(vovworld)- ບັນຫາສຳຄັນຍິ່ງຂອງປະເທດຊາດຈະຖືກຕັດສິນທີ່ກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມຊຸດທີ 13 ພວມດຳເນີນໄປຢູ່ ຮ່າໂນ້ຍ ນັ້ນແມ່ນຮັບຮອງເອົາຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ເພື່ອຕອບສະຫນອງຄວາມຮຽກຮ້ອງການປ່ຽນແປງໃຫມ່ຂອງປະເທດຊາດ ຕາມຄວາມມຸ່ງມາດປາດຖະຫນາຂອງທົ່ວປວງຊົນ. ແຕ່ພັດປະກົດມີບັນດາຄຳຮຽກຮ້ອງ, ບົດຖະແຫລງ, ຂໍ້ສະເຫນີຂອງກຸ່ມຄົນຈຳນວນຫນຶ່ງ ທີ່ສະເຫນີໃຫ້ສະພາແຫ່ງຊາດຢຸດຕິຊົ່ວຄາວການຮັບຮອງເອົາຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ນອກນັ້ນ ຍັງມີບຸກຄົນຈຳນວນຫນຶ່ງບໍ່ມີເຈດຕະນາດີກັບຫວຽດນາມກໍຄືອົງການສາກົນຈຳນວນຫນຶ່ງທີ່ອ້າງຊື່ສິດທິມະນຸດກໍຍົກອອກບັນດາຄຳຮຽກຮ້ອງທີ່ໄຮ້ເຫດຜົນກ່ຽວກັບບັນຫາສິດທິມະນຸດຂອງຫວຽດນາມ.
ບັນດາຖ້ອຍທຳນອງເກົ່າ
ຂໍຍົກຕົວຢ່າງ ມີກຸ່ມຄົນຫນຶ່ງ ທີ່ເອີ້ນວ່າ “ຖະແຫລງການສັງຄົມພົນລະເຮືອນ” ສະເຫນີສະພາແຫ່ງຊາດຢຸດຕິການ ຮັບຮອງເອົາຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ແກ່ຍາວເວລາປຶກສາຫາລືກ່ຽວກັບລັດຖະທຳມະນູນເພື່ອສືບຕໍ່ຄົ້ນຄ້ວາ,ເພີ່ມເຕີມເນື້ອໃນຈິດໃຈ ຮ່າງລັດຖະທຳມະນູນ ອື່ນ ໂດຍ “ບັນດານັກປະຊາທິປະໄຕ, ນິຍົມຄວາມກ້າວຫນ້າ”ຮຽບຮຽງ.
ອົງການ Human Right Watch (HRW) ກໍສົ່ງຈົດໝາຍເປີດເຖິງປະທານສະພາແຫ່ງຊາດຫວຽດນາມ ເລັ່ງລັດຫວຽດນາມ ຮັບປະກັນມາດຖານສາກົນກ່ຽວກັບສິດທິມະນຸດໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, HRW ໄດ້ຢ້ຳຄືນຖ້ອຍທຳນອງທີ່ເກົ່າຂອງບັນດາອິດທິກຳລັງທີ່ເປັນປໍລະປັກ ແລະ ຂາດເຈດຕະນາດີກັບຫວຽດນາມ, ຈາກນັ້ນ ຕຳນິຕິຕຽນການປັບປຸງໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ແລະ ຖືວ່າ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງຂາດຄວາມເຄັ່ງຄັດ, ເພີ່ມຄວາມສາມາດຈຳກັດຫລາຍສິດພື້ນຖານ.
ຈາກບັນດາການສັງເກດທີ່ຜິດພາດຄືແນວນັ້ນ, HRW ຍົກອັນທີ່ເອີ້ນວ່າ: “ຄຳສະເຫນີສຳຄັນ” ຕໍ່ສະພາແຫ່ງຊາດຫວຽດນາມ, ແຕ່ຄວາມຈິງນັ້ນແມ່ນທ່າທີ່ດູຫມີ່ນ ແລະ ຖືວ່າຕົນເອງ ມີສິດຮຽກຮ້ອງສະພາແຫ່ງຊາດຂອງປະເທດເອກະລາດມີອະທິປະໄຕ ຕ້ອງປະຕິບັດຕາມສິ່ງທີ່ເຂົາເຈົ້າປາດຖະຫນາ.
ປັບປຸງລັດຖະທຳມະນູນປີ 1992 ແມ່ນເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະຫນາຂອງປະຊາຊົນຫວຽດນາມ
ມາດຕາ 6 ໃນລັດຖະທຳມະນູນປີ 1992 ຂອງຫວຽດນາມ ໄດ້ລະບຸ “ປະຊາຊົນນຳໃຊ້ສິດອຳນາດແຫ່ງລັດຜ່ານສະພາແຫ່ງຊາດ ແລະ ສະພາປະຊາຊົນ ຊື່ງແມ່ນອົງການຕາງຫນ້າໃຫ້ເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະຫນາຂອງປະຊາຊົນ, ໂດຍປະຊາຊົນເລືອກຕັ້ງ ແລະ ຮັບຜິດຊອບຕໍ່ປະຊາຊົນ”, ສະນັ້ນ ຂັ້ນຕອນ, ລະບຽບການສ້າງລັດຖະທຳມະນູນທີ່ໄດ້ລະບຸໃນລັດຖະທຳມະນູນປີ 1992 ນັ້ນແມ່ນ:“ສະພາແຫ່ງຊາດແມ່ນອົງການຫນຶ່ງດຽວມີສິດສ້າງລັດຖະທຳມະນູນ ແລະ ສ້າງກົດໝາຍ”. ມາດຕາ 84 ຂອງລັດຖະທຳມະນູນຍັງຊີ້ແຈງວ່າ: ພຽງແຕ່ສະພາແຫ່ງຊາດຈື່ງມີສິດປັບປຸງລັດຖະທຳມະນູນ”
ຄວາມຈິງ, ເລື່ອງປັບປຸງລັດຖະທຳມະນູນປີ 1992 ຂອງຫວຽດນາມ ໄດ້ ແລະ ພວມປະຕິບັດຖືກຕ້ອງຕາມຂັ້ນຕອນນີ້. ກ່ອນທີ່ຍື່ນສະເຫນີຕໍ່ສະພາແຫ່ງຊາດ, ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ຮັບເອົາຄຳເຫັນປະກອບຂອງທົ່ວປວງຊົນ. ນັບແຕ່ວັນທີ 1/1/2013 ຮອດວັນທີ 30/9/2013 ໄດ້ມີຄຳເຫັນປະກອບຂອງບັນດາອົງການ, ສ່ວນບຸກຄົນ, ຊາວຫວຽດນາມອາໄສຢູ່ຕ່າງປະເທດ ກວ່າ 26 ລ້ານເທ່ືອຄົນ ກ່ຽວກັບການປັບປຸງຮ່າງລັດຖະທຳມະນູນປີ 1992. ແລະກໍໃນໄລຍະດັ່ງກ່າວ, ໄດ້ຈັດກອງປະຊຸມ, ການສຳມະນາ, ການພົບປະສົນທະນາ 28.149 ຄັ້ງ ເພື່ອປະກອບຄຳເຫັນກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ບັນດາຄຳເຫັນຂອງປະຊາຊົນໄດ້ຮັບການເຕົ້າໂຮມຢ່າງຄົບຖ້ວນໃນບັນດາບົດລາຍງານນັບຮ້ອຍຫນ້າທີ່ສົ່ງເຖິງ ສສຊ ທີ່ບັນດາສະໄຫມປະຊຸມຂອງສະພາແຫ່ງຊາດ.

ລັດຖະທຳມະນູນປີ 1992
|
ອາດຈະຢືນຢັນໄດ້ວ່າ ກ່ອນທີ່ຍື່ນສະເຫນີຕໍ່ສະໄຫມປະຊຸມເທື່ອທີ 6 ສະພາແຫ່ງຊາດຫວຽດນາມຊຸດທີ 13 ຄັ້ງນີ້ ເນື້ອໃນ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ສ່ອງແສງໃຫ້ເຫັນເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະຫນາຂອງປະຊາຊົນທຸກຊັ້ນວັນນະ ແລະ ທົ່ວປວງຊົນທັງຊາດ ສະແດງໃຫ້ເຫັນເນື້ອແທ້ປະຊາທິປະໄຕ, ຄວາມກ້າວຫນ້າຂອງລັດ ແລະ ລະບອບໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມຢ່າງຈະແຈ້ງ ແລະ ຄົບຖ້ວນ, ກຳນົດລະບອບການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ ວິທະຍາສາດ-ເຕັກໂນໂລຊີ, ສິດທິມະນຸດ ແລະ ສິດ, ພັນທະພື້ນຖານຂອງພົນລະເມືອງ, ອົງການຈັດຕັ້ງກົງຈັກລັດຢູ່ຢ່າງຈະແຈ້ງ, ຖືກຕ້ອງ.
ບໍ່ມີຜູ້ໃດສາມາດສິດຕັດສິນກ່ຽວກັບລັດຖະທຳມະນູນແທນໃຫ້ປະຊາຊົນ
ໃນການສ້າງລັດຖະທຳມະນູນບໍ່ວ່າຢູ່ປະເທດໃດ, ການເລືອກເຟັ້ນແມ່ນຂຶ້ນກັບປະຊາຊົນ. ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຊື່ງປະຊາຊົນຫວຽດນາມ ໄດ້ ແລະ ພວມສ້າງຂຶ້ນ, ຜ່ານອົງການຕາງຫນ້າສູງສຸດນັ້ນແມ່ນ ສະພາແຫ່ງຊາດຫວຽດນາມ, ບໍ່ພຽງແຕ່ເຕົ້າໂຮມໝາກຜົນການປະຕິວັດເທົ່ານັ້ນ ຫາກຍັງວາງອອກທິດທາງ, ຫນ້າທີ່ໃຫ້ແກ່ປະເທດຊາດບົນເສັ້ນທາງຕໍ່ໄປອີກດ້ວຍ.
ຢູ່ໃນໂລກ ບໍ່ມີລັດຖະທຳມະນູນໃດສາມາດຖືເປັນແບບຢ່າງລວມໃຫ້ແກ່ທຸກປະເທດ, ທຸກຊົນຊາດ, ເພາະວ່າ ລັດຖະທຳມະນູຸນແມ່ນພື້ນຖານດ້ານແນວຄິດ, ການເມືອງ ແລະ ນິຕິກຳຂອງການຄົງຕົວ ແລະ ພັດທະນາຂອງລັດ ທີ່ຕິດພັນກັບລະບອບສັງຄົມ. ການສ້າງລັດຖະທຳມະນູນ ແມ່ນວຽກງານພາຍໃນຂອງແຕ່ລະປະເທດ, ແມ່ນສິດສູງສຸດຂອງປະຊາຊົນປະເທດນັ້ນ. ບໍ່ສາມາດນຳເອົາລັດຖະທຳມະນູນຂອງປະເທດນີ້ມານຳໃຊ້ໃຫ້ແກ່ລັດຖະທຳມະນູນຂອງປະເທດອື່ນ. ເປັນທີ່ຈະແຈ້ງແລ້ວວ່າ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ແມ່ນຕາງຫນ້າໃຫ້ແກ່ເຈດຈຳນົດ ຄວາມມຸ່ງມາດປາດຖະຫນາຂອງປະຊາຊົນ ຫວຽດນາມທຸກຊັ້ນວັນນະ. ສະນັ້ນ ບໍ່ມີຜູ້ໃດ ແລະ ອົງການໃດສາມາດມີສິດສວຍໃຊ້ບັນດາບັນຫາປະຊາທິປະໄຕ, ສິດທິມະນຸດເພື່ອເສກສັນປັ້ນແຕ່ງ, ທຳລາຍວິວັດການສ້າງກົດໝາຍສູງສຸດຢູ່ຫວຽດນາມໄດ້.