(VOVWORLD) - ໂດຍປະຕິບັດແຜນນະໂຍບາຍກ່ຽວກັບເລື່ອງສືບຕໍ່ຍົກລະດັບຕົວເມືອງ, ເຂດຊຸມຊົນຂອງແຂວງ ກວາງນິງ, ຢູ່ຕາແສງ ດົງມາຍ, ບັນຍາກາດດຳເນີນກໍ່ສ້າງກິດຈະກຳສ້ອມແປງຕົວເມືອງໄດ້ຮັບການປະຕິບັດຢ່າງຂ້ຽວຂາດ ແລະ ຄຶກຄື້ນ. ເສັ້ນທາງສາຍຕ່າງໆໄດ້ຮັບການເປີດກວ້າງ, ບັນດາກິດຈະກຳໄດ້ຮັບການຍົກລະດັບ, ປະຊາຊົນຢູ່ທີ່ນີ້ໄດ້ເປັນເຈົ້າການບໍລິຈາກເນື້ອທີ່ດິນ, ຍົກຍ້າຍກິດຈະກຳ, ຮ່ວມໄມ້ຮ່ວມມືກັບອຳນາດການປົກຄອງສ້າງເຂດດຳລົງຊີວິດໃຫ້ດີກວ່າເກົ່າ.
ປະຊາຊົນຢູ່ຖະໜົນ ມາກດັງຢຸງ, ຢູ່ຮ່ອມ 342 ມີຄວາມເຫັນດີເຫັນພ້ອມສະຫຼະເນື້ອທີ່ດິນເພື່ອເຮັດທາງ (ພາບ: baoquangninh.vn) |
ຖະໜົນ ມາກດັງຢຸງ, ຢູ່ຮ່ອມ 342, ຕາແສງດົງມາຍ, ເມື່ອກ່ອນນີ້ກວ້າງກວ່າ 2 ແມັດ, ໜ້າທາງຄັບແຄບເຮັດໃຫ້ການໄປມາຫາສູ່, ການແລກປ່ຽນຄ້າຂາຍຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ພາຍຫຼັງທີ່ທາງຕາແສງ ດົງມາຍ ສຳຫຼວດກວດກາຄືນສະພາບການຕົວຈິງ ແລະ ປະກາດແຜນການຍົກລະດັບ, ເປີດກວ້າງເສັ້ນທາງທີ່ມີຄວາມຍາວກວ່າ 200 ແມັດນີ້, ມີ15ຄອບຄົວ ທີ່ດຳລົງຊີວິດລຽບຕາມຖະໜົນດັ່ງກ່າວ ລ້ວນແຕ່ມີຄວາມເຫັນດີເຫັນພ້ອມ, ສະໝັກໃຈຍົກຍ້າຍກຳແພງເກືອບ 200 ແມັດ, ບໍລິຈາກເນື້ອທີ່ດິນປະມານ 180 ຕາແມັດ ພ້ອມດ້ວຍຫຼາຍສະຖາປັດຕະຍາກຳ, ຕົ້ນໄມ້ຫຼາຍຊະນິດເພື່ອບຸກເບີກໜ້າພຽງຮັບໃຊ້ການກໍ່ສ້າງ. ຄອບຄົວເອື້ອຍ ຫງວຽນຖຸຍກ່າຍ, ເຮືອນເລກທີ 17, ຖະໜົນ ມາກດັງຢຸງ, ແມ່ນໜຶ່ງໃນບັນດາຄອບຄົວທຳອິດທີ່ສະຫຼະດິນ ໄດ້ແບ່ງປັນວ່າ:
“ຄອບຄົວຂ້າພະເຈົ້າໄດ້ສະຫຼະເນື້ອທີ່ດິນ 20 ຕາແມັດ ໃຫ້ແກ່ລັດກໍ່ສ້າງທາງ, ຊ່ວຍໃຫ້ໝູ່ບ້ານມີເສັ້ນທາງໄປມາຢ່າງກວ້າງຂວາງກວ່າ”.
ປະຊາຊົນປະກອບເຫື່ອແຮງເຮັດທາງ (ພາບ: baoquangninh.vn) |
ບໍ່ພຽງແຕ່ສະຫຼະເນື້ອທີ່ດິນເທົ່ານັ້ນ, ປະຊາຊົນຕາແສງ ດົງມາຍ ຍັງປະກອບເຫື່ອແຮງຂອງຕົນເຂົ້າໃນການກໍ່ສ້າງກິດຈະກຳຕ່າງໆອີກດ້ວຍ. ຕາມທ່ານ ເຈືອງວັນຮວ່ຽນ, ເລຂາໜ່ວຍພັກ, ຫົວໜ້າຄຸ້ມບ້ານ Km11, ຕາແສງ ດົງມາຍ, ແຂວງ ກວາງນິງ ແລ້ວ, ເພື່ອໄດ້ຮັບຄວາມເຫັນດີເຫັນພ້ອມສູງຄືແນວນັ້ນ, ທາງໜ່ວຍພັກໄດ້ເປັນເຈົ້າການອອກມະຕິສະບັບໜຶ່ງ, ສົມທົບກັບຄະນະຮັບຜິດຊອບວຽກງານແນວໂຮມ ເພີ່ມທະວີການໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນ. ທ່ານ ຮວ່ຽນ ໃຫ້ຮູ້ຕື່ມອີກວ່າ:
“ໜ່ວຍພັກຄຸ້ມຖະໜົນ ໄດ້ອອກມະຕິສະບັບໜຶ່ງຊີ້ນຳຄຸ້ມຖະໜົນ ແລະ ຄະນະຮັບຜິດຊອບວຽກງານແນວໂຮມເຂົ້າຮ່ວມເພື່ອຂົນຂວາຍປະ ຊາຊົນບໍລິຈາກດິນ ດ້ວຍເນື້ອທີ່ທັງໝົດກວ່າ 200 ແມັດ ແລະ ລະດົມເງິນຈຳນວນ 60 ລ້ານດົ່ງ ເພື່ອກໍ່ສ້າງກຳແພງໃຫ້ແກ່ບັນດາຄອບຄົວສະຫຼະດິນຄືນໃໝ່. ໄປຄຽງຄູ່ກັນນັ້ນ ກໍຂົນຂວາຍປະຊາຊົນປະກອບເຫື່ອແຮງອີກດ້ວຍ.”
ໂຄງການບູລະນະຕົວເມືອງ, ໝູ່ບ້ານແມ່ນໂຄງການສຳຄັນທີ່ໄດ້ຮັບການຜັນຂະຫຍາຍໃນປີ 2025 ( ພາບ: baoquangninh.vn) |
ກິດຈະກຳຍົກລະດັບເສັ້ນທາງຢູ່ຖະໜົນ ມາກດັງຢຸງ ແມ່ນໜຶ່ງໃນ 11 ກິດຈະກຳນອນໃນແຜນການສ້ອມແປງບູລະນະຕົວເມືອງ ຂອງຕາແສງ ດົງມາຍ, ແຂວງ ກວາງນິງ, ສຸມໃສ່ຜັນຂະຫຍາຍໃນໄຕມາດທີ 4 ຂອງປີ 2025. ດ້ວຍທິດນຳທີ່ວ່າ “ລັດ ແລະ ປະຊາຊົນພ້ອມກັນເຮັດ”, ຕາແສງນີ້ໄດ້ລະດົມແຫຼ່ງກໍາລັງຢ່າງສຸດຂີດ, ສົມທົບກັບທະນາຄານແຫ່ງລັດ ບວກກັບການປະກອບສ່ວນແບບສະໝັກໃຈຂອງປະຊາຊົນອີກດ້ວຍ. ຍ້ອນເຫດນັ້ນກໍ່ຊ່ວຍເປີດກວ້າງເສັ້ນທາງຄົມມະນາຄົມ, ກໍ່ສ້າງລະບົບລະບາຍນ້ຳ, ປູກຕົ້ນໄມ້ ແລະ ຕິດຕັ້ງລະບົບແສງເຍືອງທາງຕື່ມອີກ. ທ່ານ ຫວູງອກຮຸ່ງ, ຮອງເລຂາຄະນະພັກ, ປະທານຄະນະກຳມະການປະຊາຊົນຕາແສງ ດົງມາຍ, ແຂວງ ກວາງນິງ ໃຫ້ຮູ້ວ່າ:
“ຕາແສງມີ 11 ໂຄງການຍົກລະດັບ, ສ້ອມແປງບູລະນະຕົວເມືອງໄດ້ຮັບການຜັນຂະຫຍາຍໃນປີ 2025. ກິດຈະກຳຜັນຂະຫຍາຍຮອດໃສ ປະຊາຊົນກໍສະຫຼະດິນ, ທຸບມ້າງກຳແພງ, ອຳນາດການປົກຄອງ ແລະ ໝູ່ຄະນະກໍ່ຊ່ວຍກໍ່ສ້າງກຳແພງໃຫ້ປະຊາຊົນຄືນໃໝ່, ເປີດກວ້າງບັນດາເສັ້ນທາງໃນຮ່ອມ ຮັບປະກັນໃຫ້ໜ້າທາງກວ້າງແຕ່ 3,5 ແມັດ ຂຶ້ນໄປ ເພື່ອໃຫ້ການໄປມາຫາສູ່ສະດວກສະບາຍກວ່າເກົ່າ”.
ບໍ່ພຽງແຕ່ຢູ່ຕາແສງ ດົງມາຍ ເທົ່ານັ້ນ, ຈິດໃໃຈບໍລິຈາກດິນກໍ່ສ້າງກິດຈະກຳສາທາລະນະພວມແຜ່ກະຈາຍຢ່າງແຮງຢູ່ຫຼາຍຕາແສງ ແລະ ຕາແສງອື່ນໃນບໍລິເວນແຂວງ ກວາງນິງ. ນີ້ບໍ່ພຽງແຕ່ແມ່ນພື້ນຖານໂຄງລ່າງຕົວເມືອງເທົ່ານັ້ນ, ຫາກຍັງແມ່ນຫຼັກຖານທີ່ມີຊີວິດຊີວາ ທີ່ສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມລະຫວ່າງອໍານາດການປົກຄອງ ແລະ ປະຊາຊົນ ໃນການປະຕິບັດບັນດາແຜນນະໂຍບາຍໃຫຍ່ຂອງແຂວງ ກ່ຽວກັບການຍົກສູງຄຸນນະພາບຕົວເມືອງຕິດພັນກັບການພັດທະນາເຂດຊຸມຊົນແບບຍືນຍົງອີກດ້ວຍ. ຕາແສງ ດົງມາຍ ໃນວັນນີ້ ພວມເປີດກວ້າງບັນດາເສັ້ນທາງໃໝ່, ບໍ່ພຽງແຕ່ດ້ວຍເບຕົງ, ຢາງປູທາງເທົ່ານັ້ນ, ຫາກຍັງແມ່ນຄວາມເຫັນດີເຫັນພ້ອມ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ໂສມໜ້າໃໝ່ຂອງຕົວເມືອງທີ່ນັບມື້ນັບມີສິວິໄລ, ທັນສະໄໝຖືກຕ້ອງຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XVI ຂອງ ອົງຄະນະພັກແຂວງ ກວາງນິງ ໄດ້ວາງອອກ, ເພື່ອສູ້ຊົນນຳແຂວງ ກາຍເປັນນະຄອນຂຶ້ນກັບສູນກາງກ່ອນປີ 2030, ກາຍເປັນເຂດຕົວເມືອງໃຫຍ່ລະດັບພາກພື້ນ ແລະ ສາກົນໃນປີ 2045./.