(vovworld)- “ນຳເອົາຄວາມອົບອຸ່ນມາໃຫ້ປະຊາຊົນຢູ່ເຂດຊາຍແດນໃນລະດູບານໃຫມ່” ແມ່ນຫົວຂໍ້ຂອງການເຄື່ອນໄຫວເພື່ອການກຸສົນໂດຍພະນັກງານ,ນັກຂ່າວລະບົບລາຍການກະຈາຍສຽງພາກພາສາຕ່າງປະເທດ ວິທະຍຸກະຈາຍສຽງຫວຽດນາມ ໄດ້ປະຕິບັດມາເປັນເວລາ 4 ປີແລ້ວ, ດ້ວຍຈຸດປະສົງແມ່ນແບ່ງເບົາຄວາມຫຍຸ້ງຍາກ, ສິ່ງທີ່ຂາດເຂີນສຳລັບນັກຮຽນ ແລະ ປະຊາຊົນຢູ່ເຂດຊາຍແດນ ແລະ ສະແດງຄວາມຮັບຜິດຊອບຕໍ່ສັງຄົມ. ປີນີ້ ລະບົບລາຍການກະຈາຍສຽງພາກພາສາຕ່າງປະເທດ ໄດ້ຈັດຕັ້ງລາຍການມອບຂອງຂວັນໃຫ້ປະຊາຊົນ ແລະ ນັກຮຽນ ຢູ່ ຕາແສງ ເກີນນົງ, ເມືອງ ທົງນົງ ແຂວງ ກາວບັ່ງ.

ພໍ່ແມ່ປະຊາຊົນຊາວຊົນເຜົ່າສ່ວນຫນ້ອຍດີໃຈຫລາຍເມື່ອໄດ້ຮັບຂອງຂວັນຈາກ VOV5
|
ໃນຊຸມມື້ອາກາດຫນາວຈັດ, ຝົນຝອຍ, ອູນຫະພູມຕ່ຳກວ່າ 10 ອົງສາC, ຫວ່າງແລ້ວນີ້ ພະນັກງານ, ນັກຂ່າວ ລະບົບລາຍການກະຈາຍສຽງພາກພາສາຕ່າງປະເທດ ໄດ້ໄປເຖິງ 5 ບ້ານທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຂອງຕາແສງຢູ່ເຂດຊາຍແດນ ທີ່ ຫ່າງຈາກນະຄອນຫລວງ ຮ່າໂນ້ຍເກືອບ 400 ກິໂລແມັດ. ຕາແສງ ເກີນນົງ ມີ 358 ຄອບຄົວ, ໃນນັ້ນ ມີກວ່າ 140 ຄອບຄົວທຸກຍາກ ແລະ ສ່ວນຫລາຍແມ່ນຂຶ້ນກັບບັນດາຄຸ້ມບ້ານຕິດກັບຊາຍແດນຄື ນາເຕັ່ງ, ເຄົາເຢື້ອ, ພຽງພານ, ຫລູງວາຍ ແລະ ເງື່ອມກວກ. ທ່ານ ແຫລງວັນເຢົາ, ປະທານຄະນະກຳມະການປະຊາຊົນຕາແສງ ເກີນນົງ ໃຫ້ຮູ້ວ່າ:
“ອັດຕາການກືກຫນັງສືຂອງປະຊາຊົນຢູ່ທີ່ນີ້ແມ່ນຢູ່ໃນລະດັບສູງ ແລະ ບໍ່ທັນໝູນໃຊ້ວິທະຍາສາດເຕັກນິກໄດ້. ການພັດທະນາເສດຖະກິດພຽງອີງໃສ່ກະສິກຳ ແລະ ການລ້ຽງສັດ, ສະນັ້ນ ລະດັບການພັດທະນາຍັງຊັກຊ້າເມື່ອທຽບໃສ່ບັນດາຕາແສງອື່ນໃນບໍລິເວັນເມືອງ ທົງນົງ.”

ທ່ານນາງດ່ວານທິຈູງ ຜູ້ອຳນວຍການ VOV5 ມອບຜ້າຫົ່ມໃຫ້
ຊາວບ້ານ ຫລູງວາຍ
|
ຕາມທ່ານເຢົາແລ້ວ, ຢູ່ ຄຸ້ມບ້ານ ເຄົາເຢື້ອ, ເງື່ອມກວກ, ຊາວບ້ານຜູ້ທີ່ມີອາຍຸ ແຕ່ 30 ປີຂຶ້ນໄປ ສ່ວນຫລາຍບໍ່ຮູ້ຫນັງສື, ເວົ້າພາສາຫວຽດບໍ່ເປັນ ພຽງແຕ່ເວົ້າພາສາຊົນເຜົ່າຕົນ. ຊີວິດການເປັນຢູ່ຂອງເຂົາເຈົ້າປະສົບກັບຄວາມຫຍຸ້ງຍາກຫລາຍ, ສະນັ້ນເມື່ອໄດ້ຮັບຂອງຂວັນ ເຖິງວ່າຕ້ອງໃຊ້ເວລາ 2,3 ຊົ່ວໂມງເພື່ອຂຶ້ນພູໄປຮັບຂອງຂວັນ ແຕ່ເຂົາເຈົ້າກໍຮູ້ສຶກດີໃຈ. ປ້າ ມູ່ນາຍ ຊາວເຜົ່າມົ້ງ ໃຫ້ຮູ້ວ່າ:
“ມື້ນີ້ໄດ້ຮັບຜ້າປູ ແລະ ເຄື່ອງຂອງຈຳເປັນຫລາຍຢ່າງ ຂ້າພະເຈົ້າດີໃຈຫລາຍ. ເພາະວ່າຄອບຄົວບໍ່ມີຜ້າຫົ່ມ ສະນັ້ນເມື່ອໄດ້ຮັບຜ້າຫົ່ມຈະບໍ່ຫນາວອີກແລ້ວ”
ເມື່ອໄດ້ຮັບຂ່າວວ່າ ມີພະນັກງານ, ນັກຂ່າວ ລະບົບລາຍການກະຈາຍສຽງພາກພາສາຕ່າງປະເທດ ຈະມາເຄື່ອນໄຫວວຽກງານການກຸສົນ, ຄອບຄົວທ່ານ ມີງທົງ ປີນີ້ມີອາຍຸ 80 ປີແລ້ວ ຢູ່ ຊອກເຊີນ ຮ່າໂນ້ຍ ກໍໄດ້ສົ່ງ ຜ້າພັນຄໍກວ່າ 100 ຜືນໃຫ້ລາຍການ ເພື່ອມອບໃຫ້ປະຊາຊົນຢູ່ເຂດພູສູງ. ບັນດາບໍລິສັດຄື: Vietsense Travel, Asialand Travel ກໍໄດ້ຮ່ວມແຮງຮ່ວມໃຈພ້ອມກັບລາຍການເຄື່ອນໄຫວກຸສົນຂອງ VOV5 ມາເປັນເວລາຫລາຍປີແລ້ວ. ນອກນັ້ນ ທ່ານ ຕາຍເຟືອງ ຊື່ງແມ່ນຊາວຫວຽດນາມ ອາໄສຢູ່ອາເມລິກາ ຜ່ານລາຍການກະຈາຍສຽງພາສາຫວຽດທີ່ຮັບໃຊ້ຊາວຫວຽດນາມຢູ່ຕ່າງປະເທດ ກໍໄດ້ມອບ ເກີບ 160 ຄູ່ມາໃຫ້ພວກຫລານນັກຮຽນໄດ້ໃສ່ໄປໂຮງຮຽນໃນຍາມອາກາດຫນາວຈັດ. ວິສະຫາກິດຂົນສົ່ງ ແລະ ການຄ້າ ນີງຫວູ ກໍໄດ້ປະກອບສ່ວນຂົນສົ່ງສິນຄ້າສິ່ງຂອງດັ່ງກ່າວໃຫ້ພໍ່ແມ່ປະຊາຊົນ. ເມື່ອໄດ້ຮັບເຄື່ອງຊ່ວຍເຫລືອ, ຫລານ ຈີ້ງວັນເກືອງ ນັກຮຽນມໍ 5 ຊາວເຜົ່າຢ້າວ ເວົ້າດ້ວຍຄວາມດີໃຈວ່າ:
“ມື້ນີ້ໄດ້ຮັບໂສ້ງເສື້ອ, ເກີບ, ເຂົ້າຫນົມ ຫລານດີໃຈຫລາຍ ແລະ ມັກທີ່ສຸດ. ເກີບຂອງຫລານກໍເກົ່າແລະຂາດແລ້ວ ບັດນີ້ຫລາຍມີເກີບໃຫມ່ ໃສ່ໄປໂຮງຮຽນຈະສະດວກກວ່າ ຮູ້ສຶກບໍ່ຫນາວອີກ.”

ທ່ານນາງ ຫງວຽນທິທູຍລານມອບຂອງຂວັນໃຫ້ນັກຮຽນປະຖົມ
ເກີນນົງ
|
ນັກຮຽນເກືອບ 260 ຄົນ, ອ້າຍຄູເອື້ອຍຄູເກືອບ 25 ຄົນ ແລະ 120 ຄອບຄົວຢູ່ 5 ຄຸ້ມບ້ານທີ່ໄດ້ຮັບຂອງຂວັນໃນໂອກາດນີ້. ຂອງຂວັນລວມມີ: ຜ້າຫົ່ມ, ຜ້າພັນຄໍ, ເສື້ອກັນຫນາວ, ອຸປະກອນການສຶກສາ ແລະ ເຄື່ອງຂອງທີ່ຈຳເປັນອື່ນຈຳນວນຫນຶ່ງ ລວມມູນຄ່າເກືອບ 90 ລ້ານດົງ. ນີ້ແມ່ນຈຳນວນເງິນໂດຍພະນັກງານ, ນັກຂ່າວ, ບັນນາທິການ ລະບົບລາຍການກະຈາຍສຽງພາກພາສາຕ່າງປະເທດ ແລະ ບັນດານັກອຸປະຖຳບໍລິຈາກ. ເຖິງວ່າຈຳນວນເງິນສະຫນັບສະຫນູນບໍ່ຫລາຍປານໃດກໍຕາມ ແຕ່ສິ່ງດັ່ງກ່າວກໍສະແດງໃຫ້ເຫັນອາລົມຈິດຂອງນັກຂ່າວ ລະບົບລາຍການກະຈາຍສຽງພາກພາສາຕ່າງປະເທດ ທີ່ມີຕໍ່ພໍ່ແມ່ປະຊາຊົນຊົນເຜົ່າສ່ວນຫນ້ອຍຢູ່ທາງທິດເຫນືອຫວຽດນາມ. ທ່ານ ແຫລງວັນເຢົາ, ປະທານຄະນະກຳມະການປະຊາຊົນ ຕາແສງ ເກີນນົງ ໃຫ້ຮູ້ວ່າ: ແຕ່ລະປີ ຕາແສງລ້ວນແຕ່ໄດ້ຮັບການຫນູນຊ່ວຍຈາກຫລາຍຄະນະ, ຂະແຫນງການ, ອົງການຈັດຕັ້ງມະຫາຊົນຕ່າງໆ. ແຕ່ວ່າ ລະບົບລາຍການກະຈາຍສຽງພາກພາສາຕ່າງປະເທດ ແມ່ນອົງການທີ່ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ ແລະ ນັກຮຽນປະຖົມຫລາຍກວ່າໝູ່
“ລາຍການກຸສົນຂອງ ລະບົບລາຍການກະຈາຍສຽງພາກພາສາຕ່າງປະເທດ ມີຄວາມໝາຍຢ່າງແທ້ຈິງ. ນີ້ແມ່ນການລະດົມກຳລັງໃຈໃຫ້ພະນັກງານຕາແສງກໍຄືພໍ່ແມ່ປະຊາຊົນຕາແສງເກີນນົງ ພິເສດແມ່ນບັນດາຄອບຄົວທີ່ທຸກຍາກ ເພື່ອຫລຸດຜ່ອນຄວາມຫຍຸ້ງຍາກໃນຊີວິດການເປັນຢູ່ ຈາກນັ້ນ ສາມັກຄີພັດທະນາເສດຖະກິດສັງຄົມ ແລະ ປົກປັກຮັກສາເຂດຊາຍແດນຂອງປະເທດຊາດ ເພື່ອໃຫ້ພວກນ້ອງນັກຮຽນ ແລະ ຄອບຄົວທຸກຍາກຢູ່ບໍລິເວນໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນກວ່າ ແລະ ຜາສຸກກວ່າ.”
ເຖິງວ່າ ອາກາດຫນາວຈັດ, ຝົນຝອຍ ບໍ່ເອື້ອອຳນວຍກໍຕາມ ແຕ່ເມື່ອໄດ້ຮັບຄວາມແບ່ງປັນຂອງທ່ານ ນົງງອກຕວຽນ ເລຂາທິການຄະນະພັກ ຕາແສງ ເກີນນົງ ກ່ອນທີ່ອຳລາຈາກ ຄະນະພະນັກງານນັກຂ່າວ VOV5 ທີ່ວ່າ: ບຸນເຕັດນີ້ ພໍ່ແມ່ປະຊາຊົນຈະມີຄວາມອົບອຸ່ນກວ່າ” ພະນັກງານ, ນັກຂ່າວໃນ ລະບົບລາຍການກະຈາຍສຽງພາກພາສາຕ່າງປະເທດຜູ້ໃດກໍຮູ້ສຶກດີໃຈເມື່ອໄດ້ປະກອບສ່ວນພ້ອມກັບບັນດາອົງການກຸສົນອື່ນບັນເທົາຄວາມທຸກຍາກສ່ວນໃດຫນຶ່ງໃຫ້ແກ່ປະຊາຊົນຊົນເຜົ່າສ່ວນຫນ້ອຍ.