ຊຸດອາພອນຂອງຊົນເຜົ່ານຸ່ງ

(vovworld) - ​ໂດຍ​ບໍ່ມີ​ສີສັນ​ຫຼາກຫຼາຍ​ຄື​ຊຸດ​ອາພອນ​ຂອງ​ຊົນ​ເຜົ່າ​ຈຳນວນ​ໜຶ່ງ, ຊຸດ​ອາພອນ​ຂອງ​ຊົນ​ເຜົ່າ​ນຸ່ງ​ທຳ​ມະ​ດາ​ງ່າຍດາຍ​ພໍ​ສົມຄວນ, ​ດ້ວຍ​​ແພຝ້າຍ​ຍ້ອມ​ສີ​ຄາມ ​ແລະ ປັກ​ແສ່ວ​ບໍ່​ຫຼາຍ. ການ​ນຸ່ງ​ຖື​ຂອງ​ຊາວ​ເຜົ່າ​ນຸ່ງ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ວັດທະນະທຳ, ຮີດຄອງ​ປະ​​ເພນີສ່ວນ​ໃດ​ສ່ວນ​​ໃດ​ສ່ວນໜຶ່ງຂອງ​ຊາວ​ເຜົ່າ​ນຸ່ງ.

ຊຸດອາພອນຂອງຊົນເຜົ່ານຸ່ງ - ảnh 1
ຊຸດອາພອນຊົນເຜົ່ານຸ່ງ (ພາບ: ໜັງສືພິມກາວບັງ)

    ຊາວ​ເຜົ່າ​ນຸ່ງ​ດຳລົງ​ຊີ​ວິດ​ໃນ​ເຂດ​ພູດ​ອຍ, ດັ່ງ​ນັ້ນ​​ເຂົາ​ເຈົ້າເຄີຍ​ຍ້ອມ​ຜ້າ​ສີ​ຄາມ, ​ແລະ​ຕັດ​ໂສ້ງ​ເສື້ອ​ເອງ. ການ​ປະດັບ​ປະດາ​ໃນຊຸດ​ອາພອນ ຂອງຊາວ​ເຜົ່າ​ນຸ່ງ​ແຕ່ລະ​ແຊງກໍ່​ມີຄວາມ​ແຕກ​ຕ່າງ​ກັນ​. ​ແຕ່​ເວົ້າລວມ​ແລ້ວ, ​​ຊຸດ​ອາພອນ​ຂອງ​ຊົນ​ເຜົ່າ​ນຸ່ງ​ແມ່ນ​ທຳ​ມະ​ດາ​ງ່າຍດາຍ, ລວດລາຍ​ກໍ່ບໍ່​ລະອຽດ​ລະ​ອໍພໍປານ​ໃດ, ພຽງ​ແຕ່​ເອົາ​ໃຈ​ໃສ່​ເຖິງ​ການ​ອອບ​ແບບ​ເທົ່າ​ນັ້ນ. ສ່ວນສີສັນ​ໃນ​ຊຸດ​ອາພອນ​ຂອງ​​ເຂົາ​ເຈົ້າ​ມີສີ​ຄາມອ່ອນ ສີ​ຄາມເຂັ້ມ, ສີ​ອິດ, ສີ​ຄາມ​ດຳ, ​ແຕ່​ສີຕົ້ນຕໍ​ແມ່ນສີ​ຄາມ. ຈິດຕະກອນ ລື​ວຕ໋ວນຟອງ, ຜູ້​ທີ່​ຄົ້ນ​ຄ້ວາ​ຊຸດ​ອາພອນ​ຂອງ​ຊົນ​ເຜົ່າ​ນຸ່ງ​ຢູ່​ ຫວຽດນາມ​ມາ​ເປັນ​ເວລາ​ຫຼາຍ​ປີ​ໃຫ້​ຮູ້​ວ່າ:

    “ຊຸດ​ອາພອນ​ຂອງ​ຊົນ​ເຜົ່າ​ນຸ່ງ​​ມີ​ຫຼາຍ​ຮູບ​ແບບ​ພໍ​ສົມຄວນ, ​ເຖິງ​ວ່າ​ຈະ​ແມ່ນ​ແຊງ​ໃດ​ກໍ່ຕາມ, ​ແຕ່ຊຸດ​ອາພອນ​ຂອງ​ເຂົາ​ເຈົ້າກໍ່​ມີ​ຈຸດ​ລວມ ​ແລະ ​ໄດ້​ຮັບ​ການຈຳ​ແນ​ກຕາມ​ເພດ, ຕາມ​​ໄວອາຍຸ, ຕາມ​ຖານະ​ບົດບາດ​ໃນ​ສັງຄົມ ​ແລະ ຕາມ​ທ້ອງ​ຖີ່​ນ. ສ່ວນຜູ້​ຊາຍ​ບໍ່​​ເຄີຍໃຊ້​ເຄື່ອງ​ເອ້ຍ້ອງ“.

    ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ຊາວ​ເຜົ່າ​ນຸ່ງ​ທັງ​ຜູ້ຍິງ ​ແລະ ຜູ້​ຊາຍ​ລ້ວນ​ແຕ່​ນຸ່ງ​ໂສ້ງ​ຫົວ​ໃຫຍ່, ​​ຂາ​ກວ້າງ, ຍາວ​ເຖິງຂໍ້​ຕີນ ​ແລະ ​ຕີນ​ເສື້ອ​ຫຍິບ​ດ້ວຍເສັ້ນ​ໄໝ​ສີ. ຜູ້​ຊາຍ​ເຄີຍ​ນຸ່ງ​ເສື້ອ​ຍາວ​ຮອດສະ​ໂພ​ກ, ປະກອບ​ດ້ວຍ 4 ປ່ຽງ, ​​ແຂນ​ເສື້ອຍາວ ​ແລະ ກວ້າງ​, ຄໍ​ເສື້ອ​​ເປັນຮູບ​ຊົງ​ກົມ, ລວມ​​ມີ  ກະ​ດູມ 7​  ໜ່ວຍ ແລະ ມີຖົງ​ເສື້ອ 4 ຫຼື 2 ຖົງ. ສ່ວນ​ຊຸດ​ອາພອນ​ຂອງ​ຜູ້ຍິງ​ແມ່ນ​ອຸດົມສົມ​ບູນ ​ແລະ ຫຼາຍ​ຮູບ​ແບບ​ກວ່າ. ​ຜູ້ຍິງ​ເຄີຍ​ນຸ່ງ​​ເສື້ອທີ່​ປະກອບ​ດ້ວຍ 5 ປ່ຽງ ຫຼື 4 ປ່ຽງ. ​ເສື້ອ​ສັ້ນ, ຄໍ​ເສື້ອ​ມົນ, ​ແຍກ​ຢູ່​ໜ້າ​ອົກ, ຕີນ​​ເສື້ອ​ກວ້າງ, ມີ​ຖົງ​ນ້ອຍ 2 ຢູ່ ທາງ​ໜ້າ, ມີ​ກະດູມ 9 ​ແຖວ​ຢູ່ ​ແຂບເສື້ອຢູ່​ບ່ອນ​ໃສ່​ກະ​ດູມ. ​ເສື້ອ 5 ປ່ຽງ​ສີ​ຄາມ, ​ແມ່ນ​ເສື້ອ​ສັ້ນ, ກວ້າງ, ຊ່ວຍ​ໃຫ້​ຜູ້​ນຸ່ງ​ມີ​ຄວາມ​ສະບາຍ​ໃນ​ການ​ດຳ​ເນີນ​ຊີວິດ ​ແລະ ອອກ​ແຮງ​ງານ​ປະຈຳ​ວັນ. ລວດລາຍ​ໃນ​ຄໍ​ເສືອ​ມີ​ຮູບ​ຈັດ​ຕຸ​ລັດ, ຮູບ​ດອກ​ຈັນ​ຖືກ​ຈັດ​ລຽງ​ເປັນ​ຮູບ​ສາມຫຼ່ຽມ​ຕິດ​ກັນ. ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ​ແມ່ນ​ບັນດາ​ລວດລາຍ​ຢູ່​ກະ​ດູມ​ຄໍ​ເສື້ອ​ທີ່​ເຮັດ​ດ້ວຍ​ເງິນ, ຮູບ​ແມງກະ​ເບື້ອ ​ແລະ ​ຕິດຍອຍຮູບ​ສາມຫຼ່ຽມ. ນີ້​ແມ່ນ​ສັນຍາ​ລັກສະ​ແດງ​ໃຫ້​ເຫັນ​ຄວາມ​ຄວາມ​ປາຖະໜາ​ຢາກ​ມີ​ຄວາມ​ຜາ​ສຸກ​ຂອງ​ແມ່ຍິງ​ຊາວ​ເຜົ່າ​ນຸ່ງ. ກະ​ດູມ​ຍັງ​ເຮັດ​ດ້ວຍ​ເງິນ​ແລະ​ປະດັບ​ປະດາຢູ່​ລຽບ​ຕາມ ​ແຂບ​ເສື້ອ, ​ເຮັດ​ໃຫ້​ຊຸດ​ອາພອນ​ມີ​ຄວາມ​ງາມ​ພິ​ເສດສະ​ເພາະ. ສ່ວນ​ສິ້ນ​ຂອງ​ແມ່​ຍິງ​ຊົນ​ເຜົ່າ​ນຸ່ງ​ມີ​ຮູບ​ທາດ​ລ່ຽມ. ຫົວ​ສິ້ນ​ປະກອບ​ດ້ວຍ​ແພ 12 ສີ​ທີ່​ແຕກ​ຕ່າງ​ກັນ, ​ເປັນ​ສັນຍາ​ລັກ​ໃຫ້ 12 ​ເດືອນ​ໃນ​ປີ. ສິ້ນກວ້າງ, ​ແຕ່​ເວລາ​ນຸ່ງ​ຈະຮັດ​ເອົາແອວ, ສ້າງ​ຄວາມ​ສະ​ເໜ, ໜຸ່ມ​ແໜ້ນ​ໃຫ້​ແມ່ຍິງ. ​ເບິ່ງ​ລວມ​ແລ້ວ, ຊຸດ​ອາພອນ​ຂອງ​ແມ່ຍິງ​ຊາວ​ເຜົ່າ​ນຸ່ງ​ມີ​ຄວາມ​ກົມກຽວ​ທີ່​ສຸດ. ​ເອື້ອຍ ຫງວຽນ​ທິມາຍ​ແອ​ງ, ນັກ​ອອກ​ແບບ ​ແລະ ສະ​ສົມ​ບັນດາ​ຊຸດ​ອາພອນ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ຖື​ວ່າ, ຊຸດ​ອາພອນສະ​ແດງ​ໃຫ້​ເຫັນ​ແບບ​ວິທີ​ດຳ​ເນີນ​ຊີວິດ ກໍ່​ຄື​ສີສັນ​ວັດທະນະທຳ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ນຸ່ງ.

ຊຸດອາພອນຂອງຊົນເຜົ່ານຸ່ງ - ảnh 2
(ພາບ: ໜັງສືພິມກາວບັງ)

    “​ເມື່ອ​​ໄປຊອກ​ຫາຮຽບຮຽງ, ຂ້າພະ​ເຈົ້າ​ມີ​ໂອກາດ​ໄດ້​ພົບ​ປະ​ກັບ​ຊາວ​ເຜົ່າ​ນຸ່ງ ​ແລະ ​ເຫັນ​ປະຈັກ​ຕາ​ຊຸດ​ອາພອນ​ຂອງ​ເຂົາ​ເຈົ້າ, ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ. ​ເພາະວ່າ​ມາ​ຮອດ​ປະຈຸ​ບັນ, ເອກະສານ​ທີ່​ແນະນຳ​ກ່ຽວ​ກັບ​ຊຸດ​ອາພອນ​ຂອງ​ຊົນ​ເຜົ່າ​ນຸ່ງ​ບໍ່​ມີຫຼາຍ​. ສິລະ​ປະ​ປະດັບ​ລວດລາຍ​ຂອງ​​ເຂົາ​ເຈົ້າ​ກໍ່​ພິ​ເສດ​ສະ​ເພາະ​ທີ່​ສຸດ, ຜ່ານຊຸດ​ອາພອນ​​ແມ່ນ​ສາມາດ​ຮູ້​ໄດ້​ວັດທະນະທຳ ກໍ່​ຄື​ຊີວິດ​ການ​ເປັນຢູ່ຂອງ​​ເຂົາ​ເຈົ້າ “.

    ຄຽງ​ຂ້າງ​ຊຸດ​ອາພອນ, ​ເຄື່ອງ​ເອ້ຍ້ອງ ກໍ່​ແມ່ນ​ພາກສ່ວນ​ທີ່​ສຳຄັນ, ສ້າງ​ເປັນ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໃຫ້​ຊຸດ​ອາພອນ​ຂອງ​ຜູ້ຍິງ. ຊຸດ​ເອ້ຍ້ອງ​ປະກອບ​ມີ​ປອກຄໍ. ຕຸ້ມຫູ​ທີ່​ເຮັດ​ດ້ວຍ​​ເງິນ. ​ແມ່ຍິງ​ຊາວ​ເຜົ່າ​ນຸ່ງ​ຢີ໋ນ​ເຄີຍ​ໃສ່​ຜ້າຄຽນ​ຫົວ​ສ້າງ​ເປັນ​ຮູບ​ຄ້າຍຄື​ກັນກັບເຂົາ​ຄວາຍ. ​ເຊິ່ງສະ​ແດງ​ໃຫ້​ເຫັນ​ທັດສະນະ​ຂອງ​ຊາວ​ເຜົ່າ​ນຸ່ງ​ຢີ໋ນທີ່ “ຖື​ຄວາຍ​ເປັນ​ຊັບ​ສົມບັດ​ຕົ້ນຕໍ“. ​ໃນ​ຜ້າຄຽນ​ຫົວ​ຢູ່​ໜ້າຜາກເຂົາ​ເຈົ້າ​ຍັງ​ຕິດ​​ເມັດເງິນ​ໃສ່ອີກ​ດ້ວຍ.

    ຊຸດ​ອາພອນ​ແມ່ນ​ຜະລິດ​ຕະພັນ​ດ້ານ​ວັດຖຸ​ຂອງ​ມະນຸດ, ຮັບ​ໃຊ້​ຊີວິດ​ມະນຸດ ດ້ວຍ​ຫຼາຍ​ຮູບ​ການ​ທີ່​ແຕກ​ຕ່າງ​ກັນ. ​ເລື່ອງ​ຮັກສາ​ວັດທະນະທຳ​ໃນ​ຊຸດ​ອາພອນທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ນຸ່ງນັ້ນ ກໍ່​ເປັນ​ການ​ປະກອບສ່ວນ​ອະນຸລັກຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ດ້ານ​ວັດທະນະທຳ​ຂອງ​ບັນດາ​ເຜົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ