(vovworld) - ນັບແຕ່ດົນນານມາແລ້ວ, ຄຸ້ມເມືອງເກົ່າ ຮ່າໂນ້ຍທີ່ປະກອບດ້ວຍຖະໜົນ 36 ສາຍ, ໄດ້ຮັບການເຕື້ອງເຖິງຄືດັ່ງມໍລະດົກສະຖາປັດຕະຍະກຳຂອງນະຄອນຫຼວງ, ແຫ່ງທີ່ມີບັນດາໝູ່ບ້ານອາຊີບ, ຫັດຖະກຳຂອງເມືອງຫຼວງ ທັງລອງໃນເມື່ອກ່ອນ. ສິ່ງທີ່ຈັບອົກຈັບໃຈນັ້ນແມ່ນ, ເຖິງວ່າໄດ້ຜ່ານຜ່າການຜັນແປຫຼາຍຢ່າງກໍ່ຕາມ, ແຕ່ປະຈຸບັນບາງອາຊີບຫັດຖະກຳທີ່ເປັນມູນເຊື້ອຍັງຄົງໄດ້ຮັບການຮັກສາໄວ້ໃນຖະໜົນເກົ່າຢູ່. ນັກທ່ອງທ່ຽວຫຼາຍຄົນຮູ້ສຶກຕົກສະເງີ້ທີ່ສຸດເມື່ອໄດ້ເຫັນປະຈັກຕາເຕົາໄຟຕີເຫຼັກແບບຫັດຖະກຳຂອງທ່ານ ຫງວຽນເຟືອງຮຸ່ງ, ເຊິ່ງແມ່ນຜູ້ໜຶ່ງດຽວທີ່ຍັງຄົງຮັກສາອາຊີບຕີເຫຼັກທີ່ເປັນມູນເຊື້ອຂອງຄອບຄົວ ນັບແຕ່ຮ້ອຍປີມານີ້.
(ພາບປະກອບ)
ເທບສຽງປະກອບ
ເຖິງວ່າໃນສະໄໝຫັນເປັນອຸດສາຫະກຳກໍ່ຕາມ, ແຕ່ຢູ່ເຮືອນເລັກທີ 26, ຖະໜົນ ຫຼໍ່ແຣ່ນ, ຮ່າໂນ້ຍ, ທ່ານ ຫງວຽນເຟືອງຮຸ່ງ ຍັງຄົງເຮັດອາຊີບຕີເຫຼັກແບບຫັດຖະກຳທີ່ເປັນມູນເຊື້ອດ້ວຍຝາມືຊຳນານງານຂອງຕົນຢູ່. ທ່ານແມ່ນນາຍຊ່າງຜູ້ໜຶ່ງດຽວທີ່ຍັງຮັກສາອາຊີບຫັດຖະກຳໃນຖະໜົນດັ່ງກ່າວ, ດ້ວຍເຕົາໄຟບໍ່ມອດຈັກເທື່ອ ແລະ ສຽງຄ້ອນຕີດັງກ້ອງກັງວານຕະຫຼອດແຕ່ເຊົ້າຮອດແລງ.
ເທບສຽງປະກອບ
ດ້ວຍໃບໜ້າສີດຳຍ້ອນຝຸ່ນຖ່ານ, ແຂນຖືກດາດບາງບ່ອນ, ເສື້ອເກົ່າຊຶມເຫື່ອ, ນ້ຳມັນກະດຳກະດ່າງ, ຫງວຽນເຟືອງຮຸ່ງ ແມ່ນຊ່າງຕີເຫຼັກຜູ້ໜຶ່ງທີ່ຍັງຄົງຮັກສາອາຊີບຕີເຫຼັກທີ່ມີມາແຕ່ບູຮານໃນຖະໜົນດັ່ງກ່າວ. ຍ້ອນລຶ້ງເຄີບກັບແຂກທີ່ມາທ່ຽວຊົມ ແລະ ຖ່າຍຮູບ, ທ່ານ ຮຸ່ງ ທັງຕີເຫຼັກ, ທັງໂອ້ລົມກັບແຂກຢ່າງສະບາຍທີ່ສຸດ.
“ນັບແຕ່ປີ 1995, ເມື່ອເປີດຕະຫຼາດການຄ້າ, ສີສັນສະເພາະຂອງຖະໜົນ ຫຼໍ່ແຣ່ນກໍ່ຄ່ອຍໆເສື່ອມຫາຍໄປ. ດັ່ງນັ້ນນາຍຊ່າງພວກຂ້າພະເຈົ້າຈຶ່ງກາຍເປັນລຸ້ນສຸດທ້າຍ. ເຂົາເຈົ້າສ່ວນຫຼາຍຫັນມາຂ້າຂາຍ, ແຕ່ຂ້າພະເຈົ້າເອງພັດຕິດພັນກັບອາຊີບນີ້ຢູ່. ເມື່ອຕົນສຸດຈິດສຸດໃຈກັບອາຊີບ, ອາຊີບກໍ່ຈະເປັນແຫຼ່ງຫາເງິນລ້ຽງຊີບໃຫ້ແກ່ຕົນ“.
ຖະໜົນ ຫຼໍ່ແຣ່ນໃນປະຈຸບັນໄດ້ມີການປ່ຽນແປງຫຼາຍຢ່າງ, ແທນທີ່ບັນດາໂຮງຕີເຫຼັກໃນເມື່ອກ່ອນ ແມ່ນບັນດາຮ້ານຂາຍເຄື່ອງເຫຼັກ, ອຸປະ ກອນ, ວັດສະດຸກໍ່ສ້າງທີ່ໃຫຍ່ໂຕ ແລະ ສວຍງາມ. ມີຫຼາຍຄອບຄົວໃນຖະໜົນໄດ້ຫັນມາເຮັດອາຊີບຈອດເຫຼັກ, ຜະລິດເຄື່ອງເຫຼັກຮັບໃຊ້ໃຫ້ແກ່ການກໍ່ສ້າງ, ເຊັ່ນ: ເຮັດຂັ້ນໄດ, ປະຕູ, ປ້ອງຢ້ຽມ, ເຄື່ອງອີນົກ, ເຄື່ອງກົນຈັກຊັດເຈນ...ການຜະລິດແບບຫັດຖະກຳຄ່ອຍໆຖືກເສື່ອມຫາຍໄປ, ແທນທີນັ້ນແມ່ນການນຳໃຊ້ເຄື່ອງຈັກທີ່ທັນສະໄໝ. ຍ້ອນເຫດນັ້ນ, ເຕົາໄຟຕີເຫຼັກແບບຫັດຖະກຳແຫ່ງດຽວຂອງທ່ານ ຫງວຽນເຟືອງຮຸ່ງ ຈຶ່ງກາຍເປັນສະຖານທີ່ຢ້ຽມຢາມເມື່ອແຂກມາທ່ຽວຄຸ້ມເມືອງເກົ່າ. ໃນບໍລິເວນອັນຄັບແຄບ, ເຕັມໄປດ້ວຍວັດຖຸ, ອຸປະກອນດ້ວຍເຫຼັກນັ້ນ, ທ່ານ ຫງວຽນເຟືອງຮຸ່ງ ແບ່ງປັນວ່າ:
“ຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈ, ເພາະວ່າຮູບພາບຂ້າພະເຈົ້າພ້ອມກັບອາຊີບຕີເຫຼັກແບບຫັດຖະກຳຖືກໂຄສະນາທາງການບິນເຖິງເພື່ອນມິດ 5 ທະວີບຢູ່ໃນໂລກ. ຂ້າພະເຈົ້າເອກອ້າງທະນົງໃຈຍ້ອນຕົນເອງເກັ່ງດ້ານອາຊີບຫັດຖະກຳນີ້. ຂ້າພະເຈົ້າເຄີຍຕັກເຕືອນລູກເຕົ້າວ່າ, ຜູ້ໃດກໍ່ມີຄວາມສາມາດສະເພາະ, ແຕ່ສິ່ງສຳຄັນແມ່ນຕ້ອງຮູ້ນຳໃຊ້ຄວາມສາມາດຄືແນວໃດໃຫ້ມີຄວາມໝາຍຕໍ່ຕົນເອງ, ຄອບຄົວ ແລະສັງຄົມ“.
(ພາບປະກອບ)
ນັບແຕ່ຫຼາຍສິບປີມານີ້, ເຖິງວ່າທຸກສິ່ງທຸກຢ່າງໃນຖະໜົນ ຫຼໍ່ແຣ່ນໄດ້ມີການປ່ຽນແປງຫຼາຍຢ່າງແລ້ວກໍ່ຕາມ, ແຕ່ທ່ານ ຫງວຽນເຟືອງຮຸ່ງ ຍັງຄົງເມົາມົວກັບວຽກງານຂອງຕົນ, ໂດຍບໍ່ຫົວຊາເຖິງການປ່ຽນແປງດັ່ງກ່າວ. ມີບາງຄົນຖືທ່ານແມ່ນຄົນບ້າ, ເມື່ອຍັງຄົງພະຍາຍາມຮັກສາອາຊີບອັນໜັກໜ່ວງນີ້, ແຕ່ທ່ານພຽງແຕ່ຍີ້ມຫົວລ້າໆເທົ່ານັ້ນ.
“ຂ້າພະເຈົ້າຮູ້ສຶກເສຍດາຍເມື່ອເຫັນວ່າສັງຄົມມີແຕ່ເອົາໃຈໃສ່ເຖິງດ້ານການຄ້າເທົ່ານັ້ນ, ຫາກບໍ່ຄິດເຖິງເລື່ອງຮັກສາອາຊີບຫັດຖະກຳ, ຂ້າພະເຈົ້າຫວັງວ່າ, ບັນດາຜູ້ມີຄວາມຮັບຜິດຊອບຕ້ອງມອງກ້ວາງເຫັນໄກ, ເຮັດຄືແນວໃດເພື່ອສຶກສາໃຫ້ລຸ້ນໜຸ່ມອະນຸລັກຮັກສາອາຊີບຫັດຖະກຳຂອງລຸ້ນກ່ອນໄວ້“.
ໃນຊຸມປີມໍ່ໆມານີ້, ຮ່າໂນ້ຍໄດ້ມີການຫັນປ່ຽນຫຼາຍຢ່າງ, ກາຍເປັນນະຄອນທີ່ທັນສະໄໝກວ່າ, ແຕ່ຍັງຄົງຮັກສາບັນດາຖະໜົນອາຊີບຫັດຖະກຳຢູ່. ປະຈຸບັນມີບາງອາຊີບຫັດຖະກຳໃນເມື່ອກ່ອນຖືກເສື່ອມຫາຍໄປແລ້ວ, ແຕ່ຊື່ຖະໜົນ ຫຼໍ່ແຣ່ນ, ເຊິ່ງແມ່ນຖະໜົນອາຊີບຕີເຫຼັກແບບຫັດຖະກຳທີ່ຫຍຸ້ງຍາກລຳບາກໃນເມື່ອກ່ອນນັ້ນ ຍັງຄົງໄດ້ຮັບການຮັກສາໄວ້ຢູ່.