(VOVWORLD) - ພ້ອມກັບປະຊາຊົນໃນທົ່ວໂລກ, ມືນີ້, ປະຊາຊົນ ຫວຽດນາມ ໄດ້ຕ້ອນຮັບວັນທຳອິດຂອງປີ 2026 ດ້ວຍຄວາມເຊື່ອໝັ້ນວ່າ ປະເທດຊາດພັດທະນາ, ປະຊາຊົນນັບມື້ນັບມີຄວາມຜາສຸກ. ປີໃໝ່, ໂລກກ້າວເຂົ້າສູ່ຮອບວຽນແຫ່ງການພັດທະນາໃໝ່ດ້ວຍຫຼາຍໂອກາດພ້ອມກັບສິ່ງທ້າທາຍນາໆປະການ. ໃນສະພາບການນັ້ນ, ຫວຽດນາມພົ້ນເດັ່ນຂຶ້ນຄືສະຖານທີ່ແຫ່ງຄວາມໄວ້ເນື້ອເຊື່ອໃຈ ແລະ ແງ່ຫວັງອັນຍາວນານ - ແມ່ນສະຖານທີ່ໄດ້ຮັບການຄັດເລືອກເພື່ອລົງທຶນໃຫ້ແກ່ ອະນາຄົດ, ເພື່ອການຮ່ວມມື ແລະ ພ້ອມກັນສ້າງຄຸນຄ່າ. ບົດຂຽນດ້ວຍຫົວຂໍ້ “ຫວຽດນາມ - ປະເທດທີ່ໄດ້ຮັບການຄັດເລືອກ” ຈະຊ່ວຍໃຫ້ທຸກທ່ານເຂົ້າໃຈແຈ້ງກວ່າກ່ຽວກັບແງ່ຫວັງນັ້ນ, ຈາກປັດຈຸບັນເຖິງອະນາຄົດ.
ພາບປະກອບ: VGP |
ພາກທີ1: ຫວຽດນາມ - ສະຖານທີ່ດຳເນີນການໂອ້ລົມສົນທະນຂັ້ນສູງ ແລະ ຂໍ້ລິເລີ່ມທົ່ວໂລກ
ປີໃໝ່ 2026, ເມື່ອໂລກຍັງປະເຊີນໜ້າກັບສະພາບຂາດສະຖຽນລະພາບຫຼາຍຢ່າງນັ້ນ, ສະຖຽນລະພາບຈະກາຍເປັນໜຶ່ງໃນບັນດາຊັບສິນຍຸດທະສາດສຳຄັນທີ່ສຸດ. ໃນສະພາບການນັ້ນ, ຫວຽດນາມ ພົ້ນເດັ່ນຂຶ້ນຄືດັ່ງສະຖານທີ່ແຫ່ງການໂອ້ລົມສົນທະນາ, ຂອງການຮ່ວມມືລຍະຍາວ ແລະ ບັນດາຂໍ້ລິເລີ່ມທີ່ມຸ່ງໄປເຖິງອະນາຄົດ.
ພິທີເປີດລົງນາມສົນທິສັນຍາສາກົນທຳອິດປັບປຸງວຽກງານປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີຢ່າງຮອບດ້ານ (ພາບ: VOV) |
ເດືອນຕຸລາ 2025, ນະຄອນຫຼວງ ຮ່າໂນ້ຍ ກາຍເປັນຈຸດໃຈກາງຂອງຊີວິດທາງດ້ານການເມືອງ - ນິຕິກຳສາກົນ ເມື່ອໄດ້ຕ້ອນຮັບ ທ່ານເລຂາທິການໃຫຍ່ ສປຊ, ຜູ້ຕາງໜ້າເກືອບ 190 ປະເທດສະມາຊິກ ພ້ອມກັບບັນດາອົງການຈັດຕັ້ງສາກົນໃນພາກພື້ນ ມາເຂົ້າຮ່ວມພິທີເປີດລົງນາມສົນທິສັນຍາສາກົນ ທຳອິດ ປັບປຸງວຽກງານປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີຢ່າງຮອບດ້ານ.
ໃນສະພາບການອິນເຕີເນັດ (ໄຊເບີ) ກາຍເປັນແນວຮົບໃໝ່ຂອງອາດຊະຍາກຳຂ້າມຊາດປະເພດຕ່າງໆ, ເລື່ອງ ຮ່າໂນ້ຍ ໄດ້ຮັບການຄັດເລືອກເປັນສະຖານທີ່ເລີ່ມຕົ້ນທີ່ມີລັກສະນະຮອບດ້ານນັ້ນ ໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນທີ່ມີຕໍ່ ຫວຽດນາມ.
ທ່ານປະທານປະເທດ ເລືອງເກື່ອງ ຖ່າຍຮູບນຳບັນດາຜູ້ແທນເຂົ້າຮ່ວມພິທີ (ພາບ: VOV) |
ເລື່ອງ ສປຊ ເລືອກເຟັ້ນ ຫວຽດນາມ ເປັນປະເທດເພື່ອຈັດເຫດການສຳຄັນຍິ່ງນີ້ ໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນ ແລະ ບົດບາດນຳພາຂອງ ຫວຽດນາມ ໃນການຊຸກຍູ້ລັດທິຫຼາຍຝ່າຍ. ຄວາມຈິງແລ້ວ,ເລື່ອງ ຫວຽດນາມ ເປັນເຈົ້າການສະເໜີ, ນຳພາ ແລະ ຈັດຕັ້ງເຫດການລົງນາມສົນທິສັນຍາ ໄດ້ເປັນສິ່ງພິສູດໃຫ້ເຫັນຖານະບົດບາດຢ່າງໝັ້ນແກ່ນຂອງ ຫວຽດນາມ ບົນເວທີສາກົນ.
ທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:VOV) |
ປີ 2025, ຫວຽດນາມ ກໍ່ແມ່ນສະຖານທີ່ຈັດກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G, ເດືອນ ເມສາ 2025), ກ່າວຄຳເຫັນຕໍ່ໜ້າຜູ້ແທນສາກົນກວ່າ 1.000 ຄົນ, ທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ ເນັ້ນໜັກວ່າ:
ຫວຽດນາມ ພວມນຳໜ້າແຜນການກະທຳໃນຈຸດເວລາທີ່ມີສິ່ງທ້າທາຍຫຼາຍຢ່າງຄືປັດຈຸບັນ. ດ້ວຍການດຶງດູດເງິນລົງທຶນຈາກຕ່າງປະເທດ (FDI) ບັນລຸລະດັບເຕີບໂຕໃນຂົງເຂດພະລັງງານ, ຫວຽດນາມແມ່ນແບບຢ່າງທີ່ດີໃຫ້ແກ່ຫຼາຍປະເທດເພື່ອຊຸກຍູ້ການຮ່ວມມືໃນການຫັນເປັນສີຂຽວ, ຫັນປ່ຽນພະລັງງານຢ່າງຍຸດຕິທຳເພື່ອພັດທະນາແບບຍືນຍົງ.
ພາກທີ 2: ຫວຽດນາມ - ຕາໂສ້ຂອງລະບົບຕ່ອງໂສ້ມູນຄ່າໃນອະນາຄົດ
ປີໃໝ່ເປັນຂີດໝາຍການຫັນປ່ຽນທີ່ສຳຄັນໃນວິທີທີ່ໂລກຮັບຮູ້ບົດບາດຂອງ ຫວຽດນາມ ໃນລະບົບຕ່ອງໂສ້ມູນຄ່າທົ່ວໂລກ. ຖ້າໃນເມື່ອກ່ອນ ເລື່ອງລາວຂອງ ຫວຽດນາມ ແມ່ນເລື່ອງລາວຂອງລາຍຈ່າຍນັ້ນ, ປັດຈຸບັນ ແລະ ໃນອະນາຄົດ ນັ້ນແມ່ນເລື່ອງລາວຂອງຄຸນນະພາບ, ຂອງເຕັກໂນໂລຢີ. ຫວຽດນາມ ໄດ້ຮັບການຄັດເລືອກບໍ່ພຽງແຕ່ແມ່ນສະຖານທີ່ຜະລິດໃຫ້ໂລກເທົ່ານັ້ນ ຫາກຍັງແມ່ນຄູ່ຮ່ວມມືພ້ອມກັນສ້າງມູນຄ່າ - ພ້ອມກັນລົງທຶນໃຫ້ແກ່ອະນາຄົດ.
ແຫຼ່ງເງິນລົງທຶນ FDI ສືບຕໍ່ເຂົ້າມາຫວຽດນາມຢ່າງແຮງ, ເປັນຕົ້ນແມ່ນໃນຂົງເຂດການຜະລິດ ແລະ ເຕັກໂນໂລຢີສູງ (ພາບ: VOV)
|
ເມື່ອລະບົບຕ່ອງໂສ້ການສະໜອງທົ່ວໂລກມີການເຄື່ອນຍ້າຍ, ໂລກບໍ່ພຽງແຕ່ຊອກຫາສະຖານທີ່ຜະລິດທີ່ມີລາຄາຖືກເທົ່ານັນ, ຫາກຍັງຊອກຫາບ່ອນທີ່ມີຄວາມປອດໄພ, ມີໄຫວພິບ ແລະ ຍືນຍົງອີກດ້ວຍ. ຫວຽດນາມ ພວມຫັນປ່ຽນຈາກ ໂຮງງານ ມາເປັນຄູ່ຮ່ວມມືຜະລິດທີ່ມີມູນຄ່າເພີ່ມສູງ.
ເງິນທຶນ FDI ຢູ່ ຫວຽດນາມ ໃນ 11 ເດືອນຂອງປີ 2025 ຄາດວ່າບັນລຸ 23,6 ຕື້ USD ໃນນັ້ນມີ ເກືອບ 83% ໄຫຼເຂົ້າຂົງເຂດອຸດສາຫະກຳປຸງແຕ່ງ, ຜະລິດ. ກະແສທຶນບໍ່ພຽງແຕ່ຢູ່ໂຮງງານເທົ່ານັ້ນ ຫາກຍັງເປີດກວ້າງໄປສູ່ຂົງເຂດຄົ້ນຄ້ວາ, ພັດທະນາ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງອີກດ້ວຍ. ທ່ານ Michael Kagan, ຜູ້ອຳນວຍການເຕັກໂນໂລຢີ NVIDIA ໃຫ້ຮູ້ວ່າ:
NVIDIA ພວມຕັ້ງໜ້າລົງທຶນເຂົ້າອະນາຄົດຂອງ ຫວຽດນາມ. ພວກຂ້າພະເຈົ້າໄດ້ເປີດຫ້ອງການຢູ່ ຮ່າໂນ້ຍ ແລະ ພວມສຸມໃສ່ພັດທະນາຢ່າງແຮງເພື່ອກາຍເປັນສູນ R&D ແຖວໜ້າຢູ່ ຫວຽດນາມ. ຫວຽດນາມ ພວມມີນັກວິສະວະກອນ IT ນັບລ້ານຄົນ, ໃນນັ້ນກວ່າເຄິ່ງໜຶ່ງ ແມ່ນນັກສ້າງໂປຼແກຼມ. ຖ້າປ່ຽນບັນດານັກວິສະວະກອນນີ້ໄປສູ່ຂົງເຂດ AI, ຫວຽດນາມ ອາດສາມາດກາຍເປັນ ໜຶ່ງໃນບັນດາປະເທດພັດທະນາໄວທີ່ສຸດໃນໂລກ.
ຫວຽດນາມໄດ້ກາຍເປັນໜຶ່ງໃນບັນດາສະຖານທີ່ຍຸດທະສາດສຳຄັນທີ່ສຸດຂອງ của Samsung ໃນທົ່ວໂລກ (ພາບ: VOV)
|
ຫວຽດນາມ ໄດ້ຮັບການຄັດເລືອກຄືດັ່ງສະຖານທີ່ຍຸດທະສາດຂອງກະແສເງິນລົງທຶນ ແລະ ຕ່ອງໂສ້ການສະໜອງໃໝ່. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນໃນໄລຍະຍາວຂອງນັກລົງທຶນສາກົນທີ່ມີຕໍ່ແງ່ຫວັງການເຕີບໂຕ, ຄວາມສາມາດບໍລິຫານ ແລະ ທິດທາງພັດທະນາແບບຍືນຍົງຂອງ ຫວຽດນາມ.
ທ່ານ Andre De Jong, ສະມາຊິກຂອງຫ້ອງການການຄ້າ ເອີຣົບ ປະຈຳ ຫວຽດນາມ (ພາບ: congthuong.vn) |
ຕໍ່ໄປນີ້ ແມ່ນການແລກປ່ຽນຂອງພວກຂ້າພະເຈົ້າກັບທ່ານ Andre De Jong, ສະມາຊິກຂອງຫ້ອງການການຄ້າ ເອີຣົບ ປະຈຳ ຫວຽດນາມ (EuroCham).
ນັກຂ່າວ: ດັດຊະນີຄວາມເຊື່ອໝັ້ນດຳເນີນທຸລະກິດ (BCI) ຫຼ້າສຸດ ໂດຍ EuroCham ປະກາດ ສະແດງໃຫ້ເຫັນຄວາມເຊື່ອໝັ້ນດຳເນີນທຸລະກິດຂອງວິສາຫະກິດ ເອີຣົບ ຢູ່ ຫວຽດນາມ ໄດ້ເພີ່ມຂຶ້ນລະດັບສູງສຸດໃນໄລຍະ 3 ປີຜ່ານມາ. ຕາມທ່ານແລ້ວ, ບັນດາປັດໄຈຕົ້ນຕໍໃດ ໄດ້ຊຸກຍູ້ການເຕີບໂຕດັ່ງກ່າວ?
ເຈົ້າ, ແມ່ນແລ້ວ, ຊັດເຈນ 100%. ດັດຊະນີ BCI ໄດ້ເພີ່ມຂຶ້ນ 66,5 ຄະແນນ, ເຊິ່ງເປັນລະດັບສູງສຸດໃນໄລຍະ 3 ປີຜ່ານມາ, ຊ້ຳບໍ່ໜຳ ແມ່ນລື່ນກາຍລະດັບກ່ອນນັ້ນ ແລະ ເປັນຂີດໝາຍບາດກ້າວເດີນທີ່ກ້າວໜ້າພໍສົມຄວນ. ຈິດຕະສາດຕະຫຼາດພວມມີການຟື້ນຟູຢ່າງແຂງແຮງ, ນັບທັງໃນວົງການນັກລົງທຶນ ເອີລົບ ອີກດ້ວຍ. ດ້ວຍລະດັບການເຕີບໂຕ GDP ຂອງ ຫວຽດນາມ ເພີ່ມຂຶ້ນຢ່າງແຮງ ແລະ ຮັກສາຢູ່ໃນລະດັບ 8 – 10%. ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນຕໍ່ວົງໂຄຈອນການພັດທະນາຂອງປະເທດຊາດ”.
ນັກຂ່າວ: ປັດຈຸບັນ, ວິວັດການຫັນເປັນສີຂຽວພວມພົ້ນເດັ່ນຂຶ້ນຄືດັ່ງປັດໄຈທີ່ສຳຄັນ. ຕາມທ່ານແລ້ວ, ອັນໃດແມ່ນບັນດາໂອກາດ ແລະ ສິ່ງທ້າທາຍສຳລັບ ຫວຽດນາມ ໃນການດຶງດູດການລົງທຶນສີຂຽວຈາກບັນດານັກລົງທຶນ ເອີຣົບ ?
ດັດຊະນີ BCI ກໍຊີ້ໃຫ້ເຫັນວ່າ ໄລ່ສະເລ່ຍໃນ 4 ບໍລິສັດ ເອີຣົບ ທີ່ເຂົ້າມາລົງທຶນຢູ່ ຫວຽດນາມ ຈະມີ 1 ບໍລິສັດຜັນຂະຫຍາຍບັນດາຂໍ້ລິເລີ່ມສີຂຽວ. ໃນບົດລາຍງານ, 42% ບໍລິສັດໃຫ້ຮູ້ວ່າ ມີຄວາມເຊື່ອໝັ້ນ ແລະຄວາມສາມາດເຂົ້າເຖິງຕະຫຼາດໄດ້ຮັບການປັບປຸງ, ເພາະວ່າ ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຖ້າເພື່ອນເປັນບໍລິສັດສີຂຽວ, ເພື່ອນຈະສ້າງຄວາມໄວ້ເນື່ອເຊື່ອໃຈໃນຕະຫຼາດ ແລະ ກັບຕົນເອງ.
ນັກຂ່າວ: ຄວາມຫວັງຕົ້ນຕໍຂອງນັກລົງທຶນ ເອີຣົ ບ ຕໍ່ກັບພື້ນຖານເສດຖະກິດ ຫວຽດນາມ ປີ 2026 ແມ່ນຍັງ, ຂໍຮຽນທ່ານ?
ບັນດານັກລົງທຶນ ເອີຣົບ ຕັ້ງຄວາມຫວັງວ່າການເຕີບໂຕ GDP ຂອງ ຫວຽດນາມ ຈະສືບຕໍ່ເພີ່ມຂຶ້ນຢ່າງແຮງ, ຊ້ຳບໍ່ໜຳຍັງເຊື່ອໝັ້ນວ່າ ລະດັບ 8% ນັ້ນ ອາດຈະໄດ້ຮັບການຍູ້ໄວກວ່າ. ການເຕີບໂຕດັ່ງກ່າວໄດ້ຊຸກຍູ້ຢ່າງແທ້ຈິ່ງຍ້ອນມີການປ່ຽນແປງກ່ຽວກັບຂໍ້ກຳນົດ, ການລົງທຶນ ແລະ ການປະຕິຮູບລະບອບລະບຽບການ.
ນັກຂ່າວ:ເຈົ້າ, ຂໍຂອບໃຈທ່ານທີ່ໄດ້ໃຫ້ການແລກປ່ຽນກັບພວກຂ້າພະເຈົ້າ!
ການເຊື່ອມໂຍງບົນເນື້ອໃນຈິດໃຈ ““ການຫັນເປັນຫວຽດນາມຂອງໂລກ”
ງານບຸນວັດທະນະທຳໂລກຄັ້ງທຳອິດຖືກຈັດຂຶ້ນຢູ່ ຮ່າໂນ້ຍ ເມື່ອວັນທີ 10 ເດືອນ ຕຸລາ 2025 (ພາບ: VOV5) |
“ຫວຽດນາມ - ປະເທດໄດ້ຮັບການຄັດເລືອກ” ບໍ່ພຽງແຕ່ຍ້ອນຄວາມສາມາດບົ່ມຊ້ອນດ້ານເສດຖະກິດ ຫຼື ທີ່ຕັ້ງຍຸດທະສາດເທົ່ານັ້ນ, ຫາກຍັງຍ້ອນພື້ນຖານວັດທະນະທຳທີ່ເຕັມໄປດ້ວຍສີສັນວັດທະນະທຳ, ເຊີດຊູມະນຸດ, ສະຖຽນລະພາບ ແລະ ຈິດໃຈຮ່ວມມືແບບຍືນຍົງ. ເມື່ອກ້າວເຂົ້າສູ່ປີ 2026, ຫວຽດນາມ ມີຄວາມເອົາໃຈໃສ່ເປັນພິເສດເຖິງການເຊື່ອມຕໍ່ໂລກ ດ້ວຍພະລັງງານອ່ອນ ( Soft Power), ດ້ວຍສີສັນ, ວັດທະນະທຳມະນຸດ ແລະ ຈິດໃຈເຊື່ອມໂຍງຢ່າງເປີດອົກເປີດໃຈ”.
ງານບຸນວັດທະນະທຳໂລກຄັ້ງທຳອິດຖືກຈັດຂຶ້ນຢູ່ ຮ່າໂນ້ຍ ເມື່ອເດືອນ ຕຸລາ 2025, ເຕົ້າໂຮມ 48 ປະເທດເຂົ້າຮ່ວມ, ກາຍເປັນເຄື່ອງໝາຍການທູດວັດທະນະທຳແຫ່ງຊາດ. ໃນເຫດການ, ທ່ານ Jonathan Wallace Baker, ຫົວໜ້າຜູ້ຕາງໜ້າ UNESCO ປະຈຳ ຫວຽດນາມ, ຢັ້ງຢືນວ່າ:
“ງານບຸນເຕົ້າໂຮມບັນດານັກສິລະປິນ, ປະຊາຄົມ ແລະ ຫຼາຍປະເທດ ເພື່ອແບ່ງປັນ, ຮັບຟັງເຊິ່ງກັນ ແລະ ກັນ ແລະ ຢັ້ງຢືນວ່າ ວັດທະນະທຳຂອງພວກເຮົາບໍ່ຖືກແບ່ງແຍກ ຫາກເຊື່ອມຕົວກັນຢ່າງແທ້ຈິງ. UNESCO ເອກອ້າງທະນົງໃຈທີ່ໄດ້ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນວິວັດການທີ່ມີຄວາມໝາຍນີ້. ງານບຸນໄດ້ນຳມາເຊິ່ງສານທີ່ວ່າ: ເມື່ອວັດທະນະທຳໄດ້ຮັບການເຊື່ອມໂຍງ, ມວນມະນຸດຈະສາມັກຄີກັນ”.
ທ່ານ Jonathan Wallace Baker, ຫົວໜ້າຜູ້ຕາງໜ້າ UNESCO ປະຈຳ ຫວຽດນາມ ກ່າວຄຳເຫັນເຫດການ (ພາບ: VOV5) |
ຈາກເຫດການວັດທະນະທຳ, ຮ່າໂນ້ຍ/ຫວຽດນາມ ໄດ້ກາຍເປັນບ່ອນທີ່ປະຊາຊົນ ແລະ ຫຼາຍປະເທດພົບປະກັນ, ສົນທະນາກັນ ແລະ ມຸ່ງໄປເຖິງອະນາຄົດແຫ່ງສັນຕິພາບ. ບັນດານະຄອນໃຫຍ່, ເຊັ່ນ: ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ໄດ້ກາຍເປັນສະຖານທີ່ຈັດຕັ້ງຫຼາຍເຫດການສິລະປະທີ່ມີຂອບຂະໜາດໃຫຍ່, ມີລັກສະນະເຊື່ອມຕໍ່ພາກພື້ນ ແລະ ສາກົນ, ຊຸກຍູ້ຫົວຄິດປະດິດສ້າງ.
ໃນສະພາບການນັ້ນ, ຫວຽດນາມ ພວມຜັນຂະຫຍາຍການສ້າງແຜນຮ່າງ “ການຫັນເປັນຫວຽດນາມຂອງໂລກ” (Vietnamization of the world) ເພື່ອກຳນົດສີສັນວັດທະນະທຳ ໃນກະແສການເຊື່ອມຍົງສາກົນ. ທ່ານ ຮສ.ປອ ຟ້າມ ຮົ່ງ ຕຸງ, ປະທານສະພາວິທະຍາສາດ ແລະ ບຳລຸງສ້າງ, ສະຖາບັນ ຫວຽດນາມວິທະຍາ ແລະ ວິທະຍາສາດພັດທະນາ, ໃຫ້ຮູ້ວ່າ:
“ເມື່ອກ່ອນນີ້, ພວກເຮົາຕ້ອງເຮັດແນວໃດເພື່ອເຊື່ອມໂຍງ ແຕ່ບໍ່ຖືກສະຫຼາຍ. ສ່ວນປັດຈຸບັນນີ້ພວກເຮົາຕ້ອງເຊື່ອມໂຍງເພື່ອສ່ອງແສງ. ຊັ້ນແຕ່ສ່ອງແສງດ້ວຍວິທີໃດ, ມີພຽງ 2 ວິທີ. ທີໜຶ່ງແມ່ນວັດທະນະທຳ ຫວຽດນາມ ແລະ ທີສອງແມ່ນພູມປັນຍາ ຫວຽດນາມ. ພວກເຮົາຕ້ອງຍົກອອກບັນດາທ່າໄດ້ປຽບກ່ຽວກັບວັດທະນະທຳ, ກ່ຽວກັບພຸມປັນຍາ, ກ່ຽວກັບບຸກຄະລິກກະພາບຂອງປະຊາຊົນ ຫວຽດນາມ, ກາຍເປັນບັນດາສິ່ງທີ່ມີປະໂຫຍດໃນໂລກໂລກາພິວັດ, ສ້າງເປັນຄຸນຄ່າພິເສດສະເພາະ, ກາຍເປັນຊົນຊາດທີ່ສາມາດສ່ອງແສງຢູ່ລະດັບສູງໃໝ່ໃນໂລກໂລກາພິວັດ”.
ນັກສິລະປິນ ຫວຽດນາມ ແລະ ສາກົນ ພ້ອມກັນຂຶ້ນເວລີ ຢູ່ງານບຸນ (ພາບ: VOV) |
“ຫວຽດນາມ - ປະເທດໄດ້ຮັບການຄັດເລືອກ” ແມ່ນໝາກຜົນຂອງວິວັດແຫ່ງການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ຂອງຄຸນນະທາດແຫ່ງຊາດ ແລະ ຄວາມຄາດຫວັງບືນຕົວຂຶ້ນ. ໃນໂລກທີ່ມີການປ່ຽນແປງຫຼາຍຢ່າງ, ຫວຽດນາມ ຈະສືບຕໍ່ຢັ້ງຢືນຕົນເອງ ແມ່ນຈຸດນັດພົບແຫ່ງຄວາມເຊື່ອໝັ້ນ, ຂອງການຮ່ວມມື ແລະ ຂອງອະນາຄົດທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ./.