ຕະຫຼາດຂາຍດອກໄມ້ກາງຄືນ ກວາງບ໋າ-ຕະຫຼາດນັດທີ່ເປັນເອກະລັກສະເພາະຂອງຮ່າໂນ້ຍ

ໃນຕອນກາງຄືນ, ຕົວເມືອງ ຮ່າໂນ້ຍ ມິດສະຫງົບງຽບ, ຢູ່ເຂດຕະຫຼາດ ດອກໄມ້ ກວາງບ໋າ ຟາກຄັນຄູ ງີຕ່າມ, ຕາແສງ ກວາງອານ, ເມືອງໄຕໂຮ່ ພັດແຈ້ງສະຫວ່າງດ້ວຍດອກໄຟ, ຄັບຄາໜາແໜ້ນທັງຜູ້ຊື້ ແລະ ຜູ້ຂາຍ. ໂດຍບໍ່ຮູ້ຈັກວ່າມີມາແຕ່ເວລາໃດ, ຕະຫຼາດຂາຍດອກໄມ້ກາງຄືນກວາງບ໋າ ໄດ້ກາຍ​ເປັນຕະຫຼາດຂາຍ​ສົ່ງໃຫຍ່ທີ່ສຸດສຳ​ລັບ​ດອກໄມ້ສົດຊະນິດຕ່າງໆ ຂອງຊາວຮ່າໂນ້ຍ. ໄປຕະຫຼາດຂາຍດອກໄມ້ກາງຄືນແມ່ນຈັບອົກຈັບໃຈທີ່ສຸດ . 

ຕະຫຼາດຂາຍດອກໄມ້ກາງຄືນ ກວາງບ໋າ-ຕະຫຼາດນັດທີ່ເປັນເອກະລັກສະເພາະຂອງຮ່າໂນ້ຍ - ảnh 1
ຕະຫຼາດຂາຍດອກໄມ້ກາງຄືນ ກວາງບ໋າ

        ຕະຫຼາດຂາຍດອກໄມ້ກາງຄືນກວາງບ໋າ ຕັ້ງຢູ່ຖະໜົນ ງີຕ່າມ ເຊິ່ງແມ່ນບ່ອນຊື້-ຂາຍດອກໄມ້ສົດໃຫຍ່ສຸດຂອງຮ່າໂນ້ຍ ແລະ ແມ່ນຕະຫຼາດ​ຂາຍ​ສົ່ງດອກໄມ້ສົດໃຫ້ທົ່ວທັງນະຄອນກໍ່ຄືສອງສາມນະຄອນທີ່ຢູ່ອ້ອມຂ້າງ. ຕະຫຼາດມີກົກເຄົ້າມາຈາກຕະຫຼາດນ້ອຍໂຮມເຂົ້າກັນຢູ່ສາມແຍກຕາແສງເຍິດເຕິນ, ​ຕະຫຼາດນີ້​ຖືກສ້າງຕັ້ງຂຶ້ນເນື່ອງ​ຈາກຄວາມຕ້ອງການຂອງປະຊາຊົນເຂດ ເຍິດເຕິນ, ກວາງອານ ແລະ ບາງຕາແສງຢູ່ເມືອງ ຕື່ລຽມ. ເຖິງວ່າຈະແມ່ນ ຍ​ບາມລະດູໜາວ ຫຼື ລະດູຮ້ອນກໍ່ຕາມ, ​ແຕ່ເຂດຕະຫຼາດ ຍາມໃດກໍ່ ເຕັມໄປດ້ວຍຄົນຊື້ ແລະ ຄົນຂາຍ. ເມື່ອເຂົ້າໄປໃນຕະຫຼາດ ກໍ​ປຽບ​ເໝືອນໄດ້ ເຂົ້າໄປໃນປ່າດອກໄມ້ທີ່ຫອມກຸ້ມໄປທົ່ວ.

        ພິເສດ, ໃກ້ຈະຮອດວັນພະຈັນເຕັມດວງ, ວັນທີ່ໜຶ່ງໂດຍໄລ​ຕາມ​ ຈັນ​ທະ​ປະ​ຕ​ິ​ທິນຫຼືວັນບຸນຕ່າງໆຄື: ວັນແມ່ຍິງສາກົນ 08/03, ວັນແຫ່ງຄວາມຮັກ 14/02, ບຸນປີ​ໃໝ່ປະຈໍາຊາດ......ຈະມີດອກໄມ້​ນຳມາວາງຂາຍຢູ່ຕະຫຼາດຫຼາຍກວ່າ, ບັນດາຜູ້ຄົນມາຊື້ດອກໄມ້ກໍ່ມີຫຼາຍກວ່າ, ບັນຍາກາດການຊື້-ຂາຍດອກ​ໄມ້ພັດແຮງມີຄວາມຄຶກຄື້ນກວ່າ. ເອື້ອຍ ຮ່າທິທູ ຂາຍຍ່ອຍຢູ່ຕະຫຼາດຂາຍ ດອກໄມ້ກາງຄືນ ກວາງບ໋າ ໃຫ້ຮູ້ວ່າ:

        “ດອກໄມ້ຢູ່ຕະຫຼາດນີ້ຍາມໃດກໍ່ສວຍງາມທີ່ສຸດ, ເພາະວ່າມັນຖືກກັບ ອາກາດ, ຖືກກັບລະດູ, ຮັບປະກັນຄຸນນະພາບ. ຕະຫຼາດຂາຍດອກໄມ້ກວາງບ໋າ ແມ່ນຕະຫຼາດຂາຍ​ສົ່ງ,  ເພາະສະນັ້ນພວກຂ້າພະເຈົ້າຕ້ອງຂາຍດອກໄມ້ທີ່ ສວຍງາມ, ລາຄາເໝາະສົມ.  ວັນອາທິດ ຫຼື ວັນພັກຕ່າງໆ ລູກຄ້າຈະຊື້ ດອກໄມ້ຫຼາຍກວ່າ”

        ຕະຫຼາດຂາຍດອກໄມ້ກາງຄືນກວາງບ໋າ​ເຄື່ອນ​ໄຫວ​ໃນສອງຜຽນ: ຜຽນທີໜຶ່ງ ແມ່ນເລີ່ມແຕ່ເວລາ ສອງໂມງຫາສີ່ໂມງ ແມ່ນຊື້-ຂາຍຍົກ ສະນັ້ນເມື່ອມາຕະຫຼາດໃນເວລານິີ້ ຈະຊື້​ໄດ້ດອກໄມ້ສົດດ້ວຍລາຄາຖືກທີ່ສຸດ; ສ່ວນແຕ່ເວລາ ສີ່ໂມງຮອດຕອນເຊົ້າແມ່ນຜຽນທີສອງ, ແມ່ນການຊື້-ຂາຍຍ່ອຍ ລາຄາກໍ່ຈະສູງກວ່າຜຽນທີໜຶ່ງ. ເວລາສອງໂມງເຊົ້າແມ່ນເວລາທີ່ຕະຫຼາດເລີ່ມເຕົ້າໂຮມ, ສະນັ້ນ ບັນດາລົດ ບັນທຸກ, ລົດຂົນສົ່ງກໍ່ພາກັນຕ່່າງດອກໄມ້ເຂົ້າຕະຫຼາດ. ດອກໄມ້ຢູ່ຕະຫຼາດ ກວາງບ໋າ ໄດ້ຮັບການຕີລາຄາວ່າ: ແມ່ນດອກໄມ້ສົດ ແລະ ສວຍງາມທີ່ສຸດ, ຖືກສົ່ງມາຈາກບັນ​ດາເຂດທີ່ຢູ່ອ້ອມແອ້ມຄື: ໄຕຕືວ, ດົງອານ, ຢາເລິມ, ຟຸກອຽນ ຫຼື ຖືກຂົນສົ່ງມາຈາກບັນດາເຂດທີ່ຢູ່ຫ່າງໄກຄືດ່າລາດ. ດ້ວຍຄວາມອຸດົມສົມບູນ ບັນດາດອກໄມ້ທີ່ໄດ້ວາງຂາຍຢູ່ທີ່ນີ້, ລູກຄ້າ​ມາ​ຕະຫຼາດ, ສາມາດເລືອກຊື້ ດອກໄມ້ທີ່ຄຸ້ນເຄີຍກັບຕົນເອງ ເຊັ່ນ ດອກກຸຫຼາບ, ດອກລີລີ, ດອກເບັນຈະມາດ, ດອກຂົນຕາ........ຕະຫຼອດຮອດບັນດາດອກໄມ້ທີ່ນໍາເຂົ້າຈາກຕ່າງປະເທດຄື: ດອກທິວລິບ, ດອກເດນຟີນຽມ, ດອກມ່ານຕາ......ຖ້າຢາກເລືອກໄດ້ດອກໄມ້ ທີ່ຖືກໃຈ, ຜູ້ຊື້ຕ້ອງມາຕະຫຼາດແຕ່ເຊົ້າເພື່ອລໍຖ້າດອກໄມ້ໃໝ່. ໄປຕະຫຼາດ ກາງຄືນ ກໍ່ມີຄວາມເປັນເອກະລັກສະເພາະຂອງມັນໂດຍບໍ່ນ້ອຍໜ້າກັບໄປ ສະຖານທີ່ອື່ນໆ. ຕາມປົກກະຕິແລ້ວ ຜູ້ທີ່ໄປຕະຫຼາດກາງຄືນນັ້ນແມ່ນ ຕ້ອງຖືເອົາໄຟສາຍໄປພ້ອມ ເພື່ອກວດກາຄຸນນະພາບ ແລະ ສີຂອງດອກໄມ້.

        ໂດຍແຕກຕ່າງກັ​ບບັນຍາກາດຂອງບັນດາຕະຫຼາດນັດທີ່ເຄີຍພົບເຫັນ, ຕະຫຼາດຂາຍດອກໄມ້ກາງຄືນກວາງບ໋າ ບໍ່ໄດ້ຂາຍສິນຄ້າຊະນິດອື່ນໆ, ບັນຍາກາດການຊື້-ຂາຍກໍ່ບໍ່ໄດ້ເນື່ອງນັນເກີນຂອບເຂດ. ເພື່ອນ ໂງທູຮ່ຽນ  ຢູ່ຄຸ້ມ ອານເຢືອງ ແບ່ງປັນວ່າ:

“ຕາມປົກກະຕິ ນ້ອງ​ໄປ​ຕະຫຼາດ​ດອກ​ໄມ້​ໃນ​ຕອນ​ເຊົ້າ ​ແຕ່​ວ່າ​ມື້​ນີ້​ແມ່ນ​ວັນ​ທີ 01 ​ເພາະສະ​ນັ້ນ​ບັນຍາກາດ​​ຄຶກຄື້ນ​ກວ່າ​ມື້​ທຳ​ມະ​ດາ. ຢູ່​ຖະໜົນ​ແມ່ນ​ບໍ່​ມີ​ຄົນ​​ທ່ຽວ​ແຕ່​ວ່າ ​ເມື​່ອ​ເຂົ້າ​ມາ​ໃນ​ຕະຫຼາດ​ພັດ​ມີ​ຕວາ​ມ​ແຕກ​ຕ່າງ ​ແລະ ມີ​ຊີວິດ​ຊີວາ​ທີ່​ສຸດ. ​​ໃນ​ຕະຫຼາດ​ມີດ​ອກ​ໄມ້​ຫຼາຍ​ຊະນິດ ​ສະ​ນັ້ນ​ນ້ອງ​ບໍ່​ຮູ້​ວ່າ​ຈະ​ເລືອກ​ເອົາ​ດອກ​ໄມ້​ຊະນິດ​ໃດ ?”

​​ ສ່ວນ​ເພື່ອນ ບຸ​ຍທຸຍ​ຕຽນ ຢູ່​ ບັກ​ນິງ ​ໃຫ້​ຮູ້​ວ່າ:

        “ບັນດາ​ດອກ​ໄມ້​ຢູ່​ທີ່​ນີ້​ອຸດົມສົມບູນ​ທີ່​ສຸດ, ລາຄາ​ກໍ່​ເໝາະສົມ ຕົນ​ເອງ​ກໍ່​ສາມາດ​ເລືອກ​​ເອົາບັນດາ​ດອກ​ໄມ້​ເຊິ່ງຕົນ​ເອງ​ມັກ​ໄດ້​ຕາມ​ໃຈ. ມາ​ຕະຫຼາດ​ດອກ​ໄມ້​ຕົນ​ເອງ​ມີ​ຄວາມ​ຮູ້ສຶກ​ສະດວກ​ສະບາຍຄື​ກັບ​ວ່າ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ທຳ​ມະ​ຊາດ”

        ຕະຫຼາດນັດ​ກາງຄືນ​ທີ່​ຄັບຄາ​ໜາ​ແໜ້ນ​ ຍັງ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ນັກ​ທ່ອງທ່ຽວ​ຕ່າງປະ​ເທດ​​ເມື່ອ​ມາ​ຢ້ຽມຢາມ​ຮ່າ​ໂນ້ຍເປັນ​ຈຳນວນ​ຫຼວງຫຼາຍ. ນາງ Anni Bell-Miller ມາ​ຈາກ ອັງກິດ ​ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ໄດ້​ມາ​ຕະຫຼາດ​ນີ້, ທີ່​ນີ້​ງາມ​ທີ່​ສຸດ, ​ແລະ ​ແມ່ນ​ຕະຫຼາດ​ທີ່​ມີ​ເອກະລັກ​ສະ​ເພາະ​ທີ່​ສຸດ”

     ສຳລັບນັກທ່ອງທ່ຽວມານີ້​ເພື່ອ​ຮັບ​ຊົມ​ຄວາມ​ງາມ​ຂອງດອກໄມ້, ພວກເຂົາກໍ່ ຈະຊື້ໄດ້ດອກໄມ້ສົດ, ສວຍງາມ ແລະ ຖືກໃຈທີ່ສຸດເພື່ອນຳໄປຕົບແຕ່ງສະເພາະ ໃນ​ເຮືອນຂອງຕົນ, ອັນ​ໄດ້ເຮັດໃຫ້ຊີວິດເພີ່ມສີສັນຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ