ພະອາຈານ Thích Giác Nghia ແມ່ນ 1 ໃນຈຳນວນ ພະພິກຂຸ 6 ອົງຢູ່ແຂວງ Khanh Hoa ສະໝັກໃຈໄປເປັນເຈົ້າອາວາດວັດ, ເຄື່ອນໄຫວວຽກງານພຸດທະສາສະໜາຢູ່ວັດແຫ່ງຕ່າງໆໃນເກາະ Truong Sa ໃຫ່ຍ, Sinh Ton, Song Tu Tay ຂຶ້ນກັບເຂດໝູ່ເກາະ Truong Sa ເມືອງ Truong Sa. ພະອາຈານ Thích Giác Nghia ກໍຄືບັນດາພະພິຂຸ ສະໝັກໃຈໄປເກາະ Truong Sa ດ້ວຍຄວາມຮັກແພງຕໍ່ເຂດດິນແດນຕອນໜື່ງຂອງປະເທດຊາດ.
ບັນດາພະຂຸສະໝັກໃຈໄປເກາະ Truong Sa
(ພາບ: soha.vn)
ສຳລັບພະອາຈານ Thích Giác Nghia ແລ້ວ, ຊີວິດການເປັນຢູ່ຢູ່ເທດສະບານເມືອງ Truong Sa ມີຄວາມສະຫງົບງຽບ, ອາກາດປອດໂປ່ງ, ເໝາະສົມສຳລັບການຈຳສິນກິນບວດທີ່ສຸດ. ໃນຍາມຮຸ່ງເຊົ້າ ແລະ ຍາສາຍັນ, ພະອາຈານ Thích Giác Nghia ໄດ້ເທດທຳສວດມົນ ແລະ ພາວະນາ ຂໍໃຫ້ປະເທດຊາດ ແລະ ປະຊາຊົນມີຄວາມສະຫງົບສຸກ
ວັດ Song Tu Tay
(ພາບ: giacngo.vn )
ພະອາຈານ Thích Giác Nghia ເລົ່າຄວາມໃນໃຈສູ່ຟັງວ່າ: ການໄປເປັນເຈົ້າອາວາດວັດຢູ່ Truong Sa ໃຫ່ຍ ແມ່ນມີຄວາມໝາຍຫຼາຍທີ່ສຸດ. ນີ້ບໍ່ພຽງແຕ່ແມ່ນການໄປເພື່ອປະຕິບັດພາລະໜ້າທີ່ດ້ານພຸດທະສາສະໜາເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອສະແດງໃຫ້ເຫັນຄວາມຮັກຊາດຂອງຊາວຫວຽດນາມ ຜູ້ໜື່ງອີກດ້ວຍ:
“ພາຍຫຼັງການໄປສວດມົນໃຫ້ບັນດານັກຮົບເສຍສະຫຼະຊີວິດຢູ່ເຂດໝູ່ເກາະ Truong Sa 3 ຄັ້ງ, ອາຕາມາເຫັນວ່າ ຕົນເອງຕ້ອງມີຄວາມຮັບພິຊອບຕໍ່ບ້ານເກີດເມືອງນອນຂອງຕົນ, ມີຄວາມຮັບຜິດຊອບຕໍ່ການປົກປັກຮັກສາອະທິປະໄຕ ຊື່ງລຸ້ນກ່ອນໄດ້ເສຍສະຫຼະເລືອດເນື້ອເພື່ອປົກປັກຮັກສາ, ພວກເຮົາຕ້ອງສືບທອດພາລະກິດຂອງລຸ້ນພໍ່ລຸ້ອ້າຍ, ສະນັ້ນ ພວກອາຕາມາໄດ້ຕັດສິນໃຈໄປຢູ່ Truong Sa ໃນໄລຍະເວລາຍາວນານ”
ພະອາຈານ Thích Giác Nghia
(ພາບ:nguyenminhquang.com)
ພະອາຈານ Thích Giác Nghia ໃຫ້ຮູ້ວ່າ, ເມື່ອທຽບກັບຊີວິດຢູ່ເຂດດິນຕໍ່ແຜ່ນ, Truong Sa ຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ນ້ຳໃຈລະຫວ່າງທະຫານ, ປະຊາຊົນ ພັດມີຄວາມສະໜິດສະໜົມທີ່ສຸດ. ນັບແຕ່ເມື່ອພະອາຈານ Thích Giác Nghia ໄປເປັນເຈົ້າອາວາດວັດ Truong Sa ໃຫ່ຍ, ຊີວິດການເປັນຢູ່ຢູ່ທີ່ນີ້ມີຊີວິດຊີວາ, ອຸດົມສົມບູນຂຶ້ນຕື່ມ ດ້ວຍບັນດາການເຄືອ່ນໄຫວດ້ານຈິດວິນຍານ. ພະອາຈານ Thích Giác Nghia ເວົ້າວ່າ:
“ພວກອາຕາມາມາຍັງແຫ່ງນີ້ເພື່ອສວດມົນ, ພ້ອມກັບປະຊາຊົນໃນເກາະ ພາວະນາໃຫ້ວງວິນຍານບັນດານັກຮົບ ແລະ ປະຊາຊົນ ຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ. ພວກອາຕາມາມາຍັງແຫ່ງນີ້ດ້ວຍຄວາມປາດຖະໜາ ຢາກປະກອບສ່ວນກຳລັງເຫື່ອແຮງອັນເລັກນ້ອຍຂອງຕົນ ເຂົ້າໃນພາລະກິດປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະອັນສັກກະລະບູຊາຂອງປະເທດຊາດ“
ເອື້ອຍ Bui Thi Trang Nhung ຊາວເທດສະບານ Truong Sa ຜູ້ 1 ໃຫ້ຮູ້ວ່າ: ສຳລັບຜູ້ທີ່ດຳລົງຊີວິດໃນໝູ່ເກາະແລ້ວ, ວັດແຫ່ງຕ່າງໆຢູ່ທີ່ນີ້ ບໍ່ພຽງແຕ່ແມ່ນບ່ອນເພິ່ງພາດ້ານຈິດໃຈເທົ່ານັ້ນ:
“ວັດໃນເກາະແມ່ນຄວາມເປັນກຽດ, ຄວາມຜາສຸກຂອງປະຊາຊົນ ກໍຄືນັກຮົບໃນເກາະ ແລະ ທັງສະແດງໃຫ້ເຫັນຈິດໃຈ, ຈິດວິນຍານຂອງເຮົາ ຕໍ່ການກຳເນີດຂອງພະພຸດທະເຈົ້າ, ພິເສດແມ່ນຄວາມເຊື່ອໝັ້ນເພື່ອປົກປັກຮັກສາເຂດໝູ່ເກາະ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງໝັ້ນຄົງ. ພວກຂ້າພະເຈົ້າໄປວັດເພື່ອໃຫ້ຈິດໃຈມີຄວາມສົດຊື່ນ ແລະ ໂປ່ງໃສກ່ວາ. ມີຄວາມສະຫງົບສຸກ ໂຊກດີ“.