(vovworld) - ໂຄງການ “ມະຫາວິທະຍາໄລທີ່ປອດໄສ“ ແມ່ນໜຶ່ງໃນ 34 ໂຄງການໄດ້ຮັບລາງວັນ 2 ເທື່ອ ໃນການເສັງ “ຫົວຄິດປະດິດສ້າງໃນການປ້ອງກັນ ແລະ ຕ້ານໄພສໍ້ລາດບັງຫຼວງຢູ່ຫວຽດນາມ“. ຈຸດປະສົງຂອງໂຄງການ ແມ່ນເຜີຍແຜ່ບັນດາຄຸນຄ່າດ້ານຄຸນສົມບັດໃນການພົວພັນລະຫວ່າງຄູອາຈານ ແລະ ນັກສຶກສາ, ກ້າວໄປເຖິງການປະຕິບັດກົດລະບຽບມາດຖານກ່ຽວກັບການປະພຶດຕໍ່ລະຫວ່າງຄູອາຈານ ແລະ ນັກສຶກສາ ໃນໂຮງຮຽນມະຫາວິທະຍາໄລ ເພື່ອສືບຕໍ່ປ່ຽນແປງຄວາມຮັບຮູ້ ແລະ ການກະທຳຂອງນັກສຶກສາລຸ້ນຕ່າງໆໃນຂອບເຂດກວ້າງຂວາງກວ່າ.
ນັກສຶກສະຖາບັນໂຄສະນາ- ຂ່າວສານ
(ພາບ: ອິນເຕີແນດ)
ທີ່ທ່ານຟັງມານັ້ນແມ່ນສຽງ ບັນດານັກສອບເສັງທີ່ພວມເຂົ້າຮ່ວມການເສັງ ຄັດເລືອກ MC Radio (ໂຄສົກວິທະຍຸກະຈາຍສຽງ) ໃຫ້ໂຄງການ “ມະຫາວິທະຍາໄລທີ່ປອດໄສ“ ໂດຍໜ່ວຍນັກສຶກສາພະແນກພົວພັນກັບສາກົນ, ສັງກັດສະຖາບັນໂຄສະນາ - ຂ່າວສານຈັດຕັ້ງ ເມື່ອເດືອນ 8/2013 ຜ່ານມາ. ນີ້ແມ່ນການເຄື່ອນໄຫວຕົ້ນຕໍ່ໃນການຈັດບັນດາລາຍການກະຈາຍສຽງຂອງ SIB ທາງອິນເຕີແນດ ເພື່ອໂຄສະນາກ່ຽວກັບສະພາບແວດລ້ອມແຫ່ງການສຶກສາທີ່ປອດໄສ. ນັກສຶກສາ ຫງວຽນທິເຟືອງແອງ, ຫົວໜ້າຄະນະຮັບຜິດຊອບເນື້ອໃນໂຄງການ “ມະຫາວິທະຍາໄລທີ່ປອດໄສ“, ໃຫ້ຮູ້ວ່າ:
“ຜ່ານໂຄງການນີ້, ພວກຂ້າພະເຈົ້າຢາກປ່ຽນແປງຄວາມຮັບຮູ້ຂອງຄູອາຈານ ແລະ ນັກສຶກສາ. ນັ້ນແມ່ນມູນເຊື້ອເຄົາລົບນັບຖືຄູອາຈານ, ສິນລະທຳ, ຮຽນກິລິຍາມານະຍາດກ່ອນ, ຮຽນວັດທະນະທຳຕາມຫຼັງ, ຄູອາຈານບໍ່ພຽງແຕ່ແມ່ນຜູ້ສອນຄວາມຮູ້ໃຫ້ນັກຮຽນເທົ່ານັ້ນ, ຫາກຍັງແມ່ນຜູ້ສອນໃຫ້ນັກຮຽນກ່ຽວກັບທ່າທີ, ແບບແຜນດຳລົງຊີວິດອີກດ້ວຍ, ສ່ວນນັກຮຽນຕ້ອງມີທ່າທີເຄົາລົບຄູອາຈານ, ຮັກແພງເພື່ອນມິດຄືແນວໃດ. ພິເສດ, ພວກຂ້າພະເຈົ້າຢາກປຸກລຸກຄວາມສຸດຈິດສຸດໃຈຂອງໄວໜຸ່ມ, ມີສະຕິຮຳ່ຮຽນຢ່າງຖືກຕ້ອງ ເພື່ອສາມາດປະກອບສ່ວນສ້າງສາປະເທດຊາດ“.
ການເສັງ ຄັດເລືອກ MC Radio
(ພາບ: ອິນເຕີແນດ)
ໂດຍໄດ້ຮັບການປະຕິບັດນັບແຕ່ປີ 2011, ໂຄງການໄດ້ປຸກລະດົມ ແລະ ສົ່ງເສີມເລື່ອງຮັກສາ ແລະ ເສີມຂະຫຍາຍບັນດາຄູນຄ່າທີ່ດີ ແລະ ຈຳກັດສິ່ງທີ່ຫຍໍ້ທໍ້ໃນການພົວພັນລະຫວ່າງຄູອາຈານ ແລະ ນັກສຶກສາ. ນັກສຶກສາ ເຈິ່ນແທງຕວຽນ, ຫົວໜ້າຄະນະໂຄສະນາຂອງໂຄງການ, ໃຫ້ຮູ້ວ່າ:
“ໂຄງການ “ມະຫາວິທະຍາໄລທີ່ປອດໄສ“ ຢາກມຸ່ງໄປເຖິງເລື່ອງສ້າງສະພາບແວດລ້ອມແຫ່ງການຮຳ່ຮຽນຢ່າງປອດໄສ, ບໍ່ມີການສໍ້ລາດບັງຫຼວງ. ກ່ອນອື່ນໝົດແມ່ນສ້າງມາດຖານໃນການພົວພັນລະຫວ່າງຄູອາຈານ ແລະ ນັກສຶກສາ ຕາມການພົວພັນເຄົາລົບນັບຖືຄູອາຈານ, ສິນລະທຳ. ຂ້າພະເຈົ້າຫວັງວ່າ, ຈະປະກອບສ່ວນຫຼຸດຜ່ອນສະພາບສໍ້ລາດບັງຫຼວງໃນມະຫາວິທະຍາໄລ ດ້ວຍເລື່ອງເຂົ້າຮ່ວມໂຄງການນີ້“.
ມາຮອດປະຈຸບັນໂຄງການໄດ້ຈັດຕັ້ງການສຳມະນາ “ຄວາມສຳຄັນຂອງການສ້າງກົດລະບຽບກ່ຽວກັບການພົວພັນທີ່ດີລະຫວ່າງຄູອາຈານ ແລະ ນັກສຶກສາ, ປະກອບສ່ວນຕ້ານການສໍ້ລາດບັງຫຼວງໃນມະຫາວິທະຍາໄລ“ ແລະ ການເສັງ “ຄວາມປະທັບໃຈລະຫວ່າງຄູອາຈານ ແລະ ນັກຮຽນ“ ມຸ່ງໄປເຖິງການສ້າງການພົວພັນທີ່ດີລະຫວ່າງຄູອາຈານກັບນັກຮຽນສຳເລັດຜົນ. ນອກນັ້ນ, ໂຄງການຍັງຈັດຕັ້ງ SIB FESVAL, ເພື່ອໃຫ້ຄູອາຈານ ແລະ ນັກສຶກສາສະຖາບັນໂຄສະນາ - ຂ່າວສານເວົ້າສະເພາະ ແລະ ຄູອາຈານ, ນັກສຶກສາໃນທົ່ວປະເທດເວົ້າລວມບໍ່ມີການກະທຳສໍ້ລາດບັງຫຼວງໃນມະຫາວິທະຍາໄລ, ແນໃສ່ເສີມຂະຫຍາຍ, ປັບປຸງການພົວພັນລະຫວ່າງຄູອາຈານ ແລະ ນັກຮຽນໃນປະຈຸບັນ. ອາຈານ ຫງວຽນງອກແອງ, ຮອງຫົວໜ້າພະແນກພົວພັນກັບສາກົນ, ສັງກັດສະຖາບັນໂຄສະນາ - ຂ່າວສານ, ໃຫ້ຮູ້ວ່າ:
ລາຍການ SIB FESVAL
(ພາບ: ອິນເຕີແນດ)
“ຂ້າພະເຈົ້າເຫັນວ່າພວກນ້ອງນັກສຶກສາຊຸດຮຽນຕ່າງໆຂອງພະແນກພົວພັນກັບສາກົນ, ສະຖາບັນໂຄສະນາ - ຂ່າວສານ ມີຄວາມມານະພະຍາຍາມທີ່ສຸດໃນການຜັນຂະຫຍາຍການເຄື່ອນໄຫວຂອງໂຄງການ ແລະ ໃນເບື້ອງຕົ້ນໄດ້ປະສົບຜົນສຳເລັດໃນການສ້າງກົດລະບຽບການປະພຶດລະຫວ່າງຄູອາຈານ ແລະ ນັກສຶກສາ. ພວກເພື່ອນນັກສຶກສາມີຄວາມຂະຫຍັນຂັນເຄື່ອນ ແລະ ມີຫົວຄິດປະດິດສ້າງໃນການນຳໃຊ້ຄວາມຮູ້ທີ່ຮຳ່ຮຽນໄດ້ໃນມະຫາວິທະຍາໄລເຂົາໃນການເຄື່ອນໄຫວທີ່ແທດຈິງ ແລະ ມີຄວາມໝາຍທີ່ສຸດ“.
“ໂຄງການ “ມະຫາວິທະຍາໄລທີ່ປອດໄສ“ ໄດ້ປະກອບສ່ວນສ້າງສະພາບແວດລ້ອມແຫ່ງການສຶກສາທີ່ປອດໄສ, ບໍ່ມີສິ່ງຫຍໍ້ທໍ້, ພ້ອມທັງຊຸກຍູ້ຄູອາຈານ ແລະ ນັກສຶກສາຕື່ນຕົວປະຕິບັດດ້ວຍຄວາມສະມັກໃຈ. ຜ່ານນັ້ນ, ພວກເພື່ອນ ນັກສຶກສາຈະເຮັບຮູ້ໄດ້ສຳຄັນຂອງວຽກງານຕ້ານການສໍ້ລາດບັງຫຼວງໃນມະຫາວິທະຍາໄລ ແລະ ມີສະຕິຮຳ່ຮຽນຢ່າງຖືກຕ້ອງ, ມີຄວາມຮັບຜິດຊອບຕໍ່ອະນາຄົດຂອງຕົນ.