ຮຶງອຽນ ເຕົ້າໂຮມບັນດາທ່າໄດ້ປຽບຢູ່ແຄມແມ່ນ້ຳແດງ ເພື່ອພັດທະນາວັດທະນະທຳ ພາຍຫຼັງໂຮມແຂວງເຂົ້າກັນ

(VOVWORLD) -ພາຍຫຼັງໂຮມແຂວງເຂົ້າກັນ, ຮຶງອຽນໄດ້ກາຍເປັນຈຸດທີ່ພົ້ນເດັ່ນທາງດ້ານວັດທະນະທຳຢູ່ແຄມແມ່ນ້ຳແດງ. ທ່າໄດ້ປຽບທາງດ້ານພູມມີສາດ ດ້ວຍສາຍນ້ຳໄຫຼຜ່ານບໍ່ພຽງແຕ່ນຳມາຊຶ່ງແຫຼ່ງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນເທົ່ານັ້ນ ຫາກຍັງແມ່ນຂົວເຊື່ອມຕໍ່ທາງດ້ານວັດທະນະທຳ ປະກອບສ່ວນສ້າງຄຸນຄ່າທີ່ເປັນເອກະລັກຂອງທ້ອງຖິ່ນອີກດ້ວຍ

ຮຶງອຽນ ເຕົ້າໂຮມບັນດາທ່າໄດ້ປຽບຢູ່ແຄມແມ່ນ້ຳແດງ ເພື່ອພັດທະນາວັດທະນະທຳ ພາຍຫຼັງໂຮມແຂວງເຂົ້າກັນ - ảnh 1ແຈໜຶ່ງຢູ່ນະຄອນຮຶງອຽນ

     ດ້ວຍທີ່ຕັ້ງນອນຢູ່ໃຈກາງເຂດທົ່ງພຽງພາກເໜືອ, ຮຶງອຽນ ແມ່ນທ້ອງຖິ່ນມີພື້ນຖານວັດທະນະທຳລຽບຕາມແມ່ນ້ຳແດງ ເຊື່ອມຕໍ່ກັບບັນດາແຂວງ ນະຄອນພາກເໜືອ. ບໍ່ພຽງແຕ່ມີສະຖານທີ່ປະຫວັດສາດ ວັດທະນະທຳປະມານ 2.000 ແຫ່ງເທົ່ານັ້ນ ແຂວງ ຮຶງອຽໜ ຍັງເກັບຮັກສາຫຼາຍກວ່າ 500 ງານບຸນປະເພນີ ທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຮີດຄອງປະເພນີ ຫວຽດນາມ ພ້ອມກັບໝູ່ບ້ານອາຊີບຫັດຖະກຳນັບຮ້ອຍ ແຫ່ງ.

ຈາກທ່າໄດ້ປຽບບັນດາມໍລະດົກນີ້, ພ້ອມກັບບັນດາໂອກາດພັດທະນາການທ່ອງທ່ຽວການບໍລິການ ທີ່ມີຫົວຄິດປະດິດສ້າງພາຍຫຼັງໂຮມບັນດາຫົວໜ່ວຍປົກຄອງເຂົ້າກັນ, ຮຶງອຽນ ໄດ້ກຳນົດແຈ້ງການພັດທະນາວັດທະນະທຳ ຕ້ອງໄປກ່ອນບາດກ້າວໜຶ່ງສ້າງກຳລັງນູນ ໃຫ້ແກ່ການຜັນປ່ຽນເສດຖະກິດ ແລະ ສ້າງສີສັນທ້ອງຖິ່ນໃນໄລຍະໃໝ່. ເພາະສະນັ້ນບັນດາໂຄງການບູລະນະປະຕິສັງຂອນ ປູຊະນີຍະສະຖານຈຸດສຸມ, ຫັນມໍລະດົກເປັນດີຈີຕອນ ພ້ອມກັບການສ້າງເຂດວັດທະນະທຳແຄມແມ່ນ້ຳແດງ ພວມໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ. ເສັ້ນທາງເຊື່ອມຕໍ່ມໍລະດົກວັດທະນະທຳທ່ອງທ່ຽວ ແລະ ພັດທະນະເສດຖະກິດລຽບຕາມແມ່ນ້ຳແດງດ້ວຍຍອດເງິນລົງທຶນເກືອບ 9.300 ຕື້ດົ່ງ ຫາກໍ່ໄດ້ຮັບການເລີ່ມລົງມືກໍ່ສ້າງໃນເດືອນສິງຫາທີ່ຜ່ານມາ ເຊິ່ງເປັນຫຼັກຖານຢັ້ງຢືນເຖິງຄວາມຕັດສິນໃຈຂອງແຂວງ. ທ່ານ ເຈິ່ນກວັກວັນ ຮອງເລຂາ ພັກແຂວງ ປະທານສະພາປະຊາຊົນແຂວງ ຮຶງອຽນ ເນັ້ນໜັກ:

“ເມື່ອເສັ້ນທາງເຊື່ອມຕໍ່ມໍລະດົກທັງໝົດ ໄດ້ຮັບການຜັນຂະຫຍາຍກໍ່ສ້າງນັ້ນ ທຸກໆໂຄງການຢູ່ທາງນອກຈະຜັນຂະຫຍາຍໃນພາບດຽວໃຫ້ຄົບຊຸດ. ສິ່ງນີ້ໄດ້ສ້າງເງື່ອນໄຂ ເພື່ອໃຫ້ບັນດາວິສາຫະກິດສືບຕໍ່ພັດທະນາ, ບັນດາໂຄງການຈຸດສຸມຂອງແຂວງສືບຕໍ່ສ້າງສຳເລັດ ແລະ ເປີດນຳໃຊ້. ຂ້າພະເຈົ້າເຊື່ອແນ່ວ່າ ລະດັບການເຕີບໂຕ 2ຕົວເລກຂອງ ຮຶງອຽນ ຈະສາມາດບັນລຸໄດ້ ຄືດັ່ງຄຳເຫັນຊີ້ນຳຂອງສະຫຍາຍ ເລຂາທິການໃຫຍ່ພັກຄອມມຸນິດ ຫວຽດນາມ ແລະ ນາຍົກລັດຖະມົນຕີ ຫວຽດນາມ”

. ການສ້າງເສັ້ນທາງນີ້ໃຫ້ສຳເລັດຈະຊ່ວຍເຂດມໍລະດົກໄດ້ຮັບການເຊື່ອມຕໍ່ ແມ່ນຂໍກຸນແຈ ເພື່ອໃຫ້ ຮຶງອຽນ ນຳວັດທະນະທຳເຂົ້າໃນແຜນພັດທະນາເສດຖະກິດ ເປີດໂອກາດໃໝ່ໃຫ້ແກ່ທ່ອງທ່ຽວກ້າວກະໂດດຂັ້ນ ໃນໄລຍະທີ່ຈະມາເຖິງ. ທ່ານ ໂດ໊ຫິວເຍິນ ຫົວໜ້າ ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ຮຶງອຽນ ຢືນຢັນວ່າ:

 “ໂຄງການກໍ່ສ້າງເສັ້ນທາງເຊື່ອມຕໍ່ມໍລະດົກວັດທະນະທຳທ່ອງທ່ຽວ, ພັດທະນາເສດຖະກິດຢູ່ລຽບຕາມແມ່ນ້ຳແດງ ຈາກ ວັນຢາງ, ຂວຍເຈົາ, ກີມດົ້ງ ມາຮອດ ຮຶງອຽນ, ສ້າງສາຍຮ່ວມສຳພັນເຂດເຊື່ອມຕໍ່ກັບບັນດາກິດຈະກຳມໍລະດົກວັດທະນະທຳ ຈິດວິນຍານລຽບຕາມແມ່ນ້ຳແດງ. ນີ້ກໍ່ແມ່ນໂອກາດ ແລະ ເປັນກຳລັງໜູນເພື່ອພັດທະນາ”.

ບໍ່ພຽງແຕ່ຢຸດຢູ່ໃນການອະນຸລັກເທົ່ານັ້ນ ຮຶງອຽນ ຍັງມຸ່ງໄປເຖິງເບົ້າໝາຍຫັນມໍລະດົກກາຍເປັນຊັບສົມບັດ ນຳວັດທະນະທຳກາຍເປັນຂະແໜງເສດຖະກິດທີ່ສຳຄັນໃນໂຄງປະກອບພັດທະນາຂອງແຂວງ. ຮຶງອຽນ ໄດ້ກຳນົດການຫັນເປັນດີຈີຕອນ ແມ່ນວິທີບຸກທະລຸ. ທາງແຂວງໄດ້ຍູ້ແຮງການນຳໃຊ້ດີຈີຕອນຢູ່ຕາມປູຊະນີຍະສະຖານ, ກໍ່ສ້າງຫໍພິພິທະພັນດີຈີຕອນ, ນຳໃຊ້ເຕັກໂນໂລຊີແນະນຳໂດຍອັດຕະໂນມັດ… ທ່ານ ຫວູງວຽນຫຼີ ຮອງຜູ້ອຳນວຍການຫໍພິພິທະພັນ ຮຶງອຽນ ໃຫ້ຮູ້ວ່າ:

 “ໂດຍປະຕິບັດຕາມມະຕິ 57 ຂອງກົມການເມືອງ ກ່ຽວກັບການສ້າງບາດກ້າວບຸກທະລຸພັດທະນາວິທະຍາສາດເຕັກໂນໂລຊີ ຫັນເປັນດີຈີຕອນແຫ່ງຊາດ, ທາງແຂວງໄດ້ປະຕິບັດການນຳໃຊ້ດີຈີຕອນ ເພື່ອຮັບໃຊ້ວຽກງານວາງສະແດງ ພ້ອມທັງໂຄສະນາໃຫ້ແຂກທຸກໆຄົນໃຫ້ມີຄວາມເຂົ້າໃຈກ່ຽວກັບມໍລະດົກວັດທະນະທຳ ຮຶງອຽນ”.

ບາດກ້າວເດີນທັງໝົດເຫຼົ່ານັ້ນ ພວມປະກອບສ່ວນແຜ່ກະຈາຍພາບພົດແຂວງ ຮຶງອຽນ ທີ່ຂະຫຍັນຂັນເຄື່ອນ ເຕົ້າໂຮມ ແລະ ແຜ່ກະຈາຍຄຸນຄ່າອະລິຍະທຳແມ່ນ້ຳແດງພັດທະນາແບບຍືນຍົງໃນໄລຍະໃໝ່. ທີ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຮຶງອຽນ ໄລຍະ 2025 – 2030 ທີ່ຜ່ານມາ, ທ່ານ ຫງວຽນຫິວເຫງຍ ເລຂາພັກແຂວງ ຮຶງອຽນ ຊີ້ແຈ້ງວ່າ:

“ສືບຕໍ່ຍູ້ແຮງການອະນຸລັກຟື້ນຟູ ແລະ ຮັກສາເສີມຂະຫຫຍາຍບັນດາຄຸນຄ່າວັດທະນະທຳພື້ນເມືອງອັນດີງາມຂອງຊາດ, ບັນດາຄຸນຄ່າມໍລະດົກວັດທະນະທຳເປັນຕົ້ນແມ່ນວັດທະນະທຳຖະໜົນເກົ່າ, ສູ້ຊົນສ້າງແຂວງ ຮຶງອຽນ ກາຍເປັນສູນມໍລະດົກວັດທະນະທຳເປັນເອກະລັກ ຂອງເຂດທົ່ງພຽງແມ່ນ້ຳແດງ ແລະ ຂອງທົ່ວປະເທດ”.

ດ້ວຍວິໄສທັດໃໝ່ ແລະ ຄວາມຕັດສິນໃຈຢ່າງແຂງແຮງ, ຮຶງອຽນ ບໍ່ພຽງແຕ່ແມ່ນດິນແດນເຕັມໄປດ້ວຍກຳລັງບົ່ມຊ້ອນທາງດ້ານເສດຖະກິດເທົ່ານັ້ນ ຫາກຍັງແມ່ນແຫ່ງເຕົ້າໂຮມບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກ ແລະ ເປີດແງ່ຫວັງຢ່າງແຂງແຮງໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ