(VOVWORLD) - ວັນທີ 24 ທັນວາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ປະກາດແຜນການສັນຕິພາບສະບັບຫຼ້າສຸດຂອງປະເທດນີ້ ແລະ ອາເມລິກາ ເຊິ່ງໄດ້ຮັບການເຈລະຈາໃນຫຼາຍອາທິດຜ່ານມາ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວເດີນໃໝ່ໃນບັນດາຄວາມມານະພະຍາຍາມເພື່ອແນໃສ່ຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນທີ່ແກ່ຍາວມາເປັນເວລາເກືອບ 4 ປີຜ່ານມາ, ເຖິງຢ່າງໃດກໍຕາມຍັງມີຄວາມສົງໄສຫຼາຍຢ່າງກ່ຽວກັບການຍອມຮັບຈາກຝ່າຍລັດເຊຍຕໍ່ແຜນການນີ້.
ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky (ພາບ: REUTERS/Stephanie Lecocq) |
ຮ່າງແຜນການສັນຕິພາບ 20 ຈຸດແມ່ນເອກະສານ ເຊິ່ງບັນດານັກເຈລະຈາອາເມລິກາ ແລະ ຢູແກຼນບັນລຸໄດ້ພາຍຫຼັງຫຼາຍຮອບເຈລະຈາທີ່ໄດ້ດຳເນີນໃນຊຸມອາທິດຜ່ານມາຢູ່ Geneva (ສະວິດ), Berlin (ເຢຍລະມັນ) ແລະ Miami (ອາເມລິກາ).
ບັນດາການປະນີປະນອມໃໝ່
ຕາມບັນດາເນື້ອໃນເບື້ອງຕົ້ນຂອງຮ່າງແຜນການສັນຕິພາບ 20 ຈຸດໂດຍຝ່າຍຢູແກຼນປະກາດ, ຢູແກຼນຈະຮັກສາຈຳນວນທະຫານຢູ່ລະດັບໃນຍຸກສະໄໝສັນຕິພາບປະມານ 800.000 ຄົນ; ອາເມລິກາ, ອົງການສົນທິສັນຍາອັດລັງຕິກເໜືອ (NATO) ແລະ ເອີລົບຈະສະໜອງການຮັບປະກັນຄວາມໝັ້ນຄົງໃຫ້ແກ່ຢູແກຼນ ຄ້າຍຄືກັນກັບມາດຕາທີ 5 ຂອງ NATO; ຢູແກຼນຈະກາຍເປັນສະມາຊິກຊອງສະຫະພາບ ເອີລົບ (EU)ໃນເວລາທີ່ໄດ້ຮັບການກຳນົດ. ນອກຈາກນັ້ນ, ທ່ານປະທານາທິບໍດີ Zelensky ກໍ່ຍົກອອກບັນດາບັນຫາສ້າງສາປະເທດຄືນໃໝ່ ແລະ ພັດທະນາເສດຖະກິດຂອງ ຢູແກຼນ, ຄື: ສ້າງຕັ້ງກອງທຶນຈຳນວນໜຶ່ງເພື່ອຟື້ນຟູປະເທດຊາດ ດ້ວຍເປົ້າໝາຍລະດົມເງິນເປັນຈຳນວນ 800 ຕື້ USD ແລະ ຫຼັງຈາກນັ້ນແມ່ນຍູ້ໄວວິວັດການລົງນາມຂໍ້ຕົກລົງທາງການຄ້າແບບເສລີກັບ ອາເມລິກາ.
ສິ່ງທີ່ໜ້າສົນໃຈໃນຮ່າງເອກະສານແມ່ນເລື່ອງ ຢູແກຼນ ເຫັນດີກັບວິທີການຖອນທະຫານອອກຈາກເຂດທີ່ Kiev ພວມຄວບຄຸມຢູ່ນະຄອນ Donetsk ແລະ ສ້າງເຂດເສດຖະກິດເສລີປອດການທະຫານ. ເຖິງຢ່າງໃດກໍຕາມ, ການປະນີປະນອມຂອງ ຢູແກຼນກໍ່ໄດ້ໄປພ້ອມກັບເງື່ອນໄຂທີ່ວ່າ ຝ່າຍລັດເຊຍ ກໍ່ຈະຕ້ອງຖອນທະຫານອອກຈາກເຂດທີ່ຢູແກຼນໄດ້ຖອນທະຫານອອກ. ຕາມວົງການນັກສັງເກດການແລ້ວ, ເຖິງວ່າໂອກາດທາງເສດຖະກິດຂອງເຂດດິນແດນທີ່ຖືກການປະທະກັນທຳລາຍນີ້ຍັງບໍ່ທັນຈະແຈ້ງກໍ່ຕາມ ແຕ່ຂໍ້ສະເໜີຈາກຝ່າຍ ຢູແກຼນອາດຈະດຶງດູດທ່ານປະທານາທິບໍດີ Donald Trump ແລະ ບັນດາວິສາຫະກິດ ອາເມລິກາ, ເຊິ່ງເປັນສິ່ງເຄີຍໄດ້ດຶງດູດໃຈຈາກບັນດາແຫຼ່ງຊັບພະຍາກອນບໍ່ແຮ່ທີ່ອຸດົມສົມບູນ ຂອງ ຢູແກຼນ ຢູ່ບັນດາເຂດໃກ້ແນວຮົບນີ້ຢູ່ແລ້ວ. ປັດຈຸບັນ, ຮ່າງແຜນການ 20 ຈຸດໄດ້ສົ່ງໄປຍັງຝ່າຍລັດເຊຍ ເພື່ອພິດຈາລະນາແລ້ວ. ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ:
ບັນຫາບໍ່ແມ່ນຈັດວາງຂໍ້ຕົກລົງກັບບໍ່ວ່າຜູ້ໃດ ແຕ່ແມ່ນການກຳນົດວ່າ ສອງຝ່າຍພວມລໍຄ່ອຍສິ່ງໃດ, ຕ້ອງມີສິ່ງໃດແດ່ ແລະ ຕ້ອງກະກຽມສິ່ງໃດເພື່ອແລກເອົາສິ່ງດັ່ງກ່າວນັ້ນ. ພວກຂ້າພະເຈົ້າກໍ່ຕ້ອງກຳນົດວ່າ ຈະສາມາດຊ່ວຍໃຫ້ສອງຝ່າຍມີຄວາມຮຽກຮ້ອງຕ້ອງກັນຄືນກັນຫຼືບໍ່? ສິ່ງນີ້ກໍ່ຕ້ອງໃຊ້ເວລາຫຼາຍ ແລະ ມີຄວາມມານະພະຍາຍາມທີ່ສຸດ.
ຕາມຮ່າງແຜນການ, ພາຍຫຼັງຂໍ້ຕົກລົງສັນຕິພາບໄດ້ຮັບການລົງນາມ, ຢູແກຼນຕ້ອງຈັດການເລືອກຕັ້ງໄວທີ່ສຸດເທົ່າທີ່ຈະໄວໄດ້, ຂໍ້ຕົກລົງສະບັບນີ້ຈະມີລັກສະນະບັງຄັບດ້ານນິຕິກຳ, ຕາມນັ້ນແລ້ວເລື່ອງປະຕິບັດຈະແມ່ນສະພາສັນຕິພາບ ພາຍໃຕ້ການຊີ້ນຳນຳພາຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຕິດຕາມກວດກາ. ມາດຕາສຸດທາຍກໍ່ເນັ້ນໜັກວ່າ ຄຳສັ່ງຢຸດຍິງຢ່າງຮອບດ້ານຈະມີຜົນສັກສິດໃນທັນທີພາຍຫຼັງທີ່ທຸກຝ່າຍເຫັນດີຕໍ່ຂໍ້ຕົກລົງສະບັບນີ້.
ລໍຖ້າຄຳຕອບຈາກລັດເຊຍ
ຄຳຖາມໃຫຍ່ຕັ້ງຂຶ້ນໃນປັດຈຸບັນແມ່ນ ຝ່າຍລັດເຊຍຈະຮັບຮ່າງແຜນການ 20 ຈຸດໃໝ່ນີ້ຄືແນວໃດ. ໃນບັນດາປະຕິກິລິຍາທຳອິດ, ມີນັກການເມືອງ ແລະ ນັກຊ່ຽວຊານຫຼາຍທ່ານຢູ່ລັດເຊຍ ໄດ້ສະແດງຄວາມສົງໄສຕໍ່ຮ່າງແຜນການນີ້. ຕາມທ່ານ Dmitry Novikov, ຮອງປະທານຜູ້ທີໜຶ່ງກຳມາທິການການຕ່າງປະເທດ ສະພາ Duma ແຫ່ງຊາດ (ສະພາຕ່ຳລັດເຊຍ) ແລ້ວ, ແຜນການສະບັບໃໝ່ຍັງບໍ່ທັນຕອບສະໜອງບັນດາຄວາມວິຕົກກັງວົນ ຂອງ ມົດສະກູ ໄດ້ ແລະ ຍັງມີຫຼາຍຈຸດທີ່ແຕກຕ່າງເມື່ອທຽບໃສ່ກັບຫຼັກໝັ້ນຂອງ ລັດເຊຍ. ຕາມທ່ານແລ້ວ, ຮ່າງແຜນການປັດຈຸບັນຍັງບໍ່ທັນສະແດງໃຫ້ເຫັນຄວາມພ້ອມມຸ່ງໄປເຖິງວິທີການແກ້ໄຂແບບປະນີປະນອມ ເພື່ອຈະໃຫ້ລັດເຊຍອາດຈະພິຈາລະນາ. ສ່ວນທ່ານ Alexey Chepa ຮອງປະທານ Duma ແຫ່ງຊາດ ລັດເຊຍ ພັດໄດ້ໃຫ້ຂໍ້ສັງເກດວ່າ ແຜນການສັນຕິພາບ 20 ຈຸດຂອງທ່ານປະທານາທິບໍດີ Zelensky ມີລັກສະນະສື່ມວນຊົນຫຼາຍກວ່າແມ່ນ ຂອບເຂດເຈລະຈາລະອຽດ.
ໃນຂະນະນັ້ນ, ນັກວິທະຍາສາດດ້ານການເມືອງ Andrey Kortunov, ນັກຊ່ຽວຊານຂອງສະໂມສອນປຶກສາຫາລື Valdai ໄດ້ຕີລາຄາວ່າ ຄວາມເປັນໄປທີ່ ລັດເຊຍ ຈະເຫັນດີຕໍ່ຍອມຮັບແຜນການໃນປັດຈຸບັນຂອງຢູແກຼນ ໂດຍບໍ່ມີການປັບປຸງຫຍັງຫຼາຍພໍສົມຄວນແມ່ນບໍ່ເປັນໄປໄດ້ບໍ່ສູງ. ສ່ວນນັກຊ່ຽວຊານ Aleksandr Grishin ຖືວ່າ 20 ຈຸດໃນແຜນການບໍ່ເຕື້ອງເຖິງສິ່ງທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ບັນລຸໄດ້ທີ່ການພົບປະສຸດຍອດເມື່ອເດືອນສິງຫາ ຢູ່ Alaska (ອາເມລິກາ), ເຖິງຢ່າງໃດກໍຕາມ ຝ່າຍລັດເຊຍ ຍາມໃດກໍ່ຖືບັນດາຄວາມຮັບຮູ້ລວມຢູ່ Alaska ແມ່ນພື້ນຖານເພື່ອດຳເນີນບັນດາການເຈລະຈາກ່ຽວກັບຂໍ້ຕົກລົງຢຸດຕິການປະທະກັນ. ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ
ທ່ານ ທູດພິເສດ Kirill Dmitriev ໄດ້ມີໂອກາດລາຍງານຕໍ່ທ່ານປະທານາທິບໍດີ Vladimir Putin ກ່ຽວກັບໝາກຜົນລະອຽດໃນການເດີນທາງ ໄປຍັງ Miami ຂອງທ່ານ. ອີງຕາມບັນດາຂໍ້ມູນເຊິ່ງທ່ານ Putin ໄດ້ຮັບ, ພວກຂ້າພະເຈົ້າຈະເຮັດແຈ້ງບັນດາທັດສະນະຂອງພວກເຮົາ ແລະ ເຊື່ອມຕໍ່ການຕິດຕໍພົວພັນກັບຝ່າຍ ອາເມລິກາ ໃນໄລຍະຈະມາເຖິງ ຜ່ານບັນດາຊ່ອງຕິດຕໍ່ພົວພັນທີ່ພວມເຄື່ອນໄຫວ
ຕາມວົງການນັກສັງເກດການແລ້ວ, ໃນຈຳນວນບັນດາຈຸດທີ່ຝ່າຍລັດເຊຍ ຍາກທີ່ຈະເຫັນດີກໍ່ມີ 2 ບັນຫາເຊິ່ງ ອາເມລິກາ ແລະ ຢູແກຼນ ບໍ່ຍັງບໍ່ືຮບັນລຸໄດ້ສຽງເວົ້າລວມລວມມີ: ຊະຕາກຳເຂດດິນແດນ Donbass ແລະ ແຜນການຄວບຄຸມ, ການເຄື່ອນໄຫວໂຮງງານ ໄຟຟ້ານິວເຄຼຍ Zaporizhzhia ໃນອະນາຄົດ. ສຳລັບຝ່າຍລັດເຊຍ ນັບແຕ່ກ່ອນມາຮອດປັດຈຸບັນ ຍາມໃດກໍ່ຖືການຄວບຄຸມເຂດດິນແດນ Donbass ແມ່ນບໍ່ສາມາດປະນີປະນອມໄດ້, ພ້ອມທັງກໍ່ຍາກທີ່ຈະຍອມຮັບຕໍ່ແຜນການຈາກຝ່າຍ ຢູແກຼນທີ່ຖືວ່າ ໂຮງງານໄຟຟ້ານິວເຄຼຍ Zaporizhzhia ຈະໄດ້ຮັບການຄວບຄຸມຈາກການທຸລະກິດລະຫວ່າງ ອາເມລິກາ ແລະ ຢູແກຼນ.