ສະຖານທູດ ລາວ ປະຈຳສະຫະພັນ ລັດເຊຍ ອວຍພອນວັນຊາດ ຫວຽດນາມ

(VOVWORLD) - ທ່ານເອກອັກຄະລັດຖະທູດ ສີພັນດອນ ອອຍບົວບຸດດີ, ໄດ້ສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ຫວຽດນາມ.
ສະຖານທູດ ລາວ ປະຈຳສະຫະພັນ ລັດເຊຍ ອວຍພອນວັນຊາດ ຫວຽດນາມ - ảnh 1(ທ່ານເອກອັກຄະລັດຖະທູດ ສີພັນດອນ ອອຍບົວບຸດດີ)

        ວັນທີ 30 ສິງຫາ, ຄະນະຜູ້ແທນສະຖານທູດ ລາວ ປະຈຳ ລັດເຊຍ, ໂດຍທ່ານເອກອັກຄະລັດຖະທູດ ລາວ ສິພັນດອນ ອອຍບົວບຸດດີ ໄດ້ມາສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ອວຍພອນ ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2024).

        ທ່ານເອກອັກຄະລັດຖະທູດ ສີພັນດອນ ອອຍບົວບຸດດີ, ໄດ້ສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ຫວຽດນາມ. ທ່ານຢືນຢັນວ່າ, ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນກັບສະຖານທູດ ຫວຽດນາມ ປະຈຳ ລັດເຊຍ ເພື່ອປະກອບສ່ວນຊຸກຍູ້, ຮັດແໜ້ນສາຍພົວພັນແບບພິເສດ ລາວ - ຫວຽດນາມ.

        ສ່ວນທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະພັນ ລັດເຊຍ ດັ້ງມິງຄອຍ ເນັ້ນໜັກວ່າ, ເຖິງວ່າສະພາບການໂລກ, ພາກພື້ນມີການຜັນແປຫຼາຍຢ່າງກໍ່ຕາມ, ແຕ່ ຫວຽດນາມ ແລະ ລາວ ຈະສືບຕໍ່ຮັກສາສາຍພົວພັນສະໜິດແໜ້ນ, ການຮ່ວມມືຢ່າງຮອບດ້ານ. ທ່ານຢືນຢັນວ່າ, ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນກັບສະຖານທູດ ລາວ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສາຍພົວພັນແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.

        ແລະກໍ່ໃນວັນດຽວກັນ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ໄດ້ຈັດພິທີສະເຫຼີມສະຫຼອງ 79 ປີແຫ່ງວັນການປະຕິວັດ ຫວຽດນາມ (19 ກັນຍາ 1945 – 19 ກັນຍາ 2024) ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ (02 ກັນຍາ 1945 – 02 ກັນຍາ 2024).

ຕອບກັບ

ຂ່າວ/ບົດ​ອື່ນ