(VOVWORLD) - ຫວ່າງແລ້ວນີ້, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີໃໝ່ໄດ້ປະກາດໃຊ້ “ແຜນການດຶງດູດນັກຊ່ຽວຊານເກັ່ງ 100 ຄົນທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມບັນດາໂຄງການ, ໜ້າທີ່ວິທະຍາສາດ ແລະ ເຕັກໂນໂລຢີຈຸດສຸມລະດັບຊາດກ່ຽວກັບປັນຍາປະດິດ (AI)”. ນີ້ແມ່ນບາດກ້າວເພື່ອຫັນບັນດາເປົ້າໝາຍໃຫຍ່ໃນຍຸດທະສາດແຫ່ງຊາດກ່ຽວກັບການຄົ້ນຄ້ວາ, ພັດທະນາ ແລະ ໝູນໃຊ້ AI ຈົນຮອດປີ 2030, ພ້ອມທັງສະແດງຄວາມຕັດສິນໃຈຂອງ ລັດຖະບານໃນການລະດົມ ແລະ ເສີມຂະຫຍາຍພູມປັນຍາຂອງຖັນແຖວນັກຊ່ຽວຊານຢ່າງມີປະສິດທິຜົນເພື່ອຊຸກຍູ້ການພັດທະນາບຸກທະລຸຂອງຂົງເຂດ AI ຢູ່ ຫວຽດນາມ.
ທ່ານ Arnaud Ginolin ຜູ້ອຳນວຍການຝ່າຍບໍລິຫານທັງເປັນຄູ່ຮ່ວມມື, ຫົວໜ້າຫົວພາກສ່ວນຂົງເຂດພາກລັດ, ກຸ່ມບໍລິສັດໃຫ້ຄຳປຶກສາ Boston Consulting Group (BCG) (ພາບ: doanhnghieptiepthi.vn) |
AI ໄດ້ກຳນົດຢ່າງຈະແຈ້ງວ່າແມ່ນເສົາຄ້ຳຍຸດທະສາດແຫ່ງຊາດຂອງ ຫວຽດນາມ ແມ່ນກຳລັງໜູນຊຸກຍູ້ການເຕີບໂຕເສດຖະກິດແບບຍືນຍົງ.
ຢູ່ພິທີປະກາດບົດລາຍງານພື້ນຖານເສດຖະກິດ AI ຫວຽດນາມ ໃນ 6 ເດືອນຜ່ານມາ, ທ່ານ Arnaud Ginolin ຜູ້ອຳນວຍການຝ່າຍບໍລິຫານທັງເປັນຄູ່ຮ່ວມມື, ຫົວໜ້າຫົວພາກສ່ວນຂົງເຂດພາກລັດ, ກຸ່ມບໍລິສັດໃຫ້ຄຳປຶກສາ Boston Consulting Group (BCG) ເນັ້ນໜັກວ່າ:
ຢູ່ຫວຽດນາມ, AI ພວມຢູ່ໃນໄລຍະເບື້ອງຕົ້ນຂອງການພັດທະນາແຕ່ພວມມີການພັດທະນາຢ່າງແຮງ, ໄດ້ຮັບຄວາມຫວັງຈະກາຍເປັນກຳລັງໜູນຊຸກຍູ້ການເຕີບໂຕເສດຖະກິດແບບຍືນຍົງຢູ່ ຫວຽດນາມ. ຄວາມໄວໃນການເຕີບໂຕນີ້ອາດສາມາດບັນລຸ 120 ຕື້ USD ໃນປີ 2045, ກວມເອົາປະມານ 25% GDP. ນີ້ແມ່ນໂອກາດສຳຄັນເພື່ອໃຫ້ ຫວຽດນາມ ໝູນໃຊ້ຄວາມສາມາດບົ່ມຊ້ອນຂອງ AI ຢ່າງມີປະສິດທິຜົນ ແລະ ຢັ້ງຢືນຖານະບົດບາດຂອງປະເທດຊາດໃນພື້ນຖານເສດຖະກິດທົ່ວໂລກ.
ຫວຽດນາມ ໄດ້ປະກາດໃຊ້ຫຼາຍນະໂຍບາຍເພື່ອແນໃສ່ຊຸກຍູ້ພື້ນຖານເສດຖະກິດ AI, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການພັດທະນາແຫຼ່ງຊັບພະຍາກອນມະນຸດ. ແຜນການດຶງດູດນັກຊ່ຽວຊານເກັ່ງ 100 ຄົນໃນຂົງເຂດ AI ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຢີແມ່ນບາດກ້າວຍຸດທະສາດ, ບໍ່ພຽງແຕ່ແກ້ໄຂບັນຫາບົດຮຽນຂາດເຂີນບຸກຄະລາກອນທີ່ມີຄຸນນະພາບສູງໃນຂົງເຂດ AI ເທົ່ານັ້ນ ຫາກຍັງກຳນົດທິດໄລຍະຍາວໃຫ້ແກ່ການສ້າງລະບົບນິເວດ AI ຮອບດ້ານ, ເປັນເຈົ້າການຢູ່ ຫວຽດນາມ. ທ່ານນາງ ຟ້າມທິງອກຖຸຍ, ຄະນະຄົ້ນຄ້ວາພັດທະນາເສດຖະກິດເອກະຊົນ ຖືວ່າ:
ແຜນການສ້າງສະພາບແວດລ້ອມເຮັດແນວໃດໃຫ້ລັດ ແລະ ວິສາຫະກິດພ້ອມກັນວາງອອກບັນດາບັນຫາຕົວຈິງໃຫ້ແກ່ນະວັດຕະກຳ ແລະ ປັນຍາປະດິດ. ບັນດານັກວິທະຍາສາດ, ນັກຊ່ຽວຊານ, ອົງການຈັດຕັ້ງວິທະຍາສາດຮັບໃບສັ່ງສິນຄ້າ ກໍ່ມີເຄື່ອງມື, ກົນໄກການເງິນຢ່າງພຽງພໍເພື່ອປະຕິບັດ, ຜ່ານຜ່າຈຸດອຸດຕັນບົນເສັ້ນທາງແຕ່ຫ້ອງທົດລອງໄປຮອດໂຮງງານ.
ແຜນການໄດ້ສ້າງດ້ວຍລະບົບບັນດາໜ້າທີ່ລະອຽດ, ລວມມີນະໂຍບາຍ, ການຄົ້ນຄ້ວາ, ມາດຕະຖານດ້ານເຕັກນິກຈົນຮອດການບຳລຸງສ້າງ ແລະ ການໝູນໃຊ້ເຕັກໂນໂລຢີໃນບັນດາຂົງເຂດທີ່ຈຳເປັນ. ພິເສດ, ແຜນການວາງອອກບັນດາເປົ້າໝາຍສ້າງຮູບແບບພາສາຂະໜາດໃຫຍ່ເປັນພາສາຫວຽດ, ມີຄວາມສາມາດເຂົ້າໃຈເອກະສານຢ່າງເລິກເຊິ່ງໃນບັນດາຂົງເຂດຄື: ກົດໝາຍ, ການເງິນ - ບັນຊີ, ພາສີ, ກະສິກຳ, ວັດທະນະທຳ, ປະຫວັດສາດ…
ພ້ອມກັນນັ້ນ ແຜນການກໍ່ກຳນົດບັນດາໜ້າທີ່ຍຸດທະສາດ ຄື: ການສ້າງພື້ນຖານຂໍ້ມູນນັກຊ່ຽວຊານ AI ແຫ່ງຊາດ, ສ້າງມາດຕະຖານ, ຂໍ້ກຳນົດ ແລະ ກອບນິຕິກຳດ້ານເຕັກນິກກ່ຽວກັບ AI, ຮັບປະກັນການພັດທະນາແບບຍືນຍົງ, ມີການກຳນົດທິດຢ່າງຈະແຈ້ງ, ຄົ້ນຄ້ວາ ແລະ ພັດທະນາບັນດາຮູບແບບ AI Make in Vietnam ໃນບັນດາຂົງເຂດພາສາ, ຮູບພາບ, ດົນຕີ, ຂໍ້ມູນ.
ງານວາງສະແດງກ່ຽວກັບ AI (ພາບ: doanhnghieptiepthi.vn) |
ບັນດາໜ້າທີ່ນີ້ຈະໄດ້ຈັດຂຶ້ນພາຍໃຕ້ຮູບແບບສັ່ງຈອງສິນຄ້າ ຫຼື ມອບໜ້າທີ່ຄົ້ນຄ້ວາວິທະຍາສາດ ແລະ ພັດທະນາເຕັກໂນໂລຢີ, ຮັບປະກັນລັກສະນະເຊື່ອມຕໍ່ຢ່າງແໜ້ນແຟ້ນລະຫວ່າງລັດ, ວິສາຫະກິດ ແລະ ບັນດາສະຖາບັນ, ໂຮງຮຽນໃນລະບົບນິເວດນະວັດຕະກຳ. ນະໂຍບາຍຈະແຈ້ງ, ກົນໄກໂປ່ງໄສໄດ້ສ້າງຄວາມດຶງດູດໃຈໃຫ້ແກ່ບັນດາຄູ່ຮ່ວມມືສາກົນ. ທ່ານ Sarim Aziz ຜູ້ອຳນວຍການນະໂຍບາຍສາທາລະນະ ຢູ່ກຸ່ມບໍລິສັດ Meta ຢັ້ງຢືນວ່າ:
ຂໍ້ລິເລີ່ມນີ້ແມ່ນເພື່ອແນໃສ່ຍົກສູງປະສິດທິຜົນ ແລະ ໝູນໃຊ້ເຕັກໂນໂລຢີ AI ຢູ່ ຫວຽດນາມ. ພວກຂ້າພະເຈົ້າຮັບປະກັນສິດເຂົ້າຄົ້ນຫາໂດຍບໍ່ເສຍຄ່າ ແລະ ງ່າຍດາຍໃຫ້ແກ່ບັນດານັກຄົ້ນຄ້ວາຢູ່ ຫວຽດນາມ, ບັນດານັກພັດທະນາ, ບໍລິສັດ Startup ແລະ ວິສາຫະກິດ ກໍຄືບັນດາຄູ່ຮ່ວມມືໃນໂລກທີ່ຢາກຮ່ວມມືກັບ ຫວຽດນາມ.
ໃນຂະນະນັ້ນ, ກໍ່ຕີລາຄາສູງຄວາມເປັນເຈົ້າການ ແລະ ຄວາມຕັດສິນໃຈຂອງ ຫວຽດນາມ ໃນການພັດທະນາລະບົບນິເວດ AI, ທ່ານ Anthony Annunziata ຜູ້ອຳນວຍການນະວັດຕະກຳຂອງ IBM, ໃຫ້ຂໍ້ສັງເກດວ່າ:
ຂ້າພະເຈົ້າຄິດວ່າ ຫວຽດນາມ ສວມບົດບາດແມ່ນປັດໄຈນຳໜ້າແຖວໜ້າໃນຂົງເຂດລະຫັດເປີດ (Open Source) AI. ບັນດາປັດໄຈພື້ນຖານກ່ຽວກັບເຕັກໂນໂລຢີ, ພື້ນຖານໂຄງລ່າງຈະແມ່ນເງື່ອນໄຂຢ່າງສະດວກໃຫ້ ຫວຽດນາມ ພັດທະນາ ແລະ ປະສົບຜົນສຳເລັດໃນຂົງເຂດນີ້.
ແຜນການດຶງດູດນັກຊ່ຽວຊານເກັ່ງ 100 ຄົນທີ່ຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມບັນດາໂຄງການ, ໜ້າທີ່ວິທະຍາສາດ ແລະ ເຕັກໂນຖລຢີຈຸດສຸມລະດັບຊາດກ່ຽວກັບ AI ພ້ອມກັບບັນດາເອກະສານດ້ານນິຕິກຳສຳຄັນຂອງ ຫວຽດນາມ ໃນຂົງເຂດນີ້ ຫວ່າງແລ້ວນີ້ແມ່ນໂຄງການກະທຳລະອຽດເພື່ອນຳ AI ກາຍເປັນເສົາຄ້ຳເຕັກໂນໂລຢີຫຼັກແຫຼ່ງຂອງ ຫວຽດນາມ ໃນທົດສະວັດຈະມາເຖິງ. ນີ້ແມ່ນບາດກ້າວເພື່ອແນໃສ່ຍົກສູງຄວາມສາມາດພາຍໃນປະເທດ, ຊຸກຍູ້ຄວາມເປັນເຈົ້າການຂອງເຕັກໂນໂລຢີ ແລະ ຢັ້ງຢືນຖານະບົດບາດ ຫວຽດນາມ ແມ່ນໜຶ່ງໃນບັນດາສູນຄົ້ນຄ້ວາ, ພັດທະນາ ແລະ ໝູນໃຊ້ AI ທີ່ມີອິດທິພົນຊື່ສຽງໃນພາກພື້ນ ແລະ ໂລກ ເປັນເທື່ອລະກ້າວ.