຍແມ່ນໜຶ່ງໃນບັນດານັກສິລະປະການທີ່ມີຄວາມມານະພະຍາຍາມ ນຳອາຊີບເຮັດພາບ ດົງໂຮ່ ໄປໂຄສະນາ, ສະແດງຂົນຂວາຍຢູ່ຫຼາຍແຫ່ງ ໃນນັ້ນມີສຳນັກງານຂອງ Unesco ຢູ່ ປາຣີ ປະເທດ ຝະລັງ, ນັກສິລະປະການ ຫງວຽນດັງເຕິມ ແລະ ຄອບຄົວໄດ້ກະກຽມທິດກ້າວເດີນໃໝ໋ ໃຫ້ແກ່ອາຊີບເຮັດພາບ ດົງໂຮ່. ສິ່ງທີ່ສຳຄັນທີ່ສຸດແມ່ນຕ້ອງຮັກສາ ແລະ ອະນຸລັກມູນເຊື້ອສ້າງວິນຍານຂອງພາບ ດົງໂຮ່ ຈາກສີສັນທຳມະຊາດ ຕະຫຼອດຮອດວິທີພິມດ້ວຍແມ່ພິມແບບຫັດຖະກຳໃສ່ເຈ້ຍສາ… ນັກສິລະປະການ ຫງວຽນດັງເຕິມ ໃຫ້ຮູ້ຕື່ມອີກວ່າ:
“ຈາກບັນດາລຸ້ນຄົນປະກອບອາຊີບໃນຄອບຄົວ, ເຮົາກໍ່ຕ້ອງກຳນົດທິດສືບຕໍ່ຮັກສາອາຊີບນີ້. ຕໍ່ຈາກນັ້ນ ເພື່ອພັດທະນາກໍ່ຕ້ອງເຂົ້າເຖິງຫຼາຍເປົ້າໝາຍທີ່ແຕກຕ່າງກັນ ຕ້ອງໃກ້ຊິດກັບໄວໜຸ່ມ ເພື່ອໃຫ້ໄວໜຸ່ມມີຄວາມເຂົ້າໃຈກ່ຽວກັບວັດທະນະທຳພື້ນເມືອງຂອງ ດົງໂຮ່ ຕື່ມອີກ”.
ອາຊີບເຮັດພາບພື້ນເມືອງ ດົງໂຮ່ ກໍ່ມີຊ່ວງເວລາຢືນຢູ່ຕໍ່ໜ້າຄວາມສ່ຽງຖືກສູນຫາຍໄປ. ແຕ່ສຳລັບບັນດາຜູ້ທີ່ມີຄວາມເປັນຫ່ວງຕໍ່ອາຊີບຫັດຖະກຳຄືນັກສິລະປະການດີເດັ່ນ ຫງວຽນຮຶວກວ໋າ ໄດ້ຊອກທຸກວິທີເພື່ອຮັກສາ ແລະ ຟື້ນຟູມໍລະດົກອັນລ້ຳຄ່າຂອງປູ່ຍ່າຕາຍາຍເທື່ອລະກ້າວ. ເພາະສະນັ້ນເມື່ອອາຊີບເຮັດພາບ ດົງໂຮ່ ໄດ້ຮັບການຮັບຮອງຈາກ Unesco, ນັກສິລະປະການ ຫງວຽນຮຶວກວ໋າ ເອງກໍ່ມີວຽກງານຫຼາຍຢ່າງເພື່ອປະຕິບັດດ້ຍຄວາມຫວັງໃນມື້ໃດມື້ໜຶ່ງພາບ ດົງໂຮ່ ຈະດຶງດູດຜູ້ເຂົ້າຮ່ວມຢ່າງຫຼວງຫຼາຍ. ນັກສິລະປະການ ຫງວຽນຮຶວກວ໋າ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າກໍ່ຕ້ອງໂຄສະນາພາບ ດົງໂຮ່ ເພື່ອຖ່າຍທອດໃຫ້ຄົນລຸ້ນຫຼັງ ແລະ ເຮັດວຽກງານຫຼາຍຢ່າງ. ເຮັດແນວໃດຕ້ອງອະນຸລັກພາບ ດົງໂຮ່ ໃຫ້ຖືກຕ້ອງຕາມຄຸນຄ່າວັດທະນະທຳພື້ນເມືອງ. ລົງເລິກຊອກຮູ້ຄົ້ນຄວ້າ ເພື່ອໃຫ້ບັນດາເນື້ອໃນຄຸນຄ່າວັດທະນະທຳຂອງພາບ ດົງໂຮ່ ກັບຄືນສູ່ດັ້ງເດີມ. ຕ້ອງໂຄສະນາ ເພື່ອໃຫ້ເພື່ອນມິດທັງຢູ່ພາຍໃນປະເທດ ແລະ ສາກົນເພື່ອໃຫ້ເຂົາເຈົ້າເຫັນໄດ້ເຖິງຄຸນຄ່າວັດທະນະທຳ, ຈາກນັ້ນແຜ່ກະຈາຍໄປສູ່ມະຫາຊົນຢ່າງຫຼວງຫຼາຍ”.
ສຳລັບ ບັກນິງ ແລ້ວອາຊີບເຮັດພາບ ດົງໂຮ່ ໄດ້ຮັບການຮັບຮອງຈາກ Unesco ກໍ່ເປັນການເປີດໂອກາດທີ່ດີ ເພື່ອເຊື່ອມຕໍ່ກັບບັນດານັກຊ່ຽວຊານ ແລະ ເຂົ້າເຖິງບັນດາຮູບແບບອະນຸລັກທີ່ກ້າວໜ້າ. ນອກຈາກນັ້ນກໍ່ຍັງຊ່ວຍໃຫ້ພາບພື້ນເມືອງ ດົງໂຮ່ ກາຍເປັນຜະລິດຕະພັນວັດທະນະທຳ, ທ່ອງທ່ຽວທີ່ເປັນເອກະລັກຂອງແຂວງ ໂດຍຜ່ານການເຄື່ອນໄຫວ ຄົ້ນຫາ ສຶກສາອົບຮົມວາງສະແດງ ແລະ ປະດິດຄິດສ້າງ. ທ່ານ ປອ. ຫງວຽນວັນດ໊າບ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ບັກນິງ ໃຫ້ຮູ້ວ່າ:
“ກ່ອນອື່ນໝົດພວກຂ້າພະເຈົ້າຈະເປັນເສນາທິການໃຫ້ຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ກໍ່ຮີບເຮັ່ງສ້າງ ແລະ ປະກາດໃຊ້ບັນດາແຜນການ ຫຼື ແຜນຜັງສັງລວມ ເພື່ອຮັກສາມໍລະດົກ. ຈຸດສຸມຂອງໂຄງການແມ່ນປົກປ້ອງມະນຸດ, ເຈົ້າກຳຂອງມໍລະດົກ. ທາງແຂວງຍັງຈະສືບຕໍ່ແຕິບັດບັນດານະໂຍບາຍໜູນຊ່ວຍນັກສິລະປະການ, ເປີດກວ້າງການຖ່າຍທອດອາຊີບໃຫ້ແກ່ໄວໜຸ່ມ ພ້ອມກັນນັ້ນກໍ່ບຳລຸງກໍ່ສ້າງທັກສະຄຸ້ມຄອງມໍລະດົກ. ສຳລັບແຫ່ລງເອກະສານເຄົ້າ, ທາງແຂວງຍັງຈະສືບຕໍ່ດຳເນີນການສຳຫຼວດກວດກາຫັນເປັນດີຈີຕອນ, ອະນຸລັກລະບົບແມ່ພິມ ຫຼື ຕົວຢ່າງພາບບຸຮານ, ພູມປັນຍາພື້ນເມືອງ ແລະ ເອກະສານປະຫວັດສາດທີ່ກ່ຽວຂ້ອງ”.
ຈາກມໍລະດົກ ເຊິ່ງໄດ້ຮັບການຮັກສາຈາກນັກສິລະປະການ, ອາຊີບເຮັດພາບພື້ນເມືອງ ດົງໂຮ່ ໄດ້ມີບາດກ້າວເດີນຍາວນານ ເຈືອຈານເຂົ້າກັບຂະບວນການມໍລະດົກຂອງມວນມະນຸດ. ດ້ວຍຄວາມມານະພະຍາຍານ ແລະ ຄວາມຕັດສິນໃຈປະຕິບັດ, ອາຊີບ, ເຮັດພາບພື້ນເມືອງ ດົງໂຮ່ ບໍ່ພຽງແຕ່ແຜ່ກະຈາຍຄຸນຄ່າທົ່ວໂລກເທົ່ານັ້ນ ຫາກຍັງຈະພັດທະນາແບບຍືນຍົງອີກດ້ວຍ.