ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ-ສ.ເກົາຫຼີ ເລິກ​ເຊິ່ງ​ຂຶ້ນ​ຕື່ມ

(VOVWORLD) - ດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck Soo ແລະ ພັນລະຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ພ້ອມດ້ວຍພັນລະຍາ ຈະໄປຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການແຕ່ວັນທີ 30 ມິຖຸນາ-ວັນທີ 3 ກໍລະກົດປີ 2023. ການຢ້ຽມຢາມດຳເນີນໄປໃນສະພາບການທີ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສ.ເກົາຫຼີ (ຊື່ງໄດ້ສ້າງຕັ້ງຂຶ້ນນັບແຕ່ປີ 2022) ພວມພັດທະນາຢ່າງດີງາມທີ່ສຸດ. ການຢ້ຽມຢາມໄດ້ປະກອບສ່ວນເຮັດໃຫ້ການພົວພັນສອງຝ່າຍຫວຽດນາມ-ສ.ເກົາຫຼີ ເລິກເຊິ່ງຂຶ້ນຕື່ມ.
ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ  ຫວຽດ​ນາມ-ສ.ເກົາຫຼີ ເລິກ​ເຊິ່ງ​ຂຶ້ນ​ຕື່ມ - ảnh 1

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ພັນລະຍາ (ພາບ: VOV)

      ການຢ້ຽມຢາມ ສ.ເກົາຫຼີ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແມ່ນການຢ້ຽມຢາມ ສ.ເກົາຫຼີ ທາງການຄັ້ງທຳອິດ ຂອງເຈົ້າໜ້າທີ່ຂັ້ນສູງ ຫວຽດນາມ ທ່ານໜຶ່ງ ນັບແຕ່ເມື່ອສອງປະເທດໄດ້ສ້າງຕັ້ງສາຍພົວພັນ “ຮ່ວມມືຍຸດທະສາດຮອບດ້ານ” ເມື່ອເດືອນທັນວາປີ 2022. ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ສອງປະເທດ ຕີລາຄາລະອຽດສະພາບການຜັນຂະຫຍາຍ ແຜນການກະທຳການພົວພັນ “ຮ່ວມມືຍຸດທະສາດຮອບດ້ານ”  ຊື່ງສອງຝ່າຍໄດ້ເຫັນດີເປັນເອກະພາບ ໃນການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ສ.ເກົາຫຼີ  Yoon Suk Yeol ເມື່ອປີ 2023.

ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ  ຫວຽດ​ນາມ-ສ.ເກົາຫຼີ ເລິກ​ເຊິ່ງ​ຂຶ້ນ​ຕື່ມ - ảnh 2

(ພາບ: TTXVN)

 ສາຍພົວພັນຮ່ວມມືທີ່ເປັນແບບຢ່າງ ໃນສະພາບການໂລກມີການຜັນແປຫຼາຍຢ່າງ

    ໃນໄລຍະເວລາເກືອບ 32 ປີທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດ, ການພົວພັນລະຫວ່າງ ຫວຽດນາມ-ສ.ເກົາຫຼີ  (1992-2022), ໄດ້ມີຄວາມຄຶບໜ້າຢ່າງບຸກທະລຸ ດ້ວຍບັນດາຂີດໝາຍສຳຄັນ, ຈາກຄູ່ຮ່ວມມືຮອບດ້ານໃນປີ 2001, ຈົນມາເປັນຄູ່ຮ່ວມມືຍຸດທະສາດໃນປີ 2009 ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2022.

ການພົວພັນລະຫວ່າງ ຫວຽດນາມ-ສ.ເກົາຫຼີ ໄດ້ຮັບການຊຸກຍູ້ທັງດ້ານຈຳນວນ ແລະ ຄຸນສະພາບ ໃນສະພາບການທີ່ໂລກມີການຜັນປແປຍາກທີ່ຈະຄາດຄະເນໄດ້. ສອງປະເທດໄດ້ກາຍເປັນບັນດາຄູ່ຮ່ວມມືດ້ານການຄ້າສຳຄັນຂອງກັນ ດ້ວຍວົງເງິນການຄ້າຂຶ້ນເຖິງເກືອບ 100 ຕື້ USD. ສ.ເກົາຫຼີ ສືບຕໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມ ໃນການຜັນຂະຫຍາຍນະໂຍບາຍພາກພື້ນ, ໃນນັ້ນ ມີຍຸດທະສາດມະຫາສະໝຸດອິນເດຍ-ປາຊີຟິກ ແລະ ຂໍ້ລິເລີ່ມສາມັກຄີ ອາຊຽນ-ສ.ເກົາຫຼີ ຂອງ ສ.ເກົາຫຼີ .

  ການພົວພັນສອງຝ່າຍ ຫວຽດນາມ-ສ.ເກົາຫຼີ  ໄດ້ເປີດກ້ວາງໃນທຸກຂົງເຂດ, ຊື່ງຈຸດສຸມແມ່ນດ້ານເສດຖະກິດ ແລະ ການລົງທຶນ. ຍາມໃດ ສ.ເກົາຫຼີ ກໍ່ຮັກສາທີ່ຕັ້ງເປັນນັກລົງທຶນອັນດັບທີ 1 ຢູ່ ຫວຽດນາມ, ອັນດັບທີ 2 ກ່ຽວກັບການຮ່ວມມືພັດທະນາ (ODA), ການທ່ອງທ່ຽວ, ອັນດັບທີ 3 ກ່ຽວກັບການຮ່ວມມືດ້ານແຮງງານ. ສ່ວນ ຫວຽດນາມ ແມ່ນ 1 ໃນຈຳນວນ 3 ຄູ່ຮ່ວມມືດ້ານການຄ້າສຳຄັນກ່ວາໝູ່ຂອງ ສ.ເກົາຫຼີ  ດ້ວຍເລື່ອງສອງປະເທດ ພວມມຸ່ງໄປເຖິງເປົ້າໝາຍບັນລຸວົງເງິນການຄ້າ 150 ຕື້ USD ໃນປີ 2030.

ປັດໄຈມະນຸດສ້າງເປັນສີສັນວັດທະນະທຳ ຫວຽດນາມ-ສ.ເກົາຫຼີ

    ຈຸດພິເສດໃນການພົວພັນ ຫວຽດນາມ- ສ.ເກົາຫຼີ  ແມ່ນການປະກອບສ່ວນຂອງການພົບປະແລກປ່ຽນ ປຊຊ ຫວຽດນາມ-ສ.ເກົາຫຼີ. ປະຈຸບັນ, ທັງຝ່າຍ ສ.ເກົາຫຼີ  ແລະ ຫວຽດນາມ ກໍ່ມີປະຊາຄົມທີ່ມີປະມານ 200.000 ຄົນພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ປະເທດຂອງກັນ, ໃນນັ້ນ ກໍ່ຍັງມີປະມານ 90.000 ຄອບຄົວ ວັດທະນະທຳນາໆຊາດ ຫວຽດນາມ-ສ.ເກົາຫຼີ. ແຮງງານ ຫວຽດນາມ ເຮັດວຽກຢູ່ ສ.ເກົາຫຼີ ໄດ້ປະກອບສ່ວນຫຼາຍພໍສົມຄວນ ເຂົ້າໃນການພັດທະນາບັນດາຂະແໜງອຸດສາຫະກຳໃຫ່ຍຂອງ ສ.ເກົາຫຼີ.

     ການພົວພັນແລກປ່ຽນດ້ານວັດທະນະທຳລະຫວ່າງສອງປະເທດ, ພິເສດແມ່ນລຸ້ນໜຸ່ມ ໄດ້ປະກອບສ່ວນສຳຄັນ ສ້າງຄວາມໃກ້ຊິດສະໜິດສະໜົມລະຫວ່າງສອງປະເທດ.

ເປົ້າໝາຍລວມໃນການສ້າງບົດບາດໃຫ່ຍຫຼວງກ່ວາບົນເວທີສາກົນ

     ລັດຖະບານ ສ.ເກົາຫຼີ  ໄດ້ສ້າງວິໄສທັດຍຸດທະສາດ ແມ່ນກາຍເປັນ “ປະເທດເປັນເສົາຄ້ຳໃນທົ່ວໂລກ”. ຕາມນັ້ນແລ້ວ, ລັດຖະບານ ສ.ເກົາຫຼີ  ພວມມານະພະຍາຍາມ ປະກອບສ່ວນຢ່າງຕັ້ງໜ້າກ່ວາອີກ ໃຫ້ແກ່ຄວາມເສລີພາບ, ສັນຕິພາບ ແລະ ວັດທະນາຖາວອນຂອງໂລກ. ສ່ວນ ຫວຽດນາມ, ດ້ວຍອິດທິພົນຊື່ງສຽງໃນໂລກ ພວມນັບມື້ນັບໄດ້ຮັບການປົວແປງນັ້ນ, ກໍ່ພວມມານະພະຍາຍາມ ສວມບົດບາດໃຫ່ຍຫຼວງກ່ວາບົນເວທີສາກົນ. ດັ່ງນັ້ນ, ສອງປະເທດນັບມື້ນັບມີຄວາມຕ້ອງການເພີ່ມທະວີການຮ່ວມມືໃນບັນດາບັນຫາພາກພື້ນ ແລະ ສາກົນທີ່ສຳຄັນ ດ້ວຍຖານະແມ່ນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ”.

     ສ.ເກົາຫຼີ   ແລະ ຫວຽດນາມ ພວມເພີ່ມທະວີການຮ່ວມມືຢູ່ໃນລະດັບ ອາຊຽນ ຊື່ງແມ່ນກົນໄກຮ່ວມມືຈຸດສຸມໃນພາກພື້ນ. ພິເສດ, ໃນ 3 ປີຜ່ານມາ, ຫວຽດນາມ ໄດ້ສວມບົດບາດນຳໜ້າ ໃນການເພີ່ມທະວີການຮ່ວມມືລະຫວ່າງ ສ.ເກົາຫຼີ -ອາຊຽນ. ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ສ.ເກົາຫຼີ  ເພື່ອແກ້ໄຂບັນຫານິວເຄຼຍຂອງ ສປປ.ເກົາຫຼີ ໂດຍສັນຕີວິທີ.

  ໃນພື້ນຖານການພົວພັນທີ່ພວມພັດທະນາອັນດີງາມນີ້, ການຢ້ຽມຢາມ ສ.ເກົາຫຼີ  ຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ, ເປີດຫຼາຍແງ່ຫວັງໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ສ.ເກົາຫຼີ ໃນໄລຍະທີ່ຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ