ສະຖານທູດ ຫວຽດນາມ ປະຈຳ ລາວ ຈັດພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ທີ 2 ກັນຍາ

(VOVWORLD) - ທ່ານ ຟານມິງຈຽນ, ອຸປະທູດຊົ່ວຄາວ, ສະຖານທູດ ຫວຽດນາມ ປະຈຳ ລາວ, ໄດ້ຫວນຄືນປະຫວັດສາດອັນສະຫງ່າລາສີຂອງຊາດ ຫວຽດນາມ
ສະຖານທູດ ຫວຽດນາມ ປະຈຳ ລາວ ຈັດພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ທີ 2 ກັນຍາ - ảnh 1(ທີ່ພິທີ)

        ຕອນຄ່ຳວັນທີ 30 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຈັດພິທີສະເຫຼີມສະຫຼອງ 79 ປີແຫ່ງວັນຊາດແຫ່ງ ສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2024). ເຂົ້າຮ່ວມພິທີມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ, ພ້ອມກັບການນຳບັນດາຄະນະ, ຂະແໜງການຂອງ ລາວ; ຜູ້ຕາງໜ້າບັນດາປະເທດ ແລະ ອົງການຈັດຕັ້ງສາກົນປະຈຳ ລາວ, ພ້ອມກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ລາວ.

        ທີ່ພິທີ, ທ່ານ ຟານມິງຈຽນ, ອຸປະທູດຊົ່ວຄາວ, ສະຖານທູດ ຫວຽດນາມ ປະຈຳ ລາວ, ໄດ້ຫວນຄືນປະຫວັດສາດອັນສະຫງ່າລາສີຂອງຊາດ ຫວຽດນາມ, ດ້ວຍຂີດໝາຍສະຫງ່າອົງອາດໃນວັນທີ 02 ກັນຍາ 1945, ເມື່ອປະທານ ໂຮ່ຈີມິນ ອ່ານຖະແຫຼງປະກາດເອກະລາດ ສ້າງສາປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ. ທ່ານເຊື່ອໝັ້ນວ່າ, 2 ປະເທດ ຫວຽດນາມ - ລາວ ຈະສືບຕໍ່ບັນລຸໄດ້ຜົນງານໃໝ່ຫຼາຍຢ່າງ, ໃຫຍ່ຫຼວງກວ່າອີກ, ນຳມາເຊິ່ງຊີວິດທີ່ນັບມື້ນັບຜາສຸກໃຫ້ແກ່ປະຊາຊົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ