ໂຄງການ “ສຽງແຫ່ງນ້ຳໃຈອ້າຍນ້ອງ: ຄົ້ນຫາຄວາມເກັ່ງກ້າສາມາດ” ສ້າງໂອກາດໃຫ້ບັນດາສິລະປິນ

(VOVWORLD) -ເດືອນ ກັນຍາ ທີ່ຜ່ານມາຢູ່ ຮ່າໂນ້ຍ, ລາຍການໂດຍກອງທຶນວົງດົນຕີໜຸ່ມໂລກ ແລະ ສະຖັນບັນວັດທະນະທຳສິລະປະແຫ່ງຊາດ ຫວຽດນາມ ໄດ້ຖືກຈັດຂຶ້ນ ເພື່ອມອບລາງວັນໃຫ້ບັນດານັກສິລະປິນ, ນັກເຄື່ອນໄຫວວັດທະນະທຳ ແລະ ປະດິດຄິດແຕ່ງ ຫວຽດນາມ ເຂົ້າຮ່ວມໂຄງການ “ສຽງແຫ່ງນ້ຳໃຈອ້າຍນ້ອງ: ຄົ້ນຫາຄວາມເກັ່ງກ້າສາມາດ”. ໂຄງການເພື່ອແນໃສ່ຊຸກຍູ້ການປະກິດຄິດສ້າງປ່ຽນແປງໃໝ່ໜູນຊ່ວຍ ແລະ ພັດທະນາວິຊາສະເພາະ, ສ້າງເງື່ອນໄຂເຊື່ອມຕໍ່ຮ່ວມມືໃຫ້ແກ່ນັກສິລະປິນ ຫວຽດນາມ ປະຕິບັດຍັນດາໂຄງການສິລະປະ
ໂຄງການ “ສຽງແຫ່ງນ້ຳໃຈອ້າຍນ້ອງ: ຄົ້ນຫາຄວາມເກັ່ງກ້າສາມາດ” ສ້າງໂອກາດໃຫ້ບັນດາສິລະປິນ - ảnh 1ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ແກ່ບັນດາສິລະປີນໜຸ່ມໃນບັນດາຂົງເຂດ: ສິລະປະຈັກຄຸສຳຜັດ, ດົນຕີ ແລະ ເວທີສະແດງ

    ພາຍຫຼັງເຄື່ອນໄຫວເປັນເວລາ 3 ເດືອນ ຄະນະຈັດຕັ້ງໄດ້ຮັບເອກະສານ 58 ຊຸດ ຢູ່ສາມລາຍການ ຂຶ້ນກັບບັນດາຂົງເຂດຄື ສິລະປະຈັກຄຸສຳຜັດ, ດົນຕີ ແລະ ເວທີສະແດງ. ມີ 8 ຜະລິດຕະພັນດົນຕີດີເດັ່ນທີ່ສຸດ ໄດ້ຮັບການເລືອກເຟັ້ນຈາກຄະນະຈັດຕັ້ງເພື່ອມອບລາງວັນ. ໂດຍແມ່ນນັກສິລະປິນພິການຕາ ຫງວຽນອານຍື ມີຄວາມພາກພູມໃຈ ເມື່ອລາຍການສະແດງຂອງຕົນໄດ້ຮັບການຕີລາຄາສູງຈາກຄະນະຈັດຕັ້ງ ແລະ ລາວມີຄວາມຫວັງຢາກໃຫ້ດົນຕີພື້ນເມືອງຖືກແຜ່ຂະຫຍາຍຢ່າງກວ້າງຂວາງກວ່າ. ຫງວຽນອານຍື ກ່າວວ່າ:

 “ລາຍການຂອງຂ້າພະເຈົ້າໄດ້ຮັບລາງວັນ ແມ່ນລາຍການດົນຕີດ້ວຍພິມ 16 ສາຍທີ່ມີຊຶ່ວ່າ: “ກິ່ນຫອມດອກບົວດົ່ງທາບ” ແຕ່ງໂດຍອະດີດອ້າຍຄູປະຊາຊົນ ຊວັນຄ໋າຍ. ຂ້າພະເຈົ້າຫວັງວ່າ ພາຍຫຼັງລາຍການສະແດງນີ້, ດົນຕີພື້ນເມືອງຂອງ ຫວຽດນາມ ສາມາດແຜ່ຂະຫຍາຍອອກສູ່ປະເທດອື່ນໆ ແລະ ດຶງດູດໄວໜຸ່ມມີຄວາມຊົມຊອບດົນຕີ ຫວຽດນາມ ຫຼາຍກວ່າເກົ່າ”.

ໂດຍສ້າງຄວາມປະທັບໃຈຍ້ອນລັກສະນະອາຊີບ ແລະ ມີລັກສະນະສິລະປະຢ່າງເຂັ້ມແຂງ, ລາຍການສະແດງລະຄອນກືກຂອງ ເຈິ່ນຢ໊ຽມເຟືອງ ທີ່ດີເດັ່ນໄດ້ຮັບລາງວັນໃນຂົງເຂດເວທີສະແດງ. ແບ່ງປັນກ່ຽວກັບໂຄງການ “ດົນຕີແຫ່ງນ້ຳໃຈອ້າຍນ້ອງ: ຄົ້ນຫາຄວາມເກັ່ງກ້າສາມາດ”, ຜູ້ແຕ່ງບົດລະຄອນຫງວຽນ ຮວ່າງຕຸ່ງ ໃຫ້ຮູ້ວ່າ:

“ພວກເຮົາມີນັກສິລະປິນທີ່ມີຄວາມເກັ່ງກ້າສາມາດຫຼາຍຄົນ ແລະ ມີທຸກເພດທຸກໄວ ແລະ ມີຫຼາຍຂົງເຂດສິລະປະ. ລາງວັນນີ້ພວມມອບໃນສາມຂົງເຂດ. ຂ້າພະເຈົ້າຄິດວ່ອາດຈະເປີດກວ້າງຫຼາຍກວ່າອີກ ຍ້ອນວ່າສິລະປະມີຄວາມອຸດົມສົມບູນ ແລະ ຫຼາຍຮູບຫຼາຍສີ. ນີ້ກໍ່ແມ່ນຄວາມໝັ້ນໃຈຂອງນັກສິລະປິນ ແລະ ເຂົາເຈົ້າຈະມີຄວາເຊື່ອໝັ້ນກວ່າເກົ່າ ເມືອກ້າວເດີນບົນເສັ້ນທາງສິລະປະຂອງຕົນ”.

ຕີລາຄາສູງບັນດາຜະລິດຕະພັນດົນຕີທີ່ເຂົ້າຮ່ວມໂຄງການ ກ່ຽວກັບຄຸນນະພາບທາງດ້ານສິລະປະກໍ່ຄືລັກສະນະປະດິດຄິດສ້າງເປັນເອກະລັກ ຂອງບັນດາປະເພດສິລະປະ, ທ່ານຮອງສາດສະດາຈານ ປອ ຫງວຽນທິທູເຟືອງ ຫົວໜ້າສະຖາບັນວັດທະນະນທຳສິລະປະແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ:

“ງານປະກວດມີລັກສະນະບຸກທະລຸ ຍ້ອນບັນດາເພື່ອໜຸ່ມໄດ້ເລືອກເຟັ້ນເອົາບັນດາຄຸນຄ່າແບບຍືນຍົງ, ເຊື່ອມຕໍ່ໃນໂລກທີ່ມີລັກສະນະໝັ້ນຄົງກວ່າເກົ່າ. ສານຂອງງານປະກວດນີ້ ແມ່ນເລີ່ມມາຈາກເວທີສະແດງດົນຕີສະແດງສິລະປະຈັກຄຸສຳຜັດທີ່ມີລວງເລິກ ແລະ ມີການຄົ້ນຄິດກ່ຽວກັບການດຳລົງຊີວິດຂອງໄວໜຸ່ມ”.

ສ່ວນທ່ານນາງ ເມກີຫງວຽນຫວູຮວ່າງມິງ ຜູ້ອຳນວຍການ ເຕມິກສະເປຊີ ຫວຽດນາມ ຫົວໜ່ວຍຮ່ວມເດີນທາງພ້ອມກັບໂຄງການຖືວ່າ:

“ເມື່ອພວກຂ້າພະເຈົ້າໄດ້ຕິດຕໍ່ພົວພັນກັບສະຖານທູດ ອີຕາລີ ແລະ ໄດ້ເຂົ້າຮ່ວມໂຄງການນັ້ນ, ຈຸດປະສົງພຽງອັນແມ່ນເປັນຂົວເຊື່ອມຕໍ່ທາງດ້ານວັດະນະທຳ ເພື່ອໜູນຊ່ວຍສ່ວນໃດສ່ວນໜຶ່ງໃຫ້ແກ່ນັກສິລະປິນ.ພວກຂ້າພະເຈົ້າຫວັງຢາກປະກອບສ່ວນໃຫ້ໄວໜຸ່ມ ຫວຽດນາມ”.

ໂຄງການ “ສຽງແຫ່ງນ້ຳໃຈອ້າຍນ້ອງ: ຄົ້ນຫາຄວາມເກັ່ງກ້າສາມາດ” ສ້າງໂອກາດໃຫ້ບັນດາສິລະປິນ ບໍ່ພຽງແຕ່ຊ່ວຍນັກສິລະປິນມີໂອກາດໄດ້ປະດິດຄິດແຕ່ງ, ຄວາມເປັນເອກະລັກສະເພາະໃນຂົງເຂດສິລະປະເທົ່ານັ້ນ ຫາກຍັງສ້າງກຳລັງໜູນໃຫ້ເຂົາເຈົ້າມີຄວາມໝັ້ນໃຈກ້າວເດີນບົນເສັ້ນທາງທີ່ໄດ້ເລືອກເຟັ້ນ,ເຊື່ອມຕໍ່ຮ່ວມມືກັບນັກສິລະປະປິນສາກົນໃນຂົງເຂດສິລະປະຍຸກປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ