ກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫາກໍ່ອອກມະຕິກ່ຽວກັບ “ການເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເພີ່ມທະວີການຄຸ້ມຄອງຊັບພະຍາກອນ ແລະ ປົກປັກຮັກສາສິ່ງແວດລ້ອມ“. ມະຕິແມ່ນການກຳນົດທິດສຳຄັນເພື່ອໃຫ້ບັນດາຂະແໜງການ, ຂັ້ນຕ່າງໆຂອງຫວຽດນາມ ປະຕິບັດບັນດາມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄຸ້ມຄອງຊັບພະຍາກອນ ແລະ ປົກປັກຮັກສາສິ່ງແວດລ້ອມ.

ບົດບາດຂອງວົງຄະນາຍາດໃນການປົກປັກຮັກສາສິ່ງແວດລ້ອມ
(ພາບ:tnmttuyenquang.gov.vn)
ການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ ພວມດຳເນີນໄປຢ່າງວ່ອງໄວ ແລະ ຮ້າຍແຮງເກີນການຄາດຄະເນ. ຕາມສະຖິຕິໃນແຕ່ລະປີແລ້ວ, ໄພທຳມະຊາດໄດ້ກໍ່ຄວາມເສຍຫາຍເຖິງເສດຖະກິດແຕ່ 1-1,5% ຍອດຜະລິດຕະພັນພາຍໃນ. ຊັບພະຍາກອນທຳມະຊາດຂອງຫວຽດນາມ ກໍ່ຍັງບໍ່ທັນໄດ້ຮັບການຂຸດຄົ້ນຢ່າງມີປະສິດທິຜົນເທື່ອ, ມົນລະພິດສິ່ງແວດລ້ອມພວມມີທ່າອ່ຽງເພີ່ມຂຶ້ນ. ຕາມມະຕິກອງປະຊຸມຄັ້ງທີ 7 ແລ້ວ, ຕ້ອງເພີ່ມທະວີ, ປ່ຽນໃໝ່ວຽກງານໂຄສະນາ, ສຶກສາອົບຮົມ, ຍົກສູງຄວາມຮັບຮູ້, ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນຳໃຊ້ຊັບພະຍາກອນທຳມະຊາດຢ່າງປະຢັດ, ປົກປັກຮັກສາສິ່ງແວດລ້ອມ. ທ່ານເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໄດ້ຊີ້ແຈງສິ່ງດັ່ງກ່າວທີ່ວາລະອັດກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ:
“ກ່ອນອື່ນໝົດຕ້ອງຍົກສູງຄວາມຮັບຮູ້ໃນທົ່ວພັກ, ທົ່ວປວງຊົນ ແລະ ທົ່ວລະບົບການເມືອງ, ຖືການເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຄຸ້ມຄອງຊັບພະຍາກອນ ແລະ ປົກປັກຮັກສາສິ່ງແວດລ້ອມແມ່ນບັນຫາມີຄວາມໝາຍຕັດສິນການພັດທະນາແບບຍືນຍົງຂອງປະເທດຊາດ. ການປົກປັກຮັກສາສິ່ງແວດລ້ອມທັງແມ່ນຈຸດໝາຍ ທັງແມ່ນໜຶ່ງໃນບັນດາເນື້ອໃນພື້ນຖານຂອງການພັດທະນາແບບຍືນຍົງ“

(ພາບ:disanxanh.cinet.vn)
ປະຕິບັດການເພີ່ມທະວີການໂຄສະນາ, ສຶກສາອົບຮົມກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ, ນຳໃຊ້ຊັບພະຍາກອນຢ່າງປະຢັດ ແລະ ປົກປັກຮັກສາສິ່ງແວດລ້ອມ ແມ່ນການຍົກສູງລັກສະນະເປັນເຈົ້າການຂອງບັນດາຂັ້ນ, ຂະແໜງການ ແລະ ທົ່ວປວງຊົນ. ທ່ານຫວູຮົ່ງແຄງ, ຮອງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຖືວ່າ:
“ຂ້າພະເຈົ້າຖືວ່າ, ສິ່ງສຳຄັນໃນປະຈຸບັນແມ່ນ ພວກເຮົາຕ້ອງສຸມໃສ່ເຂົ້າໂຮງຮຽນ. ໂຮງຮຽນຕ້ອງໂຄສະນາກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ, ການຄຸ້ມຄອງຊັບພະຍາກອນ ແລະ ປົກປັກຮັກສາສິ່ງແວດລ້ອມໃນໂຄງການນອກຫຼັກສູດ ແລະ ຄວນນຳບັນດາເນື້ອໃນນີ້ເຂົ້າໃນປຶ້ມຕຳລາຮຽນ“
ຄວາມຮັບຜິດຊອບໃນການປົກປັກຮັກສາສິ່ງແວດລ້ອມ, ຄຸ້ມຄອງຊັບພະຍາກອນ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນໜ້າທີ່ຂອງລັດ, ວິສາຫະກິດ ແລະ ທົ່ວປວງຊົນ, ໃນນັ້ນ, ບັນດານັກວິທະຍາສາດມີໜ້າທີ່ຍູ້ແຮງການຄົ້ນຄ້ວາ, ໝູນໃຊ້ຄວາມກ້າວໜ້າດ້ານວິທະຍາສາດ ແລະ ເຕັກໂນໂລຊີເຂົ້າຂົງເຂດນີ້. ທ່ານໂງທ່ວນຄຽດ, ຮອງຫົວໜ້າພະແນກວິທະຍາສາດ, ເຕັກໂນໂລຊີ, ສິ່ງແວດລ້ອມ ສັງກັດສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ຖືວ່າ:
“ກ່ອນອື່ນໝົດ, ພວກເຮົາຕ້ອງປ່ຽນແປງທັດສະນະໃນການຊີ້ນຳ, ພິເສດແມ່ນປ່ຽນແປງກົນໄກຈັດແບ່ງແຫຼ່ງກຳລັງໃຫ້ແກ່ການເຄືອ່ນໄຫວປ້ອງກັນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ເພຶ່ອແກ້ໄຂບັນຫານີ້ຕ້ອງມີການປະສານສົມທົບກັນຢ່າງຄົບຊຸດລະຫວ່າງລັດ, ພາກເອກະຊົນ ແລະ ສັງຄົມພົນລະເຮືອນ“.
ໜ້າທີ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັກສາຊັບພະຍາກອນ ແລະ ສິ່ງແວດລ້ອມຕິດພັນກັບການພັດທະນາເສດຖະກິດສັງຄົມ ແລະ ເພີ່ມທະວີການຄຸ້ມຄອງລັດໃນຂົງເຂດນີ້ ກໍໄດ້ຮັບການຊີ້ແຈງຈາກທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ:
“ໜ້າທີ່ລວມທີ່ວາງອອກແມ່ນ: ຕ້ອງຍູ້ແຮງການປ່ຽນແປງຮູບແບບເຕີບໂຕ, ສ້າງໂຄງປະກອບເສດຖະກິດຄືນໃໝ່ຕາມທິດການເຕີບໂຕຂຽວ ແລະ ພັດທະນາແບບຍືນຍົງຕາມບໍລິເວນ ແລະ ຕາມຂະແໜງການດ ຂົງເຂດ ແລະ ທະວີຄູນຢ່າງກ້ວາງຂວາງໃນທົ່ວປະເທດເທື່ອລະກ້າວ. ປະຕິບັດການແບ່ງເຂດຊີວະພາບ ເປັນພື້ນຖານເພື່ອວາງແຜນພັດທະນາເສດຖະກິດສັງຄົມ, ຂະແໜງການ, ຂົງເຂດ ແລະ ທ້ອງຖິ່ນຕ່າງໆຕາມທິດສອດຄ່ອງກັບຊີວະພາບພິເສດຂອງແຕ່ລະເຂດ, ກົມກຽວກັບທຳມະຊາດ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ“.
ຕາມມະຕິຂອງກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຮອດປີ 2050, ຫວຽດນາມ ຈະກາຍເປັນປະເທດພັດທະນາ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຂຸດຄົ້ນ, ນຳໃຊ້ຊັບພະຍາກອນຢ່າງເໝາະສົມ, ມີປະສິດທິຜົນ ແລະ ໝັ້ນຄົງ; ຄຸນນະພາບສິ່ງແວດລ້ອມ, ຊີວະນາໆພັນ ແລະ ບັນລຸບັນດາມາດຖານກ່ຽວກັບສິ່ງແວດລ້ອມເທົ່າທຽມກັບບັນດາປະເທດອຸດສາຫະກຳໃນພາກພື້ນ./.