10 ເຫດການ, ບັນຫາພົ້ນເດັ່ນຢູ່ພາຍໃນປະເທດປີ 2025 ໂດຍ VOV ຄັດເລືອກ

(VOVWORLD) - ປີ 2025 ໄດ້ຂີດໝາຍບາດກ້າວບຸກທະລຸຢ່າງແຮງກ່ຽວກັບການພັດທະນາພື້ນຖານໂຄງລ່າງ, ແມ່ນປະຖົມປັດໃຈ, ພື້ນຖານສຳຄັນໃຫ້ລະບົບໂຄງປະກອບພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝ, ຕອບສະຫນອງຄວາມຮຽກຮ້ອງພັດທະນາປະເທດຊາດໃນສັງກາດໃໝ່.
10 ເຫດການ, ບັນຫາພົ້ນເດັ່ນຢູ່ພາຍໃນປະເທດປີ 2025 ໂດຍ VOV ຄັດເລືອກ - ảnh 1

ເຫດການທີ 1: ການປະຕິຮູບກົງຈັກລັດໃຫ້ກະທັດລັດ, ສັບຊ້ອນເຂດແດນບໍລິຫານ ແລະ ອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນດຳເນີນການເຄື່ອນໄຫວ

ວັນທີ 01 ກໍລະກົດ 2025, ກົງຈັກອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນທົ່ວປະເທດດຳເນີນການເຄື່ອນໄຫວຢ່າງເປັນທາງການ. 63 ແຂວງ, ນະຄອນ ພາຍຫຼັງທີ່ໂຮມເຂົ້າກັນຍັງເຫຼືອພຽງ 34 ແຂວງ, ນະຄອນ ດ້ວຍ 3.321 ຕາແສງ,  ເຂດພິເສດ. ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເນັ້ນໜັກວ່າຂໍ້ຕົກລົງ “ສັບຊ້ອນຄືນໃໝ່” ແມ່ນບາດກ້າວປະຫວັດສາດທີ່ ມີຄວາມໝາຍຍຸດທະສາດ, ສ້າງຂີດໝາຍໄລຍະພັດທະນາໃໝ່ ໃນພາລະກິດປັບປຸງກົງຈັກບໍລິຫານແຫ່ງລັດໃຫ້ສົມຮູບແບບ, ສ້າງລະບອບລະບຽບການ ແລະ ອົງການຈັດຕັ້ງຂອງລະບົບການເມືອງໃຫ້ຄົບຊຸດ, ກະທັດລັດ, ມີປະສິດທິພາບ, ປະສິດທິຜົນເພື່ອໃຫ້ທຸກຜົນປະໂຫຍດແມ່ນຂຶ້ນກັບປະຊາຊົນ.

ກ່ອນໜ້ານັ້ນ, ໂດຍປະຕິບັດມະຕິເລກທີ 18 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 12, ພາຍຫຼັງການສັບຊ້ອນ, ຫັນເປັນກະທັດລັດ ແມ່ນ ໄດ້ຫຼຸດ 4 ອົງການພັກຂຶ້ນກັບສູນກາງ; 5 ກະຊວງ ແລະ 3 ອົງການຂຶ້ນກັບລັດຖະບານ; 1.025 ຫົວໜ່ວຍຂັ້ນກົມ… ຢູ່ທ້ອງຖິ່ນ, ຫຼຸດ 466 ພະແນກ, ຂະແໜງ; 3.984 ໜ່ວຍງານ… ແຜນນະໂຍບາຍໃຫຍ່ຂອງພັກໄດ້ຮັບການຜັນຂະຫຍາຍຢ່າງມີແບບມີແຜນ, ເປັນເອກະພາບຄົບຊຸດ ແລະ ພວມເສີມຂະຫຍາຍປະສິດທິຜົນ.

10 ເຫດການ, ບັນຫາພົ້ນເດັ່ນຢູ່ພາຍໃນປະເທດປີ 2025 ໂດຍ VOV ຄັດເລືອກ - ảnh 2

ເຫດການທີ 2:  ປະກາດໃຊ້ມະຕິຍຸດທະສາດ 7 ສະບັບ, ນຳ ຫວຽດນາມ ກ້າວເຂົ້າູ່ສັງກາດພັດທະນາໃໝ່

ມະຕິຍຸດທະສາດ 7 ສະບັບຂອງກົມການເມືອງທີ່ປະກາດໃຊ້ເມື່ອທ້າຍປີ 2024 ແລະ 2025; ໃນນັ້ນມີມະຕິ 4 ສະບັບ: ມະຕິເລກທີ 57 ຂອງສູນກາງກ່ຽວກັບບາດກ້າວບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນ ເປັນດີຈີຕອນແຫ່ງຊາດ; ມະຕິເລກທີ 59 ຂອງສູນກາງ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່; ມະຕິເລກທີ 66 ຂອງສູນກາງກ່ຽວກັບການປ່ຽນແປງໃໝ່ວຽກງານສ້າງ ແລະ ປະຕິບັດກົດໝາຍ ຕອບສະໜອງຄວາມຮຽກຮ້ອງພັດທະນາປະເທດຊາດໃນສັງກາດໃໝ່; ມະຕິເລກທີ 68 ຂອງສູນກາງ ກ່ຽວກັບການພັດທະນາເສດຖະກິດເອກະຊົນ ໄດ້ຮັບຖືວ່າແມ່ນ “4 ເສົາຄ້ຳ” ດ້ວຍບັນດາບັນຫາຫຼັກເພື່ອພັດທະນາປະເທດຊາດໃນສະພາບການປະຈຸບັນ; ມະຕິ 3 ສະບັບຄື ມະຕິເລກທີ 70, 71, 72 ຂອງສູນກາງດ້ວຍ 3 ຂົງເຂດ “ແຜນການຂອງລັດຕິດພັນກັບຊີວິດ, ສະຫວັດດີການຂອງປະຊາຊົນ” ສົ່ງຜົນສະທ້ອນເຖິງປະຊາຊົນແຕ່ລະຄົນແມ່ນ ພະລັງງານ, ການສຶກສາ ແລະ ບຳລຸງສ້າງ, ການສົ່ງເສີມສຸຂະພາບຂອງປະຊາຊົນ.

10 ເຫດການ, ບັນຫາພົ້ນເດັ່ນຢູ່ພາຍໃນປະເທດປີ 2025 ໂດຍ VOV ຄັດເລືອກ - ảnh 3

ເຫດການທີ 3: ສະພາແຫ່ງຊາດປັບປຸງລັດຖະທຳມະນູນ ແລະ ຮັບຮອງເອົາບັນດານະໂຍບາຍຊີ້ຂາດບຸກທະລຸ

ວັນທີ 16 ມິຖຸນາ 2025, ທີ່ກອງປະຊຸມເທື່ອທີ 9, ດ້ວຍ ການລົງຄະແນນສຽງເຫັນດີຂອງສະມາຊິກສະພາແຫ່ງຊາດທີ່ມີໜ້າ 100% ນັ້ນ , ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013. ຂໍ້ຕົກລົງທີ່ມີລັກສະນະປະຫວັດສາດນີ້ໄດ້ສ້າງຂອບນິຕິກຳໃຫ້ແກ່ການຫັນກົງຈັກລັດໃຫ້ກະທັດລັດ, ຕອບສະໜອງຄວາມຮຽກຮ້ອງຂອງການພັດທະນາໃນໄລຍະໃໝ່, ພິເສດແມ່ນສັບຊ້ອນອົງການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາຂໍ້ກຳນົດກ່ຽວກັບແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ບັນດາສະມາຄົມ, ອົງການຈັດຕັ້ງມະຫາຊົນໂດຍພັກ, ລັດ ມອບໜ້າທີ່.

ຜ່ານກອງປະຊຸມສະໄໝສາມັນ 2 ຄັ້ງ ແລະ ກອງປະຊຸມວິສາມັນ 1 ຄັ້ງໃນປີ 2025, ສະພາແຫ່ງຊາດຊຸດທີ 15 ໄດ້ມີການປ່ຽນແປງໃໝ່ທີ່ມີລັກສະນະບຸກທະລຸ, ຮັບຮອງເອົາກົດໝາຍ 89 ສະບັບ, ມະຕິ 91 ສະບັບ, ກວມເອົາກວ່າ 40% ຈຳນວນກົດໝາຍ, ມະຕິໃນອາຍຸການຊຸດທີ 15. ສະພາແຫ່ງຊາດໄດ້ປັບປຸງ, ເພີ່ມເຕີມກົດໝາຍຫຼາຍສະບັບທີ່ກຳນົດບັນດາບັນຫາຫຼັກ ສ້າງພື້ນຖານນິຕິກຳສຳຄັນເພື່ອໃຫ້ປະເທດກ້າວເຂົ້າສູ່ສັງກາດບຸກບືນຂຶ້ນ.

10 ເຫດການ, ບັນຫາພົ້ນເດັ່ນຢູ່ພາຍໃນປະເທດປີ 2025 ໂດຍ VOV ຄັດເລືອກ - ảnh 4

ເຫດການທີ 4: ກອງປະຊຸມໃຫຍ່ພັກທຸກຂັ້ນບັນລຸຜົນສຳເລັດ ສ້າງປະຖົມປັດໃຈເພື່ອກ້າວໄປເຖິງກອງປະຊຸມໃຫຍ່ຊຸດທີ 14 ຂອງພັກ

ກວ່າ 60.000 ອົງຄະນະພັກຂັ້ນຮາກຖານ, ໃນນັ້ນມີ 40/40 ອົງຄະນະພັກຂຶ້ນກັບສູນກາງ ໄດ້ປະຕິບັດສຳເລັດກອງປະຊຸມໃຫຍ່ອົງຄະນະພັກອາຍຸການ 2025 – 2030 ດ້ວຍຈຸດພົ້ນເດັ່ນລວມແມ່ນວຽກງານກະກຽມຢ່າງລອບຄອບຖີ່ຖ້ວນ, ມີແບບມີແຜນ, ຜັນຂະຫຍາຍຢ່າງໄວ, ກະທັດລັດ ແລະ ຮັບປະກັນໃຫ້ກົງຈັກເຄື່ອນໄຫວເປັນປົກກະຕິພາຍຫຼັງກອງປະຊຸມໃຫຍ່. ນີ້ບໍ່ພຽງແຕ່ແມ່ນບັ້ນດຳເນີນຊີວິດດ້ານການເມືອງທີ່ເລິກເຊິ່ງ, ກວ້າງຂວາງໃນທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນເທົ່ານັ້ນ ຫາກຍັງແມ່ນປະຖົມປັດໃຈເພື່ອຈັດກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກໃຫ້ບັນລຸຜົນສຳເລັດ. ຢູ່ຂັ້ນສູນກາງ, ກອງປະຊຸມໃຫຍ່ອົງຄະນະພັກສະພາແຫ່ງຊາດ, ລັດຖະບານ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການພັກສູນກາງ, ກອງທັບ ແລະ ຕຳຫຼວດ ໄດ້ເປັນເຈົ້າການສັບຊ້ອນກົງຈັກການຈັດຕັ້ງຕາມໂຄງປະກອບໃໝ່, ກະທັດລັດ, ເຮັດແຈ້ງພາລະບົດບາດ, ໜ້າທີ່ຮັບຜິດຊອບ, ສິດອຳນາດ, ຕອບສະໜອງຄວາມຮຽກຮ້ອງຊີ້ນຳໃນໄລຍະພັດທະນາໃໝ່.

10 ເຫດການ, ບັນຫາພົ້ນເດັ່ນຢູ່ພາຍໃນປະເທດປີ 2025 ໂດຍ VOV ຄັດເລືອກ - ảnh 5

ເຫດການທີ 5: ລະດັບເຕີບໂຕ GDP ສູງສຸດໃນໄລຍະ 5 ປີຜ່ານມາ

ໃນສະພາບພື້ນຖານເສດຖະກິດໂລກຂາດສະຖຽນລະພາບຫຼາຍຢ່າງ, ພິເສດແມ່ນສິ່ງທ້າທາຍຍ້ອນນະໂຍບາຍພາສີສົມທົບຂອງ ອາເມລິກາ ແລະ ຜົນສະທ້ອນຢ່າງຮ້າຍແຮງຍ້ອນໄພທຳມະຊາດ, ປີ 2025 ຫວຽດນາມ ບັນລຸລະດັບເຕີບໂຕ GDP ກວ່າ 8%. ນີ້ແມ່ນລະດັບເຕີບໂຕສູງທີ່ສຸດໃນ 5 ປີຜ່ານມາ. ວົງເງິນສົ່ງອອກ - ນຳເຂົ້າຄາດວ່າບັນລຸກວ່າ 920 ຕື້ USD. ເສດຖະກິດມະຫາພາກສືບຕໍ່ເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ ຄາດວ່າໃນລະດັບຕ່ຳກວ່າ 4%. ລາຍຮັບງົບປະມານຂອງລັດໄລ່ຮອດກາງເດືອນ ທັນວາ 2025 ບັນລຸປະມານ 2,47 ລ້ານຕື້ດົ່ງ, ລືນກາຍແຜນງົບປະມານກວ່າ 25% ແລະ ເພີ່ມຂຶ້ນຢ່າງແຮງເມື່ອທຽບໃສ່ໄລຍະດຽວຂອງປີ 2024. GDP ຄິດສະເລ່ຍຕໍ່ຫົວຄົນແມ່ນ 5.000 USD, ເພີ່ມຂຶ້ນເກືອບ 1,4 ເທົ່າເມື່ອທຽບໃສ່ປີ 2020, ນຳ ຫວຽດນາມ ນອນໃນກຸ່ມປະເທດທີ່ມີລາຍຮັບປານກາງສູງ.

10 ເຫດການ, ບັນຫາພົ້ນເດັ່ນຢູ່ພາຍໃນປະເທດປີ 2025 ໂດຍ VOV ຄັດເລືອກ - ảnh 6

ເຫດການທີ 6: ຍູ້ແຮງການຮັບປະກັນຊີວິດສັງຄົມ, ປະຕິບັດສຳເລັດການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອເປເພ

ວັນທີ 26 ສິງຫາ 2025, ໂຄງການ ແລະ ຂະບວນການແຂ່ງຂັນ “ທົ່ວປະເທດຮ່ວມແຮງຮ່ວມໃຈລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປເພ” ໄດ້ສິ້ນສຸດລົງພາຍຫຼັງປະຕິບັດມາເປັນເວລາ 1 ປີ 4 ເດືອນ. ເຊິ່ງໄດ້ນຳໃຊ້ເກືອບ 50.000 ຕື້ດົ່ງເພື່ອລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປເພ 334.234 ຫຼັງ. ວັນທີ 30 ພະຈິກ 2025, ນາຍົກລັດຖະມົນຕີ ຫວຽດນາມ ສືບຕໍ່ປຸກລະດົມ, ຜັນຂະຫຍາຍ “ບັ້ນເຄື່ອນໄຫວ ກວາງຈູງ” ກໍ່ສ້າງ, ຊ້ອມແປງເຮືອນ ຖືກເສຍຫາຍຍ້ອນໄພທຳມະຊາດຢູ່ບັນດາແຂວງທາງພາກກາງໂດຍໄວ ດ້ວຍເປົ້າໝາຍ ກໍ່ສ້າງເຮືອນຫຼັງໃໝ່ໃຫ້ສຳເລັດ 1.628 ຫຼັງກ່ອນວັນທີ 31 ມັງກອນ 2026 ແລະ ສ້ອມແປງເຮືອນຖືເປເພ 34.352 ຫຼັງໃຫ້ສຳເລັດກ່ອນວັນທີ 31 ທັນວາ 2025.

ພ້ອມກັນນັ້ນ, ມີຫຼາຍນະໂຍບາຍບຸກທະລຸດ້ານສາທາລະນະສຸກ, ການສຶກສາໄດ້ຮັບການປະກາດໃຊ້. ນັບແຕ່ສົກຮຽນ 2025 – 2026, ເດັກນ້ອຍຂັ້ນອະນຸບານ ແລະ ນັກຮຽນມັດທະຍົມພາກລັດໄດ້ຍົກເວັ້ນຄ່າຮຽນ. ວາງເປົ້າໝາຍນັບແຕ່ປີ 2026 ທົ່ວປວງຊົນໄດ້ກວດສຸຂະພາບປະຈຳໄລຍະບໍ່ຕ້ອງເສຍຄ່າເສຍຄ່າ, ກ້າວໄປເຖິງຍົກເລີກຄ່າທຳນຽບໂຮງໝໍໂດຍພື້ນຖານ ຕາມສິດຜົນປະໂຫຍດປະກັນສຸຂະພາບໃນປີ 2030.

10 ເຫດການ, ບັນຫາພົ້ນເດັ່ນຢູ່ພາຍໃນປະເທດປີ 2025 ໂດຍ VOV ຄັດເລືອກ - ảnh 7

ເຫດການທີ 7: ບຸກທະລຸດ້ານພື້ນຖານໂຄງລ່າງ, ສ້າງພື້ນຖານໝັ້ນຄົງເພື່ອໃຫ້ປະເທດພັດທະນາ

ປີ 2025 ໄດ້ຂີດໝາຍບາດກ້າວບຸກທະລຸຢ່າງແຮງກ່ຽວກັບການພັດທະນາພື້ນຖານໂຄງລ່າງ, ແມ່ນປະຖົມປັດໃຈ, ພື້ນຖານສຳຄັນໃຫ້ລະບົບໂຄງປະກອບພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝ, ຕອບສະຫນອງຄວາມຮຽກຮ້ອງພັດທະນາປະເທດຊາດໃນສັງກາດໃໝ່. ພາຍຫຼັງ 3 ເຫດການເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ບັນດາກິດຈະກຳ, ໂຄງການໃຫຍ່, ຈຸດສຸມໃນທົ່ວປະເທດ, ຫວຽດນາມໄດ້ ມີ 564 ກິດຈະກຳ, ໂຄງການດ້ວຍຍອດເງິນລົງທຶນກວ່າ 5,14 ລ້ານຕື້ດົ່ງ; ມີເກືອບ 140 ກິດຈະກຳໃຫຍ່ໄດ້ກໍ່ສ້າງສຳເລັດ, ນຳເຂົ້າຂຸດຄົ້ນ, ໃຊ້ການຢ່າງມີປະສິດທິຜົນ. ໃນນັ້ນ, ໜ້າສົນໃຈແມ່ນການຮັບຖ້ຽວບິນທຳອິດຢູ່ສະໜາມບິນ ລອງແທັ່ງ, ນຳສູນງານຕະຫຼາດນັດວາງສະແດງແຫ່ງຊາດເຂົ້າໃຊ້ການ, ກະກຽມກໍ່ສ້າງທາງລົດໄຟຄວາມໄວສູງເໜືອ - ໃຕ້…

10 ເຫດການ, ບັນຫາພົ້ນເດັ່ນຢູ່ພາຍໃນປະເທດປີ 2025 ໂດຍ VOV ຄັດເລືອກ - ảnh 8

ເຫດການທີ 8: ຈັດພິທີສະເຫຼີສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນຊາດທີ 2 ກັນຍາ; 50 ປີແຫ່ງວັນປົກປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບສຳເລັດຜົນ

ຫຼາຍເຫດການສະເຫຼີມສະຫຼອງໃນປີ 2025 ໄດ້ຈັດຂຶ້ນດ້ວຍຜົນສຳເລັດຢ່າງຈົບງາມ, ສະຫງ່າຜ່າເຜີຍ, ສົມກັບຂອບຂະໜາດເຫດການ ແລະ ຮັບປະກັນຄວາມປອດໄພຢ່າງເດັດຂາດ. ໃນນັ້ນ, ບັນດາການເຄື່ອນໄຫວຂອງ 2 ເຫດການໃຫຍ່ແມ່ນສະເຫຼີມສະຫອງ 80 ປີ່ແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ; 50 ປີແຫ່ງວັນປົກປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ໄດ້ສ້າງຂີດໝາຍທີ່ບໍ່ເຄີຍມີມາກ່ອນ. ພິທີເດີນສວນສະຫຼາມ, ແຫ່ຂະບວນຢູ່ສະໜາມຫຼວງ ບາດິ່ງ ຈັດຂຶ້ນໃນຕອນເຊົ້າວັນທີ 02 ກັນຍາ ຢູ່ນະຄອນຫຼວງ ຮ່າໂນ້ຍ ແລະ ຢູ່ຖະໜົນ ເລຢວນ ໃນຕອນເຊົ້າວັນທີ 30 ເມສາ ຢູ່ນະຄອນ ໂຮ່ຈີມິນ ດ້ວຍການເຂົ້າຮ່ວມຂອງປະຊາຊົນນັບລ້າຍຄົນ ແລະ ບັນດາກຳລັງປະກອບອາວຸດ.

10 ເຫດການ, ບັນຫາພົ້ນເດັ່ນຢູ່ພາຍໃນປະເທດປີ 2025 ໂດຍ VOV ຄັດເລືອກ - ảnh 9

ເຫດການທີ 9: ໄພທຳມະຊາດຮ້າຍແຮງ ແລະ ຜິດປົກກະຕິທີ່ບໍ່ເຄີຍມີມາກ່ອນ ກໍ່ຄວາມເສຍຫາຍຢ່າງຮ້າຍແຮງດ້ານຊີວິດອິນຊີ ແລະ ຊັບສົມບັດ

ປີ 2025 ໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາປີທີ່ເກີດໄພທຳມະຊາດຢ່າງລ້ຽນຕິດ, ຮ້າຍແຮງ ແລະ ຜິດປົກກະຕິທີ່ສຸດໃນປະຫວັດສາດອຸຕຸນິຍົມອຸທົກກະສາດ ຫວຽດນາມ, ຄື: ພາຍຸ, ຝົນຕົກໜັກໃນວົງກວ້າງ, ນ້ຳຖ້ວມ, ນ້ຳແກ່ງ ແລະ ດິນເຈື່ອນ. ໄລ່ຮອດວັນທີ 20 ທັນວາ, ໄພທຳມະຊາດໃນທົ່ວປະເທດໄດ້ເຮັດໃຫ້ 468 ຄົນເສຍຊີວິດ, ຫາຍສາບສູນ, 741 ຄົນຮັບບາດເຈັບ; ເຮືອນຢູ່ເກືອບ 4.200 ຫຼັງຖືກພັງທະລາຍ; ເນື້ອທີ່ນາ, ຜົນລະປູກ 545.395 ເຮັກຕາຖືກນ້ຳຖ້ວມ... ຄວາມເສຍຫາຍຄາດວ່າກວ່າ 98.677 ຕື້ດົ່ງ, ເທົ່າກັບ 0,7 – 0,8% GDP ປີ 2025. ວຽກງານຮັບມືກັບໄພທຳມະຊາດໄດ້ຮັບການຜັນຂະຫຍາຍຕາມທິດມີຈຸດສຸມ, ເດັດດຽວ. ສະນັ້ນ, ເມື່ອທຽບໃສ່ຫຼາຍປະເທດຖືກຜົນສະທ້ອນຈາກໄພທຳມະຊາດຢູ່ພາກພື້ນ ແລະ ໃນໂລກ, ຄວາມເສຍຫາຍຖືກຈຳກັດຫຼາຍພໍສົມຄວນ, ສິ່ງດັ່ງກ່າວສະແດງໃຫ້ເຫັນບົດຮຽນເປັນເຈົ້າການຮັບມືກັບໄພທຳມະຊາດຂອງທັງລະບົບການເມືອງ.

10 ເຫດການ, ບັນຫາພົ້ນເດັ່ນຢູ່ພາຍໃນປະເທດປີ 2025 ໂດຍ VOV ຄັດເລືອກ - ảnh 10

ເຫດການທີ 10: ອຸດສາຫະກຳວັດທະນະທຳສ້າງຂີດໝາຍດ້ວຍຫຼາຍລາຍການສະແດງສິລະປະ, ຮູບເງົາບັນລຸລາຍຮັບສະຖິ ແລະ ມີຈຳນວນຜູ້ຊົມຫຼາຍຊຸດທີ່ບໍ່ເຄີຍມີມາກ່ອນ

ປີ 2025 ເປັນຂີດໝາຍຜົນສຳເລັດຂອງພື້ນຖານອຸດສາຫະກຳວັດທະນະທຳ ຫວຽດນາມ ເມື່ອຕະຫຼາດບັນເທິງສ້າງຕົວເລກສະຖິຕິທີ່ບໍ່ເຄີຍມີມາກ່ອນກ່ຽວກັບລາຍຮັບ ແລະ ຈຳນວນຜູ້ຊົມ. ພົ້ນເດັ່ນແມ່ນ “concert ປະເທດຊາດ” ໄດ້ຈັດສ້າງຕາມມາດຕະຖານສາກົນ, ສົມທົບກັນຢ່າງກົມກ່ຽວລະຫວ່າງຄຸນຄ່າທີ່ເປັນມູນເຊື້ອ ແລະ ການບັນເທິງທັນສະໄໝ. ໃນຂົງເຂດຮູບເງົາ, ບັນລຸລາຍຮັບສະຖິຕິ ດ້ວຍຮູບເງົາ “ຝົນແດງ” ບັນລຸ 714 ຕື້ດົ່ງ ແລະ ຮູບເງົາຫຼາຍເລື່ອງອື່ນກໍ່ບັນລຸລາຍຮັບນັບຮ້ອຍຕື້ດົ່ງ.

ວັນທີ 14 ພະຈິກ 2025, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຊັນຂໍ້ຕົກລົງອະນຸມັດຜ່ານຍຸດທະສາດພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045. ໃນນັ້ນ, ເປົ້າໝາຍຮອດປີ 2030, ບັນດາຂະແໜງອຸດສາຫະກຳວັດທະນະທຳບັນລຸລະດັບເຕີບໂຕຄິດສະເລ່ຍປະມານ 10%/ປີ. ຮອດປີ 2045, ຫວຽດນາມ ກາຍເປັນປະເທດພັດທະນາດ້ານອຸດສາຫະກຳວັດທະນະທຳ, ອຸດສາຫະກຳບັນເທິງຢູ່ ອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ