ການ​ທ່ອງ​ທ່ຽວ​ໝູ່​ບ້ານ ເອ​ເດ ບົນ​ເສັ້ນ​ທາງ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

(VOVWORLD) - ການທ່ອງທ່ຽວຊຸມຊົນພວມກາຍເປັນທິດກ້າວເດີນແບບຍືນຍົງຂອງແຂວງ ດັກລັກ ໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ. ຢູ່ບັນດາໝູ່ບ້ານຊາວເຜົ່າ ເອເດ, ການທ່ອງທ່ຽວ ບໍ່ພຽງແຕ່ເປັນການຢ້ຽມຊົມເທົ່ານັ້ນ ຫາກຍັງໄດ້ດຳລົງຊີວິດຮ່ວມ, ເຮັດວຽກຮ່ວມກັບປະຊາຊົນ ແລະ ສຳຜັດກັບຈັງຫວະຊີວິດຂອງປະຊາຊົນ. ເຮືອນຮ້ານ, ສຽງຄ້ອງ, ຊີວິດເຮັດໄຮ່ເຮັດສວນ, ບົດບາດຂອງຄອບຄົວ ແລະ ຊຸມຊົນ… ໄດ້ຮັບການອະນຸລັກຮັກສາ ແລະ ຫັນເປັນການລົງຕົວຈິງຢ່າງໃກ້ຊິດ, ແທ້ຈິງ. ຜ່ານການລົງຕົວຈິງຢູ່ໝູ່ບ້ານ, ແຂກທ່ອງທ່ຽວສາກົນມີຄວາມເຂົ້າໃຈແຈ້ງກວ່າ ແລະ ເຄົາລົບສີສັນວັດທະນະທຳເຜົ່າ ເອເດ, ປະກອບສ່ວນເຊື່ອມຕໍ່ໝູ່ບ້ານ ດັກລັກ ກັບໂລກ ດ້ວຍບັນດາຄຸນຄ່າທີ່ງົດງາມຂອງຕົນ.
ການ​ທ່ອງ​ທ່ຽວ​ໝູ່​ບ້ານ ເອ​ເດ ບົນ​ເສັ້ນ​ທາງ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ - ảnh 1ການຂີ່ລົດຕ໋ອກໆຂ້າມໄປຫາເສັ້ນທາງດິນແດງ ບາຊານ ຈາກໝູ່ບ້ານຂຶ້ນໄປເນື້ອທີ່ໄຮ່ ພັດເປັນການລົງຕົວຈິງທີ່ຈັບອົກຈັບໃຈສຳລັບເຂົາເຈົ້າ (ພາບ: VOV)

ໃນສະພາບອາກາດແດດອ່ອນໆຂອງຍາມຕົ້ນລະດູແລ້ງຢູ່ ເຕີຍງວຽນ, ຂີ່ລົດຕ໋ອກໆຂ້າມໄປຫາເສັ້ນທາງດິນແດງ ບາຊານ ຈາກໝູ່ບ້ານຂຶ້ນໄປເນື້ອທີ່ໄຮ່, ສຽງຫົວຢ່າງຄຶກຄື້ນມ່ວນຊື່ນຂອງຄະນະແຂກທ່ອງທ່ຽວ ຝລັ່ງ ເມື່ອລົດຢຽບຂຸມ ພັດເປັນການລົງຕົວຈິງທີ່ຈັບອົກຈັບໃຈສຳລັບເຂົາເຈົ້າ.

ທ່ານ Mercler Olivier, ແຂກທ່ອງທ່ຽວມາຈາກ ຝລັ່ງ ໄດ້ແບ່ງປັນວ່າ ການໄປເຮັດໄຮ່ນຳພໍ່ແມ່ປະຊາຊົນ, ເຫັນວິທີອອກແຮງງານ, ວິຖີການດຳລົງຊີວິດປະຈຳວັນຂອງພໍ່ແມ່ປະຊາຊົນແມ່ນຄວາມຊົງຈຳທີ່ບໍ່ອາດຫຼົງລືມໄດ້ໃນໄລຍະເດີນທາງມາ ຫວຽດນາມ.

“ສຸດຍອດແທ້! ພວກຂ້າພະເຈົ້າໄດ້ລົງຕົວຈິງ, ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວັດທະນະທຳ, ອາຫານການກິນ, ຊີວິດປະຈຳວັນຂອງພໍ່ແມ່ປະຊາຊົນຢູ່ທີ່ນີ້”.

ການ​ທ່ອງ​ທ່ຽວ​ໝູ່​ບ້ານ ເອ​ເດ ບົນ​ເສັ້ນ​ທາງ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ - ảnh 2ແມ່ຍິງເອເດ ໝັ້ນໃຈໂອ້ລົມກັບແຂກທ່ອງທ່ຽວ (ພາບ: VOV)

ເມື່ອມາຮອດບັນດາໝູ່ບ້ານ ເອເດ ຢູ່ ດັກລັກ, ແຂກທ່ອງທ່ຽວສາກົນ ບໍ່ພຽງແຕ່ເພື່ອຢ້ຽມຊົມ, ຖ່າຍຮູບເທົ່ານັ້ນ, ຫາກຍັງໄດ້ລົງຕົວຈິງ, ເຊື່ອມຕົວເຂົ້າກັບຈັງຫວະດຳລົງຊີວິດຂອງໝູ່ບ້ານຢ່າງແທ້ຈິງ. ທ່ານນາງ Mercler Claire, ແຂກທ່ອງທ່ຽວ ຝລັ່ງ ສະແດງຄວາມປະທັບໃຈເປັນພິເສດຕໍ່ບົດບາດຂອງແມ່ຍິງ ເອເດ ໃນຊີວິດປະຈຳວັນຂອງໝູູ່ບ້ານ. ທ່ານນາງ Mercler Claire ແບ່ງປັນວ່າ:

“ແມ່ຍິງໃນວັດທະນະທຳ ເອເດ ມີຄວາມສຳຄັນແທ້ໆ. ສິ່ງດັ່ງກ່າວແມ່ນມີຄວາມແຕກຕ່າງທີ່ສຸດ, ບໍ່ມີຫຼາຍພື້ນຖານວັດທະນະທຳທີ່ຖືບົດບາດຂອງແມ່ຍິງມີຄວາມສຳຄັນຄືແນວນັ້ນ. ຂ້າພະເຈົ້າຄິດວ່າ ນີ້ແມ່ນທີ່ຕັ້ງທີ່ດີສຳລັບແມ່ຍິງ”.

ບັນດາການລົງຕົວຈິງເບິ່ງຄືວ່າລຽບງ່າຍ ແຕ່ພັດເປີດມູມມອງໃໝ່ໃຫ້ແກ່ແຂກທ່ອງທ່ຽວສາກົນຕໍ່ກັບຊີວິດທາງດ້ານວັດທະນະທຳຂອງບັນດາເຜົ່າ ຫວຽດນາມ, ບ່ອນທີ່ມີຄວາມຜູກພັນກັບຊຸມຊົນ, ບົດບາດຂອງຄອບຄົວ ແລະ ມີສາຍພົວພັນຢ່າງກົມກຽວກັບທຳມະຊາດທີ່ຍັງຄົງໄດ້ຮັບການຮັກສາຜ່ານຫຼາຍລຸ້ນຄົນ. ອ້າຍ ອີຕຽນ ນີເອ ເກີດຳ, ຜູ້ນຳທ່ຽວຊາວເຜົ່າ ເອເດ ແບ່ງປັນວ່າ:

“ແຂກທ່ອງທ່ຽວຕ່າງປະເທດມາສຳຜັດກັບວິຖີການດຳລົງຊີວິດຢູ່ໝູ່ບ້ານ, ພໍ່ແມ່ປະຊາຊົນມີຄວາມກະຕືລືລົ້ນ, ຮູ້ສຶກເປັນກຽດ ແລະ ຕ້ອນຮັບດ້ວຍຄວາມຈິງໃຈທີ່ສຸດ ແລະ ນັບມື້ນັບມີຄວາມໝັ້ນໃຈກວ່າ”.

ປັດຈຸບັນ, ຄອບຄົວເອື້ອຍ ເຮີດໍ ເອນວນ ຢູ່ບ້ານ ຈວນ, ຕາແສງ ເກີຣົງ ອານາ, ແຂວງ ດັກລັກ ມີຄວາມຊິນເຄີຍກັບການຕ້ອນຮັບແຂກທ່ອງທ່ຽວຕ່າງປະເທດໃນເຮືອນຮ້ານເກົ່າແກ່, ຜ່ານການຕ້ອນຮັບແຕ່ລະຄັ້ງ, ເອື້ອຍ ເຮີດໍ ເຫັນວ່າ:

“ໃນເບື້ອງຕົ້ນ ເຮົາຄິດວ່າການຕ້ອນຮັບແຂກທ່ອງທ່ຽວຕ່າງປະເທດຈະເປັນການຍາກ, ແຕ່ຜ່ານການຕ້ອນຮັບມາ 2 3 ຄັ້ງ ກໍເຫັນວ່າ ມັນກໍທຳມະດາ, ຕ້ອງເຮັດແທ້ທຳຈິງ, ຊື່ສັດ ເພື່ອໃຫ້ແຂກທ່ອງທ່ຽວມີການສຳຜັດກັບວິຖີການດຳລົງຊີວິດ ແລະ ການຜະລິດຂອງເຮົາໄດ້ຢ່າງແທ້ຈິງ. ຕາມການເວລາ, ພວກເຮົາກໍຄ່ອຍໆມີຄວາມໝັ້ນໃຈໃນການໂອ້ລົມກັບແຂກ”.

ການ​ທ່ອງ​ທ່ຽວ​ໝູ່​ບ້ານ ເອ​ເດ ບົນ​ເສັ້ນ​ທາງ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ - ảnh 3ແຂກທ່ອງທ່ຽວມັກການລົງຕົວຈິງຊອກຮູ້ກ່ຽວກັບວິຖີການດຳລົງຊີວິດຂອງປະຊາຊົນທ້ອງຖິ່ນ (ພາບ: VOV)

ສ່ວນຢູ່ບ້ານ ບວນຕົວ, ຕາແສງ ຮວ່າຝູ, ຜົວເມຍເອື້ອຍ ເຮີ ແບນລີ ເອບານ ໄດ້ປຸກສ້າງເຮືອນຮ້ານແບບເດີມ ເພື່ອທັງດຳລົງຊີວິດ, ທັງເຮັດ homestay  ຕ້ອນຮັບແຂກ. ຕາມເອື້ອຍ ເຮີ ແບນລີ ແລ້ວ, ການທ່ອງທ່ຽວຊຸມຊົນແມ່ນທັງໝູ່ບ້ານພ້ອມກັນເຮັດ, ພ້ອມກັນແບ່ງປັນ ແລະ ພ້ອມກັນຊົມໃຊ້ຜົນປະໂຫຍດ. ການທ່ອງທ່ຽວຊຸມຊົນມຸ່ງໄປເຖິງການເຊື່ອມໂຍງເຂົ້າກັບສາກົນ, ຊ່ວຍໃຫ້ພໍ່ແມ່ປະຊາຊົນຮັກສາສີສັນ, ບັນດາຄຸນຄ່າອັນດີງາມຂອງເຜົ່າຕົນໄວ້ໄດ້ດີກວ່າເກົ່າ.

ກ່ຽວກັບການພັດທະນາ ແລະ ໂຄສະນາເຜີຍແຜ່ສີສັນຂອງບັນດາເຜົ່າໃນບໍລິເວນແຂວງ ດັກລັກ ຜ່ານການທ່ອງທ່ຽວຊຸມຊົນ, ທ່ານ ເຈິ່ນຮົ່ງຕຽນ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດັກລັກ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຈະນຳໃຊ້ບັນດາພື້ນທີ່ມໍລະດົກ, ພ້ອມກັບການລົງທຶນຂອງລັດ ແລະ ບັນດາໂຄງການເປົ້າໝາຍແຫ່ງຊາດ ເພື່ອໜູນຊ່ວຍພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍເສີມຂະຫຍາຍ, ຮັກສາບັນດາຄຸນຄ່າວັດທະນະທຳຕິດພັນກັບການພັດທະນາການທ່ອງທ່ຽວຊຸມຊົນ”.

ຈາກເລື່ອງລາວເຮັດການທ່ອງທ່ຽວຊຸມຊົນຂອງຊາວເຜົ່າ ເອເດ ຢູ່ ດັກລັກ, ສາມາດເຫັນໄດ້ວ່າ ພໍ່ແມ່ພີ່ນ້ອງໄດ້ນຳເອົາສີສັນ, ຄວາມເອກອ້າງທະນົງໃຈ ແລະ ວິຖີຊີວິດຂອງຕົນເພື່ອເຊື່ອມຕໍ່ກັບເພື່ອນມິດສາກົນ. ແລະ ຈາກບັນດາສິ່ງທີ່ລຽບງ່າຍ, ແທ້ຈິງນັ້ນ, ພາບພົດແຂວງ ດັກລັກ ເຂດ ເຕີຍງວຽນ ທີ່ເຕັມໄປດ້ວຍສີສັນນັ້ນ ກໍ່ພວມຄ່ອຍໆຫຍັບມໍ່ເຂົ້າໃກ້ກັບໂລກຫຼາຍກວ່າອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ