ບຸນ​ສະຫຼອງ​ເຂົ້າ​ໃໝ່, ​ຕ້ອນ​ຮັບວັນບຸນ​ເອ​ກະ​ລາດ​ຢູ່ເຂດ​ພູ​ຜາ​ປ່າ​ໄມ້​​ໄຕ​ບັກ

(VOVWORLD) - ເມື່ອລະດູໃບໄມ້ຫຼົ່ນວຽນມາກໍແມ່ນຍາມທີ່ລະດູເຂົ້າສຸກເຫຼືອງອາລ່າມວຽນມາສູ່ທ່ົວເຂດນາເຂົ້າພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ຕາແສງ ງອກຈຽນເມືອງເມື່ອງລາ (ເຊີນລາພັດມີຄວາມປິຕິຊົມຊື່ນຈັດວັນບຸນສະຫຼອງເຂົ້າໃໝ່ວັນບຸນໄດ້ວາດພາບເຖິງຫຼາຍສະຖານທີ່ວັດທະນະທຳທີ່ດຶດດູດໃຈບໍ່ພຽງແຕ່ເຊີດຊູບັນດາຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອເທົ່ານັ້ນຫາກຍັງດຶງດູດແຂກທ່ອງທ່ຽວທັງຢູ່ໃກ້ແລະຢູ່ໄກເປັນຈຳນວນຫຼວງຫຼາຍມາລົງຕົວຈິງ ແລະ ຄົ້ນຫາອີກດ້ວຍລະດູເຂົ້າສຸກເຫຼືອງວຽນມາກັບພໍ່ແມ່ປະຊາຊົນບັນດາເຜົ່າ ຄືເຮັດໃຫ້ຄວາມມ່ວນຊື່ນຕ້ອນຮັບວັນບຸນເອກະລາດເພີ່ມຂຶ້ນຫຼາຍເທົ່າ.

ບຸນ​ສະຫຼອງ​ເຂົ້າ​ໃໝ່, ​ຕ້ອນ​ຮັບວັນບຸນ​ເອ​ກະ​ລາດ​ຢູ່ເຂດ​ພູ​ຜາ​ປ່າ​ໄມ້​​ໄຕ​ບັກ - ảnh 1ຕາແສງ ງອກຈຽນ ແມ່ນອູ່ເຂົ້າໃຫຍ່ ຢູ່ແຂວງເຊີນລາ (ພາບ: VOV)

ຢູ່ຕາແສງ ງອກຈຽນ ນອນຢູ່ເຂດພູສູງ 1.800ແມັດເມື່ອທຽບໃສ່ໜ້ານ້ຳທະເລ, ໄດ້ຮັບການປົກຄຸມດ້ວຍສາຍພູສູງ 2 ສາຍທີ່ໃຫຍ່ໂຕມະໂຫຖານ. ນີ້ແມ່ນໜຶ່ງໃນບັນດາອູ່ເຂົ້າໃຫຍ່, ດ້ວຍເອກະລັກພິເສດແມ່ນເຂົ້າໜຽວຂອງເມືອງ ເມື່ອງລາ, ແຂວງເຊີນລາ. ໃນຊຸມວັນຂອງລະດູໃບໄມ້ຫຼົ່ນ, ຢູ່ເຂດປູກເຂົ້າດ້ວຍເນື້ອທີ່ນັບຮ້ອຍເຮັກຕາ ຂອງງອກຈຽນ ມີສີເຫຼືອງອາລ່າມທົ່ວເຂດ, ຄື ແພ້ໄໝສີເຫຼືອງ, ພັນອ້ອມເປີ້ນພູ, ຊາຍຄາ ແລະ ນ້ຳຫ້ວຍ…ນີ້ກໍ່ແມ່ນເວລາທີ່ພໍ່ແມ່ປະຊາຊົນຮູ້ສຶກປິຕິຊົມຊື່ນຍ້ອນໄດ້ເຂົ້າລະດູການເກັບກ່ຽວ, ນຳເອົາບັນດາເມັດເຂົ້າທຳອິດເພື່ອສ້າງບັນດາເຍື່ອງອາຫານທີ່ເປັນມູນເຊື້ອໃນວັນບຸນສະຫຼອງເຂົ້າໃໝ່.

ວັນບຸນສະຫຼອງເຂົ້າໃໝ່ຢູ່ ງອກຈຽນແມ່ນໜຶ່ງໃນບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອມີມາແຕ່ດົນນານ, ເຂັ້ມຂຸ້ນໄປດ້ວຍລັກສະນະວັດທະນະທຳມະນຸດ ໂດຍພໍ່ແມ່ປະຊາຊົນບັນດາເຜົ່າຢູ່ຕາແສງ ງອກຈຽນຖືເປັນສຳຄັນ ແລະ ຮັກສາແຕ່ຄົນລຸ້ນນີ້ສູ່ຄົນລຸ້ນອື່ນ. ວັນບຸນເຂັ້ມຂຸ້ນໄປດ້ວຍຄວາມໝາຍທາງດ້ານຈິດວິນຍານ, ສະແດງອອກຄວາມຮູ້ບຸນຄຸນຕໍ່ບັນພະບູລຸດ ທີ່ໄດ້ນຳລະດູການເກັບກ່ຽວໄດ້ຮັບຜົນດີ, ການດຳລົງຊີວິດທີ່ອີ່ມໜຳສຳລານ, ສົມບູນພູມສຸກ ມາໃຫ້ຄອບຄົວ. ລຸງ ລໍ່ວັນທວາ ຊາວທ້ອງຖິ່ນ, ໃຫ້ຮູ້ວ່າ:

ໃນເມື່ອກ່ອນ, ພາຍຫຼັງປີໜຶ່ງທີ່ເຂົ້າເກັບກ່ຽວຂອງລະດູການກ່ອນໄດ້ກິນໝົດແລ້ວ, ມາຮອດລະດູເກັບກ່ຽວໃໝ່, ພໍ່ແມ່ປະຊາຊົນບັນດາເຜົ່າໃນຕາແສງພັດຈັດຕັ້ງວັນບຸນສະຫຼອງເຂົ້າໃໝ່, ເພື່ອລະນຶກເຖິງບັນພະບູລຸດຜູ້ບຸກເບີກໝູ່ບ້ານ. ປັດຈຸບັນ, ເຖິງວ່າການດຳລົງຊີວິດມີການພັດທະນາ, ພໍ່ແມ່ປະຊາຊົນໄດ້ກິນອີ່ມນຸ່ງອຸ່ນ, ແຕ່ຍັງຈັດຕັ້ງປະຈຳປີ ເພື່ອອາໄລຫາບັນພະບູລຸດ, ພິເສດແມ່ນສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວລະຫຼິ້ນບັນເທິງພື້ນເມືອງ.

ນັບແຕ່ປີນີ້, ວັນບຸນໄດ້ຈັດຂຶ້ນກົງກັບວັນຊາດຫວຽດນາມ (2/9). ທ່ານບຸ່ຍຕຽນຊີ, ເລຂາຄະນະພັກຕາແສງ ງອກຈຽນ, ເມືອງເມື່ອງລາ, ແຂວງເຊີນລາ, ແບ່ງປັນວ່າ:

ສິ່ງພິເສດແມ່ນງານບຸນສະຫຼອງເຂົ້າໃໝ່ໄດ້ຮັບການຈັດຂຶ້ນເພື່ອແນໃສ່ຕ້ອນຮັບວັນຊາດ 2/9. ສຳລັບຂັ້ນຕອນຈັດພິທີ, ນອກຈາກບັນດາພິທີບູຊາຂອງຫໍບູຊາ ດອນຫໍ ເພື່ອຂໍບັນພະບູລຸດ, ເທວະດາຟ້າແຖນຈັດວັນບຸນຂຶ້ນແລ້ວ ກໍ່ຍັງມີພິທີວາດພາບຄືນວັນບຸນ ປາງອາ ຂອງພໍ່ແມ່ປະຊາຊົນ ລາຮາ, ພິທີກຳບູຊາຂວັນຄວາຍ. ສ່ວນບັນດາການເຄື່ອນໄຫວ ໃນວັນບຸນ ພວມຟື້ນຟູບັນດາການລະຫຼິ້ນພື້ນເມືອງທີ່ໄດ້ສູນຫາຍໄປກ່ອນນີ້ 40 50 ປີກ່ອນ.

ບຸນ​ສະຫຼອງ​ເຂົ້າ​ໃໝ່, ​ຕ້ອນ​ຮັບວັນບຸນ​ເອ​ກະ​ລາດ​ຢູ່ເຂດ​ພູ​ຜາ​ປ່າ​ໄມ້​​ໄຕ​ບັກ - ảnh 2ການແຂ່ງຂັນຫຸງເຂົ້າຂອງພໍ່ແມ່ປະຊາຊົນ ຢູ່ງອກຈຽນ (ພາບ: VOV)

ວັນບຸນສະຫຼອງເຂົ້າໃໝ່ມີສອງສ່ວນແມ່ນ: ພິທີກຳ ແລະ ວັນບຸນ. ໃນນັ້ນ, ເປີດສາກວັນບຸນສະຫຼອງເຂົ້າໃໝ່ແມ່ນພິທີກຳບູຊາເຂົ້າໃໝ່ຢູ່ຫໍບູຊາບ້ານເມື່ອງຈຽນ. ມໍເຢົາ ຈະປະຕິບັດບັນດາພິທີກຳເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ, ເທວະດາຟ້າແຖນ, ພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການເກັບກ່ຽວໄດ້ຮັບຜົນດີ. ທີ່ພິທີບູຊາ, ມີຜູ້ຕາງໜ້າແມ່ນເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງ. ພາຍຫຼັງເຮັດພິທີຢູ່ຫໍບູຊາ, ບັນດາຄອບຄົວຈະກັບເມືອເຮືອນເພື່ອກະກຽມເຮັດພິທີບູຊາເຂົ້າໃໝ່. ແຕ່ລະຄອບຄົວເຖິງວ່າ ຮັ່ງມີ ຫຼືທຸກຍາກ, ລ້ວນແຕ່ມີພາເຂົ້າເພື່ອບູຊາບັນພະບູລຸດ, ລວມມີ: ເຂົ້າເໝົ້າເຮັດຈາກດອກເຂົ້າທຳອິດ, ພ້ອມກັບເຍື່ອງພິເສດຕ່າງໆ. ສ່ວນບຸນແມ່ນການວາດພາບບັນດາສະຖານທີ່ວັດທະນະທຳພິເສດດ້ວຍການເຄື່ອນໄຫວສະແດງວັດທະນະທຳສິລະປະ, ກິລາ ແລະ ບັນດາເກມພື້ນເມືອງທີ່ຫຼາກຫຼາຍສີສັນຄື: ແຂ່ງຂັນຕຳເຂົ້າເໝົ້າ, ໂຍນປາປາວ(ໂຍນໝາກຄອນ), ເຕະບານ, ແຂ່ງຂັນແຕ່ງອາຫານເຂດຊົນເຜົ່າ ແລະ ຈັດພາເຂົ້າ, ສະແດງຮ້ານວາງສະແດງແລະ ຂາຍສິນຄ້າພິເສດຂອງທ້ອງຖິ່ນ…

ດິນແດນ, ປະຊາຊົນ ແລະ ບັນດາຈຸດຄວາມງາມທາງດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດພູຜາປ່າໄມ້ ໄຕບັກ ງອກຈຽນໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ແຂກທ່ອງທ່ຽວທີ່ມາຈາກທົ່ວທຸກສາລະທິດ ກ່ຽວກັບເຂດດິນແດນທີ່ອຸດົມສົມບູນ, ມີຄວາມງາມບໍລິສຸດ, ເຂັ້ມຂຸ້ນໄປດ້ວຍຈຸດວັດທະນະທຳຂອງເຂດດິນແດນງອກຈຽນ. ໃນນັ້ນ, ວັນບຸນສະຫຼອງເຂົ້າໃໝ່ແມ່ນໜຶ່ງໃນບັນດາການລົງພຶດຕິກຳຕົວຈິງ ທີ່ຈັບອົກຈັບໃຈສຳລັບຜູ້ຄົນທີ່ເຄີຍມາດິນແດນແຫ່ງນີ້. ເອື້ອຍ Satomi Hanzawaແຂກທ່ອງທ່ຽວຍີ່ປຸ່ນ ແບ່ງປັນວ່າ:    

ປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມວັນບຸນສະຫຼອງເຂົ້າໃໝ່ຢູ່ງອກຈຽນ. ຂ້າພະເຈົ້າມັກທີ່ສຸດແມ່ນໄດ້ຮັບປະທານບັນດາເຍື່ອງອາຫານທີ່ເປັນມູນເຊື້ອ ແລະ ໄດ້ຄົ້ນຫາບັນດາຈຸດວັດທະນະທຳທີ່ພົ້ນເດັ່ນຂອງພໍ່ແມ່ປະຊາຊົນເຜົ່າມົ້ງ ແລະ ເຜົ່າຜູ້ໄທ ຢູ່ທີ່ນີ້.

ລະດູການເກັບກ່ຽວດ້ວຍສີເຫຼືອງອາລ່າມຂອງເຂົ້າສຸກເຫຼືອງ,ພ້ອມກັບກິ່ນຫອມຫວນຂອງເຂົ້າໃໝ່,ລົດຊາດທີ່ອ່ອນຫອມຂອງເຂົ້າໜຽວແລະ ການຟ້ອນແຊວ່ສາມັກຄີຂອງຊາວເຜົ່າຢູ່ແຫ່ງນີ້ ຍາມໃດກໍ່ຍິນດີຕ້ອນຮັບແຂກທ່ອງທ່ຽວທັງຢູ່ໃກ້ ແລະ ຢູ່ໄກມາທ່ຽວເຂດພູຜາປ່າໄມ້ໄຕບັກ ເມື່ອເດືອນກັນຍາ ຍາມລະໃບໄມ້ຫຼົ່ນວຽນ

ມາ.

ຕອບກັບ

ຂ່າວ/ບົດ​ອື່ນ