ອາເມລິກາ - ຈີນ ຊຸກຍູ້ການເຈລະຈາດ້ານການຄ້າຮອບໃໝ່

(VOVWORLD) - ການເຈລະຈາຢູ່ ລອນດອນ ໄດ້ຈັດຂຶ້ນພາຍຫຼັງທີ່ທ່ານປະທານາທິບໍດີ ອາເມລິກາ ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ມີການໂອ້ລົມທາງໂທລະສັບເປັນເວລາ 4 ວັນ
ອາເມລິກາ - ຈີນ ຊຸກຍູ້ການເຈລະຈາດ້ານການຄ້າຮອບໃໝ່ - ảnh 1ທ່ານລັດຖະມົນຕີກະຊວງການເງິນ Scott Bessent ແລະ ທ່ານຮອງນາຍົກລັດຖະມົນຕີ ເຄືອລິເຟິງ
(ພາບ: United States Treasury/Handout via REUTERS)

        ບັນດາເຈົ້າໜ້າທີ່ເສດຖະກິດແຖວໜ້າຂອງ ອາເມລິກາ ແລະ ຈີນ ໄດ້ເລີ່ມດຳເນີນບັນດາການເຈລະຈາດ້ານການຄ້າຮອບໃໝ່ຢູ່ ລອນດອນ, ປະເທດ ອັງກິດ ໃນວັນທີ 09 ມິຖຸນາ, ເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນທີ່ພວມມີຄວາມສ່ຽງເຄັ່ງຕຶງຂຶ້ນໃນການພົວພັນ 2 ຝ່າຍ ນັບແຕ່ເມື່ອບັນລຸໄດ້ຂໍ້ຕົກລົງຊົ່ວຄາວໃນວັນທີ 12 ພຶດສະພາ, ຢູ່ ຊີແນວ, ປະເທດ ສະວິດ.

       ການເຈລະຈາຢູ່ ລອນດອນ ໄດ້ຈັດຂຶ້ນພາຍຫຼັງທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ມີການໂອ້ລົມທາງໂທລະສັບເປັນເວລາ 4 ວັນ, ໃນນັ້ນ ການນຳທັງ 2 ທ່ານລ້ວນແຕ່ສະແດງແນວຄິດປັບປຸງການພົວພັນດ້ານການຄ້າ 2 ຝ່າຍທີ່ສັບສົນລະຫວ່າງ 2 ປະເທດ.

ເຈດຕະນາດີຈາກທັງ 2 ຝ່າຍ

        ການເຈລະຈາຮອບໃໝ່ລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ຫໍຜາສາດ Lancaster House, ທີ່ ລອນດອນ, ປະເທດ ອັງກິດ ໄດ້ສ້າງຂີດໝາຍເລື່ອງ ເປັນຄັ້ງທຳອິດ 2 ປະເທດນຳໃຊ້ກົນໄກປຶກສາດ້ານເສດຖະກິດ ແລະ ການຄ້າ 2 ຝ່າຍ ນັບແຕ່ພາຍຫຼັງການພົບປະຢູ່ ຊີແນວ, ປະເທດ ສະວິດ ໃນເດືອນ ພຶດສະພາ. ນຳໜ້າຄະນະຜູ້ແທນ ຈີນ ແມ່ນທ່ານຮອງນາຍົກລັດຖະມົນຕີ ເຄືອລິເຟິງ. ໃນຂະນະນັ້ນ, ຄະນະຜູ້ແທນ ອາເມລິກາ ໂດຍທ່ານລັດຖະມົນຕີກະຊວງການເງິນ Scott Bessent, ທ່ານລັດຖະມົນຕີກະຊວງການຄ້າ Howard Lutnick ແລະ ທ່ານ Jamieson Greer, ຜູ້ຕາງໜ້າດ້ານການຄ້າເຂົ້າຮ່ວມ.

        ເປົ້າໝາຍຂອງຮອບເຈລະຈາຄັ້ງນີ້ແມ່ນຮັກສາ ແລະ ຊຸກຍູູ້ຄຳສັ່ງຢຸດຕິສະພາບການຄວາມເຄັ່ງຕຶງດ້ານການຄ້າເພີ່ມຂຶ້ນ ພາຍຫຼັງທີ່ 2 ປະເທດໄດ້ເຫັນດີຫຼຸດຜ່ອນອັດຕາພາສີອາກອນໃນເວລາ 90 ວັນຢູ່ ເຊີແນວ. ຕາມວົງການນັກສັງເກດການແລ້ວ, ການເຂົ້າຮ່ວມຂອງທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ Howard Lutnick, ແມ່ນສັນຍາຊີ້ໃຫ້ເຫັນວ່າ ບັນຫາຈຳກັດການສົ່ງອອກລະຫວ່າງ 2 ຝ່າຍ, ລວມມີດິນຫາຍາກຈາກ ຈີນ ໄປຍັງ ອາເມລິກາ ແລະ ຊິບເຄິ່ງຊັກນຳໄຟຟ້າລ້ຳສະໄໝຈາກ ອາເມລິກາ ໄປຍັງບັນດາບໍລິສັດຂອງ ຈີນ, ແມ່ນໜຶ່ງໃນບັນດາບັນຫາຈຸດສຸມໃນການເຈລະຈາລະຫວ່າງ 2 ຝ່າຍ. ກ່າວຄຳເຫັນພາຍຫຼັງຮອບເຈລະຈາຄັ້ງທຳອິດຢູ່ ລອນດອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຢາກເປີດປະຕູຕະຫຼາດຈີນ (ໃຫ້ແກ່ສິນຄ້າ ອາເມລິກາ). ຖ້າພວກຂ້າພະເຈົ້າບໍ່ຢາກເຮັດສິ່ງດັ່ງກ່າວແມ່ນບາງເທື່ອພວກຂ້າພະເຈົ້າອາດຈະບໍ່ເຮັດສິ່ງຫຍັງ, ແຕ່ພວກຂ້າພະເຈົ້າຢາກເປີດປະຕູຕະຫຼາດ ຈີນ. ນັ້ນກໍ່ແມ່ນສິ່ງທີ່ດີຕໍ່ ຈີນ ແລະ ສ່ວນທີ່ຍັງເຫຼືອແມ່ນຕໍ່ໂລກ”.

        ວົງການນັກຊ່ຽວຊານກໍ່ຖືວ່າ, ເຖິງວ່າຄວາມບໍ່ລົງລອຍກັນດ້ານການຄ້າລະຫວ່າງ 2 ຝ່າຍຍັງໃຫຍ່ຫຼວງຢູ່ ແລະ ມີຫົວຂໍ້ຈຳນວນໜຶ່ງເກືອບຄືວ່າບໍ່ສາມາດປະນິປະນອມໃຫ້ກັນໄດ້, ແຕ່ທັງ ອາເມລິກາ ແລະ ຈີນ ລ້ວນແຕ່ເຫັນໄດ້ວ່າ ສະພາບການໃນປະຈຸບັນບໍ່ໄດ້ສ້າງຜົນປະໂຫຍດໃຫ້ຝ່າຍໃດ. ທ່ານ Kent Kedl, ຜູ້ກໍ່ຕັ້ງບໍລິສັດໃຫ້ຄຳປຶກສາ Blue Ocean, ມີສຳນັກງານຕັ້ງຢູ່ ຊຽງໄຮ່ (ຈີນ), ໃຫ້ຂໍ້ສັງເກດວ່າ:

        “ສິ່ງທີ່ຂໍ້ຕົກລົງດ້ານການຄ້າຕ້ອງມີ ນັ້ນແມ່ນບັນດາການເຈລະຈາເປັນປົກກະຕິ. ເຂົາເຈົ້າຕ້ອງນັ່ງເຈລະຈານຳກັນ ແລະ ເວົ້າແຈ້ງສິ່ງທີ່ແຕ່ລະຝ່າຍມີຄວາມປາດຖະໜາ, ຈາກນັ້ນຈຶ່ງມຸ່ງໄປເຖິງສິ່ງທີ່ດີກວ່າ. ຂ້າພະເຈົ້າຄິດວ່າ, ທັງ 2 ຝ່າຍລ້ວນແຕ່ມີແຜນການ ແລະ ຍຸດທະສາດ ເພື່ອບັນລຸໄດ້ຂໍ້ຕົກລົງ, ຍ້ອນສະພາບການບໍ່ສາມາດສືບຕໍ່ດຳເນີນໄປຄືໃນປະຈຸບັນໄດ້ອີກ.”

ຄວາມເສຍຫາຍດ້ານເສດຖະກິດ

        ວົງການນັກລົງທຶນສາກົນໄດ້ຕິດຕາມການຜັນແປຂອງຮອບເຈລະຈາຢູ່ ລອນດອນ ຢ່າງໃກ້ຊິດ, ຍ້ອນບັນດາຕົວເລກທີ່ຫາກໍ່ປະກາດຊີ້ໃຫ້ເຫັນວ່າ ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ເລີ່ມສົ່ງຜົນສະທ້ອນທີ່ຫຍໍ້ທໍ້ໃຫ້ ບໍ່ພຽງແຕ່ ອາເມລິກາ - ຈີນ ເທົ່ານັ້ນ, ຫາກຍັງນັບທັງເສດຖະກິດທົ່ວໂລກອີກດ້ວຍ.

        ວັນທີ 09 ມິຖຸນາ, ອົງການພາສີ ຈີນ ໄດ້ປະກາດຕົວເລກຊີ້ໃຫ້ເຫັນວ່າ ໃນຮອບເວລາ 5 ເດືອນ ວົງເງິນສົ່ງອອກຂອງ ຈີນ ໄປຍັງ ອາເມລິກາ ຫຼຸດລົງເຖິງ 34,5%, ເປັນລະດັບຫຼຸດລົງຫຼາຍທ່ີສຸດນັບແຕ່ເດືອນ ກຸມພາ 2020. ການນຳເຂົ້າຂອງ ຈີນ ຈາກ ອາເມລິກາ ກໍ່ຫຼຸດລົງ 18,1%. ເຖິງວ່າລະດັບດັ່ງກ່າວແມ່ນຊັກຊ້າລົງເມື່ອທຽບໃສ່ເດືອນ ເມສາ ກໍ່ຕາມ, ແຕ່ຍັງແມ່ນລະດັບຫຼຸດລົງຢ່າງແຮງທີ່ສຸດເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.

        ໃນຂະນະນັ້ນ, ກ່ຽວກັບຝ່າຍ ອາເມລິກາ, ເຖິງວ່າອັດຕາໄພເງິນເຟີ້ຍັງໄດ້ຮັບການຄວບຄຸມເປັນຢ່າງດີກໍ່ຕາມ, ແຕ່ບັນດາຜົນສະທ້ອນດ້ານເສດຖະກິດມາຈາກການປະທະກັນດ້ານພາສີອາກອນກັບ ຈີນ ແລະ ຫຼາຍພື້ນຖານເສດຖະກິດອື່ນກໍ່ເລີ່ມປະກົດຂຶ້ນມາ. ທ່ານປະທານຫ້ອງການການຄ້າ ອາເມລິກາ ປະຈຳ ຊຽງໄຮ່ (Amcham Shanghai), Eric Zheng, ໃຫ້ຮູ້ວ່າ:

        “ອັດຕາພາສີໃນປະຈຸບັນແມ່ນສູງເກີນໄປສຳລັບບັນດາບໍລິສັດຂອງພວກຂ້າພະເຈົ້າ, ຍ້ອນບັນດາບໍລິສັດຂອງພວກຂ້າພະເຈົ້າຍັງສືບຕໍ່ນຳເຂົ້າແຫຼ່ງວັດຖຸດິບຈາກ ອາເມລິກາ ແລະ ມີຜະລິດຕະພັນຈຳນວນໜຶ່ງໄດ້ສົ່ງອອກໄປຍັງ ອາເມລິກາ. ອັດຕາພາສີໃນປະຈຸບັນກີດຂວາງບັນດາບໍລິສັດຂອງພວກຂ້າພະເຈົ້າສືບຕໍ່ເຄື່ອນໄຫວ. ສະນັ້ນ, ພວກຂ້າພະເຈົ້າຫວັງວ່າ ອຳນາດການປົກຄອງ ອາເມລິກາ ແລະ ຈີນ ຈະສາມາດແກ້ໄຂຄວາມບໍ່ລົງລອຍກັນ ເພື່ອບັນລຸໄດ້ຂໍ້ຕົກລົງໃດໜຶ່ງແນໃສ່ຫຼຸດຜ່ອນອັດຕາພາສີ”.

        ນອກຈາກບັນດາວິສາຫະກິດ ຈີນ - ອາເມລິກາ ແລ້ວ, ວົງການນັກທຸລະກິດຂອງຫຼາຍປະເທດໃນໂລກ ກໍ່ພວມລໍຄອຍການພົວພັນດ້ານການຄ້າ ອາເມລິກາ - ຈີນ ໄດ້ຮັບການປັບປຸງ. ໃນຊຸມມື້ຜ່ານມາ, ມີສະຫະສະມາຄົມຈຳນວນໜຶ່ງຂອງບັນດາປະເທດ, ຄື: ສະຫະສະມາຄົມອຸດສາຫະກຳລົດໂອໂຕ ເຢຍລະມັນ (VDA), ຫຼື ສະຫະພັນປ່ຽນແປງໃໝ່ຂະແໜງລົດໂອໂຕ ອາເມລິກາ… ກ່າວເຕືອນເລື່ອງ ຈີນ ຮັດແໜ້ນການສົ່ງອອກດິນຫາຍາກ ອາດສາມາດເຮັດໃຫ້ການເຄື່ອນໄຫວຜະລິດລົດໂອໂຕຖືກຂາດວັກຂາດຕອນ ຫຼື ຊ້ຳບໍ່ໜຳຖືກຢຸດສະຫງັກຢູ່ຫຼາຍແຫ່ງໃນໂລກ, ບໍ່ພຽງແຕ່ຢູ່ ອາເມລິກາ. ນອກຈາກນັ້ນ, ບັນດາຂົງເຂດເອເລັກໂຕນິກ, ການບິນ, ອຸດສາຫະກຳປ້ອງກັນຊາດ… ກໍຖືຜົນສະທ້ອນຢ່າງໜັກໜ່ວງຈາກບັນດາຂໍ້ກຳຈັດການສົ່ງອອກຂອງ ອາເມລິກາ - ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ